ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ວັນບຸນ “ນ້ຳໃຈມິດຕະພາບແບບພິເສດຫວຽດນາມ - ລາວ” ຈະດຳເນີນໃນລະຫວ່າງວັນທີ 22 – 23 ພະຈິກ ຈະມາເຖິງຢູ່ນະຄອນດ້ຽນບຽນ, ແຂວງດ້ຽນບຽນ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 255 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄ້ວນ.

        ເພື່ອນ ທິລາດ, ຢູ່ແຂວງ ອຸດົມໄຊ ໂທລະສັບມາຫາລາຍການໄດ້ແບ່ງປັນວ່າ: ໄລຍະຜ່ານມາ, ຂ້າພະເຈົ້າໄດ້ຮັບຊົມພາບສາລະຄະດີ ກ່ຽວກັບ ສະຖານທີ່ 10 ແຫ່ງທີ່ສ້າງຄວາມປະທັບໃຈຢູ່ຮ່າໂນ້ຍ ໃນເວັບໄຊ VOV5. ປີ 2017. ຂ້າພະເຈົ້າໄດ້ມາທ່ຽວຢູ່ຮ່າໂນ້ຍ ແລ້ວ, ແຕ່ຍັງບໍ່ທັນຊອກຮູ້ສະຖານທີ່ທ່ອງທ່ຽວໄດ້ໝົດທຸກແຫ່ງຢູ່ທີ່ນີ້ເທື່ອ. ແຕ່ຜ່ານພາບສາລະຄະດີດັ່ງກ່າວໄດ້ຊ່ວຍໃຫ້ຂ້າພະເຈົ້າຮູ້ສະຖານທີ່ທີ່ສວຍງາມຫຼາຍແຫ່ງຂອງຮ່າໂນ້ຍ ຕື່ມອີກ. ຂ້າພະເຈົ້າຂໍຂອບໃຈທາງລາຍການ.

        ສ່ວນເພື່ອນດວງມາລາ, ຢູ່ແຂວງວຽງຈັນ ໄດ້ສົ່ງຂໍ້ຄວາມທາງ Facebook ມາລາຍການໂດຍແບ່ງປັນວ່າ: ເລື່ອງທະນາຄານຫຸ້ນສ່ວນການຄ້າຕ່າງປະເທດຫວຽດນາມ (Vietcombank) ເປີດສາຂາຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໃນໄລຍະຜ່ານມາ, ໄດ້ປະກອບສ່ວນຊ່ວຍໃຫ້ປະຊາຊົນລາວ ມີຄວາມສະດວກກວ່າໃນການທຳທຸລະກຳດ້ານການເງິນ, ກໍຄືມີການຄັດເລືອກຫຼາຍກວ່າໃນພົວພັນດ້ານການຄ້າລະຫວ່າງຫວຽດນາມ ແລະ ລາວ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1(ພາບປະກອບອີນເຕີແນັດ)

ເພື່ອນຈັນທະພອນ ແກ້ວບົວລາ, ຢູ່ແຂວງວຽງຈັນ ໄດ້ໂທລະສັບມາລາຍການຖາມວ່າ: ຂ້າພະເຈົ້າໄດ້ຮັບຂ່າວວ່າ, ໃນເດືອນພະຈິກ ນີ້, ຢູ່ແຂວງດ້ຽນບຽນ ຈະຈັດວັນບຸນ “ນ້ຳໃຈມິດຕະພາບແບບພິເສດຫວຽດນາມ - ລາວ”. ຜ່ານລາຍການ, ຂ້າພະເຈົ້າຢາກຊອກຮູ້ຄວາມໝາຍຂອງວັນບຸນດັ່ງກ່າວ ແລະ ເວລາ, ສະຖານທີ່ຈັດຕັ້ງວັນບຸນ? ຫວັງວ່າ, ບັນນາທິການພາກພາສາລາວ ຈະແນະນຳເພື່ອຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງກວ່າ.

