ການທ່ອງທ່ຽວເໝົາເຊີນແລະລະບົບກະເຊົ້າລອຍຟ້າFanxipan

ບັນຫາ​ກ່ຽວຂ້ອງ​ເຖິງ​ການທ່ອງທ່ຽວ​ຈະ​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ່​ໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້. ​

        ​ໃນ​ອາທິດ, ​ເພື່ອນ ອະນຸ​ສິດ ສີ​ບຸນ​ເຮືອງ, ​ແກ້ວ​ມະ​ລີ, ຢູ່​ນະຄອນຫຼວງ ວຽງ​ຈັນ ​ໄດ້​ໂທ​ລະ​ສັບ​ຫາ​ລາຍການ​​ເພື່ອອວຍພອນ​ປີ​ໃໝ່. ສ່ວນ​ເພື່ອນ ​ແວ່ນຕາ ສຸ​ກັນຍາ, ​ແຂວງ ຫົວພັນ ​ໄດ້​ຝາກ​ອີ​​ແມວ​ມາ​ຍັງ​ລາຍການ​​ໂດຍ​ສະ​ແດງຄວາມ​ນິຍົມ​ຕໍ່​ບັນດາ​ບົດ​ຂຽນ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ ຫວຽດນາມ, ​ເພື່ອນ​ຂຽນ​ວ່າ: “ຂ້າພະ​ເຈົ້າ​ບໍ່​ມີ​ເວລາ​ຕິດຕາມ​, ອ່ານຂ່າວ​ ​ແລະ ບົດ​ໃນ​ແວບ​ໄຊ​ຂອງ​ພວກ​ເພື່ອນ​ເປັນ​ປະຈຳ. ​ແຕ່​​ໃນຊຸມວັນ​ຜ່ານ​ມາ, ມີ​ບາງ​ບົດ​ຂຽນກ່ຽວ​ກັບ​ບຸນປີ​ໃໝ່​ປະຈຳ​ຊາດຂອງ ຫວຽດນາມ ​​​ໄດ້ເຮັດ​ໃຫ້ຂ້າພະ​ເຈົ້າມີ​ຄວາມ​ສົນ​ໃຈຫຼາຍ ​ແລະ ຂ້າພະ​ເຈົ້າ​​ນິຍົມ​ທີ່​ສຸດ​ແມ່ນ​ບົດ​ຂຽນ​ກ່ຽວ​ກັບ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ການ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ຢູ່​ພາກ​ເໜືອ - ພາກ​ກາງ - ພາກ​ໃຕ້ ຫວຽດນາມ. ຜ່ານ​ບົດ​ຂຽນ​ນີ້​ຂ້າພະ​ເຈົ້າ​​​ເຫັນ​ວ່າ: ການ​ຕ້ອນຮັບ​ບຸນ​ເຕັດ​ຂອງ ຫວຽດນາມ ມີ​ຫຼາຍ​ຂັ້ນ​ຕອນ ​ແລະ ​ແຕ່ລະ​ເຂດ​ພາກ​ກໍ່ມີ​ວິທີ​ຕ້ອນຮັບ​ທີ່ແຕກ​ຕ່າງ​ກັນ. ຂ້າພະ​ເຈົ້າ​ເຄີຍ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ໃນ​ຄອບຄົວ​ໝູ່​ຢູ່​ແຂ​ວງ ​ເຊີນ​ລາ (ທາງ​ທິດ​ເໜືອ ຫວຽດນາມ) ​ແລະ ​ເຫັນ​ວ່າ​ກໍ​ມີ​ບາງຈຸດ​ທີ່​ຄ້າຍຄື​ກັນ. ຂອບ​ໃຈ​ບັນດາ​ຂໍ້​ມູນ​ເຊິ່ງຂ່າວ ​ແລະ ບົດ​ໄດ້​ນຳ​ມາ​ໃຫ້​. ຂ້າພະ​ເຈົ້າຂໍ​ຝາກ​ຄຳອວຍພອນ​ປີ​ໃໝ່​ເຖິງ​ປະຊາຊົນ ຫວຽດນາມ ​ເວົ້າ​ລວມ ​ແລະ ບັນນາທິການ​ພາກ​ພາສາ​ລາວ ​ເວົ້າ​ສະ​ເພາະ. ອວຍພອນ​ໃຫ້​ພວກ​ເພື່ອນ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ເປັນ​ຢ່າງ​ດີ.”

