ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) – ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໄດ້​ຮັບ​​ໂທ​ລະ​ສັບ, ອີ​ແມວ, ​ຈົດໝາຍຈ​າກ​ຜູ້​ຟັງ​ລາວ ທີ່​ສົ່ງ​ມາລາຍການ​​. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.

​            ເພື່ອນ​ສິງ​ຄຳ ​ໄຊ​ຍະ​ວົງ, ຢູ່​​ເມືອງ ປາກ​ເຊ, ​ແຂວງ​ຈຳ​ປາ​ສັກ ​​ໄດ້​ສົ່ງ​ອີ​ແມວມາ​ລາຍ​ການ​ໂດຍ​​ໃຫ້​ຮູ້​ວ່າ: ຂ້າພະ​ເຂົ້າສະ​ແດງ​ຄວາມ​ພາກພູມ​ໃຈ​​ເມື່ອ​ເຫັນ​ວ່າ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ລາວ ນັບ​ມື້​ນັບ​ສະໜິດ​ແໜ້ນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ອາທິດ​ຜ່ານ​ມາ ​ໄດ້ມີ​ເຫດການ​ຫຼາຍ​ຢ່າງລະຫວ່າງ 2 ປະ​ເທດ​ຄື: ການ​​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະຜູ້​ແທນ​ຄະນະ​ກຳມະການ​ສັນຕິພາບ​ ​ແລະ ສາມັກຄີ​ສປປ.ລາວ ​ຢູ່ຫວຽດນາມ; ກອງ​ປະຊຸມ 2 ຝ່າຍ​ປະຈຳ​ປີ​ລະຫວ່າງ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ແລະ ທະນາຄານ​ແຫ່ງ​ຊາດລາວ; ກອງປະຊຸ​ມສຳ​ມະ​ນາວິທະຍາສາດ​ທີ່ມີ​ຫົວ​ຂໍ້​ວ່າ "ວຽກ​ງານ​ສຶກສາ, ບຳລຸງ​ສ້າ​ງ, ພະນັກງານ​ການ​ນຳ, ຄຸ້ມ​ຄອງ, ຕອບ​ສະ​ໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຫັນອຸດສາຫະກຳ​ເປັນ​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບສາກົນ​ຢູ່​ຫວຽດນາມ ​ແລະ ລາວ"... ບັນດາ​ການ​ເຄື່ອນ​ໄຫວ​​ເຫຼົ່າ​ນັ້ນ​ຈະ​ປະກອບສ່ວນ​ສຳຄັນ​​ເຂົ້າ​ໃນການປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ.

        ​ເພື່ອນ​ດາລາ​ວັນ ພິຈິດ, ຢູ່​ແຂ​ວງຈຳປາສັກ ​​ໄດ້​ສົ່ງ​ອີ​ແມວມາຍັງ​ລາຍ​ການ​ໂດຍ​​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ບົດຂຽນ​ໃນ​ລາຍການ​ຊີວິ​ດສັງ​ຄົມ​ຫວຽດນາມ ​ກ່ຽວ​ກັບ​ອາຫານ ​ແກງ​ບອນ ຂອງຊາວ​ເຜົ່າ​ຜູ້​ໄທ ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດນາມ, ຂ້າພະ​ເຈົ້າ​ບໍ່​ຄິດວ່າ ຢູ່​ຫວຽດນາມ ກໍ​ມີ​ແກງ​ບອນ ​ເຊັ່ນ​ດຽວ​ກັນ​​ກັບ​ຢູ່ລາວ. ຂ້າພະ​ເຈົ້າ​ຫວັງ​ວ່າ, ຈະໄດ້​ຮັບ​ຟັງ​ບົດ​ຂຽນ​ກ່ຽວ​ກັບ​ບັນ​​ດາ​ເຜົ່າ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຫຼາຍກວ່າ​ອີກ, ​ເພື່ອ​​​ສາມາດ​ເຂົ້າ​​ໃຈໄດ້​ຈຸດ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະຂອງ​​ຊົນເຜົ່າ​ຕ່າງໆ​ຢູ່​ຫວຽດນາມ.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
​ກອງ​ປະຊຸມ​ສະຫຼຸບ 2 ປີ​ແຫ່ງການ​ປະຕິບັດ​
ຂະ​ບວນການ​ແຮກ​ຊ່ຽວລະຫວ່າງ​​ເຂດຊຸມ​ຊົນ (ບ້ານ - ບ້ານ)
(ພາບ: baonghean)


​ເພື່ອນ ສຸກ​ສາຄອນ ບຸນ​ລັງສີ, ຢູ່​ແຂວງ​ຊຽງ​ຂວາງ ​ໄດ້ສົ່ງ​ອີ​ແມວມາຍັງ​ລາຍ​ການ​ໂດຍຢາກ​ຮູ້​ຄວາມ​ໝາຍ, ຜົນ​ງານຂອງ​ກອງ​ປະຊຸມ​ສະຫຼຸບ 2 ປີ​ຂະ​ບວນການແຮກ​ຊ່ຽວລະຫວ່າງ​ແຂວງ ຫົວພັນ, ຊຽງ​ຂວາງ, ບໍລິ​ຄຳ​ໄຊ ກັບ​ແຂວງ ​ເງ້ອານ ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ.

