ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 189 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ ແລະ ເຂດແຄ້ວນ.

ເພື່ອນ ເພັດສະມອນ ແກ້ວດວງດີ, ຢູ່ແຂວງວຽງຈັນ, ໄດ້ສົ່ງອີແມວມາຍັງລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າມັກຕິຕາມລາຍການ 54 ຊົນເຜົ່າຫວຽດນາມ, ບັນດາບົດຂຽນຂອງ VOV 5 ໄດ້ສະໜອງຂໍ້ມູນຫຼາຍຢ່າງ, ຊ່ວຍໃຫ້ຜູ້ຟັງສາມາດເຂົ້າໃຈກວ່າກ່ຽວກັບຮີດຄອງປະເພນີ, ວັດທະນະທຳທີ່ເປັນເອກະລັກສະເພາະ, ກໍຄືບັນດາຊຸດອາພອນພື້ນເມືອງຂອງບັນດາເຜົ່າຫວຽດນາມ. ຂ້າພະເຈົ້າເອງກໍຕີລາຄາວ່າ, ບັນດາບົດຂຽນກ່ຽວກັບ 54 ຊົນເຜົ່າຫວຽດນາມ ທີ່ໄດ້ອອກອາກາດນັ້ນນັບມື້ນັບມີຄຸນນະພາບສູງກວ່າ, ຫວັງວ່າ ໃນໄລຍະຈະມາເຖິງ ບັນດາທ່ານຜູ້ຟັງຈະໄດ້ຮັບຟັງບັນດາບົດຂຽນມ່ວນໆກວ່າ ກ່ຽວກັບບັນດາເຜົ່າຢູ່ຫວຽດນາມ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1(ມອບລາງວັນການແຂ່ງຂັນແຕ່ງບົດເພງ)

ເພື່ອນສຸກສົມພອມ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີແມວມາລາຍການໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໄດ້ຈັດຕັ້ງງານແຂ່ງຂັນການແຕ່ງບົດເພງຍ້ອງຍໍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລາວ - ຫວຽດນາມ, ຫວຽດນາມ - ລາວ. ຂ້າພະເຈົ້າຢາກຮູ້ວ່າ ມີຈັກບົດເພງໄດ້ຮັບການຄັດເລືອກເຂົ້າຮອບຊີງຊະນະເລີດ? ແລະ ບົດເພງໃດ ຍາດໄດ້ລາງວັນໃນງານແຂ່ງຂັນດັ່ງກ່າວ?

ເພື່ອນສຸກສົມພອມ ທີ່ຮັກແພງ, ເນື່ອງໃນໂອກາດສະເຫຼີມສະຫຼອງປີມິດຕະພາບຫວຽດນາມ - ລາວ (55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2017), ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໄດ້ປຸກລະດົມການແຂ່ງຂັນແຕ່ງບົດເພງດ້ວຍຫົວຂໍ້ວ່າ “ນ້ຳໃຈມິດຕະພາບລາວ - ຫວຽດນາມ, ຫວຽດນາມ - ລາວ” ເພື່ອແນໃສ່ເຮັດໃຫ້ປະຊາຊົນທຸກຊັ້ນວັນນະ 2 ປະເທດມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມສາມັກຄີແບບພິເສດ ສັດຊື່ບໍລິສຸດພຸດຜ່ອງຂອງ 2 ຊາດ ລາວ - ຫວຽດນາມ. ໃນໄລຍະປຸກລະດົມ, ຄະນະຈັດຕັ້ງໄດ້ຮັບບົດເພງປະເພດຕ່າງໆກວ່າ 100 ບົດ. ບັນດາບົດເພງນັ້ນລ້ວນແຕ່ຍ້ອງຍໍຄວາມສາມັກຄີແບບພິເສດລາວ - ຫວຽດນາມ, ຫວຽດນາມ - ລາວ. ບົນຈິດໃຈນັ້ນ, ຄະນະຈັດຕັ້ງໄດ້ຄັດເລືອກບົດເພງດີເດັ່ນ 17 ບົດເຂົ້າຮອບຊີງຊະນະເລີດ. ບັນດານັກແຕ່ງເພງ, ນັກຮ້ອງທີ່ເຂົ້າຮ່ວມງານແຂ່ງຂັນຄັ້ງນີ້ລ້ວນແຕ່ເປັນໄວໜຸ່ມ. ຈຸດພິເສດຂອງງານແຂ່ງຂັນຄັ້ງນີ້ມີບົດເພງຫຼາຍບົດ ໄດ້ເໝາະສົມກັບໄວໜຸ່ມ, ພົ້ນເດັ່ນຄືບົດເພງ “ບາວລາວ - ສາວຫວຽດ” ແລະ ນີ້ແມ່ນບົດເພງຍາດໄດ້ລາງວັນທີ 1 ໃນງານແຂ່ງຂັນຮອບຊີງຊະນະເລີດຄັ້ງນີ້. ພ້ອມກັບລາງວັນທີ 1 ນີ້, ຄະນະຈັດຕັ້ງກໍໄດ້ຄັດເລືອກ 2 ບົດເພງເພື່ອມອບລາງວັນທີ 2 ຄືບົດເພງ ເພື່ອນຮ່ວມອຸດົມການ ແລະ ບົດເພງ ສາຍສຳພັນລາວ - ຫວຽດ ໝັ້ນຄົງ ແລະ ລາງວັນທີ 3 ມີ 3 ລາງວັນ, ລາງວັນຊົມເຊີຍ 11 ລາງວັນ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 2 (ງານຕະຫຼາດນັດອາຫານການກິນ 2017)