ການທ່ອງທ່ຽວເໝົາເຊີນແລະລະບົບກະເຊົ້າລອຍຟ້າFanxipan - ảnh 1
ພາບປະກອບ

          ສ່ວນ​ເພື່ອນ​ວັນ​ແສງ, ​ແຂວງ ວຽງ​ຈັນ ​ໄດ້​ຝາກ​ອີ​ແມວມາ​ຍັງ​ລາຍການ​ດ​້ວຍ​ເນື້ອ​ໃນ​ວ່າ: “ຂ້າພະ​ເຈົ້າ​ໄດ້​ຊົມ​​ພາບ​ສາລະ​ຄະດີ​ ​ແລະ ​ເຫັນ​ຮູບ​ພາບ​ຫິມະຕົກ​ທີ່ປົກ​ຄຸມ​​ໄປ​ທົ່ວຢູ່​ຈອມ​ພູ ​ເໝົາ​ເຊີນ. ຂ້າພະ​ເຈົ້າ​​ເປັນ​ໜ້າ​ເສຍດາຍ ​ແລະ ຂໍ​ແບ່ງປັນ​ຄວາມ​ເສຍ​ຫາຍ​​ໂດຍ​ອາກາດ​ໜາວຈັດ, ຫິມະ​ຕົກ​ກໍ່​ຂຶ້ນ​​ໃນ​ໄລຍະ​ຜ່ານ​ມາຢູ່ ຫວຽດນາມ. ແຕ່ວ່າ​ຕາມຂ້າພະ​ເຈົ້າ​ແລ້ວ​ຮູບ​ພາບຫິມະ​ປົກ​ຄຸມ​ຈອມ​ພູ ​ເໝົາ​ເຊີນ​ນັ້ນ​ງາມ​ຫຼາຍ. ຂ້າພະ​ເຈົ້າ​ຢາກ​ຮູ້​ຂໍ້​ມູນ​ຂ່າວ​ໃດ​ໜຶ່ງ​ກ່ຽວ​ກັບ​ຈອມ​ພູ ​ເໝົາ​ເຊີນ ​ໄດ້​ບໍ່?”

