ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 324 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 44 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນ ແບ່ງປັນຄວາມຮູ້ສຶກ ຢາກຊອກຮູ້ກ່ຽວກັບວັດທະນະທຳ, ມໍລະດົກຂອງ ຫວຽດນາມ ກໍ່ຄືບັນດາປະເທດອື່ນ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ - ảnh 1 ເຂດທ່ອງທ່ຽວ ຈ່າງອານ ຢູ່ແຂວງ ນິງບີງ

 ໃນອາທິດຜ່ານມາ, ເພື່ອນ ສຸກສາຄອນ, ເພື່ອນ ສຸມາລີ, ເພື່ອນ ສຸກດາວັນ ໄດ້ສົ່ງອີແມວມາຍັງລາຍ ການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າຮູ້ຈັກຕື່ມ ກ່ຽວກັບເຂດທ່ອງທ່ຽວ ຈ່າງອານ ຢູ່ແຂວງ ນິງບີງ .

       ໃນອີແມວສົ່ງເຖິງລາຍການ, ເພື່ອນ ຈັນດອນ ຢູ່ນະຄອນຫລວງ ວຽງຈັນ ແລະ ເພື່ອນ ປາໂນສອນ ຢູ່ແຂວງ ຜົ້ງສາລີ ຂຽນວ່າ: “ຫວ່າງແລ້ວນີ້ຂ້າພະເຈົ້າໄດ້ອ່ານບັນດາບົດຂຽນ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ບາງປະເທດ ອາຊຽນ ໃນໜ້າເວັບຂອງ vovworld.vn, ຂ້າພະເຈົ້າເຫັນວ່າ ບັນດາບົດຂຽນເຫຼົ່ານັ້ນ ທັງມ່ວນ ແລະ ມີປະໂຫຍດຫຼາຍ ໃຫ້ແກ່ຜູ້ນິຍົມທ່ອງທ່ຽວ ແລະ ຄົ້ນຫາຄືຂ້າພະເຈົ້າ. ບັນດາບົດຂຽນໄດ້ພັນລະນາ ບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງຫຼາຍປະເທດຢ່າງຈະແຈ້ງ. ເມື່ອອ່ານບົດຂຽນເຫຼົ່ານັ້ນແລ້ວ, ຂ້າພະເຈົ້າກໍ່ຢາກໄປຢ້ຽມຢາມສະຖານທີ່ດັ່ງກ່າວໃນທັນທີ. ຂໍຂອບໃຈພວກເພື່ອນທີ່ໄດ້ມີບັນດາບົດຂຽນມ່ວນໆດີໆເພື່ອແນະນຳໃຫ້ແກ່ຜູ້ຟັງ.”

       ເພື່ອນ ຈັນດອນ ແລະ ເພື່ອນ ປາໂນສອນ ທີ່ຮັກແພງ! ທາງລາຍການພາກພາສາລາວ ຂໍຂອບໃຈການປະກອບຄຳເຫັນ, ການຕິຊົມຂອງທ່ານຜູ້ຟັງທີ່ສະຫງວນໃຫ້ລາຍການ. ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ມີບັນດາບົດຂຽນ, ລາຍການທີ່ດີໆມ່ວນໆມີປະໂຫຍດເພື່ອມາແນະນຳໃຫ້ທ່ານຜູ້ຟັງຕື່ມອີກ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ - ảnh 2ມໍລະດົກວັດທະນະທຳບໍ່ເປັນວັດຖຸ ຂັບ ຊວານ ໄດ້ຮັບການຮັບຮອງເອົາຈາກ UNESCO  ໃນປີ 2011

        ເນື້ອໃນຈົດໝາຍຂອງເພື່ອນ ໂຊພາພອນ ສຸລີຍະວົງ ຢູ່ແຂວງ ຜົ້ງສາລີ ຂຽນວ່າ: “ຂ້າພະເຈົ້າແມ່ນຄົນມັກໄປທ່ອງທ່ຽວທີ່ສຸດ, ພິເສດແມ່ນຢາກຊອກຮູ້ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸໃນພາກພື້ນ ອາຊຽນ. ຜ່ານທາງລາຍການ, ຂ້າພະເຈົ້າຢາກໄດ້ຮັບຟັງການແນະນຳໂດຍຫຍໍ້ກ່ຽວກັບບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ ຫວຽດນາມ”

       ເພື່ອນ ໂຊພາພອນ ສຸລີຍະວົງ ທີ່ຮັກແພງ! ປະຈຸບັນ ຫວຽດນາມ ມີ 12 ມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ໄດ້ຮັບການຮັບຮອງເອົາຈາກ UNESCO ວ່າແມ່ນມໍລະດົກທີ່ເປັນເອກະລັກທີ່ສຸດຂອງມວນມະນຸດຄືດັ່ງນີ້: ສິລະປະຂັບ ບາຍຈອຍ ພາກກາງ (2017). ການເຫລື້ອມໃສບູຊາພະແມ່ ຫວຽດນາມ (2016). ພິທີດຶງເຊືອກຢູ່ ຫວຽດນາມ (2015). ຂັບ ວີ໋, ຢ້ຳ ເງະຕິງ (2014). ຂັບເດີນກາຕາຍຕື ພາກໃຕ້ (2013). ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ (2012). ຂັບ ຊວານ (2011). ງານບຸນ ຢ໋ອງ ຢູ່ວິຫານ ຊ໊ອກ ແລະ ວິຫານ ຟູດ໋ງ, ຮ່າໂນ້ຍ (2010). ຂັບ ກາຈູ່ (2009). ຂັບ ກວານຫໍ້ (2009). ວັດທະນະທຳ ຄ້ອງ ໄຕງວຽນ ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ຕາງໜ້າຂອງມວນມະນຸດໃນປີ 2008. ດົນຕີພະລາຊະວັງ ເຫ້ວ ແມ່ນມໍລະດົກວັດທະນະທຳໂລກບໍ່ເປັນວັດຖຸທຳອິດຢູ່ ຫວຽດນາມ ໄດ້ຮັບການຮັບຮອງໃນເດືອນ 11 ປີ 2003 ມາຮອດປີ 2008 ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ຕາງໜ້າຂອງມວນມະນຸດ.

