ການ​ເຄ​ື່ອນ​ໄຫວ​ໜູນ​ຊ່ວຍ​ການ​ປ້ອງ​ກັ​ນ, ຕ້ານ​ໂລ​ກ​ລ​ະ​ບາດ​ໂຄວິດ - 19 ລະ​ຫ່​ວາງ ລາວ ແລະ ຫວຽດ​ນາມໃນ​ອາ​ທິດ​ຜ່ານ​ມາ

(VOVWORLD) -ເພື່ອແນໃສ່ໜູນຊ່ວຍກຳລັງທີ່ມີໜ້າທີ່ຮັບຜິດຊອບຊອງລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19ຢ່າງທັນການ, ປ້ອມປ້ອງກັນຊາຍແດນ ແຕນຕັ່ນ ແລະ ປ້ອມປ້ອງກັນຊາຍແດນ ປູ່ຍີ ໄດ້ຈັດຕັ້ງພິທີມອບ-ຮັບວັດສະດຸກໍ່ສ້າງ, ອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ການ​ເຄ​ື່ອນ​ໄຫວ​ໜູນ​ຊ່ວຍ​ການ​ປ້ອງ​ກັ​ນ, ຕ້ານ​ໂລ​ກ​ລ​ະ​ບາດ​ໂຄວິດ - 19 ລະ​ຫ່​ວາງ ລາວ ແລະ ຫວຽດ​ນາມໃນ​ອາ​ທິດ​ຜ່ານ​ມາ - ảnh 1ປ້ອມປ້ອງກັນຊາຍແດນ ແຕນຕັ່ນ ມອບ ຊີມັງ 5 ໂຕນໃຫ້ກອງຮ້ອຍປ້ອງກັນຊາຍແດນ 214
(ພາບ: bienphong.com.vn)

ໃນອາທິດຜ່ານມາ, ພະແນກກະຈາຍສຽງພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບ ອີແມວ, ຈົດໝາຍ 333 ສະບັບແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງຢູ່ຫລາຍປະເທດໃນໂລກ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ ອີແມວ, ຈົດໝາຍ 10 ສະບັບ ແລະ ໂທລະສັບຈາກທ່ານຜູ້ຟັງລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ເພື່ອນຄຳນ້ອຍ, ພວມດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໄດ້ສົ່ງຂໍ້ຄວາມຜ່ານທາງເຟດບຸກມາຫາລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າຢາກຮູ້ກ່ຽວກັບການເຄື່ອນໄຫວໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ລະຫ່ວາງ ລາວ ແລະ ຫວຽດນາມໃນອາທິດຜ່ານມາ. ຫວັງວ່າອ້າຍເອື້ອຍນ້ອງບັນນາທິການພາກພາສາລາວຈະສະໜອງຂໍ້ມູນກ່ຽວກັບການເຄື່ອນໄຫວນີ້ໃຫ້ແກ່ຂ້າພະເຈົ້າ ຂໍຂອບໃຈ.

ເພື່ອນຄຳນ້ອຍທີ່ຮັກແພງ! ເພື່ອແນໃສ່ໜູນຊ່ວຍກຳລັງທີ່ມີໜ້າທີ່ຮັບຜິດຊອບຊອງລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ, ປ້ອມປ້ອງກັນຊາຍແດນ ແຕນຕັ່ນ ແລະ ປ້ອມປ້ອງກັນຊາຍແດນ ປູ່ຍີ ໄດ້ຈັດຕັ້ງພິທີມອບ-ຮັບວັດສະດຸກໍ່ສ້າງ, ອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ວັນທີ 12 ສິງຫາ, ປ້ອມປ້ອງກັນຊາຍແດນດ່ານຊາຍແດນ ແຕນຕັ່ນ ໄດ້ມອບ ວັດຖຸຈຳນວນໜຶ່ງລວມມີ: ຊີມັງ 5 ໂຕນ, ຜ້າອັດປາກ-ດັງ 500 ອັນ, ນ້ຳຢາລ້າງມືຂ້າເຊື້ອ 200 ຕຸກ ແລະ ວັດຖຸອຸປະກອນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຈຳນວນໜຶ່ງໃຫ້ກອງຮ້ອຍປ້ອງກັນຊາຍແດນ 214, ກອງບັນຊາການທະຫານແຂວງ ຫົວພັນ.

