ການຕອບບາງຄຳຖາມທີ່ໜ້າສົນໃຈ ເຊິ່ງທ່ານຜູ້ຟັງຝາກມາລາຍການ

(vovworld) –ອາ​ທິດ​ຜ​່ານ​ມາ, ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຮັບ​ຈົດ​ໝາຍ, ອີ​ແມວ, ໂທ​ລະ​ສັບຫຼາຍ​ສະ​ບັບ​ຈາກ​ທ່ານ​ຜູ້​ຟັງ​ລາວ ແລະ ຫວຽດ​ນາມ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ທີ່​ໜ້າ​ສົນ​ໃຈ​​ເຊິ່ງ​ທ່າ​ນ​ຜູ້​ຟັງ​ຝ​າກ​ມາ​ລາຍ​ການ.

ການຕອບບາງຄຳຖາມທີ່ໜ້າສົນໃຈ ເຊິ່ງທ່ານຜູ້ຟັງຝາກມາລາຍການ - ảnh 1

ທ່ານ​ນາງ ຈັນ​ດອນ, ນະ​ຕອນຫຼວງ ວຽງ​ຈັນ, ເຊິ່ງ​ແມ່ນ​ພະ​ນັກ​ງານ​ກິນ​ເບ້ຍ​ບຳ​ນານ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົ​ບ​ລາວ ໄດ້​ຝາກ ອີ​ແມວ​ເຖິງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: ອາ​ທິ​ດ​ຜ່ານ​ມາ, ໄດ້​ມີຫຼາຍ​ຂ່າວ​ຄາວ​ກ່ຽວກ​ັບ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ການ​ປະ​ຕິ​ວັ​ດ​ເດືອນ​ສິງ​ຫາ ແລະ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ຂອງ​ຕຳຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ. ຜ່ານ​ບັນ​ດາ​ຂ່າວ​​ດັ່ງ​ກ່າວ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ບັນ​ດາ​ການ​ເຄື່ອນ​ໄຫວນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ພິ​ເສດ​ເຖິງ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ຂອງ​ຕ​ຳຫຼ​ວດ​ປະ​ຊາ​ຊົນ ຫວຽດ​ນາມ. 70 ປີ​ຜ່ານ​ມາ, ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ​ ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ແຮງ, ສົມ​ເປັນ​ກຳ​ລັງຫຼວງ, ຍອດ​ຢ້ຽມ… ເພື່ອ​​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ​ໂດຍແມ່ນ​ພະ​ນັກ​ງານ​ເຄີຍ​ເຮັດ​ວຽກ​ໃນ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລາວ ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ກຳ​ລັງ​ຕຳຫຼວດ ຫວຽດ​ນາມ ນັບ​ມື້​ນັບ​ພັດ​ທະ​ນາ, ປະ​ຕິ​ບັດ​ສຳ​ເລັດບັນ​ດາ​ໜ້າ​ທີ່​ເຊິ່ງ​ພັກ, ລັດ ມອບ​ໝາຍ​ໃຫ້​ເປັນ​ຢ່​າງ​ດີ.