            ​ເພື່ອນ ວັນ​ແສງ ທີ່​ຮັກ​ແພງ, ຈອມ​ພູ ​ເໝົາ​ເຊີນ ​ແມ່ນ​ເຂ​ດພູ​ສູງ​ລຽບ​ຕາມ​ທິດຕາ​ເວັນ​ອອກ - ຕາ​ເວັນ​ຕົກ, ​ເຊິ່ງຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ອອກສ່ຽງ​ເໜືອ​ແຂວງ ລ້າງ​ເຊີນ, ​ຂຶ້ນ​ກັບ 3 ຕາ​ແສງ​ນັ້ນ​ແມ່ນ: ​ເໝົາ​ເຊີນ, ກົງ​ເຊ​ີນ ​​ເມືອງ ກາວ​ໂລກ ​ແລະ ຕາ​​ແສງ ​ເໝົາ​ເຊີນ ​ເມືອງ ​ໂລກ​ບີ່​ງ,  ຫ່າງ​ຈາກ​ນະຄອນ ລ້າງ​ເຊີນ​ ​ໄປ​ທາງ​ທິດຕາ​ເວັນ​ອອກ 30 ກມ, ​ແມ່ນຕິດ​ກັບ​ຊາຍ​ແດນ ຫວຽດນາມ - ຈີນ. ນີ້​ແມ່ນ​ເຂດ​ພູ​ສູງຂອງ​ແຂວງ, ມີ​ພູມ​ສັນຖານ​ຫຼາຍ​ຮູບຫຼາຍ​ແບບ, ມີ​ຄວາມສູງ​ສະ​ເລ່ຍ​ແຕ່ 800 – 1.000 ມ​ ​ເມື່ອ​ທຽບ​ໃສ່​ໜ້າ​ນຳ້​ທະ​ເລ, ​ເຊິ່ງປະກອບ​ດ້ວຍ​ພູ​ໃຫຍ່​ນ້ອຍ 80​ ​ແຫ່ງ. ​ໃນ​ຍາມ​ລະດູ​ໜາວ, ອຸນຫະ​ພູມຢູ່ ​ເໝົາ​ເຊີນ ​ແມ່ນ​ຕຳ່​ກວ່າ 0 ອົງສາ, ​​ເຄີຍ​ມີ​ຫິມະ​ຕົກ. ອຸນຫະພູມ​ສະ​ເລ່ຍຢູ່​ທ່ີ​ນີ້​ແມ່ນ​ປະມານ 15,5 ອົງສາ, ມີ​ເມກ​ປົກ​ຄຸມ​ໄປ​ທົ່ວ​ຕະຫຼອດ​ປີ. ​​ເໝົ້າ​ເຊີນ​ແມ່ນ​ບ່ອນຢູ່​ອາ​ໄສ​ຂອງ​ຊົນ​ເຜົ່າ ຢາ​ວ, ​ນູ່ງ, ​ໄຕ່. ​ແຕ່​ປີ 1925 – 1926, ຢູ່​ທີ່​ນີ້​ມີ​ທາງ​ຄົມມະນາຄົມຍາວ 16 ກມ ​ທີ່ເຊື່ອມ​ຕໍ່​ແຕ່​ທາງ​ຫຼວງ 4A ​ເຖິງ​ຈອມ​ພູ. ​ ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ລ້າງ​ເຊີນ ວາງ​ແຜນຜັງ​ ກໍ່ສ້າງ​ພູ​ເໝົາ​ເຊີນ​ໃຫ້ເປັນ​ເຂດ​ທ່ອງ​ທ່ຽວບຳລຸງ​ສຸ​ຂະ​ພາບ, ຊີ​ວິພາ​ບ, ປິນພູ​ພະຈົນ​ໄພ ​ແລະ ທ່ອງ​ທ່ຽວ​ວັດທະນະທຳ. ​ເຂດ​ທ່ອງ​ທ່ຽວ​ມີ​ເນື້ອ​ທີ່​ກ່ວາ 20 ​ເຮັກຕາ, ຢູ່​ໃນ​ລະດັບຄວາມ​ສູງ ແຕ່ 800 – 1.000 ມ​ ​ເມື່ອ​ທຽບ​ໃສ່​ໜ້າ​ນຳ້​ທະ​ເລ, ມີ​ລະບົບ​ເຮືອນ​ພັກ, ພັດ​ຕະຄານ, ​ໂຮງ​​ແຮມ, ບ່ອນ​ຕັ້ງ​ຄ້າຍ… ບັນ​ລຸ​ມາດຖານ​ຮັບ​ໃຊ້​​ແຂ​ກທ່ອງ​ທ່ຽວ.

ການທ່ອງທ່ຽວເໝົາເຊີນແລະລະບົບກະເຊົ້າລອຍຟ້າFanxipan - ảnh 2
ລະບົບກະເຊົ້າລອຍຟ້າ Fanxipan

        ​ໃນ​ອີ​ແມວ​ຝາກ​ເຖິງ​ລາຍການ, ​ເພື່ອນ ອຳ​ພາ​ວັນ ​ໄດ້​ຂຽນ​ວ່າ: “​ເວລາ​ຜ່ານ​ມາ, ມີ​ເພື່ອນຄົນ​ໜື່ງຂອງ​ຂ້າພະ​ເຈົ້າ​ໄດ້​​ເລົ່າ​ໃຫ້​ຟັງ​ວ່າ: ລາວ​ໄດ້​ຂຶ້ນ​ຈອມ​ພູ Fanxipan ດ້ວຍກະ​ເຊົ້າ​ລອຍ​ຟ້າ​, ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ມີ​ໂອກາດ​ມາ​ຫວຽດນາມ​​ເພື່ອ​ພ້ອມ​ກັບ​ໝູ່​ເພື່ອນ​ປິນພູ Fanxipang, ​ເຊິ່ງ​ໄດ້​ຮັບ​ການ​ຂະໜານ​ນາມ​ວ່າ​ເປັນ “ຊາຍຄາ​ຂອງ​ເຂດ​ອິນ​ດູ​ຈີນ”. ​ເຖິງ​ວ່າ​ຍັງ​ຮັກ​ສາ​​ແນວຄວາມ​ຄິດ​ຈະ​ປິນຂຶ້ນ​ຈອມ​ພູ Fanxipang ​ເອງກໍ​ຕາມ ​ແຕ່​ຂ້າພະ​ເຈົ້າ​ກໍ່​ຢາກ​ຮູ້​ຂໍ້​ມູນ​ຂ່າວ​ຕ່າງໆ​ກ່ຽວ​ກັບ​ລະບົບກະ​ເຊົ້າ​ລອຍ​ຟ້າ​ນີ້”

