ຄະນະປະຕິບັດງານສານປະຊາຊົນແຂວງກວາງນາມເຮັດວຽກກັບສານປະຊາຊົນແຂວງ ເຊກອງ

(VOVWORLD) - ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 267 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 46 ປະເທດ ແລະ ເຂດແຄ້ວນ.

ໃນອາທິດຜ່ານມາ, ລາຍການພາກພາສາລາວ, VOV ໄດ້ຮັບບັນດາຄຳອວຍພອນປີໃໝ່ສາກົນ 2018, ຜ່ານທາງ facebook. ໃນນັ້ນ, ເພື່ອນ Sharwan Kumar Gandhveer, ດຳລົງຊີວິດຢູ່ອິນເດຍ ໄດ້ສົ່ງອີແມວເຖິງລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າແມ່ນຜູ້ຟັງຂອງ VOV ມາເປັນເວລາຫຼາຍປີແລ້ວ, ເນື່ອງໃນໂອກາດບຸນປີໃໝ່ສາກົນ 2018 ນີ້, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາເພື່ອນທີ່ເຮັດວຽກຢູ່ VOV ໝົດທຸກຄົນປີໃໝ່ຈົ່ງມີແດ່ຄວາມສະຫງົບສຸກ. ແລະ ຂ້າພະເຈົ້າໄດ້ຕິດຕາມບັນດາລາຍການຂອງພວກເພື່ອນເປັນປະຈຳ.

        ລາຍການພາກພາສາລາວ, VOV5 ຂໍຂອບໃຈທ່ານຜູ້ຟັງຫຼາຍທ່ານທີ່ໄດ້ສົ່ງຄຳອວຍພອນໄຊອັນປະເສີດໃຫ້ແກ່ລາຍການ, ກໍຄືບັນດານັກຂ່າວທີ່ພວມເຮັດວຽກຢູ່ VOV. ຂໍອວຍພອນໃຫ້ບັນດາທ່ານຜູ້ຟັງ ພ້ອມກັບຄອບຄົວປີໃໝ່ 2018 ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ບັນລຸຜົນສຳເລັດໃນວຽກງານຂອງຕົນ. ຫວັງວ່າ, ໃນໄລຍະຈະມາເຖິງ, ບັນດາທ່ານຜູ້ຟັງຈະສືບຕໍ່ໂທລະສັບ, ສົ່ງອີແມວ ເຖິງລາຍການພາກພາສາລາວ ໃຫ້ຫຼາຍກວ່າອີກ, ເພື່ອປະກອບຄຳຄິດເຫັນຊ່ວຍລາຍການໃຫ້ນັບມື້ນັບພັດທະນາກວ່າ.

ຄະນະປະຕິບັດງານສານປະຊາຊົນແຂວງກວາງນາມເຮັດວຽກກັບສານປະຊາຊົນແຂວງ ເຊກອງ - ảnh 1ຄະນະປະຕິບັດງານສານປະຊາຊົນແຂວງກວາງນາມເຮັດວຽກກັບສານປະຊາຊົນແຂວງ ເຊກອງ

(ພາບ: congly.vn)

ເພື່ອນ ພຸດທະພອນ, ຢູ່ແຂວງ ບໍລິຄຳໄຊ ໄດ້ໂທລະສັບມາລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າມີຄວາມສົນໃຈເຖິງບັນດາການເຄື່ອນໄຫວຮ່ວມມືລະຫວ່າງບັນດາແຂວງເຂດຊາຍແດນຫວຽດນາມ - ລາວ. ໃນອາທິດຜ່ານມາ, ຢູ່ແຂວງເຊກອງ, ຄະນະປະຕິບັດງານສານປະຊາຊົນແຂວງກວາງນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສານປະຊາຊົນແຂວງ ເຊກອງ. ຂ້າພະເຈົ້າຢາກຮູ້ເນື້ອໃນການແລກປ່ຽນລະຫວ່າງ 2 ຝ່າຍໃນຄັ້ງນີ້.

