ຂ່າວໂຄສະນາການມອບລາງວັນທົ່ວປະເທດກ່ຽວກັບຖະແຫລງຂ່າວໃຫ້ຕ່າງປະເທດປີ 2017

(VOVWORLD) -ການມອບລາງວັນທົ່ວປະເທດກ່ຽວກັບຖະແຫລງຂ່າວໃຫ້ຕ່າງປະເທດປີ 2017 (ຜະລິດຕະພັນສື່ມວນຊົນ ແລະ ປື້ມ)

ໂດຍຄະນະໂຄສະນາ ສຶກສາ ສູນກາງ ແລະ ຄະນະຊີ້ນຳວຽກງານຖະແຫລງຂ່າວໃຫ້ຕ່າງປະເທດຈັດຕັ້ງ ເພື່ອມອບລາງວັນໃຫ້ບັນດາຜະລິດຕະພັນສື່ມວນຊົນ ແລະ ປື້ມ ດີເດັ່ນ ກ່ຽວກັບການຖະແຫລງຂ່າວໃຫ້ຕ່າງປະເທດໃນຂົງເຂດໂຄສະນາ, ຖະແຫລງຂ່າວໃຫ້ຕ່າງປະເທດ.  ຫນັງສືພິມເຍີນເຢີນ(ປະຊາຊົນ) ແມ່ນອົງການຮັບຜິດຊອບການມອບລາງວັນປີ 2017.

ເນື້ອໃນ:  ໂຄສະນາພາບປະເທດຫວຽດນາມ ສັນຕິພາບ, ສະຖຽນລະພາບ, ການພັດທະນາ, ເປັນເຈົ້າການ ແລະ ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ; ພື້ນຖານວັດທະນະທຳຫວຽດນາມ ເຂັ້ມຂົ້ນໄປດ້ວຍສີສັນຊາດ; ຊາວຫວຽດນາມ ສະຫນິດສະຫນົມ, ຂະຫຍັນຂັນເຄື່ອນ; ຜົນງານຂອງພາລະກິດແຫ່ງການປ່ຽນແປງໃຫມ່.

ຮູບການ ແລະ ປະເພດ: ລວມມີ 4 ຮູບການສື່ມວນຊົນ ແລະ ປື້ມ

ຮູບການສື່ມວນຊົນ: ຂ່າວ, ບົດການສຳພາດ, ລາຍການ, ຟີມເອກະສານ, ພາບສື່ມວນຊົນ ແລະ ພາບທິວທັດທຳມະຊາດ. ຖ້າຫາກແມ່ນບົດຂຽນດ້ວຍພາສາຕ່າງປະເທດບໍ່ຈຳເປັນແປເປັນພາສາຫວຽດ

ປື້ມ: ຖ້າຫາກພິມຈຳຫນ່າຍຢູ່ພາຍໃນປະເທດ ຕ້ອງມີຫນັງສືອະນຸຍາດໄດ້ພິມຈຳຫນ່າຍ

ຈຳນວນ:ສ່ວນບຸກຄົນແຕ່ລະຄົນຫລືກຸ່ມຜູ້ຂຽນສົ່ງບົດເຂົ້າຮ່ວມການເສັງຫລາຍສຸດແມ່ນ 7 ບົດ.

ເງື່ອນໄຂເໝາະສົມ:

-ບັນດາບົດຂຽນດ້ວຍພາສາຫວຽດ ແລະ ພາສາຕ່າງປະເທດ, ໄດ້ລົງໃນພາຫະນະສື່ມວນຊົນ ແລະ ພິມຈຳຫນ່າຍຢູ່ພາຍໃນປະເທດ ແລະ ຕ່າງປະເທດ ນັບແຕ່ວັນທີ 1 ມັງກອນປີ 2017 ຮອດວັນທີ 31 ທັນວາປີ 2017

- ສື່ສິ່ງພິມ ແລະ ສື່ເອເລັກໂຕນິກ: ສົ່ງສະບັບຕົ້ນຫລື coppy

- ກະຈາຍສຽງ ແລະ ໂທລະພາບ: ສົ່ງເອກະສານ, ແຜ່ນ CD, USB ອັດສຽງ ແລະ ພາບ

- ພາບ: ພິມພາບດ້ວຍເຈ້ຍມີຂະຫນາດ 18x24; ໝວດພາບ ພິມດ້ວຍເຈ້ຍມີຂະຫນາດ 12x18

*  ສົ່ງບົດເຂົ້າຮ່ວມການເສັງຕ້ອງມີຂ່າວຄາວກ່ຽວກັບ ຫົວຂໍ້ບົດ, ຜູ້ຂຽນຫລືໝູ່ຄະນະ, ທີ່ຢູ່ຕິດຕໍ່, ເວລາລົງພິມ ແລະ ຂ່າວກ່ຽວຂ້ອງ.

* ເວລາສົ່ງບົດ: ນັບແຕ່ວັນທີ 20 ທັນວາ ປີ 2017 ຈົນຮອດວັນທີ 31 ມີນາປີ 2018

*ສະຖານທີ່ຮັບບົດ: ຫ້ອງການຄະນະພັກ ແລະ ມະຫາຊົນ ຫນັງສືພິມເຍີນເຢີນ, ເຮືອນເລກທີ 71 ຮ່າງຈົງ, ຮວານກຽມ, ຮ່າໂນ້ຍ. ໂທລະສັບ 024.39381487; 02438254231; Fax: 024.39381487

-ຊອງຈົດໝາຍຕ້ອງຂຽນ: ບົດເຂົ້າຮ່ວມການເສັງຊິງລາງວັນທົ່ວປະເທດກ່ຽວກັບຖະແຫລງຂ່າວໃຫ້ຕ່າງປະເທດປີ 2017

*ລາຍລະອຽດກ່ຽວກັບການມອບລາງວັນດັ່ງກ່າວແມ່ນລົງໃນຫນ້າເວັບ: www.vovworld.vn

ຕອບກັບ

ຂ່າວ/ບົດ​ອື່ນ