ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ໄດ້​ຮັບ​​ໂທ​ລະ​ສັບ, ອີ​ແມວ, ​ຈົດໝາຍຈ​າກ​ຜູ້​ຟັງ​ລາວ ທີ່​ສົ່ງ​ມາລາຍການ​​ໃນ​ນັ້ນ​ໄດ້​ເຕື້ອງ​ເຖິງ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ແລະ ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງວັນ​ເດັກ​ສາ​ກົນ 01/06. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ
ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama)

ເພື່ອ​ນ​ມາ​ລີ​ວົງ, ຢູ່​ແຂວງວຽງ​ຈັນ ໄດ້​ໂທ​ລະ​ສັບ​ມາ​ຫາ​ລາຍ​ການ​ໂດຍ​ໃຫ້​ຮູ້​ວ່າ: ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່​ເຖິງ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໃນ​ອາ​ທິດ​ຜ່ານ​ມາ. ຍ້ອນ​ຂ້າງ​ຄາ​ກັບ​ວຽກ​ງານ, ສະ​ນັ້ນ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຕິດ​ຕາມ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ Obama ຢູ່​ຫວຽດ​ນາມ ຢ່າງ​ຄົບ​ຖ້ວນ. ຜ່ານ​ລາຍ​ການ, ຂ້າ​ພ​ະ​ເຂົ້າ​ຢາກ​ຮັບ​ຟັງ​ໂດຍ​ຫຍໍ້ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ນີ້​ຂອງ​ທ່ານຢ​ູ່​ຫວຽດ​ນາມ.

ເພື່ອ​ນ​ມາ​ລີ​ວົງ ທີ່​ຮັກ​ແພງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້​ສິ້ນ​ສຸດ​ການ​ຢ້ຽ​ມ​ຢາມ​ຫວຽດ​ນາມ ​​ ຢ່າງ​ເປັນ​ທາງ​ການ, ​ໃນ​ລະຫວ່າງ​ວັນ​ທີ 23-25/05. ການ​ຢ້ຽມ​ຢາມ​ບັນ​ລຸ​ໄດ້​​ໝາກ​ຜົນ​ພົ້ນ​ເດັ່ນຫຼາຍ​ຢ່າງ​ໃນ​ບັນ​ດາ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງ​ົບ, ການ​ສຶກ​ສາ​ບຳ​ລຸ​ງ​ສ້າງ ແລະ ບັນ​ດາ​ບັນ​ຫາ​ທົ່ວ​ໂລກ, ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ ຄັ້ງ​ນີ້, ຄຳ​ຕັດ​ສິນ​ທີ່ໄດ້​ຮັບ​ຄວາ​ມ​ຊົມ​ເຊີຍ​ຈາກ​ຫາງ​ສຽງ​ສອງ​ປະ​ເທດ ນັບ​ທັງ​ປະ​ຊາ​ຄົມ​ສາ​ກົນ ນັ້ນ​ແມ່ນ ເລື່ອງ​ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Brack Obama ປະ​ກາດ​ຖະ​ແຫລງ​ຍົກ​ເລີ​ກ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ອາ​ວຸດ​ສຳ​ລັບ​ຫວຽດ​ນາມ. ເປັນ​ອັນ​ວ່າ ບັນ​ດາ​ຮົ້ວ​ກີດ​ຂວາງ​ສຸດ​ທ້າຍ​ຂອງ​ໄລ​ຍະ​ສົງ​ຄາມ​ເຢັນຖືກ​ຍົກ​ເລີກ. ເລື່ອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ດັ່ງ​ກ່າວ ແມ່ນ​ບາດ​ກ້າວ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ການ​ຕັດ​ສິນ​ນີ້​ສະ​ແດ​ງ​ໃຫ້​ເຫັນ​ວ່າ ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ເປັນ​ປົກ​ກະ​ຕິ ຖືກ​ກັບ​ຄວາມ​ໝາຍ​ຂອງ​ມັນ, ສ້າງ​ເງື່ອນ​ໄຂ​ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ, ໃນ​ນັ້ນ ມີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປະ​ກອບ​ສ່ວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ສອງ​ປະ​ເທດ. ການ​ຢ້ຽມ​ຢາມ ບັນ​ລຸ​ໄດ້​ບັນ​ດາ​ຜົນງານ​ພົ້ນ​ເດັ່ນ​ດ້າ​ນ​ເສດ​ຖະ​ກິດ, ການ​ສຶກ​ສາ. ຕາມ​ຖະ​ແຫລງ​ການ​ຮ່ວມ​ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ​ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ແລະ ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ສອງ​ຝ່າຍ​ຈະ​ສຸມ​ໃສ່​ຮ່ວມ​ມື​ຫລາຍ​ກວ່າ​ອີກໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໄດ້​ຢືນ​ຢັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຊຸກ​ຍູ້​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ​ (TPP) ໃນ​ປີ 2016 ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຫນູນ​ຊ່ວຍ​ຫວຽດ​ນາມ​​ດ້ານ​ເຕັກ​ນິກ ​ເພື່ອ​ຜັນ​ຂະ​ຫຍາຍ​ສັນ​ຍາ​ສະ​ບັບ​ນີ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້, ມະ​ຫາ​ວິ​ທະ​ຍາ​ໄລ Fulbright ຫວຽດ​ນາມ ໄດ້​ຮັບ​ຫນັງ​ສື​ອະ​ນຸ​ຍາດ​​ໃຫ້​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ, ດ້ວຍ​ຈຸດ​ໝາຍ​ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ສຶກ​ສາ​​ໃຫ້ມີ​ຄຸນ​ນະ​ພາບ​ສູງ ແລະ ບັນ​ລຸ​ມາດ​ຖານ​ສ​າ​ກົນ ຢູ່​ຫວຽດ​ນາມ. ນອກນັ້ນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ສັນ​ຍາ​ຊື້​ເຮືອ​ບິນ​ລະ​ຫວ່າງ​ບໍ​ລິ​ສັດ Vietjet Air ແລະ Boeing ທີ່​ມີ​ມູນ​ຄ່າ 11,3 ຕື້ USD.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 2
(ຈັດການ​ເຄື່ອນ​ໄຫວລະ​ຫຼີ້ນຢ່າງຈັບ​ອົບ​ຈັບ​ໃຈ​
ກ່ຽວ​ກັບ​ການ​​ປົກ​ປ້ອງ​ສັດ​ປ່າ​ໃຫ້​ເດັກ​ນ້ອຍ)


