ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມທີ່ໜ້າສົນໃຈເຊິ່ງທ່ານຜູ້ຟັງຝາກມາລາຍການ

(vovworld) –ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນ, ໄດ້​ຮັບ​​ໂທ​ລະ​ສັບ, ອີ​ແມວ, ຈົດ​ໝາຍອວຍພອນຫຼາຍ​ສະ​ບັບ​ຈ​າກ​ຜູ້​ຟັງ​ລາວ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (07/09/1945 07/09/2015). ນອກ​ຈາກ​ນັ້ນ, ຜູ​້​ຟັງ​ຍັງ​ສົນ​ໃຈ​ເຖິງ​ບັນ​ດາ​ເຫດ​ການ​ພົ້ນ​ເດ​ັ່ນ​ຂອງ​ຫວຽດ​ນ​າມ ແລະ ລາວ ​ໃນອາ​​ທິດ​ຜ່ານ​ມາອີກ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ທີ່​ໜ້າ​ສົນ​ໃຈ​​ເຊິ່ງ​ທ່າ​ນ​ຜູ້​ຟັງ​ຝ​າກ​ມາ​ລາຍ​ການ.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມທີ່ໜ້າສົນໃຈເຊິ່ງທ່ານຜູ້ຟັງຝາກມາລາຍການ - ảnh 1
(​ພ​ິ​ທີສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່​ງວັນ​ສ້າງ​ຕັ້ງ
​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ)

ເພື່ອນ​ບຸນ​ທະ​ວີ ອີນ​ທະ​ວົງ, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ສົ່ງ​ອີ​ແມວ​ມາ​ຍັງລາຍ​ການ​ໃຫ້​ຮູ​້ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂ່າວ​ວ່າ, ວັນ​ທີ 7/09  ຜ່ານ​ມາ, ແມ່ນ​ວັນສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (VOV). ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້ VOV ນັບ​ມື້​ນັບ​ພັດ​ທະ​ນາ, ມີ​ຫຼາຍ​ຮູບ​ການ​​ ແລະ ຂ່າວ​ບົດເຕີ່ມ​ອີກ ເພື່ອ​ຮັບ​ໃຊ້​ຜູ້​ຟັງ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.    

ເພື່ອນ​ບຸນ​ທະ​ວີ ອີນ​ທະ​ວົງ ທິ່​ຮັກ​ແພ​ງ, ວັນ​ທີ 07/09 ຜ່ານ​ມາ, VOV ໄດ້​ຈັດ​ພ​ິ​ທີສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ​ໃນ 70 ປ​ີ​​​ແຫ່ງ​ການ​ສ້າງຕັ້ງ ແລະ ພັ​ດ​ທະ​ນາ​ຂອງ​ຕ​ົ​ນ VOV ​ຮູ້ສຶກ​ເອກ​ອ້າງ​ຖະ​ນົງ​ໃຈ ​ເພາະ​ໃນ​ແຕ່​ລະບາດ​ກ້າວ​ພັດທະນາ​ຂອງ​ຕົນ ຍາມ​ໃດ​ກໍ​ມີ​ການ​ປະກອບ​ສ່ວນ​ຈາກ​ທ່ານຜູ້​ຟັງ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ກ່ອນ​ນີ້ 70 ປ​ີ, ປ​ະ​ທານ​ໂຮ່​ຈິ​ມິນ ໄດ້​ອອກ​ຄຳ​ສັ່ງ​ສ້າງ​ຕັ້ງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ. ພາຍຫຼັງ​ສະຖາປະນາ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ ພຽງ​ 5 ວັນ​ເທົ່າ​ນັ້ນ, ໃນ​ເວ​ລາ 11 ໂມງ 30 ນາ​ທີ ຂອງວັນ​ທີ 07/09/1945, VOV ໄດ້​ອອກ​ອາ​ກາດ​ລາຍ​ການ​ທຳ​ອິດ, ອັນໄດ້​ເປີດ​ຂີ​ດໝາຍ​ແຫ່ງ​ການ​ສ້າງ​ຕັ້ງ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ​ໃນທົ່ວ​ໂລກ, ທັງ​​ເປັນ​ການ​ກ​ຳ​ເນີ​ດຮູບ​ການ​ສື່ມວນ​ຊົນ​ໃໝ່: ນັ້ນ​ແມ່ນ​ວິທະຍຸຈະ​ກາຍ​ສຽງ​ຂອງ​ຫວຽດ​ນາມ. VOV ​ໄດ້​ຮ່ວມກັບ​ປະ​ເທດ​ຊາດ ຜ່ານ​ຜ່າການ​ຕໍ່​ຕ້ານ 2 ຄັ້ງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​, ລ້ຳບາກ, ​ການເສ​ຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, VOV ໄດ້​ອອກ​ອາກ​າດ​ເປັນ​ປະ​ຈຳ, ຮັບ​ປະ​ກັນ​ໜ້າ​ທີ່​ການ​ເມືອງ​ສຳ​ຄັນ ແລະ ສັກ​ກະ​ລະ​ບູ​ຊາ, ແມ່ນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ພັກ, ລັດ ກັບ​ປະ​ຊາ​ຊົນ. ພ້ອມ​ກັບ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາ​ລະ​ກິ​ດ​ປະ​ຕິ​ວັດ, VOV ໄດ້​ມີ​ບາດ​ກ້າວ​ເຕີບ​ໃຫຍ່​ຢ່າງກະ​ໂດດ​ຂັ້ນ ແລະ ໝັ້ນ​ຄົງ​ໃນທຸກ​ດ້ານ. ດ້ວຍ​ຄວາມ​ຕັດ​ສິນ​ໃຈ ແລະ ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, VOV ໄດ້ ແລະ ພວມ​ກາຍ​ເປັນ​ພາ​ຫະ​ນະ​ສື່ມວນ​ຊົນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ເຕົ້າ​ໂຮມ​ທ​ຸກ​ຮູບ​ການ​ສື່ມວນ​ຊົນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ນັບ​ມື້​ນັບ​ອຸ​ດົມ​ສົມ​ບຸນ​ຂອງ​ສັງ​ຄົມ ດ້ວຍ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ດ້ານຕັກ​ນິກ​ຄົບ​ຊຸດ ​ແລະ ​ພື້ນ​ຖານ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ, ທັນ​ສະ​ໄໝ; ດ້ວຍ​ຖັນ​ແຖວ​ພະ​ນັກ​ງານ​ມີ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ​ຢ່າງ​ໝັ້​ນຄົງຂົງ​ເຂັ້ມ​ແຂງ, ຮັກ​ອາ​ຊີບ, ພ້ອມ​ແລ້ວ​ທີ່​ຈະເຮັດ​ທຸກສິ່ງ​ທຸກ​ຢ່າງ​ເພື່ອ​ໃຫ້​ວິທະຍຸ​ກະຈາຍສຽງຫວຽດ​ນາມ ນັບ​ມື້​ນັບ​ແຜ່​ລາມອອກ​ຢ່າງ​ກວ້າງ​ຂວາງ.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມທີ່ໜ້າສົນໃຈເຊິ່ງທ່ານຜູ້ຟັງຝາກມາລາຍການ - ảnh 2
(ອາຈານ ​ຟ້າມ​ຊວນ​ເຟີ​ນ, ອະທິການ​ບໍດີ​ໂຮງຮຽນ)

