ການແຂ່ງຂັນລົດຖີບ “ຂະບວນລົດຖີບແຫ່ງຄວາມສາມັກຄີ”

(VOVWORLD) -ສະພາແຫ່ງຊາດ ລາວ ໄດ້ຈັດການແຂ່ງຂັນລົດຖີບ “ຂະບວນລົດຖີບແຫ່ງຄວາມສາມັກຄີ” ເພື່ອຂ່ຳນັບຊົມເຊີຍປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 399 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 24 ສະບັບຈາກທ່ານຜູ້ຟັງລາວ.

ການແຂ່ງຂັນລົດຖີບ “ຂະບວນລົດຖີບແຫ່ງຄວາມສາມັກຄີ” - ảnh 1ການແຂ່ງຂັນລົດຖີບ “ຂະບວນລົດຖີບແຫ່ງຄວາມສາມັກຄີ”
(ພາບ: nhandan.vn)

ເພື່ອນ ຄຳມະວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການໂດຍແບ່ງປັນວ່າ: ວັນທີ 24 ກັນຍາ ຜ່ານມາ, ຢູ່ສະໜາມຫຼວງຕໍ່ໜ້າຫໍສະພາແຫ່ງຊາດ ລາວ ຢູ່ນະຄອນຫຼວງ ວຽງຈັນ, ສະພາແຫ່ງຊາດ ລາວ ໄດ້ຈັດການແຂ່ງຂັນລົດຖີບ “ຂະບວນລົດຖີບແຫ່ງຄວາມສາມັກຄີ” ເພື່ອຂ່ຳນັບຊົມເຊີຍປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022. ຈຸດປະສົງຂອງເຫດການແມ່ນເພື່ອເພີ່ມທະວີຄວາມສາມັກຄີ, ນ້ຳໃຈຄວາມຮັກແພງລະຫວ່າງພະນັກງານ, ລຸ້ນໜຸ່ມ, ກໍຄືປະຊາຊົນ 2 ປະເທດມີໂອກາດພ້ອມກັນເຂົ້າຮ່ວມບັນດາການເຄື່ອນໄຫວກິລາ. ມີເກືອບ 1.000 ຄົນໄດ້ເຂົ້າຮ່ວມລາຍການ ໂດຍເລີ່ມຖີບລົດຖີບຈາກສະໜາມຂອງຫໍສະພາແຫ່ງຊາດລາວ, ເຊິ່ງແມ່ນໜຶ່ງໃນບັນດາສັນຍາລັກພິເສດຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ. ການແຂ່ງຂັນລົດຖີບຄັ້ງນີ້ແມ່ນໜຶ່ງໃນຫຼາຍເຫດການນອນໃນການເຄື່ອນໄຫວຂອງພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ.

ເພື່ອນ ອາທິບ ພູນສຸກ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: ຜ່ານຂໍ້ມູນຂ່າວໃນເວັບໄຊ VOV5, ຂ້າພະເຈົ້າຮູ້ວ່າ ພາຍຸ ໂນຣູ ພັດເຂົ້າບັນດາແຂວງທາງພາກກາງຂອງ ຫວຽດນາມ ດ້ວຍກຳລັງແຮງລົມທີ່ແຮງ ແລະ ບັນດາແຂວງທາງພາກກາງໄດ້ສ້າງແຜນການລະອຽດ, ກຽມພ້ອມຮັບມືກັບພາຍຸ ໂນຣູ ເພື່ອຈຳກັດຄວາມເສຍຫາຍໃຫ້ຢູ່ລະດັບຕ່ຳສຸດ. ຂ້າພະເຈົ້າຫວັງວ່າ, ຄວາມແຮງຂອງພາຍຸຈະອ່ອນລົງເມື່ອພັດເຂົ້າເຂດດິນຕໍ່ແຜ່ນຢູ່ບັນດາເຂດພາຍຸໄປຜ່ານ ເພື່ອຫຼຸດຜ່ອນຄວາມເສຍຫາຍຍ້ອນພາຍຸນີ້. ຂໍໃຫ້ປະຊາຊົນທາງພາກກາງ ຫວຽດນາມ ໝົດທຸກຄົນຈົ່ງມີຄວາມປອດໄພ, ຜ່ານຜ່າລົມພະຍຸ, ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ.

