ການສະເຫຼີມສະຫຼອງ 55 ປີແຫ່ງວັນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ


(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ 185 ສະ​ບັບຈາກ​ຜູ້​ຝັງຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ການກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະສັບ 9 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍ​ການ.

ການສະເຫຼີມສະຫຼອງ 55 ປີແຫ່ງວັນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ - ảnh 1

ການລ້າງທາດພິດສີສົ້ມຢູ່ສະໜາມບິນ ດ່ານັ້ງ

        ​ເພື່ອນ ບຸນ​ທອງ, ຢູ່​ແຂວງ ​ໄຊ​ສົມ​ບຸນ ​ໄດ້ສົ່ງ ອີ​ເມ​ວມາ​ຍັງ​ລາຍການ ດ້ວຍ​ເນື້ອ​ໃນ​ວ່າ: “ຜ່ານ​ພາບ​ສາລະ​ຄະດີ​ໃນ​ເວັບ​ໄຊ: vovworld.vn, ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ, ວັນ​ທີ 10/8 ​ແມ່ນ​ວັນ​ສະ​ເຫຼີ​ມສະຫຼອງ​ວິນາດສະກຳ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່ ຫວຽດນາມ. ຂ້າພະ​ເຈົ້າ​ກໍ່​ຮູ້​ວ່າ​ຢູ່​ຫວຽດນາມ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີ​ມສະຫຼອງ​ເຫດການ​ດັ່ງກ່າວ, ​ແຕ່​ຍ້ອນ​ຄາ​ວຽກ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ບໍ່​ສາມາດ​ຕິດຕາມ​ໝົດ​ໄດ້. ​ໂດຍ​ແມ່ນ​ຜູ້​ທີ່​ເຮັດ​ວຽກ​ງານ​ສັງຄົມ, ຂ້າພະ​ເຈົ້າ​ສົນ​ໃຈ​ທີ່​ສຸດ​ເຖິງ​ການ​ເຄື່ອນ​ໄຫວ​ນີ້. ຫວັງ​ວ່າ​ບັນ​ນາ​ທິກ​ານຂອງ​ລາຍການ​ແນະນຳ​ໂດຍ​ຫຍໍ້​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​​​ໃນເຫດການ​ນີ້“.

