ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 260 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 46 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນ ແບ່ງປັນຄວາມຮູ້ສຶກ, ຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວ ຫວຽດນາມ - ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ເພື່ອນ ອານຸສິດ, ເພື່ອນ ແກ້ວດວງໃຈ ແລະ ເພື່ອນ ອາມິນຕາ ໄດ້ສົ່ງອີແມວມາຫາລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກພາສາຕ່າງປະເທດ, VOV ໄດ້ແນະນຳໃຫ້ຂ້າພະເຈົ້າກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ບັນດາແຂວງທາງພາກເໜືອ ຫວຽດນາມ, ພິເສດແມ່ນລາຍການທ່ອງທ່ຽວທະເລ ຫາຍຟ່ອງ ແລະ ການໄປທ່ອງທ່ຽວ ຊາປາ,  ຫວັງວ່າ ໃນການໄປຢ້ຽມຢາມຈະມາເຖິງຂອງຂ້າພະເຈົ້າ ແລະ ຄອບຄົວຈະມີຄວາມສະດວກກ່ວາ.”

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1 ທິວທັດທຳມະຊາດຢູ່ ຊາປາ

        ສ່ວນໃນອີແມວສົ່ງມາຍັງລາຍການຂອງເພື່ອນ ວົງໄຊ ທິບປະວົງ ຢູ່ແຂວງ ບໍ່ແກ້ວ ໄດ້ຂຽນວ່າ: “ຫວ່າງແລ້ວນີ້ ຂ້າພະເຈົ້າໄດ້ຊົມບັນດາພາບສາລະຄະດີໃນເວັບໄຊ vovworld.vn ທີ່ແນະນຳກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ. ຂ້າພະເຈົ້າເຫັນວ່າ ບັນດາພາບສາລະຄະດີນີ້ ມີປະໂຫຍດທີ່ສຸດໃຫ້ແກ່ຜູ້ທີ່ມີຄວາມນິຍົມໄປທ່ອງທ່ຽວ ແລະ ຄົ້ນຫາຄືຂ້າພະເຈົ້າ. ບັນດາພາບສາລະຄະດີໄດ້ພັນລະນາຢ່າງຈະແຈ້ງ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຕ່າງໆຂອງ ຫວຽດນາມ. ເມື່ອໄດ້ຊົມບັນດາພາບສາລະຄະດີເຫຼົ່ານັ້ນແລ້ວ ຂ້າພະເຈົ້າຮູ້ສຶກວ່າ ຕົນເອງຄືພວມໄດ້ຢ້ຽມເຫັນປະຈັກຕາບັນດາສະຖານທີ່ນັ້ນ ຂໍຂອບໃຈທາງລາຍການ ທີ່ໄດ້ແນະນຳບັນດາພາບສາລະຄະດີມ່ວນໆງາມໆ ເຖິງຜູ້ຟັງຜູ້ຊົມ”.

        ຂອບໃຈເພື່ອນ ວົງໄຊ ທິບປະວົງ ທີ່ໄດ້ມີຄວາມສົນໃຈຕໍ່ລາຍການ. ໃນໄລຍະຈະມາເຖິງ ທາງລາຍການຈະແນະນຳພາບສາລະຄະດີ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ ໃຫ້ພວກເພື່ອນຕື່ມອີກ. ຫວັງວ່າເພື່ອນຈະສະຫຼະເວລາຕິດຕາມຮັບຊົມ ແລະ ປະກອບຄຳຄິດເຫັນ ເພື່ອໃຫ້ລາຍການຂອງພວກເຮົານັບມື້ນັບດີກ່ວາເກົ່າ.