ການແຂ່ງຂັນລົດຖີບ “ຂະບວນລົດຖີບແຫ່ງຄວາມສາມັກຄີ” - ảnh 2ວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ວັນທີ 10 ຕຸລາ 1954
(ພາບເອກະສານ)

ເພື່ອນ ຄຳໝັ້ນ ພອນສະຫວັນ, ດຳລົງຊີວິດຢູ່ແຂວງ ຫົວພັນ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ວັນທີ 10 ຕຸລາ ແມ່ນວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ. ຂ້າພະເຈົ້າຢາກຮັບຟັງຄວາມໝາຍໂດຍຫຍໍ້ກ່ຽວກັບວັນທີ 10 ຕຸລາ ນີ້.

ເພື່ອນ ຄຳໝັ້ນ ພອນສະຫວັນ ທີ່ຮັກແພງ! ໂດຍຮ່ວມກັບບັນຍາກາດເອກອ້າງທະນົງໃຈກ່ຽວກັບຂີດໝາຍປະຫວັດສາດຂອງຊາດ ຫວຽດນາມ ຄື: ການປະຕິວັດເດືອນ ສິງຫາ, ວັນຊາດທີ 2 ກັນຍາ… ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ບໍ່ອາດຫຼົງລືມວັນທີ່ສຳຄັນຍິ່ງ ແລະ ມີຄວາມໝາຍສຳລັບຊາວ ຮ່າໂນ້ຍ ແຕ່ລະຄົນ ເວົ້າສະເພາະ ແລະ ໃນທົ່ວທັງຊາດ ຫວຽດນາມ ເວົ້າລວມ - ວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10 ຕຸລາ 1954).

ວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ວັນທີ 10 ຕຸລາ 1954 ແມ່ນເຫດການດຳເນີນນັບແຕ່ເວລາ 8 ໂມງຂອງວັນທີ 10 ຕຸລາ ປີ 1954, ບັນດາກົມກອງກອງທັບປະຊາຊົນ ຫວຽດນາມ ມອບ-ຮັບອຳນາດການປົກຄອງແຫ່ງຊາດ ຫວຽດນາມ ພ້ອມກັບບາງຮາກຖານການທະຫານຂອງ ຝລັ່ງ. ເຫດການໄດ້ເປັນຂີດໝາຍບາດລ້ຽວທີ່ໃຫຍ່ຫຼວງໃນປະຫວັດສາດຕໍ່ສູ້ຕ້ານສັດຕູທີ່ເຂົ້າມາຮຸກຮານ ຊາດ ຫວຽດນາມ. ເຫດການປົດປ່ອຍນະຄອນຫຼວງ ມີຄວາມໝາຍສຳຄັນພິເສດທີ່ສຸດຕໍ່ພາລະກິດແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ.

ໃນເສັ້ນທາງເຄື່ອນທັບຄັ້ງປະຫວັດສາດນັບແຕ່ວັນທົ່ວປະເທດທຳການສູ້ຮົບ ຈົນຮອດວັນກັບຄືນມາປົດປ່ອຍນະຄອນຫຼວງ ຮ່າໂນ້ຍ, ທະຫານ ແລະ ປະຊາຊົນ ຮ່າໂນ້ຍ ໄດ້ເສຍສະຫຼະຊີວິດ ແລະ ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ເປັນບັນດາບົດຮຽນລ້ຳຄ່າໃຫ້ການເຄື່ອນທັບຄັ້ງຕໍ່ໆໄປ ບົນເສັ້ນທາງເອກະລາດ, ຊົນຊາດ ແລະ ສັງຄົມນິຍົມ, ກ້າວໄປເຖິງເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ” ເຊິ່ງພັກ, ປະທານ ໂຮ່ຈີມິນ ແລະ ປະຊາຊົນ ຫວຽດນາມ ໄດ້ເລືອກເອົາ. ນັບແຕ່ນັ້ນມາ, ປະຊາຊົນຜູ້ອອກແຮງງານໄດ້ລົບລ້າງທຸກລະບອບກົດຂີ່ຂູດຮີດ, ສາມາດເປັນເຈົ້າຊາຕະກຳຂອງຕົນ, ປະກອບສ່ວນສ້າງສັງຄົມໃໝ່ ແລະ ເປີດສາກພາລະກິດປະຕິວັດສັງຄົມນິຍົມ. ແລະ ວັນທີ 10 ຕຸລາ ໄດ້ເລືອກເປັນວັນສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ.

