ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ

(vovworld) – ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ ໂທລະສັບຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ. ​

    ລຸງ ຫວຽນ​ວັນ​ແຕ້​ວ, ຊາວ​ຫວຽດນາມ ອາ​ໄສ​ຢູ່​​ໄທ ສົ່ງອີ​ແນວ​ມາຍັງລາ​ຍການ ​ໂດຍ​ໃຫ້​ຮູ້​ວ່າ: ພັກ​ກອມ​ມູນິດ​ຫວຽດນາມ ​ໄດ​້ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ສະພາບ​ທີ່ບ້ານ​ເກີດ​ເມືອງ​ນອນ​ພວມ​ທຳ​ການ​ຕໍ່ຕ້ານ, ​ແຕ່​ໃນ​ວິວັດ​ແຫ່ງການ​ເຕີບ​ໃຫຍ່, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຊີ້​ນຳ​ນຳພາ​ປະຊາຊົນ​ຫວຽດນາມ ຍາດ​ໄຊ​ຊະນະ​ອັນຍິ່ງ​ໃຫຍ່​ຫຼາຍ​ຢ່າງ. ​ເນື່ອງ​ໃນ​ໂອກາດສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ, ຂ້າພະ​ເຈົ້າ​ຂໍອວຍພອນ​ໃຫ້​ບັນດາ​ແມ່​ຫວຽດນາມ ວິລະ​ຊົນ ​ແລະ ທະຫານ​ເສຍ​ອົງຄະ​ໃນ​ທົ່ວ​ປະ​ເທດ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ສືບ​ຕໍ່​ເປັນ​ແບບຢ່າງ​ໃຫ້​ລຸ້ນລູກ​ລຸ້ນຫຼານ​ຮໍ່າຮຽນ​ຕາມ.

ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ - ảnh 1

ມາດຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ຊົນນະບົດ​ໃໝ່
(ພາບປະກອບ)

    ເພື່ອນ ສຸກ​ມະ​ລີ​ວົງ ​ແຂວງ ​ໄຊ​ຍະ​ບຸລີ ​ໄດ້​ສົ່ງ​ຈົດໝາຍ​ຫາ​ລາຍການ​​ໂດຍຖາມ​ວ່າ: ​ໃນ​ລາຍການ​ຊົນນະບົດ​ໃໝ່, ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ການ​ພັດທະນາ​ບັນດາ​ຂະ​ແໜງອາຊີບ, ທາງ​ຄົມ​ມະ​ນາ​ຄົມ, ວິທີ​ປ່ຽນ​ໃໝ່​ໃນ​ການ​ພັດທະນາ​ກະສິກຳ. ​ແຕ່​ຂ້າພະ​ເຈົ້າ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ວ່າ ​​ໂດຍອີ​ງ​ໃສ່​ມາດຖານ​ໃດ​ເພື່ອ​ຕີ​ລາຄາ​ວ່າ​ແມ່ນ​ຕາ​ແສງ​​ບັນລຸ​ໄດ້​ມາດຖານ​ ຊົນນະບົດ​ໃໝ່?