ກ່ອນໜ້ານັ້ນ, ໃນວັນທີ 11 ສິງຫາ, ປ້ອມປ້ອງກັນຊາຍແດນ ປູ່ຍີ ກໍ່ໄດ້ສົມທົບກັບຄະນະພັກ, ຄະນະກຳມະການປະຊາຊົນຕາແສງ ຍີເຊີນ, ເມື່ອງລາດ, ແຂວງແທັງຮວາ ໄດ້ມອບວັດສະດຸກໍ່ສ້າງ ແລະ ອຸປະກອນການແພດຈຳນວນໜຶ່ງໃຫ້ໜ່ວຍປະຕິບັດການກໍ່ສ້າງຮາກຖານບ້ານ ຄຳນາງ, ເມືອງວຽງໄຊ, ແຂວງຫົວພັນ, ລາວເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ໃນໂອກາດນີ້, ບັນດາກົມກອງສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕ,ຮັກສາຄວາມສະຫງົບຢູ່ເຂດຊາຍແດນ ຂອງແຕ່ລະຝ່າຍ. ພ້ອມທັງ, ເຫັນດີເປັນເອກະພາບຕໍ່ມາດຕະການສົມທົບກັນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ບໍ່ປະໃຫ້ໂລກລະບາດແຜ່ລາມຜ່ານຊາຍແດນ.

ເພື່ອນຄຳນ້ອຍທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງແມ່ນແມ່ນຂໍ້ມູນພື້ນຖານກ່ຽວກັບຄຳຖາມຂອງເພື່ອນຫວັງວ່າເພື່ອນຈະມີຄວາມພໍໃຈ. 

ເພື່ອນ ຕາດຳ ຢູ່ແຂວງ ຫລວງນ້ຳທ່າ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: “ໃນລະດູໃບໄມ້ຫຼົ່ນປະຫວັດສາດ, ກ່ອນນີ້ 76 ປີ, ຫວຽດນາມ ໄດ້ທັບມ້າງແອກປົກຄອງຂອງລ່າເມືອງຂຶ້ນ ຝະລັ່ງ ທີ່ແກ່ຍາວມາເປັນເວລາເກືອບໜຶ່ງສັດຕະວັດຢູ່ ຫວຽດນາມ, ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ. ໂດຍຜ່ານທາງລາຍການ, ຂ້າພະເຈົ້າຢາກຊອກຮູ້ຕື່ມອີກ ກ່ຽວກັບຄວາມໝາຍປະຫວັດສາດຂອງການປະຕິວັດເດືອນ ສິງຫາປີ 1945. ”

 ເພື່ອນ ຕາດຳ ທີ່ຮັກແພງ! ດ້ວຍໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945, ປະຊາຊົນ ຫວຽດນາມ ໄດ້ທັບມ້າງແອກປົກຄອງຂອງລ່າເມືອງຂຶ້ນ ຝະລັ່ງທີ່ແກ່ຍາວມາເປັນເວລາເກືອບໜຶ່ງສັດຕະວັດຢູ່ ຫວຽດນາມ, ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ພັກກອມມູນິດ ຫວຽດນາມ ຈາກພັກໜຶ່ງທີ່ມີການເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ໄດ້ກາຍເປັນພັກນຳພາອຳນາດການປົກຄອງໃນທົ່ວປະເທດ ແລະ ເຄື່ອນໄຫວຢ່າງເປີດເຜີຍ. ການປະຕິວັດເດືອນສິງຫາ ປີ 1945 ປະສົບຜົນສຳເລັດ ໄດ້ເປີດຊ່ອງທາງ ນຳພາຊາດ ຫວຽດນາມ ກ້າວເຂົ້າສູ່ສັກກະລາດໃໝ່, ສັກກະລາດແຫ່ງເອກະລາດ, ເສລີພາບ ແລະ ສັງຄົມນິຍົມ. ດ້ວຍຄວາມໝາຍນັ້ນ, ການປະຕິວັດເດືອນສິງຫາ ສຳເລັດຜົນຢ່າງຈົບງາມ ລັດໃນຮູບແບບໃໝ່ໄດ້ກຳເນີດຂຶ້ນ ເປີດສາກໃຫ້ແກ່ໄຊຊະນະຄັ້ງຕໍ່ໄປຂອງການປະຕິວັດ ຫວຽດນາມ. ເປັນຄັ້ງທຳອິດໃນປະຫວັດສາດ, ປະຊາຊົນ ຫວຽດນາມ ຈາກການເປັນຂ້ອຍຂ້າມ້າໃຊ້ໄດ້ກາຍເປັນເຈົ້າຂອງປະເທດຊາດ, ເປັນເຈົ້າຂອງຊາຕາກຳຕົນເອງ. 

