“ກຳ່ປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ແລະຍີ່ປຸ່ນ”

(vovworld) - ໃນ​ລາຍການ “​ໂອ້​ລົມ​ກັບ​ເພ່ືອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍ ​ແລະ ຕອບບາງ​ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ​
ໃນ​ອາທິດ, ​ເພື່ອນ ບຸນທອນ ດ້ວຍອີ​ແມວ bounthone21@hotmail.com ​ໄດ້ສະ​ແດງ​ຄວາມ​ຄິດ​ເຫັນ​ໃນ​ແວັບ​ໄຊ: vovworld.vn ຂອງ​ພວກ​​ເຮົາວ່າ: ຂ້າພະ​ເຈົ້າ​ມັກ​ຟັງ​ເພງ​ຂອງ​ ຫວຽດນາມ ຫຼາຍ, ​ເຖິງ​ວ່າ​ບໍ່​ຮູ້​ພາສາ ຫວຽດ ຫຼາຍ​ກໍ່ຕາມ​ແຕ່​ຜ່ານ​ບັນດາ​ທຳນອງ​ເພງທີ່​ມ່ວນ, ​ອ່ອນ​ຫວານ​ຂອງ​ນັກ​ຮ້ອງ ຫວຽດນາມ ໄດ້ຊ່ວຍ​​ໃຫ້ຂ້າພະ​ເຈົ້າ​ຄື​ເພິ່ມກຳລັງ, ບັນ​ເທົາ​ຄວາມ​ເຄັ່ງ​ຕຶງ, ອິດ​​ເມື່ອຍໃນ​ມື້​ເຮັດ​ວຽກ​. ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ລາຍການ​ເປັນ​ຢ່າງ​ສູງ.

        ​ເພື່ອນ ບຸນທອນ ທີ່​ຮັກ​ແພງ, ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ​ຍ້ອນ​ເພື່ອນ​ເຄີຍ​ຟັງ​ເພງ​ໃນ​ແວັບ​ໄຊ​ຂອງ​ພວກ​ເຮົາ. ​ນອກຈາກ​ຟັງ​ເພງ​ໃນ​ແວບ​ໄຊ vovworld.vn ​ແລ້ວ, ​ເພື່ອນ​ຍັງສາມ​າດຮັບ​ຟັງ​ລາຍການ​ເພງ​​ເຊິ່ງໄດ້ອອກ​ອາ​ກາດ​ປະຈຳ​ວັນ, ​​ແຕ່ເວ​ລາ 18​ໂມງ 30​ນາທີ ​ໃນ​ຄື້ນ 7285 KHz ​ແລະ ​ເວລາ 21 ​ໂມງ ​ໃນ​ຄື້ນ 1242  KHz ​ອີກ​ດ້ວຍ, ເພື່ອ​ຮັບ​ຟັງ​ບັນດາ​ບົດ​ເພງ​ ຫວຽດນາມ ທີ່​ມ່ວນໆ​ກໍ່​ໄດ້. ຫວັງ​ວ່າ, ​ໄລຍະ​ຈະ​ມາ​ເຖິງ​​ເພື່ອນ ບຸນທອນ ຈະ​ສືບ​ຕໍ່ຮັບ​ຟັງ​ລາຍການ ​ແລະ ສົ່ງ​ຈົດໝາຍ, ອີ​ແມວ​ໃຫ​້ພວກ​ເຮົາຕື່ມ​ອີກ​​.

+++

        ສ່ວນ​ໃນ​ອີ​ແມວ​ຂອງ​ເພື່ອນ ບຸນ​ເລີດ, ​ແຂວງ ບໍ່​ແກ້ວ ​ໄດ້​ຂຽນ​ວ່າ: ​ໄລ​ຍະ​ມໍ່ໆ​ມາ​ນີ້, ຂ້າພະ​ເຈົ້າ​ເຄີຍ​ອ່ານ​ຂ່າ​ວກ່ຽວ​ກັບ​ວຽກ​ງານ​ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແຕ່​ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ​ກອງ​ປະຊຸມ​ໃຫຍ່​ຈະ​ເປີດ​ຢ່າ​ງ​ເປັນ​ທາງ​ການ​ໃນ​ມື້ໃດ? ​ໂດຍຜ່ານ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ, ຂ້າພະ​ເຈົ້າ​ຢາກ​ຮູ້​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ຈະ​​ເປີດ​ຢ່າງ​ເປັນ​ທາງ​ການ​ໃນ​ມື້​ໃດ​?

