ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ

(VOVWORLD) - 73 ປີແຫ່ງວັນມູນເຊື້ອກອງທັບປະຊາຊົນ ຫວຽດນາມ ແລະ 71 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ

ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຫລາຍສະບັບ ຈາກຜູ້ຢຟັງຢູ່ຫລາຍປະເທດໃນໂລກຝາກມາຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ...ໃນນັ້ນ ຜູ້ຟັງລາວຫລາຍທ່ານ ກໍ່ຄືຜູ້ຟັງ ຫວຽດນາມ ຮູ້ພາສາ ລາວ ສະແດງຄວາມສົນໃຈເຖິງບັນດາເຫດການໃນເດືອນ ທັນວາ ຄື: 73 ປີແຫ່ງວັນມູນເຊື້ອກອງທັບປະຊາຊົນ ຫວຽດນາມ ແລະ 71 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 1

ໃນອາທິດຜ່ານມາ, ເພື່ອນ ສຸກສາຄອນ, ເພື່ອນ ອາມິນຕາ, ເພື່ອນ ຫງວຽນວັນນາມ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບັນດາຄຳຖາມ ເຊິ່ງພວກຂ້າພະເຈົ້າໄດ້ສົ່ງມາຍັງລາຍການ.

        ໃນອີແມວສົ່ງເຖິງລາຍການ, ເພື່ອນ ພອນສະຫວັນ ຢູ່ແຂວງ ຊຽງຂວາງ ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດສຳລັບລາຍການ ຫວຽດນາມ - ລາວ ໃນເວັບໄຊ VOV5, ຜ່ານລາຍການນີ້ ຂ້າພະເຈົ້າ ໄດ້ຕິດຕາມຂ່າວຕາວກ່ຽວກັບການພົວພັນຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ລາວ ມີຄວາມສະດວກ ແລະ ມີລັກສະນະສັງລວມກ່ວາ. ອາດເວົ້າໄດ້ວ່າ ນີ້ແມ່ນເອກະສານອັນລ້ຳຄ່າທີ່ສຸດສຳລັບຂ້າພະເຈົ້າ. ຂອບໃຈທາງລາຍການ, ຂ້າພະເຈົ້າຫວັງວ່າ ໃນໄລຍະຈະມາເຖິງ ເວັບໄຊຂອງທາງລາຍການຈະມີ ວີດີໂອ, ພາບສາລະຄະດີກ່ຽວກັບການພົວພັນຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ລາວ ຫລາຍກ່ວາອີກ”.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ ຜູ້ອ່ານຝາກມາລາຍການ - ảnh 2 ກອງທັບປະຊາຊົນ ຫວຽດນາມ

ລຸງ ພັນຕີ ບຸນທາ ຈັນທະວົງ ຢູ່ແຂວງ ວຽງຈັນ ເປັນນັກຮົບເກົ່າ ລາວ ໄດ້ໂທລະສັບມາລາຍການດ້ວຍເນື້ອໃນວ່າ:  ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນມູນເຊື້ອກອງທັບປະຊາຊົນ ຫວຽດນາມ (22/12/1944 22/12/2017). ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດານັກຮົບກຳລັງປະກອບອາວຸດກອງທັບປະຊາຊົນ ຫວຽດນາມ ເວົ້າລວມ ແລະ ບັນດານັກຮົບເກົ່າທະຫານອາສາສະໝັກ ຫວຽດນາມ ເວົ້າສະເພາະ ອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມກໍ່ຄືກອງທັບ 2 ປະເທດເວົ້າສະເພາະນັບມື້ນັບພັດທະນາ. ບັນດານັກຮົບປະເທດ ລາວ ກໍ່ຄືປະຊາຊົນ ລາວ ຍາມໃດກໍ່ຈົດຈຳບຸນຄຸນອັນໃຫຍ່ຫລວງຂອງບັນດານັກຮົບອາສາສະໜັກ ຫວຽດນາມ ເຊິ່ງໄດ້ຮຽງບ່າຮຽງໄຫລ່, ກໍ່ຄືສະໜັບສະໜູນ, ຊ່ວຍເຫຼືອກອງທັບ ແລະ ປະຊາຊົນ ລາວ ໃນຊຸມເດືອນປີສົງຄາມຢ່າງດຸເດືອດ. ພວກຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນໃນການສຶກສາໂຄສະນາ ເພື່ອໃຫ້ຄົນລຸ້ນຫລັງເຂົ້າໃຈແຈ້ງກ່ວາ ກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບ ລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງ.