        ​ເພື່ອນ​ບຸນ​ທອງ​ທີ່​ຮັກ​ແພງ, ​ເພື່ອ​ສະ​ເຫຼີ​ມສະຫຼອງ 55 ປີ ​ແຫ່ງວັນວິນາດສະກຳ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ (10/8/1961-10/8/2016)​. ຢູ່ ຫວຽດນາມ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ​ໃນ​ນັ້ນ​ພົ້ນ​​ເດັ່ນ​ແມ່ນ: ງານວາງສະ​ແດງ “ທາດ​ພິດ​ສີ​ສົ້ມ - ມະ​ໂນ​ທຳ ​ແລະ ຄວາມ​ຍຸຕິ​ທຳ“, ​ເຊິ່ງຖືກ​ຈັດ​ຕັ້ງ​ຢູ່​ຫໍພິພິດ​ຕະພັນ​ການ​ທະຫານ ຫວຽດນາມ ​ໃນ​ວັນ​ທີ 3/8. ງານ​ວາງສະ​ແດງ​ໄດ້​ແນະນຳ​ຮູບ​ພາບ, ​ເອກະສານ, ວັດຖຸ​ພັນ 400 ຢ່າງ, ທີ່ສ່ອງ​ແສງ​ເຖິງ​ຄວາມອັນຕະລາຍ, ລະດັບ​ຄວາມ​ເສຍ​ຫາຍ​ຂອງ​ທາດ​ພິດ​ເຄມີ​​ໂດຍກອງທັບ​ ອາ​ເມ​ລິ​ກາ​ກໍ່​ຂຶ້ນ​ຢູ່ ຫວຽດນາມ; ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ພັກ, ລັດ​ ຫວຽດນາມ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ເຄມີ​ໂດຍ ອາ​ເມ​ລິ​ກາ​ກໍ່​ຂຶ້ນ… ຕອນ​ເຊົ້າ​ວັນ​ທີ 8/8, ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ (VAVA) ​ໄດ້​ເປີດ​ກອງ​ປະຊຸມ​ສຳ​ມະ​ນາ ວິທະຍາສາດ​ສາກົນ “ຕີ​ລາຄາ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກທາດ​ພິດ​ສີ​ສົມ​/ດີ​ໂອ​ຊິນ  ​ໂດຍ ອາ​ເມ​ລິ​ກາ​ນຳ​ໃຊ້​ໃນ​ປາງ​ສົງຄາມ​ຢູ່ ຫວຽດນາມ“. ວັນ​ທີ 10/8, ກໍ່​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ​ເຫດການ​ນີ້ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 6/8, ຢູ່​ຫໍ​ວັດທະນະທຳ​​ໃຈກາງ​ແຂວງ ນິງບິ່ງ, ​ໄດ້​ດຳ​ເນີນ​ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະດ້ວຍ​ຫົວ​ຂໍ້​ວ່າ “ຮ່ວມ​ແຮງ​ຮ່ວມ​ໃຈ​ບັນ​ເທົາ​ຄວາມ​ເຈັບ​ປ່ວຍ​ຈາກ​ທາດ​ພິດ​ສີ​ສົ້ມ“. ​ແລະ​ກໍ່​ໃນ​ວັນ​ທີ 6/8, ຢູ່​ສວນສາທາລະນະ​ວັດທະນະທຳ ​ເດິ່ມ​ແຊນ, ສະພາກາ​ແດງ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ລາຍການ ​ຍ່າງ​ເພື່ອຕອບ​ສະໜອງ​​ເດືອນ​ກະທຳ “​ເພື່ອ​ຜູ້​ປະສົບ​ເຄາ​ະຮ້າຍ​ຈາກທາດ​ພິດ​ສີ​ສົ້ມ ​ແລະ ຄົນ​ພິການ​ທີ່​ທຸກ​ຍາກ“ ປີ 2016, ​​ເຊິ່ງໄດ້​ດຶງ​ດູດ 5.000 ກວ່າ​ຄົນ​ເຂົ້າ​ຮ່ວມ. ວັນ​ທີ 7/8 ຢູ່​ສະໜາມ​ກິລາ​ແຫ່ງ​ຊາດ ມິ້ດິ່ງ (ຮ່າ​ໂນ້ຍ) ​ໄດ້​ດຳ​ເນີນ​ລາຍການ​ຖີບ​ລົດ “​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ“ ຄັ້ງ​ທີ 2. ລາຍການ​ນີ້​ໄດ້​ດຶງ​ດູດ​ນັກ​ອາ​ສະໝັກ​ເກືອບ 1.000 ຄົນ ​ແລະ ລົດຖີບ 500 ຄັນ​ເຂົ້າ​ຮ່ວມ. ນອກ​ນັ້ນ. ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍຈາກ ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ບັນດາ​ແຂວງ,​ ນະຄອນ​ໃນ​ທົ່ວ​ປະ​ເທດ​ກໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ. ​ເນື່ອງ​ໃນ​ເຫດການ​ນີ້, ບັນ​ດາລາ​ຍການ​​ໃນ​ລະບົບ​ກະຈຍສຽງ​ເປັນ​ພາສາ​ຕ່າງປະ​ເທດ​ແຫ່ງ​ຊາດ, ຂອງ​ວິທະຍຸ​ກະຈາຍສຽງ ຫວຽດນາມ ກໍ່​ຈັດ​ລາຍການກະຈາຍສຽງ​ພິ​ເສດ​ເພື່ອ​ສະ​ເຫຼີ​ມສະຫຼອງ 55 ປີ ​ແຫ່ງວັນວິນາດສະກຳ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ ​ໃນ​ວັນ​ທີ 10/8. ​ຖ້າເພື່ອນ​ບຸນ​ທອງ ​ແລະ ບັນດາ​ທ່ານ​ຜູ້​ຟັງມີ​ຄວາມສົນ​ໃຈ​ເຖິງ​ເຫດການ​ນີ້ສາມາດ​ອ່ານ​ຫຼື​ຟັງ​ຄືນຂ່າວ​ບົດ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ຂ້າພະ​ເຈົ້າ​ກໍ່​ໄດ້.
 