ໃນອາທິດຜ່ານມາ, ລຸງ ຫງວຽນວັນແຕ້ວ ຊາວ ຫວຽດນາມ ພວມດຳລົງຊີວິດຢູ່ ໄທ ແລະ ລຸງ ເພັດສະຫວັນ ຢູ່ແຂວງ ສາລະວັນ ແມ່ນທ່ານຜູ້ຟັງທີ່ຕິດຕາມລາຍການພາກພາສາລາວເປັນປະຈຳ ໄດ້ສົ່ງອີແມວມາຍັງລາຍການໂດຍແບ່ງປັນວ່າ:  “ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ຮັບຂ່າວວ່າ: ໃນໄລຍະມໍ່ໆມານີ້ ບັນດາອົງການທີ່ກ່ຽວຂ້າງຂອງ 2 ປະເທດ ໄດ້ສົມທົບກັບພໍ່ແມ່ປະຊາຊົນບັນດາເຜົ່າລາວ ຊອກຫາ, ພົບເຫັນບ່ອນຝັງສົບນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດນັບພັນໆບ່ອນ ແມ່ນບັນດາທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ໄດ້ຈັດຕັ້ງພິທີສົ່ງອັດຖິເຫຼົ່ານັ້ນ ກັບເມືອບ້ານເກີດເມືອງນອນ. ການເສຍເລືອດເນື້ອຂອງທະຫານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນດິນແດນປະເທດລ້ານຊ້າງ ແມ່ນຍິ່ງໃຫຍ່ທີ່ສຸດ. ປະຊາຊົນ ລາວ ຍາມໃດກໍ່ຈາລຶກຄຸນງາມຄວາມດີຂອງບັນດານັກຮົບ, ທະຫານອາສາສະໝັກ ຫວຽດນາມ ຈົນຊົ່ວກາລະນານ

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2 (ພາບປະກອບ)

ຂອບໃຈລຸງ ຫງວຽນວັນແຕ້ວ ແລະ ລຸງເພັດສະຫວັນ ທີ່ໄດ້ຕິດຕາມຂ່າວຄາວກ່ຽວກັບວຽກງານຊອກຫາ, ທ້ອນໂຮມອັດຖິບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ລະດູແລ້ງແມ່ນໄລຍະເວລາເໝາະສົມທີ່ສຸດ ເພື່ອໃຫ້ບັນດາທິມງານທ້ອນໂຮມອັດຖິຂອງ ຫວຽດນາມ ສຸມກຳລັງເຫື່ອແຮງຊອກຫາ, ຂຸດເອົາອັດຖິບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ລະອຽດແມ່ນ: ໃນໄລຍະຜ່ານມາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9 (ນະຄອນ ດົງຮ່າ, ແຂວງ ຫວາງຈິ), ອຳນາດການປົກຄອງແຂວງ ກວາງຈິ ແລະ ແຂວງ ສະຫວັນນະເຂດ (ລາວ), ຄະນະປະຕິບັດງານພິເສດຂອງລັດຖະບານ, ເຂດທະຫານ 4…ໄດ້ຈັດຕັ້ງພິທີຮັບເອົາອັດຖິ ແລະ ໄວ້ອາໄລຈາລຶກບຸນຄຸນໃຫ້ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດແມ່ນທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ປະເທດລາວຢ່າງສົມກຽດ. ນີ້ແມ່ນບັ້ນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຄັ້ງທີ 32 (ນັບແຕ່ປີ 1993) ເປັນຕົ້ນມາ ໂດຍແມ່ນກຳລັງສັງກັດທິມງານ 584 (ກອງບັນຊາການທະຫານແຂວງ ກວາງຈິ) ປະຕິບັດຢູ່ລາວ. ກຳລັງເຈົ້າໜ້າທີ່ໄດ້ພົບເຫັນ ແລະ ທ້ອນໂຮມຂຸມຝັງສົບລວມໝູ່ 1 ຂຸມ ພ້ອມກັບ  21 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນທະຫານອາສາສະໝັກ ພ້ອມດ້ວຍວັດຖຸພັນຫລາຍຢ່າງ.

ແລະກໍ່ໃນຕອນເຊົ້າວັນທີ 11 ພຶດສະພາ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ເຫວ້, ຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນ-ເຫວ້ ໄດ້ຈັດຕັ້ງພິທີໄວ້ອາໄລຈາລຶກບຸນຄຸນ ແລະ ປົງ 11 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ສະໜາມຮົບ ລາວ. ທິມງາມທ້ອນໂຮມ 192 - ກອງບັນຊາການທະຫານແຂວງ ເທື່ອທຽນ-ເຫວ້ ໄດ້ແກ້ໄຂທຸກຄວາມຫຍຸ້ງຍາກໃນການຊອກຫາ ແລະ ຂຸດເອົາ 11 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ. ໃນນັ້ນ 10 ອັດຖິນັກຮົບເສຍສະຫຼະຊີວິດແມ່ນພົບເຫັນ ແລະ ຂຸດເອົາຢູ່ແຂວງ ສາລະວັນ ແລະ 1 ອັດຖິແມ່ນຢູ່ແຂວງ ເຊກອງ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