ເພື່ອ​ນ​ວົງ​ຄຳ, ຢູ່​ແຂວງ​ຫົວ​ພັນ ໄດ້​ສົ່ງ​ອີ​ແມວ​ເຖິງ​ລາຍ​ການ​ໃຫ້​ຮູ້​ວ່າ: ເນື່ອງ​ໃນ​ໂອ​ກາດ​ວັນ​ເດັກ​ສາ​ກົນ 01/06, ຢູ່​ຮ່າ​ໂນ້ຍ ໄດ້​ຈັດ​ການ​ເຄື່ອນ​ໄຫວ​​ພິ​ເສດ​​ໃດ​ແດ່​ໃຫ້​ແກ່ເດັກ​ນ້ອຍ?

ເພື່ອ​ນ​ວົງ​ຄຳ ທີ່​ຮັກ​ແພງ, ເນື່ອງໃນ​ໂອ​ກາດວັນ​ເດັກ​ສາ​ກົນ 01/06, ຢູ່​ຮ້ານ​ສັບ​ພະ​ສິນ​ຄ້າ Aeon Mall, ລອງ​ບຽນ, ​ບັນ​ດາ​ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຍີ່​ປຸ່ນ ທີ່​ພວມ​ສິດ​ສອນ ແລະ ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ບ່າງ​ແຫ່ງ​ໃນ​ບ​ໍ​ລິ​ເວັນ​ຮ່າ​ໂນ້ຍ ໄດ້​ຈັດການ​ເຄື່ອນ​ໄຫວລະ​ຫຼີ້ນຢ່າງຈັບ​ອົບ​ຈັບ​ໃຈ​ກ່ຽວ​ກັບ​ການ​​ປົກ​ປ້ອງ​ສັດ​ປ່າ​ໃຫ້​ເດັກ​ນ້ອຍ. ຢູ່​ເຂດ​ໃຈ​ກາງ​ຮ້ານ​ສັບ​ພະ​ສິນ​ຄ້າ, ນັບແຕ່​ເຊົ້າ​ວັນ​ທີ 29/05, ບັນ​ດາ​ນັກ​ສຶກ​ສາ​ຍີ່​ປຸ່ນ ໄດ້​ພ້ອມ​ກັບ​ບັນ​ດາ​ນັກ​ສຶກ​ສາ​ຫວຽດ​ນາມຕິດ​ຮູບພາບ​​ປ່າ​ແຫ່ງ​ໜຶ່ງດ້ວຍ​ຂະໜາດ2ມ x 3ມ, ໃນ​ນັ້ນ​ມີ​ແຮດໂຕ​ໜ​ຶ່ງພວມ​ກິນ​ຫຍ້າເພື່ອ​ໃຫ້​ພວກ​ນ້ອງ​ທາ​ສີ. ນອກນັ້ນ​ຍັງ​ຈັດການ​ເສັງ​ຊອກຮູ້​ກ່ຽວ​ກັບ​ສັດ​ຊະນິດນີ້, ລາງວັນ​ໃຫ້​ເດັກ​ຕອບ​​​ໄດ້ ​ແມ່ນ​ກາໝາຍ​ປົ​ກ​ປັກ​ຮັກສາ​ສັດ​ປ່າ, ​ແລະບັນ​ດາ​ພາບ​ແຕ້ມ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​​ປົກ​ປັກ​ຮັກສາ​ໂຕ​ແຮດ​ຂອງ​ເດັກ​ນ້ອຍ. ເພື່ອນ Fumi Fujimura, ນັກ​ສຶກ​ສາ​ຍີ່​ປຸ່ນ, ເຊິ່ງ​ແມ່ນ​ນັກ​ອາ​ສາ​ສະ​ໝັກ​ຂອງ​ສູນ​ສຶກ​ສາ​ທຳ​ມະ​ຊາດ ໃຫ້​ຮູ້​ວ່າ.