    ເພື່ອນ ສຸກ​ມະ​ລີ​ວົງ ທີ່​ຮັກ​ແພງ, ບັນດາ​ມາດຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ຊົນນະບົດ​ໃໝ່, ​ເຊິ່ງ​​ທ່ານ​ນາຍົກລັດຖະມົນຕີ​ໄດ້​ເຊັນ​ຂໍ້​ຕົກລົງປະກາດ​ໃນ​ເດືອນ 4/2009, ​ໄດ້​ແບ່ງ​ເປັນ 5 ໝວດຄື: ໝວດ​ທີ 1 ​ແມ່ນ​ມາດຖານ​ກ່ຽວ​ກັບ “​ແຜນ​ກຳ​ນົດ ​ແລະ ປະຕິບັດ​ແຜນກຳນົດ”. ໝວດ​ທີ 2 ​ແມ່ນ “ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ” ດ້ວຍ​ບັນດາ​ມາດຖານ​ຄົມມະນາຄົມ, ຊົນລະປະທານ, ​ໄພ​ຟ້າ, ​ໂຮງຮຽນ, ພື້ນຖານ​ດ້ານ​ວັດຖຸ​, ວັດທະນະທຳ, ​ຕະຫຼາດ​ຊົນນະບົດ, ໄປສະນີ, ​ເຮືອນ​ຢູ່​ຂອງ​ປະຊາຊົນ. ໝວດ​ທີ 3 ​ແມ່ນ “​ເສດຖະກິດ ​ແລະ ຈັດ​ຕັ້ງ​ການ​ຜະລິດ”, ​ເຊິ່ງລວມມີ​ມາດຕະຖານ​ດ້ານ​ລາຍ​ຮັບ, ຄອບຄົວ​ທຸກ​ຍາກ, ​ໂຄງ​ປະກອບ​​ແຮງ​ງານ ​ແລະ ຮູບ​ການ​ຈັດ​ຕັ້ງ​ການ​ຜະລິດ. ໝວດ​ທີ 4 ​ແມ່ນ “ວັດທະນະທຳ - ສັງຄົມ - ສິ່ງ​ແວດ​ລ້ອມ” ​ເຊິ່ງລວມມີ​ການ​ສຶກສາ, ສາທາລະນະ​ສຸກ, ວັດ​ທະ​ນະ​ທຳ ​ແລະ ສິ່ງ​ແວດ​ລ້ອມ. ​ແລະ ມາດຖານ​ສຸດ​ທ້າຍ​ແມ່ນ​ໝວດ​ກ່ຽວ​ກັບ “ລະບົບ​ການ​ເມືອງ” ດ້ວຍ 2 ມາດຖານ: ລະບົບ​ອົງການ​ການ​ເມືອງ​ສັງຄົມ​ໝັ້ນ​ຄົງເຂັ້ມ​ແຂງ ​ແລະ ມີ​ຄວາມ​ສະຫງົບ, ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງ​ຄົມ. ມາດຖານ​ແຫ່ງ​ຊາດ​ໄດ້​ກຳນົດ​ບັນດາຄາດໝາຍ​ຢ່າງ​ລະອຽດທີ່​ສຸດ​ໃນ​ຊີວິດ​ສັງຄົມ, ການ​ຜະລິດ, ການ​ດຳລົງ​ຊີວິດ​ຢູ່​ເຂດ​ຊົນນະບົດ. ​ມີ​ບັນດາ​ມາດຖານ​ທີ່​ມີ​ລັກສະນະ​​ເປັນ​ຮູບ​ຮ່າງ​ຄື: ລະບົບ​ຕາໜ່າງ​ໄຟຟ້າ, ທາງ​ຄົມມະນາຄົມ, ​ສຸກສາລາ, ລາຍ​ຮັບ, ​ເຮືອນ​ຢູ່, ​ແຕ່​ກໍ​ມີ​ບັນດາ​ມາດຖານ​ກໍ​ມີ​ລັກສະນະ​ບໍ່​ເປັນ​ຮູບ​ຮ່າງ​ຄື: ອັດຕາສ່ວນ​ສຳ​ເລັດການ​ສຶກສາພາກ​ບັງຄັບ, ຄົນງານ​ໄດ້​ຮັບ​ການ​ບຳລຸງສ້າງ, ການເຂົ້າ​ຮ່ວມ​​ປະກັນ​ສຸຂະພາບ, ບັນດາໝູ່ບ້ານບັນລຸ​ມາດຖານ​​ບ້ານ​ວັດທະນະທຳ...

        ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ - ảnh 2
(​ລົດ​​ໄຟຟ້າຮັບ​ໃຊ້​ນັກ​ທ່ອ​ງ​ທ່ຽວ)

    ເພື່ອ​ນ ມີນາ ​ແກ້ວ​ມາລີວົງ, ​ຢູ່​ແຂວງ ບໍ່​ແກ້ວ ​ໄດ້​ສົ່ງ​ອີ​ແມວ ມາ​ຍັງ​ລາຍການ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ພ້ອມ​ກັບ​ເພື່ອນ​ມິດ ປະມານ 10 ຄົນຈະ​ມາ​ທ່ອ​ງທ່ຽວ​ຢູ່​ຮ່າ​ໂນ້ຍ. ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ຢາກ​​ໄປ​ຢ້ຽມຢາມ​ຢູ່​​ໃນ​ບໍລິ​ເວນນະຄອນຫຼວງ​ຮ່າ​ ໂນ້ຍ ​ແຕ່​ບໍ່​ຮູ້​ທາງ​ໄປ ກໍ່​ຄື​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ. ສະ​ນັ້ນຢາກ​ໃຫ້​ທາງ​ລາຍການ​ແນະນຳ​ໃຫ້​ພວກ​ຂ້າພະ​ເຈົ້າ​ວິທີ​ເດີນ​ທາງທີ່​ສະດວກ​ທີ່​ສຸດ. ຂໍຂອບ​ໃຈ​ລາຍການ.

   ເພື່ອ​ນ ມີນາ ​ແກ້ວ​ມາລີ ທີ່​ຮັກ​ແພງ, ປະຈຸ​ບັນ, ຢູ່​ຖະໜົນ ດິງຕຽນ​ຮ່ວາງ, ຕິດ​ກັບໜອງຮ່ວານ​ກ໋ຽມ, ​ໄດ້​ມີ​ລົດ​​ໄຟຟ້າຮັບ​ໃຊ້​ນັກ​ທ່ອ​ງ​ທ່ຽວຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດທີ່ມາ​ຢ້ຽມຢາມ​ບັນດາ​ສະຖານ​ທີ່ທີ່​ມີ​ຊື່​ສຽງ​ຢູ່ບໍລິ​ເວນ. ດ້ວຍຄວາມ​ຍາວ 7 ກມ, ​ລົດ​ໃຊ້​ພະລັງງານ​ໄຟຟ້າ ຈະ​​ແລ່ນໄປ​ຜ່ານ 28 ຖະໜົນ​ການ​ຄ້າ, 13 ຖະໜົນ​ອາຊີບ​ຫັດຖະກຳ, 22 ສາລາບ້ານ, 9 ວິຫານ, 3 ວັດ, 8 ປູຊະນີ​ຍະ​ສະ​ຖານປ​ະ​ຫວັດ​ສາດ, ທັດສະນີ​ຍະ​ພາບ​ຢູ່​ເຂດ​ໜອງ​ຮ່ວານ​ກ໋ຽມ ​ແລະ ຕະຫຼາດ ດົ່ງ​ຊວນ. ລົດ​​ໄຟຟ້າສາມາດ​ບັນຈຸ​ຜູ້​ໂດຍສານ​ໄດ້ຈຳນວນ 8 ຄົນ, ​​ໃຊ້​ເວລາ​ປະມານ 45 ນາ​ທີ/ ຖ້ຽວ. ​​ເປີດການ​ບໍລິການ​ຮັບ​ໃຊ້​ແຂກ​​ແຕ່​ເວລາ ​ 8​ໂມງ 30 ນາທີຮອດ 16 ​ໂມງ 30 ນາທີ ​ແລະ 19​ໂມງ - 23 ​ໂມງ. ​ເພື່ອນ​ສາມາດ​ຊື້​ປີ້​ຢູ່​ກັບ​ທີ່​ເລີຍ. ຂໍ​ອວຍ​ພອນ​ໃຫ້​ເພື່ອນ ​ແລະ ສະມາຊິກ​ໃນ​ຄະນະຈົ່ງ​ມີ​ການ​ເດີນທາງ​ດ້ວຍຄວາມມ່ວນ​ຊື່ນ, ປອດ​ໄພ.