ແລະກໍ່ໃນອາທິດຜ່ານມາ, ເພື່ອນ ພຸດທະພອນ, ຢູ່ແຂວງ ບໍລິຄຳໄຊ ໄດ້ສົ່ງຂໍ້ຄວາມທາງ Facebook ໂດຍໃຫ້ຮູ້ວ່າ: ວັນທີ 02 ຕຸລາ ຜ່ານມາ, ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດງານຕະຫຼາດນັດອາຫານການກິນຂອງບາງປະເທດໃນອາຊຽນ, ຂ້າພະເຈົ້າເສຍໃຈທີ່ບໍ່ໄດ້ເຂົ້າຮ່ວມຍ້ອນຮູ້ຂ່າວຊ້າເກີນໄປ. ຜ່ານລາຍການພາກພາສາລາວ, ຂ້າພະເຈົ້າຢາກຮູ້ວ່າ, ຮ້ານວາງສະແດງຂາຍອາຫານຂອງຫວຽດນາມມີເຍື່ອງອາຫານໃດແດ່? ບັນດາຜູ້ເຂົ້າຮ່ວມມັກກິນອາຫານເຍື່ອງໃດກວ່າໝູ່ຢູ່ຮ້ານອາຫານຂອງຫວຽດນາມ?

ເພື່ອນ ພຸດທະພອນ ທີ່ຮັກແພງ, ຕອນເຊົ້າວັນທີ 02 ຕຸລາ, ງານຕະຫຼາດນັດອາຫານການກິນ 2017 ໂດຍກະຊວງການຕ່າງປະເທດລາວ ຈັດຕັ້ງໄດ້ດຳເນີນຢູ່ນະຄອນຫຼວງວຽງຈັນ, ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ (08 ສິງຫາ 1967 – 08 ສິງຫາ 2017) ແລະ 20 ປີແຫ່ງວັນລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1977 – 23 ກໍລະກົດ 2017). ເຂົ້າຮ່ວມງານຕະຫຼາດນັດອາຫານການກິນຄັ້ງນີ້, ມີຮ້ານອາຫານຂອງສະຖານທູດບັນດາປະເທດອາຊຽນ ແລະ ບາງປະເທດອື່ນປະຈຳລາວ. ຮ້ານອາຫານຫວຽດນາມ ໄດ້ມີບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຫວຽດນາມຄື: ແນມ, ເຝີ, ເຂົ້າປຸ້ນ, ເຂົ້າໜົມຫຼາຍຊະນິດຂອງເຂດພາກຕ່າງໆຢູ່ຫວຽດນາມ, ພ້ອມກັບຂໍ້ມູນຂ່າວກ່ຽວກັບປະເທດຊາດ, ມະນຸດ, ການທ່ອງທ່ຽວຫວຽດນາມ ຜ່ານບັນດາປື້ມຄູ່ມືການທ່ອງທ່ຽວ, ບັນດາຜະລິດຕະພັນສິລະປະຫັດຖະກຳ... ເພື່ອແນໃສ່ໂຄສະນາວັດທະນະທຳ, ກໍຄືເພີ່ມທະວີ, ຮັດແໜ້ນການພົວພັນຮ່ວມມືລະຫວ່າງສະຖານທູດຫວຽດນາມ ກັບປະເທດປະຈຳຖິ່ນ ແລະ ຄະນະທູຕານຸທູດ. ເຂົ້າຮ່ວມງານຕະຫຼາດນີ້, ທ່ານນາງ ກອງປະດິດ ກິດຕິຄຸນ ແບ່ງປັນວ່າ: ແນມຈືນຂອງຫວຽດນາມ, ບັນດາເຍື່ອງອາຫານຂອງຫວຽດນາມ ແຊບຫຼາຍ, ແຕ່ຂ້າພະເຈົ້າມັກກິນເຝີຂອງຫວຽດນາມ ທີ່ສຸດ. ໃນໄລຍະຈັດງານຕະຫຼາດນັດ, ນອກຈາກແນະນຳບັນດາອາຫານການກິນ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາປະເທດແລ້ວ, ຍັງມີລາຍການສະແດງສິລະປະ, ໂຄສະນາບັນດາຄວາມງາມຂອງວັດທະນະທຳບັນດາປະເທດຢູ່ພາຍໃນກຸ່ມອາຊຽນ ແລະ ນອກກຸ່ມອາຊຽນ ອີກດ້ວຍ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