ການ​ແນະ​ນຳ​ກ່ຽວ​ກັບ​ເຄື່ອງ​ໝາຍ​ການ​ຄ້າ ກາ​ເຟ ຈູງງວຽນ

(VOVWORLD) - ຂ້າພະເຈົ້າມີເພື່ອນ ຫວຽດນາມ ຫຼາຍຄົນ, ພວກຂ້າພະເຈົ້າເຄີຍແລກປ່ຽນຂ້ໍມູນຂ່າວນຳກັນ. ເວລາຜ່ານມາ, ມີເພື່ອນຜູ້ໜຶ່ງແມ່ນຊາວ ຮ່າໂນ້ຍ ໄດ້ຝາກກາເຟ ມີຍີ່ຫໍ້ ຈູງງວຽນ ໃຫ້ຂ້າພະເຈົ້າ. ຂ້າພະເຈົ້າໄດ້ດື່ມແລ້ວ ແລະ ເຫັນວ່າແຊບຫຼາຍ, ຂ້າພະເຈົ້າຢາກແນະນຳໃຫ້ໝູ່ເພື່ອນລາວ ກ່ຽວກັບເຄື່ອງໝາຍການຄ້າກາເຟນີ້. 

ອາທິດຜ່ານມາ, ເພື່ອນ ພອນວິໄລ, ເພື່ອນ ໝອນແກ້ວ… ໄດ້ສົ່ງອີແມວ ແລະໂທລະສັບເຖິງລາຍການ, ພວກເພື່ອນຢາກຊອກຮູ້ເຄື່ອງໝາຍການຄ້າ ກາເຟ ຈູງງວຽນແລະ ຊົນເຜົ່າລາວ ຢູ່ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຕອບຄຳຖາມເຊິ່ງທ່ານຜູ້ຟັງ ສົນໃຈ.

ການ​ແນະ​ນຳ​ກ່ຽວ​ກັບ​ເຄື່ອງ​ໝາຍ​ການ​ຄ້າ ກາ​ເຟ ຈູງງວຽນ - ảnh 1 ກາເຟ ຈູງງວຽນ (ພາບປະກອບ)

ໃນອາທິດ, ເພື່ອນ ພອນວິໄລ, ຢູ່ແຂວງ ຫຼວງພະບາງ ໄດ້ຝາກອີແມວເຖິງລາຍການ, ດ້ວຍເນື້ອໃນວ່າ: “ຂ້າພະເຈົ້າມີເພື່ອນ ຫວຽດນາມ ຫຼາຍຄົນ, ພວກຂ້າພະເຈົ້າເຄີຍແລກປ່ຽນຂ້ໍມູນຂ່າວນຳກັນ. ເວລາຜ່ານມາ, ມີເພື່ອນຜູ້ໜຶ່ງແມ່ນຊາວ ຮ່າໂນ້ຍ ໄດ້ຝາກກາເຟ ມີຍີ່ຫໍ້ ຈູງງວຽນ ໃຫ້ຂ້າພະເຈົ້າ. ຂ້າພະເຈົ້າໄດ້ດື່ມແລ້ວ ແລະ ເຫັນວ່າແຊບຫຼາຍ, ຂ້າພະເຈົ້າຢາກແນະນຳໃຫ້ໝູ່ເພື່ອນລາວ ກ່ຽວກັບເຄື່ອງໝາຍການຄ້າກາເຟນີ້. ຫວັງວ່າ ບັນນາທິການພາກພາສາລາວ ຈະແນະນຳໃຫ້ຂ້າພະເຈົ້າກ່ຽວກັບຍີ່ຫໍ້ ກາເຟຈູງງວຽນນີ້ ໄດ້ບໍ່?”