+++

​          ໃນອີ​​ເມວ​ຝາກ​ມາລາຍການ, ​ເພື່ອນ ມອນ​ແສງ, ​ແຂວງ ວຽງ​ຈັນ ​ໄດ້​ສົນ​ໃຈ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະຫະສະມາຄົມ​ປະຊາ​ຊາດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ທີ່​ຈັດ​ຕັ້ງ​ຢູ່ ຫວຽດນາມ, ​ເພື່ອນ​ໄດ້​ຂຽນ​ວ່າ: “ວັນ​ອາທິດ​ຜ່ານ​ມາ (6/8),  ຢູ່​ນະຄອນຫຼວງ ວຽງ​ຈັນ ​ໄດ້​ຈັດ​ຕັ້ງ​ການ​ຍ່າ​ງ​ເພື່ອ​ສຸ​ຂະ​ພາບ ​ເພື່ອ​ສະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ (8/8/1967 8/8/2016) ​ແລະ 19 ປີ​ແຫ່ງ​ວັນ​ລາວ ​ເຂົ້າ​​ເປັນ​ສະມາຊິກອາ​ຊຽນ (23/7/1997 23/7/2016). ຂ້າພະ​ເຈົ້າຢາກ​ຮູ້​ວ່າ ຢູ່ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກາ​ນ​ເຄື່ອນ​ໄຫວ​​ໃດ​ແດ່​ເນື່ອງ​ໃນ​ໂອກາດນີ້.”

        ​ເພື່ອນ ມອນ​ແສງ ທ່ີ​ຮັກ​​ແພງ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 49 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ (8/8/1967 – 8/8/2016) ​ແລະ 21 ປີ​ແຫ່ງ​ວັນ ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ ອາ​ຊຽນ (28/7/1995 – 28/7/2016), ວັນ​ທີ 8/8 ຜ່ານ​ມາ, ກະຊວງ​ກາ​ນຕ່າງປະ​ເທດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຊັກ​ທຸງ ອາ​ຊຽນ 2016. ​ເຂົ້າ​ຮ່ວມ​ພິທີ​ຊັກ​ທຸງ ອາ​ຊຽນ ມີ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ນະຄອນ ຮ່າ​ໂນ້ຍ ​ແລະ ຫົວໜ້າ​ຄະນະທູຕານຸທູດ, ບັນດາ​ເອກ​ອັກຄະ​ລັດຖະທູດ, ອຸປະ​ທູດ, ຜູ້ຕາງໜ້າ​ສະຖານທູດ ບັນດາ​ປະ​ເທດ ​ອາ​ຊຽນ ປະຈຳ ຫວຽດນາມ​ຢູ່ຮ່າ​ໂນ້ຍ. ພິທີ​ຊັກ​ທຸງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ ອາ​ຊຽນ ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວປະຈຳ​ປີ ​ທີ່​ເປັນ​ໜ້າ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ທຸກໆ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ຄະນະ​ເລຂາ​ ອາ​ຊຽນ. ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 3/8, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ສົມທົບ​ກັບ​ສະຫະພັນ​ແມ່ຍິງ ຫວຽດນາມ ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ ​ແລະ ​ໄຂ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ: “ອາ​ຊຽນ - ສີສັນ​ວັດທະນະທຳ”. ຕອນ​ເຊົ້າ​ວັນ​ທີ 5/8, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ໄດ້​ສົມທົບ​ກັບ​ບັນດາ​ອົງການ, ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​​ໄຂ​ງານ​ວາງສະ​ແດງ​ກ່ຽວ​ກັບ​ປະຊາ​ຄົມ ອາ​ຊຽນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ສັບປະດາ ອາ​ຊຽນ ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ຄົບ​ຮອບ​ໜຶ່ງ​ປີ​ ​ແລະ ມ​ຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ (2017). ນອກຈາກ​ຂ່າວ​ຕ່າງໆ, ພວກ​ຂ້າພະ​ເຈົ້າ​ຍັງ​ມີ​ຫຼາຍ​ບົດ​ຂຽນ​ກ່ຽວ​ກັບ ອາ​ຊຽນ, ​ເຊີນ​ທ່ານ​ຜູ້​ຟັງ, ຜູ້​ອ່ານ ​ອ່ານ​ຄືນ​ໃນ​ແວ​ບ​ໄຊ vovworld.vn.

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ ​ມື​້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ​ສາ​ມາດເຂົ້າ​ເວັບ​ໄຊ vovworld.vn ຫຼື vov5.vn ເພື່ອ​ແລກ​ປ່ຽນ, ປະກອບ​​ຄຳ​ເຫັນ ​ໃຫ້​ບັນ​ດາ​​ລາຍ​ການ​ທີ່​ໄດ້​ລົງ​ໃນ​​ເວັບ​ໄຊດັ່ງ​ກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