ເພື່ອນ ພຸດທະຈັນ ນັກສຶກສາມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າຢາກໄປທັດສະນີຍະພາບຕົວຈິງ ເພື່ອຊອກຫາສະຖານທີ່ວັດທະນະທຳ, ອາຫານການກິນທີ່ດຶງດູດໃຈຢູ່ແຂວງ ບັກນິງ. ຜ່ານລາຍການ, ຂ້າພະເຈົ້າຢາກໃຫ້ພວກອ້າຍເອື້ອຍບັນນາທິການໃນພາກພາສາລາວ ແນະນຳບາງຂໍ້ມູນກ່ຽວກັບວັດທະນະທຳ, ອາຫານການກິນຢູ່ແຂວງດັ່ງກ່າວ.

ເພື່ອນ ພຸດທະຈັນ ທີ່ຮັກແພງ! ບໍ່ພຽງແຕ່ມີຊື່ສຽງດ້ວຍທຳນອງຂັບ ກວານຫໍ ທີ່ເຕັມໄປດ້ວຍສີສັນບ້ານເກີດເມືອງນອນເທົ່ານັ້ນ, ແຂວງ ບັກນິງ ຍັງແມ່ນບ່ອນເກັບຮັກສາບັນດາສະຖາປັດຕະຍາກຳວັດວາອາຮາມບູຮານ, ພ້ອມກັບບັນດາຜະລິດຕະພັນພື້ນເມືອງທີ່ເປັນເອກະລັກສະເພາະອີກດ້ວຍ. ຖ້າເພື່ອນແມ່ນຜູ້ຮັກຫອມວັດທະນະທຳ, ມັກຄົ້ນຫາ ເພື່ອນຈົ່ງມາບັນດາສະຖານທີ່ດັ່ງຕໍ່ໄປນີ້: ວິຫານ ໂດ, ງານບຸນ ລິມ, ວັດ ເຟີດຕິກ, ວິຫານ ບ່າຈົວຄໍ, ບ້ານພາບແຕ້ມ ດົງໂຮ່, ບ້ານເຄື່ອງປັ້ນດິນເຜົາ ຟູລ້າງ… ນອກຈາກບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈນັ້ນ, ແຂວງ ບັກນິງ ຍັງດຶງດູດໃຈຍ້ອນບັນດາເຍື່ອງອາຫານທີ່ແຊບນົວ. ທາງລາຍການຢາກແນະນຳບັນດາເຍື່ອງອາຫານໃຫ້ເພື່ອນ ນັ້ນແມ່ນ ແນມບ້ານບຸ່ຍ, ຊີ້ນໄກ່ ໂຮ່, ເຂົ້າປຸ້ນບ້ານ ຕ່ຽນ, ເຂົ້າໜົມ ຂຸກ ບ້ານຢ່ຽມ, ເຂົ້າໜົມ ຟູເທ ບ້ານ ດິ່ງບາງ…

ຫວັງວ່າ, ຜ່ານການແນະນຳດັ່ງກ່າວນັ້ນ, ເພື່ອນອາດຈະຍາດເວລາເພື່ອຄົ້ນຫາທິວທັດທຳມະຊາດ, ອາຫານການກິນທັງໝົດຂອງແຂວງ ບັກນິງ ໄດ້ ແລະ ຢ່າລືມແບ່ງປັນກັບລາຍການກ່ຽວກັບການໄປຄົ້ນຫາຂອງເພື່ອນເດີ.

ຕອບກັບ

ຂ່າວ/ບົດ​ອື່ນ