        ລະບົບກະ​ເຊົ້າ​ລອຍ​ຟ້າ​ Fanxipan ຢູ່​ຊາ​ປາ ຫາ​ກໍ​ໄດ້​ຮັບ​ການ​ເປີດ​ສະຫຼອງ​ໃນ​ວັນ​ທີ 2/2/2016 ​​ອັນໄດ້​ເຮັດ​ໃຫ້​​ໄລຍະ​ເວລາ​ຂຶ້ນຈອມ​ພູ​ທີ່​ເປັນ “ຊາຍຄາ​ຂອງ​ເຂດ​ອິນ​ດູ​ຈີນ” ຫຼຸດ​ແຕ່​ 2 ວັນລົງ​ເຫຼືອ​ພຽງ 15 ນາ​ທີ​ເທົ່າ​ນັ້ນ. ນອກຈາກ​ນັ້ນ, ຍັງ​ໄດ້​ຈົດ​ຊື່​ເຂົ້າ​ສະຖິຕິ Giunness ​ໂລກ​ດ້ວຍ 2 ສະຖິຕິ​ໃໝ່, ນັ້ນ​ແມ່ນ ກະ​ເຊົ້າ​ລອຍ​ຟ້າ 3 ​ເສັ້ນ​ມີ​ລະດັບ​ຜິດ​ດ່ຽງ​ລະຫວ່າງສະຖານີ​ບ່ອນ​ເລີ່​ມ​ໄປ ​ແລະ ສະຖານີ​ບ່ອນສຸດ​ທ້າຍ​ສູງ​ສຸ​ດຢູ່​ໃນ​ໂລກ​ແມ່ນ: 1.410 ມ ​ແລະ ກະ​ເຊົ້າ​ລອຍ​ຟ້າທີ່​ປະກອບ​ດ້ວຍ 3 ​ເສັ້ນ​ຍາວ​ທ່ີ​ສຸດ​ໃນ​ໂລກ, ດ້ວຍ​ຄວາມ​ຍາວ: 6292.5 ມ. ກະ​ເຊົ້າ​ລອຍ​ຟ້າ ມີ​ຄວາມ​ສູງ 3.143 ມ ​ເມື່ອ​ທຽບ​ໃສ່​ໜ້າ​ນຳ້​ທະ​ເລ, ຈຸດ​ເລີ່​ມຕົ້ນ​ແມ່ນ​ຈາກ ຮ່ອມ​ພູ ​ເມື່ອ​ງຮວາ ​ແລະ ບ່ອນສຸດ​ທ້າຍ​ແມ່ນຈອມ​ພູ Fanxipan “ຊາຍຄາ​ຂອງ​ເຂດ​ອິນ​ດູ​ຈີນ” ຢູ່ ຫວຽດນາມ. ​ແຕ່​ລະ​ຕູ້​ໃນ​ລະບົບ​ກະ​ເຊົ້າ​ລອຍ​ຟ້າ Fanxipan ຢູ່​ຊາ​ປາ ສາມາດ​ບັນຈຸ​ແຂກ​ໄດ້​ແຕ່ 30 – 35 ຄົນ, ສາມາດ​ຂົນ​ສົ່ງ​ແຂກ​ໄດ້ 2.000/ ​ຊົ່ວ​ໂມງ. ລະບົບ​ກະ​ເຊົ້າ​ລອຍ​ຟ້າ ຫາ​ກໍ່​ໄດ້​ຮັບ​ການ​ເປີດ​ສະຫຼອງ ດັ່ງ​ນັ້ນ​ຍັງ​ມີ​ຫຼາຍ​ແຂກ​ຢູ່, ​ເພື່ອນ​ຄວນ​ເລືອກ​ເຟັ້ນ​ເວລາ​ເໝາະ​ສົມ​ເພື່ອ​ໄປ​ທ່ຽວ ຊາ​ປາ​ແດ່​ເດີ.

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາຍັງລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບມື້ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ລະ​ຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.

 


ຂ່າວ/ບົດ​ອື່ນ