ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 210 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 42 ປະເທດ ແລະ ເຂດແຄ້ວນ.
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1(ພາບ: TTXVN)

ເພື່ອນ ສຸຂະວົງ, ນັກສຶກສາລາວ ພວມຮ່ຳຮຽນຢູ່ນະຄອນຫຼວງປັກກິ່ງ, ປະເທດຈີນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ໂດຍໃຫ້ຮູ້ວ່າ: ຜ່ານມາ, ຢູ່ນະຄອນຫຼວງປັກກິ່ງ, ສະຖານທູດຫວຽດນາມ ໄດ້ຈັດຕັ້ງງານມະໂຫລານພົບປະແລກປ່ຽນສະແດງສິລະປະ ແລະ ແຂ່ງຂັນກິລາ, ດ້ວຍການເຂົ້າຮ່ວມຂອງສະຖານທູດລາວ ປະຈຳຈີນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ສະໜິດຕິດພັນລະຫວ່າງ 2 ປະເທດຫວຽດນາມ - ລາວ.

        ລາຍການພາກພາສາລາວ ຂໍຂອບໃຈເພື່ອນ ສຸຂະວົງ ທີ່ໄດ້ແຈ້ງຂ່າວໃຫ້ທາງລາຍການກ່ຽວກັບການເຄື່ອນໄຫວດັ່ງກ່າວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍແຈ້ງຂໍ້ມູນເພີ່ມເຕີມກ່ຽວກັບການເຄື່ອນໄຫວດັ່ງກ່າວເຖິງທ່ານຜູ້ຟັງດັ່ງນີ້: ໃນອາທິດຜ່ານມາ, ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳຈີນ ຢູ່ນະຄອນຫຼວງປັກກິ່ງ, ສະຖານທູດຫວຽດນາມ ໄດ້ຈັດງານມະໂຫລານພົບປະແລກປ່ຽນສະແດງສິລະປະ ແລະ ແຂ່ງຂັນກິລາ, ດ້ວຍການເຂົ້າຮ່ວມຂອງສະຖານທູດລາວ ປະຈຳຈີນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ 30 ເມສາ ແລະ ວັນກຳມະກອນສາກົນ 01 ພຶດສະພາ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ດັ້ງມິງຄອຍ ປາດຖະໜາວ່າ, ໃນໄລຍະຈະມາເຖິງ ການພົວພັນມິດຕະພາບລະຫວ່າງຫວຽດນາມ - ລາວ ຈະນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ, ພັດທະນາຂອງແຕ່ລະປະເທດຊາດຂອງແຕ່ລະປະເທດ, ກໍຄືຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ສ່ວນທ່ານນາງເອກອັກຄະລັດຖະທູດລາວ ປະຈຳຈີນ ວັນດີ ບຸດທະນະວົງ ເນັ້ນໜັກວ່າ: ການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມນີ້ ໄດ້ປະກອບສ່ວນຮັດແໜ້ນ ແລະ ເພີ່ມທະວີການພົວພັນມິດຕະພາບລະຫວ່າງສະຖານທູດ 2 ປະເທດປະຈຳຈີນ, ພ້ອມທັງກໍ່ແມ່ນສັນຍາລັກທີ່ມີຊີວິດຊີວາໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນ 2 ປະເທດຫວຽດນາມ - ລາວ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 2 ພິທີໄວ້ອາໄລ, ປົງອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ

(ພາບ: TTXVN)

ເພື່ອນ ຫງວຽນວັນຕ໋ວຽນ, ຊາວຫວຽດນາມ ອາໄສຢູ່ແຂວງ ບໍລິຄຳໄຊ ໄດ້ສົ່ງອີແມວມາຍັງລາຍການໂດຍໃຫ້ຮູ້ວ່າ: ໃນອາທິດຜ່ານມາ, ແຂວງແທງຮ໋ວາ ໄດ້ຈັດພິທີໄວ້ອາໄລ, ປົງອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ. ຂ້າພະເຈົ້າຢາກຮູ້ວ່າ, ໃນຄັ້ງນີ້ ຈຳນວນອັດຖິທະຫານອາສາສະໝັກໄດ້ສົ່ງກັບເມືອແຂວງແທງຮ໋ວາ ແມ່ນເທົ່າໃດ.

