ການ​ເຄື່ອນ​ໄຫວ​ສ​ະ​ເຫຼີມ​ສະຫຼອງວັນ​ກະ​ຈາຍ​ສຽງ​ໂລກ

(VOVWORLD) -   ອົງການ UNESCO ປາດຖະໜາວ່າ, ບັນດາສະຖານີກະຈາຍສຽງ, ບັນດາອົງການຄຸ້ມຄອງ ແລະ ບັນດາອົງການຈັດຕັ້ງກ່ຽວຂ້ອງເຖິງຂົງເຂດກະຈາຍສຽງໄດ້ຈັດຕັ້ງວັນບຸນນີ້ດ້ວຍການຈັດຕັ້ງບັນດາການປຶກສາຫາລືດ້ວຍຮູບການໃຫ້ຂ່າວ

ໃນອາທິດ, ລະບົບກະຈາຍສຽງພາສາຕ່າງປະເທດແຫ່ງຊາດ ໄດ້ຮັບຈົດໝາຍ, ອີເມວ 254 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 40 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 10 ສະບັບຈາກທ່ານຜູ້ຟັງ ລາວ ແລະ ຫວຽດນາມ ຝາກມາລາຍການ, ໃນນັ້ນ, ທ່ານຜູ້ຟັງໄດ້ສົນໃຈເຖິງການເຄື່ອນໄຫວຕອບສະໜອງວັນກະຈາຍສຽງໂລກຂອງວິທະຍຸກະຈາຍສຽງ ຫວຽດນາມ ແລະ ການເຄື່ອນໄຫວ ບໍລິຈາກເລືອດດ້ວຍຄວາມສະໝັກໃຈຢູ່ ຫວຽດນາມ.ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ຶ້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.

ການ​ເຄື່ອນ​ໄຫວ​ສ​ະ​ເຫຼີມ​ສະຫຼອງວັນ​ກະ​ຈາຍ​ສຽງ​ໂລກ - ảnh 1 ພາບປະກອບ

ເພື່ອນແສງອາລຸນ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຍັງເຖິງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າມັກຟັງວິທະຍຸຫຼາຍ ແລະ ກໍ່ຮູ້ວ່າ, ວັນທີ 13 ກຸມພາ ແມ່ນວັນກະຈາຍສຽງໂລກ. ຂ້າພະເຈົ້າຢາກຮູ້ວ່າ ວິທະຍຸກະຈາຍສຽງ ຫວຽດນາມ ມີການເຄື່ອນໄຫວຫຍັງແດ່ເພື່ອຕອບສະໜອງວັນສຳຄັນນີ້?”

ເພື່ອນ ແສງອາລຸນ ທີ່ຮັກແພງ, ປີ 2018 ແມ່ນປີທີ 7 ທີ່ອົງການ UNESCO ຍົກອອກຂໍ້ລິເລີ່ມສະເຫຼີມສະຫຼອງ ວັນກະຈາຍສຽງໂລກ (ວັນທີ 13 ກຸມພາ). ຫົວຂໍ້ຂອງວັນກະຈາຍສຽງໂລກປີນີ້ແມ່ນ “ກະຈາຍສຽງ ແລະ ກິລາ”. ອົງການ UNESCO ປາດຖະໜາວ່າ, ບັນດາສະຖານີກະຈາຍສຽງ, ບັນດາອົງການຄຸ້ມຄອງ ແລະ ບັນດາອົງການຈັດຕັ້ງກ່ຽວຂ້ອງເຖິງຂົງເຂດກະຈາຍສຽງໄດ້ຈັດຕັ້ງວັນບຸນນີ້ດ້ວຍການຈັດຕັ້ງບັນດາການປຶກສາຫາລືດ້ວຍຮູບການໃຫ້ຂ່າວ, ການລະຫຼິ້ນບັນເທິງ ແລະ ການພົບປະແລກປ່ຽນກັບຜູ້ຟັງ, ຜູ້ອ່ານ. ຄວາມໝາຍຂອງສານ “ກະຈາຍສຽງ ແລະ ກິລາ” ນັ້ນແມ່ນປີ 2018 ໄດ້ຈັດຕັ້ງຫຼາຍເຫດການກິລາສຳຄັນ. ເພື່ອຕອບສະຫຼອງວັນກະຈາຍສຽງໂລກປີນີ້, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອມຸ່ງໄປເຖິງຫົວຂໍ້ “ກະຈາຍສຽງ ແລະ ກິລາ”, ໃນນັ້ນຈຸດພົ້ນເດັ່ນຂອງການໂອ້ລົມສົນທະນາແມ່ນກ່ຽວກັບການ “ກະຈາຍສຽງ ແລະ ກິລາ” ດ້ວຍການເຂົ້າຮ່ວມຂອງບັນດານັກຂ່າວ, ນັກວິພາກກິລາ ໃນວັນທີ 2 ກຸມພາ 2018 ຢູ່ສຳນັກງານເລກທີ່ 58 ຖະໜົນກ໋ວານຊື໋, ຮ່າໂນ້ຍ. ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ, ທ່ານຜູ້ຟັງຈະມີໂອກາດໄດ້ເຂົ້າຮ່ວມລາຍການ “ທົດລອງເປັນໂຄສົກທີ່ຫ້ອງອັດສຽງ” ຢູ່ສຳນັກງານຂອງ VOV.

