ການເຄື່ອນໄຫວພົບປະແລກປ່ຽນລະຫວ່າງ ຫວຽດນາມ ແລະ ລາວໃນ​ອາ​ທິດ​ຜ່ານ​ມາ

(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ, ອີເມວ 350 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການໂອ້ລົມກັບເພື່ອນລາວ ໄດ້ຮັບຈົດໝາຍຈາກທ່ານຜູ້ຟັງ ລາວ 25 ສະບັບ. 

  ເຖິງວ່າງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31) ໄດ້ອັດລົງເກືອບ 2 ອາທິດແລ້ວກໍຕາມ, ແຕ່ພວກຂ້າພະເຈົ້າຍັງໄດ້ຮັບຈົດໝາຍສະແດງຄວາມຊົມເຊີຍ ແລະ ອວຍພອນຈາກທ່ານຜູ້ຟັງເປັນຈຳນວນຫຼາຍ. ໃນສື່ສັງຄົມອອນລາຍຕ່າງໆ, ພິເສດແມ່ນ page ລາວສູ້ໆ ຂອງ ລາວ ຍັງມີຮູບພາບທຸງດາວເຫຼືອງ, ການສະຫຼອງໄຊຊະນະຂອງທິມບານເຕະ U23  ຫວຽດນາມ. ເມື່ອສົ່ງຈົດໝາຍມາຫາລາຍການ, ທ່ານຜູ້ຟັງລາວ ໄຊຊະນະ, ໄລພອນ, ສຸພັດຕາ ລ້ວນແຕ່ສະແດງຄວາມຍິນດີຕໍ່ໄຊຊະນະຂອງປະເທດ ຄອງແຊັມ ຫວຽດນາມ. ທ່ານຜູ້ຟັງ ເປັນຕົ້ນແມ່ນໄຊຊະນະ ໄດ້ຂຽນມາວ່າ: “ທິມບານເຕະ ຫວຽດນາມ ທັງຍິງ ແລະ ຊາຍ ສຸດຍອດຫຼາຍ! ຂໍສະແດງຄວາມຍິນດີນຳ ຫວຽດນາມ!”

ການເຄື່ອນໄຫວພົບປະແລກປ່ຽນລະຫວ່າງ ຫວຽດນາມ ແລະ ລາວໃນ​ອາ​ທິດ​ຜ່ານ​ມາ - ảnh 1

  ຄູຝຶກ ແລະ ນັກກິລາ U23 ຫວຽດນາມ ໄດ້ແຊມ ອາຊີຕາເວັນອອກສ່ຽງໃຕ້ 31 (ພາບ:vietnamnet)

 ສ່ວນທ່ານຜູ້ຟັງ Heng Sunhak ຢູ່ ກຳປູເຈຍ, ແບ່ງປັນວ່າ: “ການຈັດງານມະຫາກຳກິລາ ຊີເກມໃນໄລຍະທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ຄືແນວນີ້ ແມ່ນຍາກຫຼາຍ, ຍິ່ງໄປກວ່ານັ້ນແມ່ນ ຍັງມີຫຼາຍບັນຫາຕັດຂັດອື່ນໆອີກດ້ວຍ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ.”

ຍ້ອນເວລາຂອງລາຍການຈຳກັດ, ສະນັ້ນ, ພວກຂ້າພະເຈົ້າຂໍຄັດສະເໜີຄຳອວຍພອນຈຳນວນໜຶ່ງ ທີ່ໄດ້ສົ່ງມາຫາ VOV5 ໃນອາທິດຜ່ານມາ. ພວກຂ້າພະເຈົ້າຂໍຮັບເອົາ ແລະ ຂໍສະແດງຄວາມຂອບໃຈຕໍ່ນ້ຳໃຈທີ່ມີຄ່າຂອງທ່ານຜູ້ຟັງທຸກໆທ່ານ ແລະ ຂໍອວຍພອນໃຫ້ທ່ານຜູ້ຟັງໝົດທຸກຄົນຈົ່ງມີສຸຂະພາບເຂັ້ມແຂງ ແລະ ຜາສຸກ.     