        ເພື່ອນຫງວຽນວັນຕ໋ວຽນ ທີ່ຮັກແພງ, ວັນທີ 04 ພຶດສະພາ ຜ່ານມາ, ຢູ່ສຸສານທະຫານເສຍສະຫຼະຊີວິດເພື່ອຊາດ ດົ່ງເຕີມ, ເມືອງ ບ໋າເທືອກ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການສູນກາງແນວໂຮມປະເທດຊາດແຂວງແທງຮ໋ວາ ໄດ້ຈັດພິທີໄວ້ອາໄລ, ປົງອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ 23 ອັດຖິ (ໃນນັ້ນມີຂຸມຝັງສົບລວມໝູ່ 1 ຂຸມມີ 4 ອັດຖິ). ທີ່ພິທີໄວ້ອາໄລ, ທ່ານ ຟ້າມດັງກວຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງແທງຮ໋ວາ ໃຫ້ຮູ້ວ່າ: ໃນລະດູແລ້ງປີ 2016 – 2017, ພາຍໃຕ້ການຊີ້ນຳຂອງຄະນະປະຕິບັດງານພິເສດຂອງລັດຖະບານ, ກອງບັນຊາການທະຫານເຂດ 4, ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນລາວ ບັນດາເຜົ່າ, ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ກອງບັນຊາການທະຫານແຂວງແທງຮ໋ວາ ໄດ້ຈັດຕັ້ງການຊອກຫາ, ນຳອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ 21 ອັດຖິກັບເມືອປະເທດ. ນີ້ແມ່ນເຫດການທີ່ສັກສິດອາໄລຫາບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍຊາດ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 3(ພາບປະກອບອີນເຕີແນັດ)

ເພື່ອນມາລີ ວົງສາ, ນັກສຶກສາລາວ ພວມຮ່ຳຮຽນຢູ່ມະຫາວິທະຍາໄລການຄ້າຕ່າງປະເທດ, ຮ່າໂນ້ຍ, ໄດ້ສົ່ງອີແມວມາຫາລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບລະດັບເງິນໜູນຊ່ວຍບຳລຸງສ້າງໃຫ້ນັກສຶກສາລາວ ແລະ ກຳປູເຈຍ (ໃນແຜນ) ທີ່ພວມຮ່ຳຮຽນຢູ່ຫວຽດນາມ ໃໝ່ສຸດຕາມຈົດໝາຍທາງການຂອງກະຊວງການເງິນຫວຽດນາມ ທີ່ຫາກໍ່ປະກາດໃຊ້.

        ເພື່ອນມາລີ ວົງສາ ທີ່ຮັກແພງ, ກະຊວງການເງິນຫວຽດນາມ ຫາກໍ່ປະກາດຈົດໝາຍທາງການ ເລກທີ 24/2018/ຈໝ-ກງ ແນະນຳການຄຸ້ມຄອງງົບປະມານການສຶກສາໃຫ້ນັກສຶກສາລາວ ແລະ ກຳປູເຈຍ (ຕາມສັນຍາລະຫວ່າງ 2 ລັດຖະບານ) ທີ່ຮໍ່າຮຽນຢູ່ຫວຽດນາມ.

        ຕາມນັ້ນແລ້ວ, ກ່ຽວກັບງົບປະມານການສຶກສາສຳລັບ: ນັກສຶກສາທີ່ຮຽນໃນໄລຍະຍາວແມ່ນ 2.576.000 ດົ່ງ/ຄົນ/ເດືອນ; ນັກສຶກສາທີ່ຮຽນໃນໄລຍະສັ້ນແມ່ນ 5.485.000 ດົ່ງ/ຄົນ/ເດືອນ. ບັນດາຮາກຖານບຳລຸງສ້າງຂຶ້ນກັບກຸ່ມປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກິລາ, ວັດທະນະທຳສິລະປະ ໄດ້ເພີ່ມ 10% ງົບປະມານການສຶກສາທີ່ສະຫງວນໃຫ້ຂັ້ນບຳລຸງທຽບເທົ່າ. ສຳລັບຄ່າໃຊ້ຈ່າຍປະຈຳວັນ, ກຳນົດໃຫ້ນັກຮຽນຊັ້ນມັດທະຍົມຕອນປາຍແມ່ນ 3.630.000 ດົ່ງ/ຄົນ/ເດືອນ, ນັກຄົ້ນຄວ້າເໜືອມະຫາວິທະຍາໄລ, ວິທະຍາໄລແມ່ນ 3.080.000 ດົ່ງ/ຄົນ/ເດືອນ; ນັກສຶກສາບຳລຸງສ້າງໄລຍະຍາວຂັ້ນມະຫາວິທະຍາໄລແມ່ນ 4.110.000 ດົ່ງ/ຄົນ/ເດືອນ; ນັກຮຽນບຳລຸງສ້າງ, ຝືກອົບຮົມໄລຍະສັ້ນແມ່ນ 4.820.000 ດົ່ງ/ຄົນ/ເດືອນ; ນັກຮຽນມາກຽມພາສາຫວຽດ ເສັງເຂົ້າຊັ້ນມັດທະຍົມຕອນປາຍ, ມະຫາວິທະຍາໄລ ແມ່ນ 2.460.000 ດົ່ງ/ຄົນ/ເດືອນ; ຮັກຮຽນທີ່ກຽມພາສາຫວຽດ ຂັ້ນເໜືອມະຫາວິທະຍາໄລແມ່ນ 2.900.000 ດົ່ງ/ຄົນ/ເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