        ເພື່ອນ ຈັນທະພອນ ແກ້ວບົວລາ ທີ່ຮັກແພງ, ວັນບຸນ “ນ້ຳໃຈມິດຕະພາບແບບພິເສດຫວຽດນາມ - ລາວ” ຈະດຳເນີນໃນລະຫວ່າງວັນທີ 22 – 23 ພະຈິກ ຈະມາເຖິງຢູ່ນະຄອນດ້ຽນບຽນ, ແຂວງດ້ຽນບຽນ. ວັນບຸນແມ່ນການເຄື່ອນໄຫວຖະແຫຼງຂ່າວການຕ່າງປະເທດ ເພື່ອແນໃສ່ໂຄສະນາພາບພົດການປ່ຽນແປງໃໝ່ ແລະ ການພັດທະນາ ຂອງຫວຽດນາມ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງລາວ. ຜ່ານນັ້ນ, ຮັກສາ, ປັບປຸງ ແລະ ເພີ່ມທະວີສາຍພົວພັນແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ - ລາວ; ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ວັດທະນະທຳ, ການສຶກສາ… ປະກອບສ່ວນພັດທະນາສະຖຽນລະພາບໃນການພົວພັນລະຫວ່າງ 2 ປະເທດ ແລະ ລະຫວ່າງແຂວງດ້ຽນບຽນ ກັບບັນດາແຂວງຕິດກັບຊາຍແດນຂອງລາວ. ມີການເຄື່ອນໄຫວວັດທະນະທຳ, ທ່ອງທ່ຽວທີ່ເປັນເອກະລັກສະເພາະຫຼາຍຢ່າງ ຈະດຳເນີນໃນວັນບຸນຄື: ພິທີສະຫຼຸບ ແລະ ມອບລາງວັນການເສັງຖ່າຍຮູບ “ຄວາມງາມຂອງດ້ຽນບຽນ”; ງານວາງສະແດງພາບຖ່າຍ 300 ແຜ່ນກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ; ງານວາງສະແດງແນະນຳໂຄສະນາບັນດາຜະລິດຕະພັນດ້ານເສດຖະກິດ, ວັດທະນະທຳ, ທ່ອງທ່ຽວຂອງ 10 ແຂວງທີ່ມີເສັ້ນຊາຍແດນຮ່ວມຕິດກັບລາວ; ກອງປະຊຸມສຳມະນາ “ສົ່ງເສີມ, ລົງທຶນດ້ານການຄ້າ ແລະ ການທ່ອງທ່ຽວແຂວງດ້ຽນບຽນ”; ງານພົບປະແລກປ່ຽນສະແດງສິລະປະ…

        ດັ່ງທີ່ກ່າວມາຂ້າງແມ່ນຂໍ້ມູນບາງຢ່າງກ່ຽວກັບເຫດການພິເສດເຊິ່ງຈະດຳເນີນຢູ່ແຂວງດ້ຽນບຽນ ໃນເດືອນ ພະຈິກນີ້. ຫວັງວ່າ, ເພື່ອນຈະສະຫຼະເວລາມາເຂົ້າຮ່ວມງານບຸນດັ່ງກ່າວ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 2ຖະໜົນທາງຍ່າງ ຈິ້ງກົງເຊີນ 

(ພາບ: VNP)

ເພື່ອນ ສຸລາວົງ, ນັກສຶກສາມະຫາວິທະຍາໄລການຕ່າງປະເທດຮ່າໂນ້ຍ, ໄດ້ສົ່ງອີແມວ ມາລາຍການຖາມວ່າ: ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ ໄດ້ເປີດຖະໜົນຍ່າງຫຼາຍສາຍ, ເຊິ່ງໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ຂ້າພະເຈົ້າຢາກຮູ້ວ່າ, ນອກຈາກຖະໜົນຍ່າງຢູ່ອ້ອມໜອງຮ່ວານກຽມ (ໜອງເຕົ່າ) ແລ້ວ, ຍັງມີຖະໜົນຍ່າງໃດອີກບໍ່ ຢູ່ຮ່າໂນ້ຍ?

        ເພື່ອນ ສຸລາວົງ ທີ່ຮັກແພງ, ພາຍຫຼັງຖະໜົນທາງຍ່າງຢູ່ໜອງຮ່ວານກຽມ ແລ້ວ, ປະຈຸບັນ, ຊາວຮ່າໂນ້ຍ ແລະ ນັກທ່ອງທ່ຽວ ພັດໄດ້ເຈືອຈານເຂົ້າກັບຖະໜົນທາງຍ່າງສາຍໃໝ່ຂອງນະຄອນຫຼວງຮ່າໂນ້ຍ ນັ້ນແມ່ນຖະໜົນຍ່າງ ຈິ້ງກົງເຊີນ. ຖະໜົນສາຍນີ້ຂຶ້ນກັບຕາແສງ ເຍິດເຕິນ, ເມືອງໄຕໂຮ່, ຮ່າໂນ້ຍ ແລະ ໄດ້ເປີດແຕ່ວັນສຸກ ຮອດວັນອາທິດ. ເມື່ອໄປຖະໜົນທາງຍ່າງ ຈິ້ງກົງເຊີນ, ນັກທ່ອງທ່ຽວຈະໄດ້ຮັບຊົມບັນດາພາບແຕ້ມ, ພາບຖ່າຍ, ໄດ້ຮັບຟັງບັນດາບົດເພງທີ່ຕິດພັນກັບຊື່ສຽງຂອງນັກດົນຕີ ຈິ້ງກົງເຊີນ, ຮັບປະທານອາຫານຂອງຮ່າໂນ້ຍ. ນີ້ແມ່ນບັນດາຈຸດທີ່ເປັນເອກະລັກສະເພາະຂອງຖະໜົນຍ່າງສາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