 

   ເພື່ອນ ວຽງ ສິນ​ທຳ​ມະ​ວົງ, ​ ສົ່ງ​ອີ​ແມວ ມາ​ຍັງ​ລາຍການ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ ຢູ່​ຫວຽດນາມ ​ມີປະ​ເພດ​ສິລະປະ​ພື້ນ​ເມືອງທີ່​ເປັນ​ເອກະລັກນັ້ນ​ແມ່ນ "ການສະ​ແດງ​ຕຸກກະຕາ​ນ້ຳ”. ຂ້າພະ​ເຈົ້າ​ໄດ້​ຮັບ​ຊົມ​ບັນດາ​ລາຍການສະ​ແດງ​ຕຸກກະຕາ​ຂອງ​ຫຼາຍ​ປະ​ເທດ​​ໃນ​ໂລກຜ່ານ​ໂທລະພາບ​ແລ້ວ​ຄື​ໄທ, ມາ​ເລ​ເຊຍ... ​​ແຕ່​ການ​ສະ​ແດງ​ຕຸກກະຕາ​ນ້ຳຂອງ​ຫວຽດນາມ ພັດສະ​ແດງ​ບົນ​ໜ້ານ້ຳ. ຂ້າພະ​ເຈົ້າ​ຢາກຮູ້​ວ່າ ຢູ່​ຫວຽດນາມ ຂ້າພະ​ເຈົ້າ​ສາມາດຊົມ​ສິລະ​ປະ​ຟ້ອນ​ຕຸກກະຕາ​ນ້ຳ​ຢູ່​ໃສ?

    ເພື່ອນ ວຽງ ສິນ​ທຳ​ມະ​ວົງ ທີ່​ຮັກ​ແພງ, ສິລະປະຟ້ອນຕຸກກະຕານ້ຳແມ່ນປະເພດສິລະປະສະແດງບົນເວທີ່ ພື້ນເມືອງທີ່ເປັນເອກະລັກສະເພາະ, ຕິດພັນກັບ ພື້ນຖານອະລິຍະທຳປູກເຂົ້າ ນາທາມ ​ແລະ ​ໄດ້ມີ​ມາ​ກ່ອນ​ນີ້​ເກືອບ​ພັນ​ປີ​ຢູ່​ຫວຽດນາມ. ​ບັນດາ ລາຍການ​ສະ​ແດງລະຄອນຕຸກກະຕານ້ຳ ສ່ວນ​ຫຼາຍ​ແມ່ນ​ສ່ອງ​ແສງ​ຊີວິດ, ການ​ເຄື່ອນ​ໄຫວ​ວັດທະນະທຳ​ຂອງ​ຊາວ​ຫວຽດນາມ ຜ່ານບັນດາ​ເລື່ອງ​ລາວ, ​ເທບ​ນິຍາຍ, ​ເລື່ອງ​ລາວ​ປະຫວັດສາດ, ຮີດຄອງ​ປະ​ເພນີ, ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດຂອງ​ຊາວ​ກະ​ສິກ​ອນຫວຽດນາມ... ອັນ​ໄດ້​ດຶງ​ດູດ​ແຂກ​ມາ​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ຕ່າງປະ​ເທດ. ​ເພື່ອນ​ສາມາດ​ໄປຊົມລາຍ​ການສະ​ແດງ​ຟ້ອນຕຸກກະຕາ​ນ້ຳ ​ໄດ​້ຢູ່ໂຮງລະຄອນ ຕຸກກະຕານ້ຳທັງ​ລອງ ທີ່ເຮືອນ​ເລກທີ 57 B ຖະໜົນ​ດິງຕຽນ​ຮ່ວາງ - ຮ່າ​ໂນ້ຍ.

 

   ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ ຊ່ວຍ​ລາຍການ​ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼືສົ່ງອີ​ແມວດ້ວຍ​ລະຫັດ laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຕອບ​ສະໜອງ​ຕາມ​ຄວາມ​ປະສົງ​ຂອງ​ທຸກໆ​ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