        ເພື່ອນ ພຸດທະພອນ, ທີ່ຮັກແພງ, ວັນທີ 29 ທັນວາ 2017 ຜ່ານມາ, ຄະນະປະຕິບັດງານສານປະຊາຊົນແຂວງກວາງນາມ, ປະເທດຫວຽດນາມ ໂດຍທ່ານ ໂງດິ່ງໃບ, ຮອງປະທານສານປະຊາຊົນແຂວງກວາງນາມ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສານປະຊາຊົນແຂວງເຊກອງ ປະເທດລາວ. ທີ່ການຕ້ອນຮັບຄະນະຜູ້ແທນ, ທ່ານ ສິວິໄລ ພາວິໄລ, ຮອງປະທານສານປະຊາຊົນແຂວງເຊກອງ ສະແດງຄວາມປາດຖະໜາວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຈະແຕ່ງຕັ້ງບັນດາຄະນະປະຕິບັດງານໄປ - ມາພົບປະ, ແລກປ່ຽນບົດຮຽນໃຫ້ຫຼາຍກວ່າອີກ ແນໃສ່ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສານປະຊາຊົນ 2 ແຂວງ ແລະ ແຈ້ງໃຫ້ກັນຊາບບັນດາຈຸດພົ້ນເດັ່ນກ່ຽວກັບບັນຫາໂຄງປະກອບຊັບພະຍາກອນມະນຸດ; ບັນຫາອາດຊະຍາກຳ, ຄວາມໝັ້ນຄົງຢູ່ເຂດຊາຍແດນ; ວຽກງານສົມທົບກັນປ້ອງກັນ, ຕ້ານອາດຊະຍາກຳ… ບັນດາຂໍ້ຕິດຄັດກ່ຽວກັບຊັບພະຍາກອນມະນຸດ, ລະດັບຄວາມຮູ້ຂອງພະນັກງານ, ພື້ນຖານດ້ານວັດຖຸ. ທີ່ການເຈລະຈາ, ທ່ານ ໂງດິງໃບ, ຮອງປະທານສານປະຊາຊົນແຂວງກວາງນາມ ຢືນຢັນວ່າ: ຈະມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປັບປຸງ, ພັດທະນາການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສານປະຊາຊົນ 2 ແຂວງ; ທ່ານ ໂງດິງໃບ ພ້ອມທັງສະແດງຄວາມປາດຖະໜາວ່າ, ໃນໄລຍະຈະມາເຖິງ, ສານປະຊາຊົນ 2 ແຂວງ ຄວນເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນບັນດາຂົງເຂດວິຊາສະເພາະກວ່າອີກ, ພິເສດແມ່ນໃນຂົງເຂດປະຕິຮູບດ້ານຕຸລາການ.

        ເພື່ອນມາລີວົງ, ນັກສຶກສາລາວ ພວມຮຽນພາສາຫວຽດ ຢູ່ໂຮງຮຽນ T80 ເທດສະບານເມືອງເຊີນໄຕ, ຫວຽດນາມ ໄດ້ສົ່ງຂໍ້ຄວາມມາລາຍການໂດຍຜ່ານທາງ facebook ແບ່ງປັນວ່າ: ຂ້າພະເຈົ້າຄາດວ່າຈະລົງທະບຽນຮຽນຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ. ແລະຂ້າພະເຈົ້າໄດ້ຍິນຂ່າວວ່າ, ໃນອາທິດຜ່ານມາ, ມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມ ໄດ້ດຳເນີນພິທີລົງນາມຮ່ວມມືບຳລຸງສ້າງລະດັບປະລິຍາໂທ ລະຫວ່າງມະຫາວິທະຍາໄລເສດຖະກິແຫ່ງຊາດ ແລະ ມະຫາວິທະຍາໄລແຫ່ງຊາດລາວ. ຂ້າພະເຈົ້າຢາກຮູ້ວ່າ, ການບຳລຸງສ້າງລະດັບປະລິຍາໂທນັ້ນລວມມີຂະແໜງໃດແດ່?.

        ເພື່ອນມາລີວົງ, ທີ່ຮັກແພງ, ໃນວັນທີ 22 ທັນວາ 2017, ຢູ່ ມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມ ໄດ້ດຳເນີນພິທີລົງນາມຮ່ວມມືບຳລຸງສ້າງລະດັບປະລິຍາໂທລະຫວ່າງ ມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມ ແລະ ມະຫາວິທະຍາໄລແຫ່ງຊາດລາວ ຢູ່ 2 ຂະແໜງຄື: ເສດຖະກິດລົງທຶນການນຳໃຊ້ ແລະ ເສດຖະກິດການນຳໃຊ້ ແລະ ຄຸ້ມຄອງການຄ້າ. ທີ່ພິທີລົງນາມ, ທ່ານສາດສະດາຈານ, ປະລິນຍາເອກ ເຈີ່ນທໍ້ດາດ, ອະທິການບໍດີມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມ ເນັ້ນໜັກວ່າ, ເລື່ອງລົງນາມໃນຂໍ້ຕົກລົງຮ່ວມມືບຳລຸງສ້າງລະຫວ່າງ 2 ມະຫາວິທະຍາໄລ ແມ່ນຂີດໝາຍສຳຄັນເພື່ອຍູ້ແຮງການພົວພັນຮ່ວມມືອັນສະໜິດແໜ້ນໃນຂົງເຂດສຶກສາ ແລະ ບຳລຸງສ້າງ. ສ່ວນທ່ານສາດສະດາຈານ ສົມສີ ຍໍພັນໄຊ ອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ ປາດຖະໜາວ່າ, ພາຍຫຼັງພິທີລົງນາມໃນຂໍ້ຕົກລົງນີ້, ການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ມະຫາວິທະຍາໄລຈະສືບຕໍ່ໄດ້ຮັບການພັດທະນາ ແລະ ເປີດອອກບັນດາທິດຮ່ວມມືໃໝ່ໃນອະນາຄົດ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