ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ

(vovworld) – ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ ໂທລະສັບຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ. ​


ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 1
(ພິທີຂອງຂວັນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​
ໃຫ້ແຂວງ​ຫຼວງ​ພະ​ບາງ ​ແລະ ​ແຂວ​ງຫົວພັນ)


ເພື່ອນ​ຈັນທະ​ວີ, ຢູ່​ແຂວງ​ຫົວ​ພັນ, ໄດ້​ສົ່ງ​ອີ​ແມວ​ມາ​ຍັງລາຍ​ການ​ຢາກ​ຮູ້​ແຈ້ງ​ກວ່າ​ກ່ຽວ​ກັບຂອງຂວັນ​ຂອງ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ທີ່​ສະຫງວນ​ໃຫ້ 2 ​ແຂວງ ຫົວພັນ ​ແລະ ຫຼວງພະ​ບາງ ​ໃນ​ໄລ​ຍະ​ຜ່ານ​ມາ ​ແລະ ຂອງ​ຂວັນ​ນີ້​ມີ​ຄວາມ​ໝາຍ​ຄື​ແນວ​ໃດ?

ເພື່ອນ​ຈັນທະ​ວີ ທີ່​ຮັກ​​ແພງ, ​ໃນ​ເດືອນ 07 ຜ່ານ​ມາ, ຢູ່​ແຂວງ​ຫຼວງ​ພະ​ບາງ, ​ໄດ​ຍ​ໄດ້​ຮັບ​ການ​ມອບ​ສິດ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອ​ງ​ເຕີນ​ຊາງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ, ຜູ້​ມີ​ສຳ​ນາດ​ເຕັມ​ແຫ່ງ​ສສ. ຫວຽດນາມ ປະຈຳ​ສປປ ລາວ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ມອບ​ຈຳນວນ​ເງິນ 55 ຕື້​ດົງ ​ເຊິ່ງ​ແມ່ນ​ຂອງຂວັນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໃຫ້ແຂວງ​ຫຼວງ​ພະ​ບາງ ​ແລະ ​ແຂວ​ງຫົວພັນ. ​ໃນ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ມອບ​ຈຳນວນ​ເງິນ 40 ຕື້​ດົງ ​ໃຫ້​ແຂວງ ຫຼວງພະ​ບາງ ​ແລະ 15 ຕື້ ດົງ​ໃຫ້​ແຂວງ​ຫົວພັນ. ຈຳນວນ​ເງິນ​ດັ່ງກ່າວ​ 2 ​ແຂວງ​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ຫໍ​ວັດ​ທະ​ນະ​ທຳ​ແຂວງ ຫຼວງ​ພະ​ບາງ ​ແລະ ​ໂຮງຮຽນ​​ອະນຸບານ​​ທີ່​ເປັນແບບຢ່າງ​ໃຫ້​ແຂວງ​ຫົວພັນ. ທ່ານເອກອັກຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ຂອງ​ຂວັນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີ​ນຊາງ ​ແລະ ບັນດາ​ພະນັກງານ, ພາລະ​ກອນຂ​ອງ 5 ບໍ່​ລິ​ສັດ​ຂອງ​ຫວຽດນາມ. ທີ່​ພິທີ, ທ່ານ​ປະລິຍາ​ເອກ ຄຳ​ແພງ ​ໄຊ​ສົມ​ແພງ, ​​ເລຂາ​, ​ເຈົ້າ​​ແຂວງ ຫຼວງ​ພະ​ບາງ, ​ໄດ້​ຂອບ​ອົກ​ຂອບ​ໃຈຄວາມ​ເອົາ​ໃຈ​ໃສ່​ຂ​ອງພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເອງ ທີ່​ມີ​ຕໍ່​ປະຊາຊົນ​ລາ​ວ. ທ່ານ​ໃຫ້​ຮູ້​ວ່າ, ຂອງຂວັນ​ນີ້​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ບໍ່ພຽງ​ແຕ່ສຳລັບ​ປະຊາຊົນ​ແຂວງ​ຫຼວງພະ​ບາງ​ເທົ່າ​ນັ້ນ,  ຫາກ​ຍັງ​ມີ​ຄວາມ​ໝາຍ​ລວມ​ໃຫ້​ທັງປະ​ເທດ​​ ​ແລະ ປະຊາຊົນ​ລາວ ​ເວົ້າ​ລວ​​ມ​ ​ແລະ ປະຊາຊົນ​ພາກ​ເໜືອ​ລາວ ​ເວົ້າ​ສະ​ເພາະອີກ​​ດ້ວຍ. ຫໍ​ວັດທະນະທຳ​ນີ້​ສະ​ແດງ​ໃຫ້​​ເຫັນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ລາວ.

