ຄຳອວຍພອນປີໃຫມ່ສາກົນຂອງທ່ານຫງວຽນດັງຕຽນ,ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ

ຄຳອວຍພອນປີໃຫມ່ສາກົນຂອງທ່ານຫງວຽນດັງຕຽນ,ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ - ảnh 1
ທ່ານຫງວຽນດັງຕຽນ,ຜູ້ອຳນວຍການໃຫຍ່
ວິທະຍຸກະຈາຍສຽງຫວຽດນາມ
ພາບ:vov
ຮຽນ​ທ່ານ​ຜູ້​ຟັງ​ຊາວຕ່າງ​ປະ​ເທດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ປີ​ໃຫມ່​ໄດ້​ວຽນ​ມາ​ອີກວາ​ລະ​ຫນຶ່ງ. ປະ​ຊາ​ຊົນ​ຫວຽດ​ນາມ ແລະ ປະ​ຊາ​ຄົມ​ໂລກ ຫາກໍ່​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່ ຄ.​ສ 2015 ດ້ວຍ​ຫລາຍວຽກ​ງານ, ຫລາຍ​ເຫດ​ການ ແລະ ​ຫລາຍ​ແຜນ​ການ​ໃຫມ່.

        ໃນສະ​ພາບ​ການ​ດ້ານ​ການ​ເມືອງ, ຄວາມ​ໝັ້​ນ​ຄົງ ແລະ ເສດ​ຖະ​ກິດຂອງໂລກ, ​ແລະ ຂອງພາກ​ພື້ນ​ຍັງ​​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ​, ​ຫຍຸ້ງ​ຍາກ, ຫວຽດ​ນາມ ໄດ້ ແລະ ພວມ​ປະ​ຕິ​ບັດ​ສຳ​ເລັດ​ຄາດ​ໝາຍ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິ​ນ​ເຟີ້ ແລະ ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບໄດ້​ຮັບ​ການ​ຮັກ​ສາ​ຢ່າງ​ໝັ້ນ​ຄົງ. ດ້ວຍ​ບັນ​ດາ​ມາດ​ຕະ​ການ​ບໍ​ລິ​ຫານ​ຢ່າງ​ຂ້ຽວ​ຂາດ​ຂອງ​ລັດ​ຖະ​ບານ, ໄພ​ເງິ​ນ​ເຟີ້​​ໃນປີ 2014 ໄດ້​ຮັບ​ການ​ຄວ​ບ​ຄຸມ, ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ​ເພີ່ມ​ຂຶ້ນ​ 4,09%, ກ​ານ​ເຕີບ​ໂຕ​ເສດ​ຖະ​ກິດ​ບັນ​ລຸ 5,98% ແມ່ນ​ລື່ນ​ກາຍ​ເມື່ອ​ທຽບ​ໃສ່​ຄາດ​ໝາຍທີ່​ວາງ​ອອກ.

        ປີ 2014 ແມ່ນ​ປີ​ທີ່​ຫວຽດ​ນາມ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ດຶງ​ດູດ​ເງິນ​ລົງ​ທືນ​ຂອງ​ຕ່າງ​ປະ​ເທດ ດ້ວຍ​ມູນ​ຄ່າ 20,23 ຕື້ USD. ກາ​ນ​ສົ່ງ​ອອກ​ສິນ​ຄ້າ​ໃນ​ປີ 2014 ​ສືບ​ຕໍ່ ແມ່​ນ​ຈຸດ​ພົ້ນ​ເດັ່ນ ດ້​້ວຍ​ລະ​ດັບ​ການ​ເຕີບ​ໂຕ​ສູງ, ຄາດ​ວ່າ ບັນ​ລຸ 150 ຕື້ USD, ເພີ່ມ​ຂຶ້ນ 13,6% ເມື່ອ​ທຽບ​ໃສ່​ປີ 2013 ແລະ ສົ່ງ​ອອກ​ເກີນ​ດຸນ​ເກືອບ 2 ຕື້ USD, ເທົ່າ​ກັບ 1,3% ຍອດ​ວົງ​ເງິນ​ສົ່ງ​ອອກ.