ເພື່ອນ ພອນວິໄລ ທີ່ຮັກແພງ, ປະຫວັດແຫ່ງການພັດທະນາຂອງ ກາເຟ ຈູງງວຽນ ໄດ້ຕິດພັນກັບຊື່ສຽງຂອງທ່ານ ດັ້ງເລງວຽນຫວູ. ວັນທີ 16 ມິຖຸນາ 1996, ທ່ານ ດັ້ງເລງວຽນຫວູ ໄດ້ສ້າງເຄື່ອງໝາຍການຄ້າ ກາເຟ ຈູງງວຽນ ຢູ່ບວນເມທວດ - ເມືອງເອກຂອງ ກາເຟ ຫວຽດນາມ, ດ້ວຍເງິນລົງທຶນທຳອິດແມ່ນໄດ້ມາຈາກການຂາຍລົດຳຖີບເກົ່າຂອງຕົນ, ດ້ວຍຄວາມຫວັງຢາກສ້າງເຄື່ອງໝາຍການຄ້າ ກາເຟ ໃຫ້ມີຊື່ສຽງ, ນຳລົດຊາດຂອງ ກາເຟ ຫວຽດນາມ ອອກສູ່ຕະຫຼາດໂລກ. ປີ 1998, ທ່ານໄດ້ສ້າງຕັ້ງລະບົບຮ້ານຂາຍກາເຟຢູ່ນະຄອນ ໂຮ່ຈີມິນ - ເຊິ່ງແມ່ນບາດກ້າວທຳອິດໃຫ້ແກ່ການສ້າງຕັ້ງລະບົບບັນດາຮ້ານຂາຍກາເຟ ຢູ່ ຫວຽດນາມ ແລະ ຢູ່ບັນດາປະເທດໃນໂລກ. ປີ 2001, ກາເຟ ຈູງງວຽນ ໄດ້ປະກາດປະເພດກາເຟ ດ້ວຍຍີ່ຫໍ້ວ່າ “ສ້າງແຫຼ່ງອາລົມໃນການປະດິດຄິດສ້າງ” ແລະ ນີ້ແມ່ນຜະລິດຕະພັນໄດ້ຮັບການເລືອກເຟັ້ນຈາກບັນດາເມັດກາເຟດີ ແລະ ແຊບທີ່ສຸດ, ດ້ວຍເຕັກໂນໂລຢີທັນສະໄໝ ໄດ້ເຮັດໃຫ້ ກາເຟ ຈູງງວຽນ ພິຊິດໃຈລູກຄ້າຢູ່ຕະຫຼາດ ຫວຽດນາມ ແລະ ຢູ່ໃນໂລກ. ປີ 2003, ຜະລິດຕະພັນ ກາເຟຜົງ G7 ດ້ວຍເຫດການ “ວັນບຸນກາເຟຜົງ G7” ຢູ່ທຳນຽບ ທົ໋ງເຍີດ ດຶງດູດຜູ້ເຂົ້າຮ່ວມນັບພັນຄົນ ແລະ ສ້າງຂີດໝາຍດ້ວຍການທົດລອງຄັດເລືອກໂດຍກົງລະຫວ່າງ ກາເຟຜົງ G7 ກັບບັນດາເຄື່ອງໝາຍກາເຟຜົງຢູ່ໃນໂລກ. ໝາກຜົນແມ່ນ 89% ຜູ້ເຂົ້າຮ່ວມໄດ້ເລືອກເຟັ້ນ G7 ແມ່ນ ກາເຟຜົງ ໄດ້ຮັບຄວາມນິຍົມທີ່ສຸດ. ໃນເສັ້ນທາງຄອບຄອງຕະຫຼາດພາຍໃນປະເທດ - ພິຊິດໃຈຄົບທັງໂລກ, ປີ 2008 ຈູງງວຽນ ໄດ້ສ້າງຕັ້ງຫ້ອງການຕາງໜ້າຢູ່ ສິງກະໂປ ເພື່ອຈຸດໝາຍພັດທະນາຕະຫຼາດນີ້ກາຍເປັນສະຖານທີ່ພັດທະນາຢູ່ຕະຫຼາດ ອາຊຽນ ແລະ ພິຊິດໃຈໂລກ. ປີ 2010, ຜະລິດຕະພັນກາເຟ ຈູງງວຽນ ໄດ້ສົ່ງອອກໄປຍັງກ່ວາ 60 ປະເທດ ໃນໂລກຄື: ອາເມລິກາ, ການາດາ, ລັດເຊຍ, ເຢຍລະມັນ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ຈີນ, ບັນດາປະເທດ ອາຊຽນ ເປັນຕົ້ນ… ປີ 2012 ມາຮອດປະຈຸບັນ, ກາເຟຈູງງວຽນ ແມ່ນເຄື່ອງໝາຍການຄ້າກາເຟ ອັນດັບໜຶ່ງຂອງ ຫວຽດນາມ. ມີປະມານ 17 ລ້ານຄອບຄົວໄດ້ນຳໃຊ້ ກາເຟ ຈູງງວຽນ… ນີ້ແມ່ນສ່ວນໜຶ່ງທີ່ໄດ້ແນະນຳກ່ຽວກັບ ກາເຟ ຈູງງວຽນ. ຫວັງວ່າ ເພື່ອນ ພອນວິໄລ ຈະເຂົ້າໃຈແຈ້ງກ່ວາກ່ຽວກັບເຄື່ອງໝາຍກາເຟທີ່ມີຊື່ສຽງນີ້ຂອງ ຫວຽດນາມ.