ສ່ວນທ່ານ​ປະລິຍາ​ເອກ ຈັນ​ແສງ ພິມ​ມະ​ວົງ, ຮ້ອງ​ເຈົ້າ​ແຂວງ​ ​ແຂວງ​ຫົວພັນ ​ໃຫ້ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ກິດຈະກຳ​ນີ້​ເຂົ້າ​ໃຊ້​ການ​ຖືກ​ກຳນົດເວລາ​, ​ເສີມ​ຂະຫຍາຍ​ປະສິດ​ທິຜົນ, ປະກ​ອບສ່ວນ​ຮັບ​ໃຊ້​ໃຫ້ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ແຂວງ.

(ທ່ານ​ປະລິຍາ​ເອກ ຈັນ​ແສງ ພິມ​ມະ​ວົງ)


ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ - ảnh 2
(​ພິທີເຊັນ​ສັນຍາ​ຮ່ວມ​ມື​ລະຫວ່າງ VOV​ແລະ LNR)

ເພື່ອນ ພູຄ​ຳ ​ແຂວງ​ວຽງ​ຈັນ, ໄດ້​ສົ່ງ​ອີ​ແມວ​ມາ​ຍັງລາຍ​ການ ​ໃຫ້​ຮູ້​ວ່າ, ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ, ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ແລະ ວິທະຍຸ​ກະຈາຍ​ສຽງ​ແຫ່​ງຊາດ​ລາວ (LNR) ​ໄດ​້ຈັດ​ພິທີ​ເຊັນ​ສັນຍາ​ຮ່ວມ​ມື​ນຳ​ກັນ. ຜ່ານ​ລາຍການ, ຂ້າພະ​ເຈົ້າ​ຢາກ​ຮູ້​ເນື້ອ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ດັ່ງກ່າວໄດ້​ບໍ່?

ເພື່ອນ ພູຄ​ຳ ທີ່​ຮັກ​​ແພງ, ວັນ​ທີ 10/08, ຜ່ານ​ມາ, ຢູ່​ນະຄ​ອນຫຼວງ​ວຽງ​ຈັນ, ​ໄດ້​ດຳ​ເນີນ​ພິທີເຊັນ​ສັນຍາ​ຮ່ວມ​ມື​ລະຫວ່າງວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ວິທະຍຸ​ກະຈາຍ​ສຽງ​ແຫ່​ງຊາດ​ລາວ ​ໄລຍະ 2016 – 2018. ຕາມ​ເນື້ອ​​ໃນ​ຂອງ​ຂໍ້​ຕົກລົງ​​ດັ່ງກ່າວແລ້ວ, 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ອອກ​ອາກາດ​ບັນດາ​ຂ່າວ, ບົດ​ ​ແລະ ບັນດາລາຍການກ່ຽວ​ກັບ​ບັນດາ​ຜົນງານ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ແຕ່ລະ​ປະ​ເທດ. ວິທະຍຸ​ກະຈາຍສຽງ​ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ວິທະຍຸ​ກະຈາຍສຽງ​​ແຫ່ງ​ຊາດ ລາວ ​ໃນ​ການ​ກໍ່ສ້າງ​ນັກ​ຂ່າວ, ບັນນາທິການ ​ແລະ ພະນັກງານ​ເຕັກນິກ​ໃນ​ແຕ່ລະ​ປີ. ທ່ານ​ອຳນວຍ​ການ​ໃຫຍ່​ວິທະຍຸ​ກະຈາຍສຽງ ຫວຽດນາມ ຫງວຽນດັງຕ໋ຽນ ຢືນຢັນ​ວ່າ​:

“ ຂ້າພະ​ເຈົ້າ​ຊົມ​ເຊີຍ​ເລື່ອງ VOV ​ແລະ LNR ​​ເຊັນ​ສັນຍາ​ຮ່ວມ​ມື​ໃນ​ໄລຍະ​ໃໝ່, ຜ່ານ​ນັ້ນ ກໍເປັນການ​ສ້າງ​ພື້ນຖານ​ນິຕິ​ກຳຊ່ວຍສາຍ​ພົວພັນ​ຮ່ວມ​ມື​ກ້າວ​ເຂົ້າ​ສູ່​ລວງ​ເລິດ ​ແລະ ມີ​ປະສິດທິ​ຜົນ. ຂະ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ​ເຫດການ​ນີ້​ ຈະ​ໄຂ​ໄລຍະ​ພັດທະນາ​ໃໝ່​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ພະ​ລະ​ກິດ​ປ່ຽນ​ໃໝ່​ຢູ່​ແຕ່ລະປະ​ເທດ ​ແລະ ນຳ​ການພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່”.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov@yahoo.com, laovov5@gmail.com. ​ເພື່ອນ​ກໍ​ສາມາດ​ແລກ​ປ່ຽນ, ປະກອບ​ຄຳ​ເຫັນ​ຜ່ານ​ບັນດາ​ລາຍການ​ພາກ​ພາສາ​ລາວ​ທີ່​​ແວບ​ໄຊ vovworld.vn ຫຼື vov5.vn.

ຕອບກັບ

ຂ່າວ/ບົດ​ອື່ນ