        ​ເພື່ອນ ບຸນ​ເລີດ ທ່ີ​​ເຄົາລົບ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ຖືກ​ດຳ​ເນີນ​ໄປ​​ແຕ່​ວັນ​ທີ 20 – 28/1/2016, ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ. ຫວັງ​ວ່າ ຂໍ້​ມູນ​ຂ່າວ​ຂອງ​ພວກ​ເຮົາ​ຈະ​ຊ່ວຍ​ໃຫ້​ເພື່ອນ ບຸນ​ເລີດ​ ຕິດຕາມ​ເຫດການ​ການ​ເມືອງ​ສຳຄັນ ​ແລະ ມີ​ຄວາມ​ໝາຍ​ນີ້​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ຢ່າງ​ໃກ້​ຊິດ.

“ກຳ່ປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ແລະຍີ່ປຸ່ນ” - ảnh 1
ພາບປະກອບ

        ​​ໃນ​ອາທິດ, ​ເພື່ອນ ຄຳ​ແກ້ວ, ​ແຂວງ ​ຊຽງ​ຂວາງ ​ໄດ້​​ໂທລະສັບ​ຫາ​ລາຍການ​ດ້ວຍ​ເນື້ອ​ໃນ​ວ່າ: ອາທິດ​ຜ່ານ​ມາ, ​ໃນ​ແວບ​ໄຊ​ຂອງ​ພວກ​ເພື່ອນ​ມີ​ບົດ​ຂຽນ​ໃນ​ລາຍການ “ລາຍການ​ຊາຍ​ຄາ ອາ​ຊຽນ” ທີ່​ກ່ຽວຂ້ອງ​ເຖິງ “ກຳ່​ປັ່ນ​ຊາວ​ໜຸ່ມ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຍີ່ປຸ່ນ”, ຂ້າພະ​ເຈົ້າ​ມັກ​ບົດ​ຂຽນ​ນີ້​ຫຼາຍ​ແຕ່​ຢາກ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ເງື່ອນ​ໄຂ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນ​ລາຍການ​ນີ້?