ສ່ວນໃນ​ອ​ີ​ແມວສົ່ງ​ເຖິງ​ລາຍ​ການ, ​ນາງ ໄພ​ວອນ, ພະ​ນັການ​ກຳ​ມະ​ບານ​ນະ​ຄອນຫຼວງ ວຽງ​ຈັນ ໄດ້​ແບ່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ຂ່າວ, ບົດ​ໃນ​ແວບ​ໄຊ vovworld.vn ເປັນ​ປະ​ຈຳ, ແຕ່​ຂ້າ​ພະ​ເຈົ້າ​ມັກ​ລາຍ​ການ “ຊາຍ​ຄາ​ອາ​ຊຽນ​” ທີ່​ສຸດ. ຜ່ານ​ລາຍ​ການນີ້, ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ຮ້​ູຫຼາຍ​ກ່​ວາ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນ​ະ​ທຳ, ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ຂອງ​ບາງ​ປະ​ເທດ ອາ​ຊຽນ. ເວ​ລາ​ມໍ່ໆ​ນີ້, ມີ​ບົດ​ຂຽນ​ກ່​ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ໜຸ່ມ​ນະ​ຄອນຫຼ​ວງ ຮ່າ​ໂນ​້ຍ ໄປ​ກວດ​ພະ​ຍາດ​ກຸ​ສົນ​ຢູ່​ເມືອງ ໄຊ​ທາ​ນີ, ນະ​ຄອນຫຼວງ ວຽງ​ຈັນ. ເຖິງ​ວ່າບໍ່​ໄດ້​ເຂົ້າ​ຮ່ວມ​ລາຍ​ການນີ້​ກໍ​ຕາມ​ແຕ່​ຜ່​ານ​ການ​ອ່ານ​ບົດ​ຂຽນ​ຂ້າ​ພະ​ເຈົ້າ​ຄື​ດັ່ງ​ໄດ້​ເຫັນ​ປະ​ຈັກ​ຕາ​ການ​ເຄື່ອນ​ໄຫວທີ່​ມີ​ຄວາມ​ໝາຍ​ດັ່ງ​ກ່າວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ ແລະ ຂ້າ​ພ​ະ​ເຈົ້າ​ຫວັງ​ວ່າ​ຊາວ​ໜຸ່ມ ຮ່າ​ໂນ້ຍ ກໍ​ຄື​ຊາວ​ໜຸ່ມ​ຂອງ​ບັນ​ດາ​ແຂວງ, ນະ​ຄອນ​ອື່ນໆ​ຂອງ ຫວຽດ​ນາມ​ຈະ​ເປີດ​ກ້​ວາງ​ການ​ເຄື່ອນ​ໄຫວ​ກຸ​ສົນ​ຄື​ແນວນີ້​ຢູ່​ແຂວງ, ນະ​ຄອນ​ຕ່າງໆ​ຂອງ​ລາວ, ພິ​ເສດ​ແມ່ນ​ບັນ​ດາ​ແຂວງ​ເຂດ​ຫ່າງ​ໄກ​ຊອກຫຼີກ.

ຂໍ​ຂອບ​ໃຈ​ທ່ານ​ນາງ ຈັນດອນ ແລະ ໄພ​ວອນ ທີ່​ໄດ້​ປະ​ກອ​ບ​ຄຳ​ເຫັນ​ໃຫ້​ແກ່​ລາຍ​ການ. ຫວັງ​ວ່າ​ທ່ານ​ຜູ້​ຟັງ, ຜູ້​ອ່າ​ນ​ຈະ​ສືບ​ຕໍ່​ປະ​ກອບ​ຄຳ​ເຫັນ​ໃຫ້​ພວກ​ຂ້າ​ພະ​ເຈົ້າ. ບັນ​ດາຄຳ​ຄິດ​ຄຳ​ເຫັນ​ຂອງ​ທ່ານ​ຜູ້​ຟັງ​, ຜູ້​ອ່ານ​ຈະ​ແມ່ນ​ແຫຼ່ງ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫ​ຍ່ຫຼວງ​ສຳ​ລັບ​ພວກ​ຂ້າ​ພະ​ເຈົ້າ ແລະ ຊ່ວຍ​ໃຫ້​ລາຍ​ການ​ນັບ​ມື້​ນັບ​ພັດ​ທະ​ນາ​ກ່​ວາ​ອີກ.

ໃນ​ອາ​ທິດ, ເພື່ອນ ເຈີ່ນ​ດຶກ ໄດ້​ສົ່ງ​ອີ​ແມວ​ມາ​ຍັງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: ຜ່ານ​ແຫຼ່ງ​ຂ່າວ​ຕ່າງໆ​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ, ພາກ​ພາ​ສາ​ຕ່າງ​ປະ​ເທດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ, ພິ​ເສດ​ແມ່ນ​ພາກ​ພາ​ສາ​ລາວ ພວມ​ຮັບ​ສະໝັກ​ບັນ​ນາ​ທິ​ການ. ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ປະກາດ​​ແລ້ວ ແລະ ກໍ​ຢາກ​ສອງ​ເສັງສະ​ໝັກ​ເຮັດ​ວຽກ ແຕ່ໜ້າ​ເສຍດາຍຍ້ອນ​ປີນີ້​ຂ້າ​ພະ​ເຈົ້າ​ບໍ່​ທັນ​ຮຽນ​ຈົບ​ເທື່ອ, ດັ່ງ​ນັ້ນ​ບໍ່​ໄດ້​ເຂົ້າ​ຮ່ວມ​ການສອບ​ເສັງ​ໄດ້. ປະ​ຈຸ​ບັນ​ຂ້າ​ພະ​ເຈົ້າ​ແມ່ນ​ນັກ​ສຶກ​ສາ​ປີ​ີ 3, ພະ​ແນກ​ສື່ມວນ​ຊົນ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ. ຂ້າ​ພ​ະ​ເຈົ້າ​ຢາ​ກ​ຖາມ​ວ່າ, ປີ​ໜ້າ (2016), ພາກ​ພາ​ສາ​ລາວຈະ​ຮັບ​ສະໝັກ​ບັນ​ນາ​ທິ​ການ​ອີກຫຼື​ບໍ່?

ຂໍ​ຂອບ​ໃຈ​ເພື່ອນ ເຈີ່ນ​ດຶກ ທີ່​ໄດ້​ສົນ​ໃຈ​ເຖິງ​ແຫຼ່ງ​ຂ່າວ​ດັ່ງ​ກ່າວ, ໃນ​ປີ 2015 ນີ້, ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການສອບ​ເສັງ​ຮັບ​ສະ​ໜັກ​ບັນ​ນາ​ທິ​ການ​ແທ້ (​ໃນ​ນັ້ນບຸ​ລິ​ມະ​ສິດ​ໃຫ້​ຜູ້​ຊາຍ). ເວ​ລາ​ຮັບ​ສຳ​ເນົາ​ຜູ້​ເຂົ້າ​ຮ່ວມ​ການ​ສອບເສັງແມ່ນ​ແຕ່​ວັນ​ທ​ີ 20/8 – 20/9. ຫວັງ​ວ່າ​ບັນດາ​ບຸກ​ຄົນ​ທີ່ມີ​ເງື່ອນ​ໄຂ​ຢ່າງພຽງ​ພໍ​ຈະ​ເຂົ້າ​ຮ່ວມ​ການ​ເສັງ​ໃນ​ປີນີ້. ປ​ະ​ຈຸ​ບັນ, ການ​ນຳ VOV ບໍ່​ທັນ​ມີ​ແຜນ​ການ​ຮັບ​ສະໝັກ​ໃນປີ 2016, ດັ່ງ​ນັ້ນ​ພວກ​ຂ້າ​ພະ​ເຈົ້າ​ບໍ່​ທັນ​ຮູ້​ວ່າ​ປີ​ໜ້າ​ຈະ​ໄດ້ຮັບ​ສະໝັກ​ບັນນາທິການ​ອີກຫຼືບໍ່. ຂໍ​ຂອບ​ໃຈ​ເພື່ອນ​ທີ່​ໄດ້​ສົນ​ໃຈ​ເຖິງ​ແຫຼ່ງ​ຂ່າວນີ້, ຖ້າ​ມີ​ແຫຼ່ງ​ຂ່າວ​ໃໝ່​ພວກ​ຂ້າ​ພະ​ເຈົ້າ​ຈະ​ປະ​ກາດ​ໃຫ້​ທ່ານ​ຜູ້​ຟັງ, ຜ​ູ້​ອ່ານ​ໄດ້​ຮັບ​ຊາຍ​ໃນ​ທັນ​ທີ.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com

ຕອບກັບ

ຂ່າວ/ບົດ​ອື່ນ