        ເພື່ອນ ສຸກ​ສາຄອນ ບຸນ​ລັງສີ ທີ່​ຮັກແພງ, ​ໃນ​ທ້າ​ຍ​ເດືອນ 10 ຜ່ານ​ມາ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເງ້ອານ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ 2 ປີ​ແຫ່ງການ​ປະຕິບັດ​ຂະ​ບວນການ​ແຮກ​ຊ່ຽວລະຫວ່າງ​​ເຂດຊຸມ​ຊົນ (ບ້ານ - ບ້ານ) ທີ່ຕິດ​ກັັບຊາຍ​ແດນ​ແຂວງ​ເງ້ອານ ​ແລະ 3 ​ແຂວງຫົວພັນ, ຊຽງ​ຂວາງ, ບໍລິ​ຄຳ​ໄຊ, ລາວ. ​ໃນ​ໄລ​ຍະ​ຜ່ານ​ມາ, ການ​ນຳ​ແຂວງ​ເງ້ອານ ​ແລະ​ ການ​ນຳ 3 ​ແຂວງ ຫົວພັນ, ຊຽງ​ຂວາງ, ບໍລິ​ຄຳ​ໄຊ ​ໄດ້​ມີ​ການ​ເຈລະຈາ​​ເປັນ​ຫຼາຍ​ຄັ້ງ, ​ແລກປ່ຽນ​ ​ແລະ ປຶກສາ​ຫາລື​ເພື່ອເປັນ​ເອກະ​ພາບ​ກ່ຽວ​ກັບ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​​ແກ້​ໄຂ​ໃນ​ການ​ຊີ້​ນຳ​ນຳພາ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ວຽກ​ງານ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ, ຕໍ່ສູ້​ປ້ອງ​ກັນ, ຕ້ານ​, ສະກັດ​ກັ້ນ​ທຸກ​ການ​ເຄື່ອນ​ໄຫວ​ຕ້ານ​ທຳລາຍ​ຂອງ​ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ. ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ທຸກ​ວຽກ​ງານ​ ພົ້ນ​ເດັ່ນແມ່ນ​ເລື່ອງສົມທົບ​ກັນ​ໂຄສະນາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ປະຊາຊົນ​ຢູ່ 2 ​ປະ​ເທດ​ຢູ່​ຕິດ​ກັບ​​ເຂດຊາຍ​ແດນ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ນະ​​ໂຍບາຍ, ກົດໝາຍ​ຂອງ​​ແຕ່​ລະ​ປະ​ເທດ, ​ໂດ​ຍສະ​ເພາະ​ແມ່ນ​ອະທິປະ​ໄຕ​ຜືນ​​ແຜ່ນດິນ, ​ຊາຍ​ແດນ​ແຫ່ງ​ຊາດ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ວຽກ​ງານຕ້ານການ​ຂ້າ​ຂາຍ, ຂົນ​ສົ່ງ, ນຳ​ໃຊ້​ຢາ​ເສບ​ຕິດ ​ແລະ ການລະ​ເມີດ​ກົດໝາຍ​ອື່ນ; ຊ່ວຍ​ປ້ອງ​ກັນ​, ຕ້ານ, ​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາ​ກ​ໄພ​ທຳ​ມະ​ຊາດ, ຖ່າຍ​ທອດວິທະຍາສາດ - ​ເຕັກນິກ, ພັດທະນາ​ເສດຖະກິດ​ຄອບຄົວ... ທີ່​ກອງ​ປະຊຸມ, ທ່ານ​ເລ​ຊວນ​ດ້າຍ ຮອງ​ປະທານ​ຄະນະ​ກຳມະການ​ປະຊາ​ຊົນ​ແຂວງ ​ເງ້​ອານ ຢືນຢັນ​ວ່າ, ບັນດາໝາກຜົນ​ເຊິ່ງພະນັກງານ ​ແລະ ປະຊາຊົນ​ບັນດາ​ໝູ່ບ້ານ​​ແຮກ​ຊ່ຽວຢູ່​ເຂດ​ຕິດ​ກັບຊາຍ​ແດນ 2 ປະ​ເທດ​​ບັນລຸ​ໄດ້ນັ້ນ ​​ໄດ້​ປະກອບສ່ວນຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ປອດ​ໄພ​ທາງສັງ​ຄົມ​ຢູ່​ເຂດ​ຊາຍ​ແດນ​ໄວ້ຢ່າງ​ໝັ້ນຄົງ, ຮັບ​ໃຊ້​​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ສັງຄົມ, ຍົກ​ສູ​ງຄວາມ​ຮູ້, ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂ​ອງປະຊາຊົນຢູ່​ເຂດ​ຕິດ​ກັບ​ຊາຍ​ແດນ 2 ​ປະ​ເທດ. ພ​້ອມທັງ​ປັບປຸງ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ສາຍພົວພັນ​ສາມັກຄີ​ມິດຕະພາບແບບພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ​ເວົ້າ​ລວ​ມ ​ແລະ ລະຫວ່າງ​ແຂວງ ​ເງ້ອານ ກັບ 3 ​ແຂວງຫົວພັນ, ຊຽງ​ຂວາງ, ບໍລິ​ຄຳ​ໄຊຂອງ​ລາວ ​ເວົ້າ​ສະ​ເພາະ.

  ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ສົ່ງອີ​ແມວດ້ວຍ​ລະຫັດ laovov@yahoo.com; laovov5@gmail.com. ຂໍ​​​ອວຍພອນ​ໃຫ້​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ຜາ​ສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