        ຂອບ​ໃຈ​ເພື່ອນ ຄຳ​ແກ້ວ ​ທີ່ໄດ້​ຕິດຕາມບັນດາ​ບົດ​ຂຽນ​ຂອງ​ພວກ​ເຮົາ​ເປັນ​ປະຈຳ. ​ເພ່ືອນ ຄຳ​ແກ້ວ ທີ່​ເຄົາລົບ, ລາຍການ ກຳ່​ປັ່ນ​ຊາວ​ໜຸ່ມ ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ແລະ ຍີ່ປຸ່ນ (The Ship for Southeast Asian and Japanese Youth Program, ຂຽນ​ຫຍໍ້​ວ່າ SSEAYP) ​ແມ່ນ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ປະຈຳ​ປີ​​ໂດຍ​ລັດຖະບານ ຍີ່ປຸ່ນ ​ແລະ 10 ປະ​ເທດ​ອາ​ຊຽນຄື: ຫວຽດນາມ, ລາວ, ກຳປູ​ເຈຍ, ​ໄທ, ມາ​ເລ​ເຊຍ, ສິງ​ກາ​ໂປ, ບຣູ​ໄນ, ຟີ​ລິບ​ປິນ, ອິນ​ໂດ​ເນ​ເຊຍ ​ແລະ ມຽນມາ ສົມທົບ​ກັນ​ຈັດ​ຕັ້ງ. ການ​ເຄື່ອນ​ໄຫວ​ນີ້​ເພື່ອ​ແນ​ໃສ່​ເພີ່​ມ​ທະວີ​ນຳ້​​ໃຈ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະ​ຫວ່າງ​ຊາວ​ໜຸ່ມ​ບັນດາ​ປະ​ເທດ ຍີ່ປຸ່ນ ​ແລະ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ສ້າງ​ກາລະ​ໂອກາດ​ໃຫ້​ຊາວ​ໜຸ່ມ​ບັນດາ​ປະ​ເທດ​ພ້ອມ​ກັນ​ເປີດ​ກ້ວາງ​ວິ​ໄສ​ທັດ​ອອກ​ສູ່​​ໂລກ ກໍ່​ຄື​ເສີມ​ຂະຫຍາຍ​ຄວາມ​ສາມາດ​ປະດິດ​ສ້າງ​ໃນ​ກາ​ນ​ເຄື່ຶອນ​ໄຫວ ​ແລະ ພົບ​ປະ​ແລກປ່ຽນ​ກັບ​ສາກົນ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ກຳ່​ປັ່ນ ​ແລະ ຢູ່​ແຕ່ລະ​ປະ​ເທດ​ເຊິ່ງກຳ່​ປັ່ນ​ລຳ​ນີ້​​ໄປ​ຫາ. ຢາກ​ກາຍ​ເປັນສະມາຊິກ​ໃນ​ລາຍການ SSEAYP ຜູ້​ເຂົ້າ​ຮ່ວມຕ້ອງ​ສົ່ງ​​ສຳ​ເນົາ​ແຕ່​ເດືອ​ນ 4 ​ແລະ ຕ້ອງ​ຜ່ານ​ການ​ຄັ​ດ​ເລືອກສຳ​ເນົາ ​ແລະ ການສຳພາດ​ໂດຍ​ກົງ 2 ຮອບ. ​ເງື່ອນ​ໄຂສຳຄັນ​ທີ່​ສຸດ​ສຳລັບ​ບັນດາ​ຜູ້​ສະໝັກ​ແມ່ນ​ຕ້ອງ​ຮູ້ພາສາ​ຕ່າງປະ​ເທດ ​ແລະ ສາມາດ​ເວົ້າ​ໄດ້​ຢ່າງ​ຄ່ອງ​ແຄ້ວ. ຈາກ​ນັ້ນ, ​ແມ່ນ​ພອນ​ສະຫວັນ​ກ່ຽວ​ກັບ​ດ້ານ​ມະນຸດ​ສຳພັນ, ສິລະ​ປະ, ການ​ເຄ່ືອນ​ໄຫວ​ລວມໝູ່… ​​ເມື່ອ​ເຂົ້າ​ຮ່ວມ​ລາຍການ SSEAYP, ບັນດາ​ເພື່ອນ​ໜຸ່ມ​ຈະ​ພ້ອມ​ກັນ​ດຳລົງ​ຊີວິດ, ກິນຢູ່, ພັກຜ່ອນ ​ແລະ ພົບ​ປະ​ແລ​ກປ່ຽນ​ໃນ​ກ່ຳ​ປັ່ນ, ​ໄປຢ້ຽມຢາມ 4 ປະ​ເທດ ອາ​ຊຽນ ​ແລະ ຍີ່ປຸ່ນ. ​ໂດຍລະອຽດ​​ແມ່ນ: ບັນດາ​ການ​ເຄື່ອນ​ໄຫວ​​ເຊິ່ງຄະນະ​ຊາວ​ໜຸ່ມ ຫວຽດນາມ ຈະ​ເຂົ້າ​ຮ່ວມ​ລວມມີ: ​ເຂົ້າ​ຢ້ຽມ​ຂຳ່ນັບ​ການ​ນຳ​ບັນດາ​ປະ​ເທດ: ​ໃນ​ນັ້ນ​ໄດ້​ພົບ​ປະ, ​​ໂອ້​ລົມ​ສົນທະນາ ​ແລະ ມອບ​ຂອງຂວັນ​ການ​ທູດ​ກັບ​ບັນດາ​ການ​ນຳ​ບັນດາ​ປະ​ເທດ​ທີ່​ກຳ່​ປັ່ນ​ທຽບ​ທ່າ. Japan –ASEAN Youth Leaders Summit: ຢູ່ ຍີ່ປຸ່ນ, ບັນດາ​ຜູ້​ແທນ​ຈະ​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ດ້ານ​ວັດທະນະທຳ, ສັງຄົມ​ຂອງ​ແຕ່ລະ​ປະ​ເທດ​ເວົ້າສະ​ເພາະ ​ແລະ ຂອງ​ທັງ​ພາກ​ພື້ນ​ເວົ້າ​ລວມ. ຈັດງານ​ວາງສະ​ແດງ​ແຫ່ງ​ຊາດ: ​​ເພື່ອ​ນຳ​​ບັນດາ​ຜະລິດ​ຕະພັນ​ວັດທະນະທຳ ຫວຽດນາມ ​ແລະ ຜະລິດ​ຕະພັນ​ຂອງ​ນັກ​ອຸປະ​ຖຳ. ງານ​ວາງສະ​ແດງ​​ເປັນ​ກຽດທີ່​ໄດ້​ຕ້ອນຮັບ​ຄະນະ​ລັດຖະບານ ​ແລະ ​ເຈົ້າ​ຍີງ​ແຫ່ງ​ຈັກກະພັດ ຍີ່ປຸ່ນ. ປຶກສາ​ຫາລື​ຕາມ​ກຸ່ມ: ​ເຊິ່ງ​ແມ່ນການ​ເຄື່ອນ​ໄຫວ​ສຳຄັນ​ທີ່​ສຸດຖືກ​ຈັດ​ຕັ້ງ​ໃນ​ກຳ່​ປັ່ນ, ບັນດາ​ຜູ້​ແທນ​ຈະ​ໄດ້​ປຶກສາ​ຫາລື ​ແລະ ລາຍ​ງານ​ກ່ຽວ​ກັບ​ການ​ປະກອບສ່ວນ​ຂອງ​ໄວ​ໜຸ່ມ​ເຂ​ົ້າ​ໃນ​ບັນດາ​ບັນຫາ​ເສດຖະກິດ - ສັງຄົມ. ກ່ຽວ​ກັບ​ທາງ​ດ້ານສີ​ລະ​ປະ​: ຄະນະ​ຜູ​້​ແທນ ຫວຽດນາມ ຈະ​ສະ​ແດງ​ສິລະ​ປະ​ແນະນຳ​ວັດທະນະທຳ​ໃນ​ “ຄຳ່​ຄືນ ຫວຽດນາມ” ​​ເທິງ​ກຳ່​ປັ່ນ ​ແລະ ​ລາຍການ​ພົບ​ປະ​ແລກປ່ຽນ​ຢູ່​ບັນ​ດາ​ບ່ອນ​ກຳ່​ປັ່ນ​​ເຂົ້າທຽບ​ທ່າ. ສຳລັບການ​ພົບ​ປະ​ແລກປ່ຽນ​ແຫ່ງ​ຊາດ: ຖືກ​ດຳ​ເນີນ​ໄປ​ເມື່ອ​ກຳ່​ປັ່ນ​ທຽບ​ທ່າ​ຢູ່​​ປະ​ເທດຕ່າງໆ.  ​ແລະ Homestay: ດຳລົງ​ຊີວິດ​ພ້ອມ​ກັບ​ຄອບຄົວ​ຊາວ​ທ້ອງ​ຖິ່ນ​ເພື່ອ​ໄດ້​ຮັບຮູ້​ວັດທະນະທຳ​ປະ​ເທດ​ປະຈຳ​ຖິ່ນ, ກໍ​ຄື​ແນະນຳ​ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com
ຂ່າວ/ບົດ​ອື່ນ