       ດັ່ງທີ່ກ່າວມາຂ້າງເທິງ ແມ່ນບັນຊີລາຍຊື່ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ ຫວຽດນາມ ໄດ້ຮັບການຮັບຮອງເອົາຈາກ UNESCO, ຫວັງວ່າ ບັນດາຂໍ້ມູນຂ່າວນີ້ ຈະຊ່ວຍໃຫ້ເພື່ອນມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບພື້ນຖານວັດທະນະທຳຫລາຍຮູບຫລາຍສີຢູ່ ຫວຽດນາມ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ - ảnh 3 ເຄື່ອງຫຼິ້ນໂຄມໄຟ

ເພື່ອນ ຄຳດວງດີ ຢູ່ນະຄອນຫລວງ ວຽງຈັນ, ໄດ້ສົ່ງອີແມວມາຖາມລາຍການດ້ວຍເນື້ອໃນກ່ຽວກັບຄວາມໝາຍຂອງວັນບຸນໄຫວ້ພະຈັນຂອງ ຫວຽດນາມ ແລະ ຢາກຮູ້ວ່າໃນຊຸມວັນນີ້ ເດັກນ້ອຍຈະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຫຍັງແດ່ ?

ເພື່ອນ ຄຳດວງດີ ທີ່ຮັກແພງ: ວັນບຸນໄຫວ້ພະຈັນຢູ່ ຫວຽດນາມ ໄດ້ຈັດຕັ້ງໃນວັນເພງເດືອນ 8 ໄລ່ຕາມຈັນທະປະຕິທິນປະຈຳປີ, ແລະ ໄດ້ກາຍເປັນວັນບຸນຂອງເດັກນ້ອຍ (ວັນບຸນເຍົາວະຊົນ). ເດັກນ້ອຍມີຄວາມຄອງຄອຍຢາກໄດ້ຕ້ອນຮັບວັນບຸນນີ້ທີ່ສຸດ ຍ້ອນວ່າ ຕາມປົກກະຕິແລ້ວ ເດັກນ້ອຍຈະໄດ້ຮັບເຄື່ອງຫຼິ້ນຈາກຜູ້ໃຫຍ່ຄື: ໂຄມໄຟ, ໜ້າກາກ, ປືນຊີດນ້ຳ, ຕໍແຮ…ແລະ ໄດ້ກິນເຂົ້າໜົມໄຫວ້ພະຈັນ. ໃນວັນບຸນໄຫວ້ພະຈັນນີ້ ເຂົາເຈົ້າຈະຈັດພາເຂົ້າໜົມ, ໝາກໄມ້ໄປໄຫວ້ ແລະ ຊົມພະຈັນ. ຈຸດເວລາພະຈັນຂຶ້ນສູງ, ເດັກນ້ອຍທັງພ້ອມກັນຟ້ອນລຳທຳເພງທັງຊົມພະຈັນກິນເຂົ້າໜົມໝາກໄມ້ໄປພ້ອມ. ຢູ່ບາງບ່ອນ ເຂົາເຈົ້າຍັງຈັດຕັ້ງການເຊີດສິງໂຕ, ມັງກອນເພື່ອໃຫ້ເດັກນ້ອຍໄດ້ລະຫຼິ້ນຢ່າງສະບາຍໃຈ. ນອກຈາກຄວາມໝາຍສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ເດັກນ້ອຍ ແລະ ຜູ້ໃຫຍ່ແລ້ວ, ວັນບຸນໄຫວ້ພະຈັນຍັງແມ່ນໂອກາດ ເພື່ອໃຫ້ທຸກຄົນໄດ້ຊົມພະຈັນຄາດຄະເນລະດູການຜະລິດ ແລະ ຊາຕາກຳຂອງຊາດ. ຖ້າພະຈັນມີສີເຫຼືອງ ປີນັ້ນດິນຟ້າອາກາດຈະເອື້ອອຳນວຍຄວາມສະດວກໃຫ້ແກ່ການຜະລິດແພໄໝ, ຖ້າພະຈັນມີສີຟ້າ ປີນັ້ນຈະເກີດໄພທຳມະຊາດຢ່າງຮ້າຍແຮງ ແລະ ຖ້າພະຈັນມີສີໝາກກ້ຽງໃສ ແລະ ແຈ້ງດີ ປີນັ້ນປະເທດຊາດຈະຈະເລີນຮຸ່ງເຮືອງ.

ວັນບຸນໄຫວ້ພະຈັນບໍ່ພຽງແຕ່ມີຂຶ້ນຢູ່ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນວັນບຸນຢູ່ບັນດາປະເທດອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ຄື: ຈີນ, ຫວຽດນາມ, ຍີ່ປຸ່ນ, ສປປ.ເກົາຫຼີ, ໄຕ້ຫວັນ (ຈີນ), ສິງກະໂປ ອີກດ້ວຍ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາ​ຍການ - ảnh 4

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