  ທ່ານຜູ້ຟັງ ບົວລະພາ ຢູ່ແຂວງ ຈຳປາສັກ ໄດ້ສົ່ງຈົດໝາຍຝາກເຖິງລາຍການ ດ້ວຍຄຳຖາມດັ່ງນີ້: “ດັ່ງທີ່ຂ້າພະເຈົ້າໄດ້ຮູ້ມາວ່າ, ຫວ່າງມໍ່ໆມານີ້, ຄະນະຜູ້ແທນນະຄອນ ໂຮ່ຈີມິນ ໄດ້ມາຢ້ຽມຢາມແຂວງ ຈຳປາສັກ ຂອງພວກຂ້າພະເຈົ້າ. ນອກຈາກການເຄື່ອນໄຫວນີ້ແລ້ວ, ໃນອາທິດຜ່ານມາ ຫວຽດນາມ ແລະ ລາວ ຍັງໄດ້ດຳເນີນການເຄື່ອນໄຫວພົວພັນແລກປ່ຽນຫຍັງແດ່?”

     ທ່ານບົວລະພາທີ່ຮັກແພງ, ດັ່ງທີ່ຫຼາຍທ່ານຮັບຮູ້ມາວ່າ, ປີ 2022 ນີ້ ແມ່ນປີສາມັກຄີມິດຕະພາບ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ແລະ ສະເຫຼີມສະຫຼອງສອງເຫດການປະຫວັດສາດທີ່ສຳຄັນຂອງສອງປະເທດນີ້, ນັ້ນຄື: ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (ວັນທີ 5/9/1962 – 5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/7/1977 – 18/7/2022). ເພາະສະນັ້ນ, ສອງປະເທດພວກເຮົາບໍ່ພຽງແຕ່ຍັງຮັກສາການຈັດກິດຈະກຳປະຈຳປີເທົ່ານັ້ນ ຫາກຍັງເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນ ແລະ ຈັດການເຄື່ອນໄຫວຫຼາຍຢ່າງອື່ນໆທີ່ມີຄວາມໝາຍອີກດ້ວຍ. ສຳລັບຄຳຖາມຂອງເພື່ອນ ບົວລະພາ, ພວກຂ້າພະເຈົ້າຂໍສະຫຼຸບໂດຍຫຍໍ້ກ່ຽວກັບການເຄື່ອນໄຫວພົບປະແລກປ່ຽນຈຳນວນໜຶ່ງລະຫວ່າງ ຫວຽດນາມ ແລະ ລາວ ທີ່ດຳເນີນໃນອາທິດຜ່ານມາ ຄືດັ່ງນີ້:

     ແຕ່ວັນທີ 25 – 29 ພຶດສະພາ, ຄະນະຜູ້ແທນຂັ້ນສູງນະຄອນ ໂຮ່ຈີມິນ ໂດຍທ່ານ ຫງວຽນວັນເນັນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ. ໃນນັ້ນມີການເຄື່ອນໄຫວພົ້ນເດັ່ນຄື ການໂອ້ລົມສົນທະນາກັບຄະນະຜູ້ແທນນະຄອນຫຼວງ ວຽງຈັນ ໂດຍທ່ານ ອະນຸພາບ ຕຸນາລົມ ເລຂາສູນກາງພັກ, ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງ ວຽງຈັນ ເປັນຫົວໜ້າຄະນະ. ນອກຈາກການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ຈຳປາສັກ ແລ້ວ, ຄະນະຜູ້ແທນ ນະຄອນ ໂຮ່ຈີມິນ ຍັງມີການພົບປະ, ໂອ້ລົມກັບອະດີດນັກສຶກສາ ລາວທີ່ເຄີຍຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ເພື່ອຮັບຟັງຄວາມມຸ່ງມາດປາດຖະໜາ, ຄຳແບ່ງປັນ, ຂໍ້ສະເໜີແນະຂອງເຂົາເຈົ້າ. ນະຄອນໂຮ່ຈີມິນ ກໍຈະສືບຕໍ່ສະໜອງທຶນການສຶກສາລະດັບປະລິນຍາໂທ, ປະລິນຍາຕີ ແລະ ບຳລຸງສ້າງວິຊາຊີບໃຫ້ແກ່ນັກຮຽນ, ນັກສຶກສານະຄອນຫຼວງວຽງຈັນ ແລະ ສືບຕໍ່ຜັນຂະຫຍາຍແຜນຮ່າງ “ຄອບຄົວ ຫວຽດ ກັບນັກສຶກສາ ລາວ”.