ການ​ແນະ​ນຳ​ກ່ຽວ​ກັບ​ເຄື່ອງ​ໝາຍ​ການ​ຄ້າ ກາ​ເຟ ຈູງງວຽນ - ảnh 2 ຊົນເຜົ່າລາວ ຢູ່ ຫວຽດນາມ

ສ່ວນເພື່ອນ ໝອນແກ້ວ, ຢູ່ແຂວງ ຊຽງຂວາງ ມີຄວາມສົນໃຈເຖິງຊົນເຜົ່າລາວ ຢູ່ ຫວຽດນາມ, ເພື່ອນໄດ້ຂຽນວ່າ: “ຂ້າພະເຈົ້າເຄີຍອ່ານບົດຕ່າງໆໃນຄໍລຳ “ສີສັນ 54 ຊົນເຜົ່າ ຫວຽດນາມ” ເພື່ອເຂົ້າໃຈແຈ້ງກ່ວາກ່ຽວກັບບັນດາຊົນເຜົ່າ ຢູ່ຫວຽດນາມ. ຜ່ານບັນດາບົດຂຽນເຫຼົ່ານັ້ນ ຂ້າພະເຈົ້າເຫັນວ່າວັດທະນະທຳຂອງບັນດາຊົນເຜົ່າ ມີຈຸດຄ້າຍຄືກັນຫຼາຍຢ່າງ. ຂ້າພະເຈົ້າກໍ່ໄດ້ຮູ້ວ່າ, ໃນຈຳນວນ 54 ຊົນເຜົ່າ ຢູ່ ຫວຽດນາມ ນັ້ນ ມີຊົນເຜົ່າລາວ, ຂ້າພະເຈົ້າຢາກຮູ້ແຈ້ງກ່ວາກ່ຽວກັບຈຳນວນພົນລະເມືອງ, ບ່ອນຢູ່່ອາໄສຂອງຊົນເຜົ່າ ລາວ ດັ່ງກ່າວ ຫວຽດນາມ. ຫວັງວ່າບັນນາທິການຂອງພາກພາສາລາວຈະແນະນຳກ່ຽວກັບຊົນເຜົ່ານີ້ໃຫ້ແດ່.”

ເພື່ອນ ໝອນແກ້ວ ທີ່ຮັກແພງ, ຊົນເຜົ່າລາວ ຢູ່ ຫວຽດນາມ, ຍັງມີຊື່ເອີ້ນອື່ນອີກນັ້ນແມ່ນ ລາວບົກ ຫຼື ລາວນ້ອຍ, ແມ່ນຊົນເຜົ່າສ່ວນໜ້ອຍໃນຈຳນວນ 54 ຊົນເຜົ່າຢູ່ ຫວຽດນາມ. ປະຈຸບັນ, ຊາວເຜົ່າລາວ ຢູ່ຫວຽດນາມ ມີພົນລະເມືອງເກືອບ 15.000 ຄົນ, ອາໄສຢູ່ 42 ແຂວງໃນຈຳນວນ 63 ແຂວງ, ນະຄອນຂອງ ຫວຽດນາມ. ຊາວເຜົ່າລາວໄດ້ອາໄສຢູ່ຕົ້ນຕໍແມ່ນແຂວງ ລາຍເຈົາ ກວມເກືອບ 40%, ດ້ຽນບຽນແມ່ນກ່ວາ 30% ຍອດຈຳນວນຊາວເຜົ່າລາວຢູ່ ຫວຽດນາມ, ຈາກນັ້ນແມ່ນ: ເຊີນລາ, ຮ່າຕິ້ງ, ດັກລັກ… ສ່ວນຫຼາຍປະຊາຊົນຊາວເຜົ່າລາວ ໄດ້ປູກເຂົ້ານາທາມເປັນຕົ້ນ. ນອກຈາກນັ້ນ ມີບັນດາອາຊີບຫັດຖະກຳຄື: ຕຳ່ຫຸກ, ຫຼອມເຫຼັກ, ຜະລິດເຄື່ອງປັ້ນດິນເຜົາ, ຕີເງິນພັດທະນາພໍສົມຄວນ. ຊາວເຜົ່າລາວສ່ວນຫຼາຍມີນາມສະກຸນວ່າ: ລໍ່, ເລື່ອງ, ວີ… ຄືຊາວເຜົ່າຜູ້້ໄທ, ແຕ່ລະວົງຕະກຸນມີການຄະລຳທີ່ແຕກຕ່າງກັນ. ລູກຫຼານຖືນາມສະກຸນພໍ່.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ໄອເພັດ.

ຕອບກັບ

ຂ່າວ/ບົດ​ອື່ນ