        ໂດຍ​ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ; ເປັນຫລາຍ​ຮູບ​ຫລາຍ​ແບບ ແລະ ຫລາຍ​ຝ່າຍ, ເປັນ​ເຈົ້າ​ການ ແລະ ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ປີ 2014 ການ​ທູດ​ຫວຽດ​ນາມ ບັນ​ລຸ​ຜົນ​ງານ​ສຳ​ຄັນ​ຫລາຍ​ຢ່າງ, ສ້າງ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ຢ່າງ​ສະ​ດວກ​ໃຫ້​ແກ່​ການ​ຮ່ວມ​ມື, ພັດ​ທະ​ນາ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ. ຫວຽດ​ນາມ ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຮອບ​ດ້ານ​ກັບ​ຫລາຍ​ປະ​ເທດ​ພັດ​ທະ​ນາ​ໃນ​ໂລກ, ໃນ​ນັ້ນ ມີ 5 ປ​ະ​ເທດ​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ. ຫວຽດ​ນາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງບໍ່​ຢຸດຢັ້ງ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອື່ນ​​ເພື່ອສ້າງ​ປະ​ຊາ​ຄົມ ອາ​ຊຽນ ກາຍ​ເປັນ​ຊາຍ​ຄາ​ລວມ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຫວຽດ​ນາມ ໄດ້​ສຳ​ເລັດ​ບົດ​ບາດ​ໃນ​ປີ​ທຳ​ອິດ​ຂອງ​ອາ​ຍຸ​ການ​ແມ່ນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ; ປະ​ທານ​ສະ​ພາ​ຜູ້​ວ່າ​ການ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ແລະ ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ UNESCO. ການ​ພົວ​ພັນ​ດ້ານ​ການ​ເມືອງ​ການ​ທູດ​ອັນ​ດີ​ງາ​ມ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ແມ່ນ​ສະ​ພາບ​ແວດ​ລ້ອມ​ສະ​ດວກ ຕິດ​ພັນ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດກວ່າ 4 ລ້ານ​ຄົນ​​ພວມ​ອ່​ວາຍ​ຫນ້າ​ເມືອ​ຫາ​ປະ​ເທດ​ຊາດ, ບ້ານ​ເກີດ​ເມືອງນອນ.

         ປີ 2014, ວິ​ທະ​ຍຸ​ກະ​ຈ​າຍ​ສຽງ​ຫວຽດ​ນາມ ຢືນ​ຢັນ​ບົດ​ບາດ, ທີ່​ຕັ້ງ​ຂອງ​ຕົນ​ທີ່​ມີ​ຕໍ່​ຜູ້​ຟັງ​ ແລະ ຜູ້​ຊົມ​ທັງ​ຢູ່​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ. ບັນ​ດາ​ຂໍ້​ມູນ​ຂ່າວສານ​ ຊື່ງ ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ​ຫວຽດ​ນາມ​ໄດ້​ແນະ​ນຳຢ່າງ​ຊັດ​ເຈນ, ຮອບ​ດ້ານ, ຫລາຍ​ຮູບ​ຫລາຍ​ແບບ, ອຸ​ດົມ​ສົມ​ບູນຜ່ານ​ບັນ​ດາ​ຮູບ​ການ​ໂຄ​ສະ​ນາ​ຄື​: ຫນັງ​ສື​ພິມ, ສື່​ພາບ, ກະ​ຈາຍ​ສຽງ, ສື່​ເອ​ເລັກ​ໂຕ​ນິກ. ການ​ພັດ​ທະ​ນາ​ຢ່າງ​ຟົດ​ຟື້ນ​ຂອງ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ, ພາບ​ພົດ​ກ່ຽວ​ກັບ​ທຸກ​ດ້ານ​ຊີ​ວິດ​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສັງ​ຄົມ​ຂອງ​ປະ​ເທດ​ຫວຽດ​ນາມ ສັນ​ຕິ​ພາບ, ໄມ​ຕິ​ຈິດ, ເຊື່ອມ​ໂຍງ ແລະ ພັດ​ທະ​ນາ ຖືກ​ສ່ອງ​ແສງ​ຢ່າງ​ຮອບ​ດ້ານ, ເລິກ​ເຊິ່ງ, ມີ​ຊີ​ວິດ​ຊີ​ວາ​ຜ່ານ​ບັນ​ດາ​ລາຍ​ການ​ ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ.  ຫນ້າ​ເວັບ vovworld.vn, vov.vn ແລະ radiovietnam.vn ສືບ​ຕໍ່​ແມ່ນ​ບັນ​ດາ​ຫນ້າ​ເວັບ​ທີ່​ດູດ​ດື່ມ​ທ່ານ​ຜູ້​ຟັງ, ຜູ້​ຊົມ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເພື່ອ​ຊອກ​ຮູ້, ອັບ​ເດັດ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ປະ​ເທດ​ຫວຽດ​ນາມ. ທ່ານ​ຜູ້​ຟັງ​ສາ​ມາດ​ຮັບ​ຟັງ​ລາຍ​ການ​ກະ​ຈາຍ​ສຽງ​​ທັງ​ໝົດຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ຂອງ 63 ແຂວງ, ນະ​ຄອນ ໃນ​ທົ່ວ​ປະ​ເທດ, ດ້ວຍ 11 ພາ​ສາ​ຕ່າງ​ປະ​ເທດ, ພາ​ສາ​ຫວຽດ ແລະ 12 ພາ​ສາ​ຊົນ​ເຜົ່າ. ນອກນັ້ນ ທ່ານ​ຜູ້​ຟັງ​, ຜູ້​ຊົມສາ​ມາດເຂົ້າ​ອ່ານ, ຊົມ​ບັນ​ດາ​ລາຍ​ການ, ຄ​ໍ​ລຳ ກໍ​ຄື​ຊອກ​ຮູ້​ບັນ​ດາ​ຂໍ້​ມູນ​ຕ່າງ​ໆ​ຜ່ານ​ຫນ້າ​ເວັບ​ດັ່ງ​ກ່າ​ວ​ໄດ້.

