ຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.

(VOVWORLD) - ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ພະແນກພົວພັນຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຈາກຜູ້ຟັງຝາກມາລາຍການດ້ວຍເນື້ອໃນ ອວຍພອນປີໃໝ່, ບຸນເຕັດປະຈຳຊາດຂອງຊາວ ຫວຽດນາມ.

ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. - ảnh 1 ບຸນປີໃໝ່ປະຈຳຊາດ (ພາບອິນເຕີແນັດ)

ໃນອາທິດຜ່ານມາ, ເພື່ອນ ເບັ້ນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ, ເພື່ອນ ວິໄລສະຫວັນ ແກ້ວພິລາວັນ ແລະ ເພື່ອນ ວົງໄຊ ທິບພະວົງ ຢູ່ແຂວງ ຫລວງນ້ຳທາ ໄດ້ສົ່ງອີແມວມາລາຍການ ດ້ວຍເນື້ອໃນວ່າ: ອວຍພອນປີໃໝ່, ຂອບໃຈທາງລາຍການພາກພາສາ ລາວ ໄດ້ມີບັນດາບົດຂຽນທີ່ມ່ວນ, ມີຂ່າວຢ່າງອຸດົມສົມບູນ, ສ້າງຄວາມດຶງດູດ ເຊິ່ງໄດ້ອອກອາກາດໃນຕະຫລອດປີ 2017 ແລະ ພິເສດ ແມ່ນໃນໂອກາດບຸນເຕັດປະຈຳຊາດຂອງ ຫວຽດນາມ ເພື່ອຮັບໃຊ້ຜູ້ຟັງ ລາວ. ເພື່ອນ ເບັ້ນ ພິມມະສອນ ໄດ້ຂອບໃຈລາຍການທີ່ໄດ້ສົ່ງຂອງຂວັນປີໃໝ່ໃຫ້ ແລະ ລາວໃຫ້ຮູ້ວ່າ: ເຖິງວ່າຂອງຂວັນນ້ອຍກໍ່ຕາມ ແຕ່ມີຄວາມໝາຍຢ່າງໃຫຍ່ຫລວງສຳລັບຕົວລາວເອງໃນໂອກາດບຸນປີໃໝ່ນີ້.

ເພື່ອນ ເບັ້ນ ພິມມະສອນ, ເພື່ອນ ວິໄລສະຫວັນ ແກ້ວພິລາວັນ ແລະ ເພື່ອນ ວົງໄຊ ທິບພະວົງ ທີ່ຮັກແພງ: ກ່ອນອື່ນໝົດ ພວກຂ້າພະເຈົ້າຂໍຂອບໃຈບັນດາຄຳອວຍພອນປີໃໝ່ ເຊິ່ງເພື່ອນສະຫງວນໃຫ້ແກ່ລາຍການ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີກ່ວາເກົ່າ ເພື່ອມີບັນດາລາຍການມ່ວນໆ ເພື່ອຕອບສະໜອງຄວາມຕ້ອງການຂອງທ່ານຜູ້ຟັງທັງພາຍໃນປະເທດ ແລະ ຕ່າງປະເທດ, ພິເສດແມ່ນທ່ານຜູ້ຟັງ ລາວ. ພວກຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ປະສົມຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ລາຍການພາກພາສາ ລາວ ນັບມື້ນັບມີເນື້ອໃນອຸດົມສົນບູນ, ສ້າງຄວາມດູດດື່ມ ໃຫ້ແກ່ຜູ້ຟັງ ຜູ້ອ່ານຕື່ມອີກ ຂໍຂອບໃຈ.

ສ່ວນໃນອີແມວຂອງເພື່ອນ ອາມິນຕາ ຢູ່ນະຄອນຫລວງ ວຽງຈັນ ຂຽນວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ ຫວຽດນາມ, ຕົ້ນປີໃໝ່ແມ່ນໄລຍະເວລາທີ່ມີຫລາຍງານບຸນທີ່ສຸດໃນປີ ແລະ ກໍ່ແມ່ນໄລຍະທີ່ປະຊາຊົນເຂົ້າຮ່ວມງານບຸນຢ່າງຫລວງຫລາຍ. ຂ້າພະເຈົ້າ ຂໍໃຫ້ລາຍການແນະນຳບາງງານບຸນໃຫຍ່ໃນຕົ້ນປີຂອງ ຫວຽດນາມ. ຂໍຂອບໃຈ.

ຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. - ảnh 2 ງານບຸນ ຕິກດ່ຽນ (ໝາຍຄວາມວ່າ ລົງທົ່ງໄຖນາ) ດ້ອຍເຊີນ ຢູ່ເມືອງ ຢູຍຕຽນ ແຂວງ ຮ່ານາມ (ພາບ: dantri.com.vn)

         ເພື່ອນ ອາມິນຕາ ທີ່ຮັກແພງ, ກ່ອນອື່ນໝົດ ພວກເຮົາຂໍຂອບໃຈເພື່ອນທີ່ໄດ້ມີຄວາມສົນໃຈກ່ຽວກັບບັນດາງານບຸນຂອງ ຫວຽດນາມ. ປະຈຸບັນ ຫວຽດນາມ ມີປະມານ 8900 ກ່ວາງານບຸນ ໃນນັ້ນມີ 7000 ກ່ວາງານບຸນ ແມ່ນງານບຸນປະເພນີ. ບັນດາງານບຸນນີ້ ບໍ່ພຽງແຕ່ປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອ ເທົ່ານັ້ນ ຫາກຍັງແມ່ນຊັບສົມບັດວັດທະນະທຳທີ່ບໍ່ແມ່ນວັດຖຸຊອງຊາດ ຫວຽດນາມ ອີກ ດ້ວຍ. ໃນນັ້ນ ມີບັນດາງານບຸນໃຫຍ່ທີ່ຈັດຕັ້ງພາຍຫລັງບຸນປີໃໝ່ປະຈຳຊາດ ແລະ ມີປະຊາຊົນຈຳນວນຫລວງຫລາຍເຂົ້າຮ່ວມນັ້ນ ແມ່ນ: ງານບຸນ ຕິກດ່ຽນ (ໝາຍຄວາມວ່າ ລົງທົ່ງໄຖນາ) ດ້ອຍເຊີນ ຢູ່ເມືອງ ຢູຍຕຽນ ແຂວງ ຮ່ານາມ ເຊິ່ງມີມາແຕ່ສະຕະວັດທີ 10 ໂດຍມີຄວາມໝາຍສົ່ງເສີມກະສິກຳ, ແມ່ນການເຄື່ອນໄຫວທາງວັດທະນະທຳ ຫວນຄືນສູ່ກົກເຄົ້າເຫງົ້າກໍ; ງານບຸນ ວັດເຮືອງ ຢູ່ຕາແສງ ເຮືອງເຊີນ ເມືອງ ໝີດຶກ ຮ່າໂນ້ຍ ນີ້ແມ່ນງານບຸນທີ່ດຶງດູດຄວາມສົນໃຈຫລາຍທີ່ສຸດຈາກປະຊາຊົນທົ່ວປະເທດ ເຊິ່ງໄດ້ຈັດຕັ້ງພາຍຫລັງບຸນປີໃໝ່ປະຈຳຊາດ ແລະ ກໍ່ແມ່ນງານບຸນທີ່ໄດ້ຈັດຕັ້ງເປັນເວລາຍາວທີ່ສຸດ ນັບແຕ່ເດືອນ 1 - ເດືອນ 3 (ໄລ່ຕາມຈັນທະປະຕິທິນ). ງານບຸນ ໂນນດົງດາ ດ້ວຍຄວາມໝາຍສະແດງຄວາມຮູ້ບຸນຄຸນ ຕໍ່ວິລະຊົນຊາວນາຂອງ ຫວຽດນາມ ກວາງຈູງ; ງານບຸນ ຢອງຟູດົ໋ງ ແມ່ນລະລຶກເຖິງ ຄຸນງາມຄວາມດີຂອງ ຟູດົງທຽນເວືອງ (ແທ໋ງຢອງ) ໄດ້ຈັດຂຶ້ນທຸກໆປີຢູ່ຕາແສງ ຟູດົງ ເມືອງ ຢາເລີມ ຮ່າໂນ້ຍ ຊຶ່ງແມ່ນແຫ່ງກຳເນີດວິລະຊົນເທບນິຍາຍ “ຟູດົງທຽນເວືອງ”. ນອກນັ້ນຍັງມີບາງງານບຸນໃຫຍ່ຄື: ງານບຸນ ອຽນຕື ຢູ່ແຂວງ ກວາງນີງ, ງານບຸນ ລິມ ຢູ່ແຂວງ ບັກນີງ, ງານບຸນ ກົນເຊີນ ຢູ່ແຂວງ ຫາຍເຢືອງ, ງານບຸນ ວິຫານເຈີ່ນ ຢູ່ແຂວງ ນາມດິງ, ງານບຸນ ວັດແກວ ຢູ່ແຂວງ ທ໋າຍບີງ ແລະ ຍັງມີຫລາຍງານບຸນອື່ນໆອີກ…ຫວັງວ່າ ເພື່ອນຈະມີເວລາມາຢ້ຽມຢາມ ຫວຽດນາມ ແລະ ໄດ້ເຂົ້າຮ່ວມບັນດາງານບຸນດັ່ງກ່າວ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