​ເພື່ອນ​ວິ​ໄລ​ສຸກ, ຢູ່​ແຂວງ​ຫົວພັນ ​ໄດ້​ສົ່ງ​ອີ​ແມວ​ມາ​ຍັງລາຍ​ການ​ໃຫ້​ຮູ​້ວ່າ: ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ຜ່ານ​ VOV ກ່ຽວ​ກັບ​ເລື່ອງ, ​ໃນ​ອາທິດ ​ໂຮງຮຽນ 2 ພາສາ​ລາວ - ຫວຽດ ຫງວຽນ​ຢູ, ຢູ່​ນະຄອນຫຼວງ​ວຽງ​ຈັນ ​​ໄດ້ຈັດ​ພິທີໄຂສົກຮຽນ​ໃໝ່ 2015 – 2016. ຜ່ານ​ລາຍການ, ຂ້າພະ​ເຈົ້າຢາກ​ຊອກ​ຮູ້​ກ່ຽວ​ກັບ​ໂຮງຮຽນ​ນີ້​ຕື່ມອີກ​ໄດ້​ບໍ່?

​ເພື່ອນ​ວິ​ໄຊ​ສຸກ, ທີ່​ຮັກ​​ແພງ, ໂຮງຮຽນ 2 ພາສາ​ລາວ - ຫວຽດ ຫງວຽນ​ຢູ​ ໄດ້​​ເລີ່ມລົງມື​ກໍ່ສ້າງ​​ເມື່ອ​ທ້າຍ​ປີ 2005, ​ໂຮ​ງຮຽນ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ 3 ຊັ້ນ, 39 ຮ້ອງ​ຮຽນ. ​ໃນ​ສົກຮຽນ 2015 – 2016, ໂຮງຮຽນ 2 ພາສາ​ລາວ - ຫວຽດ ຫງວຽນ​ຢູ ມີ​ນັກຮຽນ​ເກື​ອບ 2000 ຄົນ, ຢູ່​ຊັ້ນ​ຮຽນ​ຕ່າງໆ, ​ຖັນ​ແຖວ​ຄູ​ອາ​ຈານ​ທັງ​ເປັນຊາວ​ຫວຽດນາມ ​ແລະ ລາວ​ລວມມີ 100 ຄົນ, ​ໃນ​ນັ້ນ​ຄູ​ອາຈານທີ່​ມີ​ລະດັບປະລິຍາ​ໂທ 1 ຄົນ, ປະລິ​ຍາ​ຕີ 36 ຄົນ, ຈຳນວນຄູ​ອາຈານ​ຍັງ​ເຫຼືອ​ໄດ້​ຮຽນ​ຈົບ​ວິທະຍາ​​ໄລ ​ແລະ ​ໂຮງຮຽນ​ວິຊາ​ຊີບຊັ້ນ​ກາງ. ​ໂຮງຮຽນ ຫງວຽນ​ຢູ ​ແມ່ນ​ໂຮງຮຽນ​ຂອງ​ສະມາຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ​​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄ​ອນຫຼວງ​ວຽງ​ຈັນ ​ແລະ ສະຖານທູດ​ຫວຽດນາມ ປະຈຳ​ລາວ, ສ່ວນກະຊວງ​ສຶກສາທິການ ​ແລະ ກິລາ​ລາວ ຊີ້​ນຳ​ດ້ານ​ວິຊາ​ສະ​ເພາະ. ອາຈານ ​ຟ້າມ​ຊວນ​ເຟີ​ນ, ອະທິການ​ບໍດີ​ໂຮງຮຽນ​ໃຫ້​ຮູ້​ວ່າ.