        ເພື່ອນ ເບັ້ນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ ໄດ້ສົ່ງອີແມວມາຍັງ ລາຍການດ້ວຍເນື້ອໃນວ່າ: ໃນອາທິດຜ່ານມາ, ສື່ມວນຊົນຂອງ ຫວຽດນາມ ໃຫ້ຂ່າວຢ່າງຫລວງຫລາຍກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງ 71 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ, ພິເສດແມ່ນໃນເວັນໄຊ vovworld.vn ຂອງ VOV. ຜ່ານທາງລາຍການ ຂ້າພະເຈົ້າຢາກຮູ້ຕື່ມອີກກ່ຽວກັບຄວາມໝາຍປະຫວັດສາດຂອງວັນທົ່ວປະເທດທຳການຕໍ່ຕ້ານ ?

        ເພື່ອນ ເບັ້ນ ພິມມະສອນ ທີ່ຮັກແພງ! ວັນທີ 19 ທັນວາ1946 ແມ່ນວັນທົ່ວປະເທດທຳການຕໍ່ຕ້ານ, ອັນໄດ້ສ້າງເປັນຂີດໝາຍອັນສະຫງ່າລາສີເຫຼື້ຶອມໃນປະຫວັດສາດແຫ່ງການຕໍ່ສູ້ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງ ຫວຽດນາມ ແລະ ຕິດພັນກັບວິລະກຳອັນພິລະອາດຫານຂອງກອງທັບ ແລະ ປະຊາຊົນ ຮ່າໂນ້ຍ ໃນຊຸມວັນທຳອິດແຫ່ງການຕໍ່ສູ້ຕ້ານລ່າເມືອງຂຶ້ນ ຝະລັ່ງ. ວັນທີ 19/12/1946 ປະທານ ໂຮ່ຈີມິນ ໄດ້ຮຽກຮ້ອງທົ່ວປະເທດທຳການຕໍ່ຕ້ານ. ຜ່ານ 9 ປີແຫ່ງການຕໍ່ສູ້ຍືດເຍື້ອຍາວນານ, ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ຫວຽດນາມ ພາຍໃຕ້ການຊີ້ນຳນຳພາອັນສະຫລາດສ່ອງໃສ ແລະ ປີຊາສາມາດ ຂອງພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນຜູ້ຍິ່ງໃຫຍ່ ໄດ້ຜາບແຜ້ລັດທິລ່າເມືອງຂຶ້ນ ຝະລັ່ງ ເຊິ່ງຈຸດສູງແມ່ນ “ໄຊຊະນະປະຫວັດສາດ ດ້ຽນບຽນຟູ ທີ່ມີຊື່ສຽງໃນທົ່ວທະວີບ ແລະ ດັງກ້ອງກັງວານໄປທົ່ວໂລກ ”, ອັນໄດ້ບັງຄັບໃຫ້ລ່າເມືອງຂຶ້ນ ຝະລັ່ງ ຕ້ອງເຊັນສັນຍາ ເຊີແນວ ໃຫ້ຄຳໝັ້ນສັນຍາເຄົາລົບເອກະລາດ, ອະທິປະໄຕຂອງ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ. ຜົນສຳເລັດແຫ່ງການຕໍ່ສູ້ຕ້ານລ່າເມືອງຂຶ້ນ ຝະລັ່ງ ໄດ້ສ້າງປະຖົມປັດໃຈໃຫ້ແກ່ໄຊຊະນະອັນຍິ່ງໃຫຍ່ຂອງການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ ກູ້ຊາດ, ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສິ້ນສຸດ 30 ປີແຫ່ງ ການຕໍ່ສູ້ອັນຍືດເຍື້ອຍາວນານຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ພາຍໃຕ້ການຊີ້ນຳນຳພາຂອງພັກ ດ້ວຍມະຫາໄຊລະດູບານໃໝ່ປີ 1975

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງຜ່ານຊອັບແວ VOV Media ໃນໂທລະສັບມືຖື ແລະ ໄອແພັດ

ຕອບກັບ

ຂ່າວ/ບົດ​ອື່ນ