ການ​ເຄື່ອນ​ໄຫວ​ສ​ະ​ເຫຼີມ​ສະຫຼອງວັນ​ກະ​ຈາຍ​ສຽງ​ໂລກ - ảnh 2ພາບປະກອບ 

        ສ່ວນເພື່ອນ ຈັນດອນ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີເມວມາຍັງເຖິງລາຍການຢາກຊອກຮູ້ກ່ຽວກັບວັນບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈຂອງ ຫວຽດນາມ ດ້ວຍເນື້ອໃນ: “ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບຂະບວນການບໍລິຈາກເລືອດ ກູ້ເອົາຊີວິດ “ຂະບວນການແດງ”, ຍ້ອນໃນໄລຍະຜ່ານມາ, ມີການເຄື່ອນໄຫວຫຼາຍຢ່າງກ່ຽວຂ້ອງເຖິງການເຄື່ອນໄຫວບໍລິຈາກເລືອດດ້ວຍຄວາມສະໝັກໃຈຢູ່ບັນດາແຂວງ, ນະຄອນໃຫຍ່ຂອງ ຫວຽດນາມ? ລະອຽດແມ່ນໃນຂະບວນນີ້ມີຜູ້ມາບໍລິຈາກເລືອກຈັກຄົນ?”

          ເພື່ອນ ຈັນດອນ ທີ່ຮັກແພງ, ຂະບວນການແດງ ແມ່ນລາຍການຂົນຂວາຍບໍລິຈາກເລືອດທົ່ວ ຫວຽດນາມ ໄດ້ຮັບການຕົກລົງເຫັນດີຈາກຄະນະຊີ້ນຳແຫ່ງຊາດຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ກະຊວງສາທາລະນະສຸກ, ສະພາກາແດງ ຫວຽດນາມ, ການອຸປະຖຳຂອງບັນດາກະຊວງ/ ຂະແໜງການສູນກາງ ແລະ ການສົມທົບຂອງຄະນະຊີ້ນຳບໍລິຈາກເລືອດດ້ວຍຄວາມສະໝັກໃຈ 46 ແຂວງ, ນະຄອນ ຈາກປີ 2013 ມາຮອດປະຈຸບັນ. ນີ້ແມ່ນການເຄື່ອນໄຫວແທດຈິງ ເພື່ອຕອບສະໜອງບັ້ນຮົບ “ຢອດເລືອດແດງ” ເພື່ອແນໃສ່ແກ້ໄຂສະພາບການຂາດແຄນເລືອດໃນທົ່ວປະເທດ. ດ້ວຍສານເຊື່ອມຕໍ່ສາຍເລືອດ ຫວຽດນາມ, ຂະບວນການແດງ ໄດ້ຈັດຕັ້ງ ແລະ ເຊື່ອມຕໍ່ກັບຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈຂອງບັນດາແຂວງ/ນະຄອນຜ່ານວັນບຸນບໍລິຈາກເລືອດຄັ້ງໃຫຍ່, ບັນດາການເຄື່ອນໄຫວໂຄສະນາ, ເຫດການຕ່າງໆ. ຄະນະຜູ້ແທນຂະບວນການແດງທົ່ວປະເທດ ຫວຽດນາມ ໄດ້ແບ່ງເປັນ 2 ສາຂາ: ຄະນະພາກໃຕ້ ໄດ້ໄປ ແລະ ຈັດຕັ້ງບັນດາການເຄື່ອນໄຫວຢູ່ 28 ແຂວງ, ນະຄອນ; ຄະນະພາກເໜືອໄດ້ໄປ ແລະ ຈັດຕັ້ງການເຄື່ອນໄຫວຢູ່ 17 ແຂວງ, ນະຄອນ, ທັງ 2 ຄະນະໄດ້ເຕົ້າໂຮມຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ຈັດຕັ້ງບັນດາການເຄື່ອນໄຫວສະຫລຸບຂະບວນການໃນແຕ່ລະປີ. ຜ່ານການຈັດຕັ້ງມາເປັນເວລາ 5 ປີຢ່າງລຽນຕິດ, ຂະບວນການແດງສ້າງໝາກຜົນຕັ້ງໜ້າ, ລື່ນກາຍຄາດໝາຍວາງອອກ. ສະເພາະໃນປີ 2017, ຂະບວນການແດງໄດ້ຮັບເລືອດບໍລິຈາກ 38.200 ຖົງ, ບັນລຸລະດັບສະຖິຕິ ໃນເວລາ 5 ປີທີ່ຈັດຕັ້ງເຫດການ. ຫວັງວ່າ, ບັນດາຂໍ້ມູນທີ່ກ່າວມາຂ້າງເທິງຈະເຮັດໃຫ້ເພື່ອນ ຈັນດອນ ເພິ່ງພໍໃຈ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