“ຢູ່​ຫວຽດ​ນາມ ມີ​ຫຼາຍ​ຄົນ​ຖື​ວ່າ, ເຂົາ​ຂອງ​​ໂຕແຮດ ແມ່ນ​ຢາ​ບິນ​ບົວ​ພະ​ຍາດ​ສະ​ໜິດ​ໜຶ່ງ, ແຕ່​ຄວາມ​ຈິງ​ແລ້ວ ເຂົາ​ຂອງ​ໂຕ​ແຮດ​ບໍ່​ສາ​ມາດ​​ໃຊ້ເປັນ​ຢາ​ເພື່ອ​ບິນ​ບົ່ວ​ພະ​ຍາດ​ໄດ້. ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວນີ້, ພວກ​ຂ້າ​ພະ​ເຈົ້າ​ຢາ​ກ​ສົ່ງ​ສານ​​ເຖິງພວກ​ນ້ອງ​ວ່າ​ຈົ່ງຍົກ​ສູງ​ສະ​ຕິກ່ຽວ​ກັບ​ການ​ປົກ​ປັກ​ຮັກສາສັດ​ປ່າ ແລະ ບໍ່​ນຳ​ໃຊ້ເຂົາ​ຂອງ​​ໂຕແຮດ”.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 3
(ພາບ​​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​​ປົກ​ປັກ​ຮັກສາ​ໂຕ​ແຮດ)

ການ​ເຄື່ອນ​ໄຫວ​ນີ້ໄດ້​ດຶງ​ດູດ​​ເດັກ​ນ້ອຍ​ເປັນ​ຈຳ​ນວນ​ຫຼ​ວງ​ຫຼາຍ​ເຂົ້າ​ຮ່ວມ. ​ໃນ​ຂະນະ​ທີ່ພວກ​ນ້ອງ​ທາສີ​ໃສ່​ພາບ​ແຕ້ມ​ນັ້ນ​, ບັນ​ດາ​ນັກ​ສຶກ​ສາ​ຫວຽດ​ນາມ ກໍ່​​​ໄດ້​ອະທິບາຍ​ກ່ຽວ​ກັບຄວາມ​ໝາຍ​ຂອງ​ພາບ​ແຕ້ມນັ້ນ​ໃຫ້​ພວກ​ນ້ອງ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ. ທ່ານ​ນາງ Yuko Imaizumi, ​ເປັນ​ຄູສອນ​ຊາວ​ຍີ່​ປຸ່ນ ໄດ້​ແບ່ງ​ປັນ​ບັນ​ດ​າ​ຄວ​າມ​ຫຍຸ​້ງ​ຍາກ​ເມື່ອ​ຈັດ​ການ​ເຄື່ອນ​ໄຫວ​ລະ​ຫຼີ້ນນີ້​ຢູ່​ຫວຽດ​ນາມ ວ່າ.

“ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ແມ່ນ​​ດ້ານ​ພາ​ສາ, ທຳ​ອິດ​ພວກ​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ​ຕ້ອງ​ເຮັດ​ແນວ​ໃດ ເພື່ອ​ສົ່ງ​ສານນີ້​ເຖິງ​ເດັກ​ນ້ອຍ​ໄດ້. ຫຼັງ​ຈາກນັ້ນ, ພວມ​ເຮົາ​ໄດ້​ເຊີນ​ນັກ​ສຶກ​ສາ​ຫວຽດ​ນາມ ທີ່​ຮູ້​ພາ​ສາ​ຍີ່​ປຸ່ນ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວນີ້. ຂ້າ​ພະ​ເຈົ້າ​ຄິດ​ວ່າການ​ທາສີ​ໃສ່​ພາບພາບ​ນັ້ນ, ​​​ຈະ​ເປັນສານ​ເພື່ອ​ໃຫ້ພວກນ​້ອ​ງ​ເຂົ້າ​ໃຈ​ງ່າຍ​ທີ່​ສຸດ​. ນອກນັ້ນ, ພວກ​ຂ້າ​ພະ​ເຈົ້າ​ຍັງ​ຢາກ​ສົ່ງ​ສານນີ້​ເຖິງ​ທຸກໆ​ຄົນ​ວ່າ ບໍ່​ຄວນ​ສະໜັບສະໜູນໃຫ້​ບັນ​ດາ​ການ​ກະ​ທຳ​ຜິດ​ພາດນີ້”.

​ແລະ​ກໍ​ໃນ​ໂອ​ກາດນີ້, ຢູ່​ຖະ​ໜົນ ລິ໋​ກ໋ວກ​ຊື, ຮ່າ​ໂນ້ຍ ກໍ​ໄດ້​ຈັດ​ພິ​ທີ​ວາງ​ສະ​ແດງ​ພາບ​ແຕ້ມ​ພິ​ເສດ​ໃຫ້​ເ​ດັກ​ນ້ອຍ ທີ່​ມີ​ຊື່​ວ່າ “ເດັກ​ນ້ອຍ​ແຕ້ມ”, ລາຍ​ການ​ຖືກ​ຈັດ​ຕັ້ງ​ປະ​ຈ​ຳ​ປີ ເນື່ອງ​ໃນ​ໂອ​ກາດ​​ວັນ​ເດັກ​ສາ​ກົນ 01/06, ດ້ວຍ​ຄວາມຫວັງ​ສ້າງ​ເງື່ອນ​ໄຂ​ໃຫ້​ເດັກ​ທີ່​ມີ​ຄວາມ​ນິຍົມ​ແຕ້ມ​ພາບ​ສະ​ແດງ​ຄວາມ​ສາມາດ​ຂອງ​ຕົນ. ນອກນັ້ນ, ຢູ່ ວັນ​ມຽວ - ກ໋ວກ​ຕື​ຢາມ (ມະ​ຫາ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດ​ນາມ) ໄດ້​ຈັດ​ “ວັນ​ບູນປື້ມ​ໃຫ້​ເດັກ 01/06/2016”. ບັນ​ດາ​​ເດັກນ້ອຍ​ເຂົ້າ​ຮ່ວມງານ​ບຸນ​ຈະ​ໄດ້​ຮັບ​ຟັງ​​ແນະ​ນຳ​ກ່ຽວ​ກັບ​ປື້ມທີ່​ມ່ວນໆ, ​ງານ​ບຸນ​ກໍ່ປຸກ​ລະ​ດົມ​ຂະ​ບວນ​ການ “ອ່າມ​ປື້ມມື້​ລະ 10 ນາ​ທີ”…

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​ມັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com.
ຂ່າວ/ບົດ​ອື່ນ