ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 244 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 45 ປະເທດ ແລະ ເຂດແຄ້ວນ.

ໃນອາທິດຜ່ານມາ, ເພື່ອນສຸລິວັນ, ເພື່ອນຄຳແສງ, ເພື່ອນວົງດາລາ ພວມດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ໄດ້ໂທລະສັບ, ສົ່ງຂໍ້ຄວາມທາງ Facebook ມາຫາລາຍການ ດ້ວຍເນື້ອໃນຂອບໃຈລາຍການພາກພາສາລາວ ທີ່ໄດ້ຝາກຄຳອວຍພອນບຸນປີໃໝ່ປະຈຳຊາດຂອງລາວ. ແລະ ອວຍພອນໃຫ້ລາຍການພາກພາສາລາວ ໃຫ້ນັບມື້ນັບພັດທະນາ, ມີຫຼາຍຂ່າວ/ບົດ ມ່ວນສົ່ງເຖິງຜູ້ຟັງໃນໄລຍະຈະມາເຖິງ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1 ໂອ້ລົມສົນທະນາກ່ຽວກັບຂົງເຂດ ຊັບພະຍາກອນໂລຫະ, ພະລັງງານ

(ພາບ: TTXVN)

ເພື່ອນສຸຂະວົງ ຢູ່ແຂວງ ຄຳມວນ ໄດ້ສົ່ງອີແມວມາຫາລາຍການໃຫ້ຮູ້ວ່າ: ຜ່ານມາ, ຝ່າຍຫວຽດນາມ - ລາວ ໄດ້ຈັດການໂອ້ລົມສົນທະນາກ່ຽວກັບຂົງເຂດ ຊັບພະຍາກອນໂລຫະ, ພະລັງງານ, ໃນນັ້ນໄດ້ເປັນເອກະພາບຫຼາຍເນື້ອໃນໃນຂົງເຂດດັ່ງກ່າວ. ຂ້າພະເຈົ້າຢາກຮູ້ແຈ້ງກວ່າກ່ຽວກັບເນື້ອໃນຂອງການເຈລະຈາດັ່ງກ່າວ.

ເພື່ອນສຸຂະວົງ ທີ່ຮັກແພງ, ຜ່ານມາຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ເຈີ່ນຕ໋ວນແອງ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ລາວ ຄຳມະນີ ອິນທິລາດ ກ່ຽວກັບຂົງເຂດພະລັງງານ ແລະ ຊັບພະຍາກອນໂລຫະ. ທີ່ການເຈລະຈາ, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ແລະ ທ່ານລັດຖະມົນຕີ ຄຳມະນີ ອິນທິລາດ ໄດ້ກວດກາຄືນ, ຕີລາຄາສະພາບການຮ່ວມມືໃນຂົງເຂດພະລັງງານ ແລະ ຊັບພະຍາກອນໂລຫະລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ໃຫ້ຮູ້ວ່າ, ກະຊວງອຸດສາຫະກຳການຄ້າຫວຽດນາມ ຈະໜູນຊ່ວຍຄ່າໃຊ້ຈ່າຍ ແລະ ແຫຼ່ງກຳລັງໃຫ້ກະຊວງບໍ່ແຮ່ ແລະ ພະລັງງານລາວ ກໍ່ສ້າງລະບົບເອກະສານເອເລັກໂຕນິກ, ກ້າວໄປເຖິງການສ້າງລັດຖະບານເອເລັກໂຕນິກ. ຖ້າຫາກຝ່າຍລາວ ເຫັນດີກ່ຽວກັບແຜນນະໂຍບາຍ, ກະຊວງອຸດສາຫະກຳຫວຽດນາມ ຈະຈັດສົ່ງນັກຊ່ຽວຊານໄປລາວ ເພື່ອຄົ້ນຄວ້າ, ສົມທົບກັນຜັນຂະຫຍາຍໃນເດືອນ ເມສາ ນີ້ ແລະ ທີ່ການເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບກ່ຽວກັບພື້ນຖານບັນດາເນື້ອໃນຕົ້ນຕໍຂອງສັນຍາປັບປຸງສັນຍາຮ່ວມມືລະຫວ່າງ 2 ລັດຖະບານ ໃນຂົງເຂດພະລັງງານ ແລະ ຊັບພະຍາກອນໂລຫະ ປີ 2006 ເພື່ອມີພື້ນຖານລາຍງານຕໍ່ລັດຖະບານ 2 ປະເທດອະນຸມັດຜ່ານ, ລົງນາມໂດຍໄວ, ສ້າງຂອບການເຂດຮ່ວມມືຢ່າງສະຖຽນລະພາບ, ຍາວນານ ກ່ຽວກັບພະລັງງານ ແລະ ຊັບພະຍາກອນໂລຫະລະຫວ່າງ 2 ປະເທດ ໃຫ້ເໝາະສົມກັບສະພາບການໃໝ່ຂອງພາກພື້ນ ແລະ ໃນໂລກ. ບັນດາເນື້ອໃນຕົ້ນຕໍລວມມີບັນຊີລາຍຊື່ບັນດາໂຄງການແຫຼ່ງໄຟຟ້າ ລັດຖະບານລາວ ໄດ້ກຳນົດແນະນຳຂາຍໄຟຟ້າໃຫ້ຫວຽດນາມ, ວິທີເຊື່ອມຕໍ່ ແລະ ສາຍໄຟຟ້າເຊື່ອມຕໍ່ເພື່ອສົ່ງໄຟຟ້າມາຍັງຫວຽດນາມ, ກົນໄກເຈລະຈາກ່ຽວກັບລາຄາການຊື້ຂາຍໄຟຟ້າ...