ໃນຈົດໝາຍຝາກມາລາຍການ, ຄຳພັນ ແຂວງບໍ່ແກ້ວ ຂຽນວ່າ: “ຫວ່າງແລ້ວນີ້ຂ້າພະເຈົ້າໄດ້ອ່ານຫຼາຍບົດຂຽນ ກ່ຽວກັບສະຖານທີ່ທ່ອງທ່ຽວຢູ່ບາງປະເທດອາຊຽນ ໃນເວັບໄຊ vovworld, ຂ້າພະເຈົ້າເຫັນວ່າບົດຂຽນເຫຼົ່ານີ້ມ່ວນຫຼາຍ ແລະ ເປັນປະໂຫຍດໃຫ້ແກ່ຜູ້ນິຍົມທ່ອງທ່ຽວ ແລະ ຄົ້ນຫາຄືຂ້າພະເຈົ້າ. ບົດຂຽນເຫຼົ່ານັ້ນໄດ້ພັນລະນາຢ່າງລະອຽດກ່ຽວກັບສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງປະເທດຕ່າງໆ. ເມື່ອອ່ານຈົບແລ້ວ, ຂ້າພະເຈົ້າກໍ່ຢາກໄປຢ້ຽມຢາມສະຖານທີ່ເຫຼົ່ານັ້ນໃນທັນທີ. ຂໍຂອບໃຈພວກເພື່ອນທີ່ໄດ້ມີບົດຂຽນທີ່ດີໆເພື່ອແນະນຳໃຫ້ແກ່ທ່ານຜູ້ຟັງ. ໃນໂອກາດນີ້, ຂ້າພະເຈົ້າກໍ່ຢາກຊອກຮູ້ກ່ຽວກັບພູ Langbiang ໂດຍແມ່ນສະຖານທີ່ທ່ອງທ່ຽວຢູ່ດ່າລາດ, ຫວັງວ່າອ້າຍເອື້ອຍບັນນາທິການຈະສະໜອງຂໍ້ມູນກ່ຽວກັບສະຖານທີ່ທ່ອງທ່ຽວດັ່ງກ່າວໃຫ້ຂ້າພະເຈົ້າດ້ວຍ ຂໍຂອບໃຈ.

ເພື່ອນຄຳພັນ ທີ່ຮັກແພງ! ໂດຍຕັ້ງຢູ່ຫ່າງຈາກນະຄອນ ດາລາດ 12 ກິໂລແມັດ, ພູ Langbiang ປຽບເໝືອນຫົວໃຈຂອງດ່າລາດ, ພູLangbiangມີຊື່ສຽງດ້ວຍການທ່ອງທ່ຽວຕາມຮູບແບບຄົ້ນຫາທຳມະຊາດ ໄດ້ດຶງດູດໄວໜຸ່ມມາທ່ຽວຫຼາຍ. ບ່ອນນີ້ແມ່ນຊາຍຄາລວມຂອງຢາສະໝູນໄພຫຼາຍຊະນິດ ແລະ ນົກມີຄ່າຫາຍາກ. ຢູ່ເຂດທ່ອງທ່ຽວພູ Langbiang, ພວກເພື່ອນສາມາດເຫັນຈອມດອຍ ຣາດາ ໄດ້ຢ່າງງ່າຍດາຍ. ຈອມດອຍນີ້ກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຄົ້ນຫາ ແລະເຂົ້າຮ່ວມເຄື່ອນໄຫວຕົວຈິງຈາກແຂກທ່ອງທ່ຽວທີ່ມາຈາກທຸກແຖບຖິ່ນທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ສຸດ.

ເພື່ອນຄຳພັນທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳຕອບໂດຍພື້ນຖານກ່ຽວກັບຄຳຖາມຂອງເພື່ອນຫວັງວ່າຈະເຮັດໃຫ້ເພື່ອນພໍໃຈ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນບາງຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ລາຍການກະຈາຍສຽງພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment(ສະແດງຄຳຕິຊົມ) ໃນເວັບໄຊ vovworld.vn ຂອງພວກເຮົາໄດ້. ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