“​ໄລຍະ​ຜ່ານ​ມາ, ສະ​ຖາ​ບັນ​ວິທະຍາ​ສາດ​ສຶກສາ ຂອງ​ກະຊວງ​ສຶກສາ ​ແລະ ບຳລຸງສ້າງ​ຫວຽ​ດນາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທາງ​ໂຮງຮຽນ ​ແລະ ມີ​​ແຜນການ​ຄົ້ນຄວ້າ, ຮຽບຮຽງ​ປື້​ມຕຳລາ​ຮຽນ​ສະ​ເພາະສອງ 2 ພາສາ​​ໃນ​ໂຮງຮຽນ ​ແລະ ຮອດພາກຮຽນ 2 ຈະ​ປະຕິບັດ. ​ໃນ​ອະ​ນາ​ຄົດ, ຖ້າ​ພວກ​ນ້ອງ​ເຂົ້າ​​ໃຈ​ພາສາ​ຫວຽດ ​ແລ້ວ ຈະ​ສິດສອນ​ດ້ວຍ​ພາສາ​ຫວຽດ ບາງ​ວິຊາ​ຄຶ: ວິຊາ​ເລກ, ວິຊາ​ຟິຊິກ​, ​ເຄມີ​  ​ແລະ ບາງ​ວິຊາ​ອື່ນ ຈະ​​ສອນ​​ເປັນພາສາ​ລາວ ​ຫຼື 2 ພາສາ.”

ນ້ອງ ພອນ​ສະຫວັນ ຈັນ​ທີ, ລູ​ກຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ, ​ໄດ້​​ແບ່ງປັນ​ຄວາມ​ໃນ​ໃຈ​ຂອງ​ຕົນ ​ເມື່ອ​ຮຽນ​ຢູ່​ໂຮງຮຽນ ຫງວຽນ​ຢູ ວ່າ.

“ຢູ່​ໂຮງຮຽນ ລູກ​ໄດ້​ຮຽນ​ດ້ວຍພາສາ​ຫວຽດ, ລູກ​ຕັ້ງ​​ໃຈ​ຮຽນ​ເພື່ອ​ເຂົ້າ​ໃຈ​ບົດຮຽນ ​ແລະ ​ສາມາດເຮັດ​ບົດ​​​ຝຶກ​ຫັດ​​ໂດຍອາຈານ​ມອບ​ໃຫ​້. ອາຈານ​ໄດ້​ສອນ​ຢ່າງ​ລະອຽດ, ລູກ​ເຂົ້າ​ໃຈ​ໄດ້​ຫຼາຍ​ສິ່ງ​ຫຼາຍ​ຢ່າງ. ລູກ​ຮູ້ສຶກ​ມ​ວນຫຼາຍ, ​ເມື່ອ​ຮຽນ​ຢູ່​ໂຮງຮຽນ​ນີ້ ລູກ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທ​ດລາວ ຫຼາຍ​ກວ່າ, ​ແຕ່​ລູກ​ກໍ​ຫວັງຢາກ​ເກັ່ງ​ພາສາ​ຫວຽດ ​​ອີກ, ຍ້ອນ​ນັ້ນ​ແມ່ນ​ພາສາ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ.”

ກະຊວງ​ສຶກສາທິການ ​ແລະ ກິລາລາ​ວ ​ແລະ ລັດຖະບານ 2 ປະ​ເທດ​ປາດ​ຖະໜາ​, ຢາກກໍສ້າງ​ໂຮງຮຽນ​ໃຫ້​ກາຍ​ເປັນ​ໂຮງຮຽນ​ບຳລຸ​ງສ້າງ​ທີ່​ມີ​ຄຸ​ນນະພາ​ບສູງ, ​ເປັນສັນຍາ​ລັກ​​ແຫ່ງການ​ຮ່ວມ​ມື​ດ້ານ​ການ​ສຶກສາລະ​ຫວ່າງ 2 ປະ​ເທດ, ກໍ​ຄື​ແມ່ນ​ຂົວ​ຕໍ່​ໃຫ້​​ແກ່ການ​ຮ່ວມ​ມື​ມິດ​ຕະພາບ​ລະຫວ່າງ​ລາວ - ຫວຽດນາມ.

 

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com

ຕອບກັບ

ຂ່າວ/ບົດ​ອື່ນ