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 2 ການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ພໍ່ແມ່ຊາວຫວຽດນາມ  ແລະ ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງສະຫວັນນະເຂດ

(ພາບ: sggp.org.vn)

ເພື່ອນດາລາວັນ ສີຫາລາດ, ຢູ່ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ, ຜ່ານມາ, ຝ່າຍຫວຽດນາມ ໄດ້ຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງສະຫວັນນະເຂດ. ການເຄື່ອນໄຫວດັ່ງກ່າວແມ່ນມີຄວາມໝາຍທີ່ສຸດສຳລັບປະຊາຊົນທີ່ພວມດຳລົງຊີວິດຢູ່ທີ່ນີ້. ຂ້າພະເຈົ້າຫວັງວ່າ, ໃນໄລຍະຈະມາເຖິງ ຝ່າຍຫວຽດນາມ ຈະແຕ່ງຕັ້ງຄະນະທ່ານໝໍ ມາກວດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ຫຼາຍກວ່າອີກ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດຫວຽດນາມ - ລາວ.

ເພື່ອນດາລາວັນ ສີຫາລາດ ທີ່ຮັກແພງ, ວັນທີ 06 ເມສາ ຜ່ານມາ, ຢູ່ເມືອງ ໄກສອນ ພົມວິຫານ, ແຂວງ ສະຫວັນນະເຂດ, ລາວ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈິມິນ ໄດ້ສົມທົບກັບສະຖານກົງສູນຫວຽດນາມ ປະຈຳແຂວງສະຫວັນນະເຂດ, ສະມາຄົມຊາວຫວຽດນາມ ແຂວງ ສະຫວັນນະເຂດ ຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ພໍ່ແມ່ຊາວຫວຽດນາມ  ແລະ ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງສະຫວັນນະເຂດ. ທ່ານ ຫວໍແທ່ງເຈີດ, ຮອງປະທານຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈິມິນ - ຫົວໜ້າຄະນະປະຕິບັດງານໃຫ້ຮູ້ວ່າ, ນີ້ແມ່ນການເຄື່ອນໄຫວນອນໃນລາຍການປະຕິບັດງານຂອງຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈິມິນ 2018. ການເຄື່ອນໄຫວດັ່ງກ່າວແມ່ນສະແດງໃຫ້ເຫັນນ້ຳໃຈ, ຄວາມເອົາໃຈໃສ່ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈິມິນ ສຳລັບຊາວຫວຽດນາມ ອາໄສຢູ່ແຂວງ ສະຫວັນນະເຂດ,  ແນໃສ່ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ສາຍພົວພັນມິດຕະພາບອັນສະໜິດແໜ້ນລະຫວ່າງປະຊາຊົນ 2 ປະເທດຫວຽດນາມ - ລາວ. ມີຊາວຫວຽດນາມ ແລະ ປະຊາຊົນລາວ ດຳລົງຊີວິດຢູ່ແຂວງ ສະຫວັນນະເຂດກວ່າ 500 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ຮັບຂອງຂວັນ ແລະ ໄດ້ກວດພະຍາດ, ໃຫ້ຄຳປຶກສາສຸດສົ່ງເສີມສຸຂະພາບ, ສະໜອງຢຸກຢາໂດຍບໍ່ເສຍຄ່າຈາກບັນດາທ່ານໝໍ, ແພດໝໍອາສາສະໝັກຂອງນະຄອນໂຮ່ຈິມິນ ໃນຄັ້ງນີ້.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