 ໃນ​ປີ 2015, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຈະ​ສືບ​ຕໍ່​ປ່ຽນ​ໃຫມ່​ຢ່າງ​ເລິກ​ເຊິ່ງ, ຮອບ​ດ້ານ. ບັນ​ດາ​ຂໍ້​ມູນ​ຂ່າວ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ອຸ​ດົມ​ສົມ​ບູນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽ​ງ​ຫວຽດ​ນາມ ຈະ​ໄດ້​ແນະ​ນຳ​ດ້ວຍ​ຫລາຍ​ຮູບ​ການ​ໃຫມ່, ມີ​ລັກ​ສະ​ນະ​ພິ​ເສດ​ສະ​ເພາະ​ດ້ວຍ​ຄຸນ​ນະ​ພາບ​​ອອກ​ອາ​ກາດ​ດີກວ່າ ແລະ ກວ້າງ​ຂວາງ​ໃນ​ທົ່ວ​ທຸກ​ທະ​ວີບ ເພື່ອ​ໃຫ້​ວິ​ທະ​ຍຸກະ​ຈາຍ​ສຽງ​ຫວຽດ​ນາມ ນັບ​ມື້​ນັບ​ໃກ້​ຊິດ​ຕິດ​ແທດ​ກັບ​ຜູ້​ຟັງຢູ່​​ເຂດ​ຫ່າງ​ໄກ​ສອກ​ຫລີກ, ເຂດ​ຊາຍ​ແດນ, ເຂດ​ທະ​ເລ​ໝູ່​ເກາະ​ໃນ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ ແລະ ເພື່ອນ​ມິດ​ໃນ 5 ທະ​ວີບກໍ​ຄື​ຊາວ​ຫວຽດ​ນາມ ອາ​ໄສ​ຢູ​່​ຕ່າງ​ປະ​ເທດ.

        ໃນ​ມື້​ທຳ​ອິດ​ຂອງ​ປີ​ໃຫມ່, ຕາງ​ຫນ້າ​​ໃຫ້ພະ​ນັກ​ງານ, ນັກ​ຂ່າວ, ບັນ​ນາ​ທິ​ການ, ນັກ​ເຕັກ​ນິກ ແລະ ສິ​ລະ​ປີນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຂໍ​ອວຍ​ພອນ​ທ່ານ​ຜູ້​ຟັງ, ຜູ້​ຊົມຊາວ​ຕ່າງ​ປະ​ເທດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ປີ​ໃຫມ່​ຈົ່ງ​ມີ​ສຸ​ຂະ​ພາບ​​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ຈະ​ເລີນ​​ກ້າວ​ຫນ້າ. ​ຫວັງ​ວ່າ ທ່ານ​ຜູ້​ຟັງ​ຜູ້​ຊົມ​ຍາມ​ໃດ​ກໍ​ຮ່ວ​ມ​ເດີນ​ທາງ​ກັບ​ການ​ພັດ​ທະ​ນາ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