     ຕອນບ່າຍວັນທີ 25 ພຶດສະພາ, ຢູ່ນະຄອນ ຫຼວງພະບາງຂອງ ລາວ, ສະຖານກົງສູນ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ສົມທົບກັບສະມາຄົມມິດຕະພາບ ລາວ - ຫວຽດນາມ ແຂວງ ຫຼວງພະບາງ ຈັດການເຄື່ອນໄຫວແຂ່ງຂັນກິລາມິດຕະພາບພົບປະແລກປ່ຽນວັດທະນະທຳອາຫານການກິນ, ເປີດສາກໃຫ້ແກ່ການເຄື່ອນໄຫວຕ່າງໆຢູ່ແຂວງ ຫຼວງພະບາງ ໃນປີສະເຫຼີມສະຫຼອງຫຼາຍເຫດການສຳຄັນພິເສດນີ້.

     ສ່ວນ ຢູ່ໂຮງງານມິດຕະພາບ ລາວ - ຫວຽດນາມ ກໍໄດ້ຈັດການຕອບຄຳຖາມຂອງການເສັງຊອກຮູ້ກ່ຽວກັບສາຍພົວພັນຮ່ວມມືມິດຕະພາບທີ່ດີງາມລະຫວ່າງສອງປະເທດ ແລະ ສອງກົມກອງ, ພ້ອມທັງປຸກລະດົມຂະບວນການອະນາໄມຄ້າຍທະຫານ ເພື່ອແນໃສ່ກະກຽມຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ.

  ກ່ອນທີ່ຈະສິ້ນສຸດລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ເກສອນ ເມື່ອຢາກຮູ້ກ່ຽວກັບຈຳນວນທຶນການສຶກສາ ເຊິ່ງ ຫວຽດນາມ ສະໜອງໃຫ້ແກ່ ລາວ ໃນສົກຮຽນ 2021 – 2022 ແມ່ນຈັກທຶນ?

     ເພື່ອນເກສອນທີ່ຮັກແພງ! ການຮ່ວມມືທາງດ້ານການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໄດ້ຮັບບຸລິມະສິດໃຫ້ຊຸກຍູ້ຢ່າງແຮງຈາກທັງສອງປະເທດ. ປີ 2021 – 2022, ຫວຽດນາມ ໄດ້ສະໜອງທຶນການສຶກສາຈຳນວນກວ່າ 1.200 ທຶນ ໃຫ້ແກ່ພະນັກງານ, ນັກຮຽນ, ນັກສຶກສາຂອງ ລາວ ມາຮ່ຳຮຽນຢູ່ ຫວຽດນາມ ນັບທັງໄລຍະສັ້ນ ແລະ ໄລຍະຍາວ. ສອງປະເທດກໍພວມມານະພະຍາຍາມຜັນຂະຫຍາຍແຜນຮ່າງກ່ຽວກັບການຮ່ວມມືດ້ານການສຶກສາ ລະຫວ່າງ ຫວຽດນາມ - ລາວ ໃນໄລຍະ 2021 – 2030 ແລະ ແຜນຮ່າງ ນຳເນື້ອໃນບັນດາຜະລິດຕະພັນຂອງກິດຈະກຳປະຫວັດສາດແຫ່ງການພົວພັນແບບພິເສດລະຫວ່າງສອງປະເທດເຂົ້າໃນຫຼັກສູດການຮຽນ-ການສອນຢູ່ໂຮງຮຽນແຫ່ງຕ່າງໆ.

   ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ:ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີແມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