ຄຳເຫັນຂອງຜູ້ຟັງກ່ຽວກັບລາຍການ ກະຈາຍສຽງພາກພາສາລາວ


  (vovworld)-  ວັນ​ທີ 12/10/1954, ລາຍການ​ກະຈາຍສຽງພາກ​ພາສາ​ລາວຂອງ​ວິທະ​ຍຸ​ກະຈາຍ ສຽງ​ຫວຽ​ດນາມ ​ໄດ້​​ເລີ່​ມຕົ້ນອອກ​ອາກາດ​ຢ່າງ​ເປັນ​ທາງ​ການ. ​ໃນ 60 ປີຜ່ານມາ​, ລາຍ​ການ​ໄດ້​ກາຍ​ເປັນ​ເພື່ອນ​ຜູ້​ສະໜິດຕິດ​ພັນ​ກັບຜູ້​ຟັງ​ລາວ. ທ່ານ​ຜູ້​ຟັງ​ໄດ້​ສົ່ງຄຳ​ຂອບ​ອົກ​ຂອບ​ໃຈ, ລະດົມ​ກຳລັງ​ໃຈມາ​ຍັງ​ຜູ້​ຜະລິດ​ລາຍການ​ກໍ່​ຄື​ປະກອບ​ຄຳ​ເຫັນ​ເພື່ອ​ໃຫ້​ລາຍການ​ນັບ​ມື້​ນັບ​ມີ​ການ​ປ່ຽນ​ໃໝ່, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ ການ​ຂອງ​ຜູ້​ຟັງ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

 

ສຽງ​ນາງ​ມະ​ລີ​ວອນ

 

ສຽງ​ພາດອນ ອິນ​ສະ​ແຫວ​ງ

 

    ທ່ານ​ນາງ​ສູນ​ທອນ​ ໄຊ​ຍະ​ຈັກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ, ອະດີດ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ຫວຽດນາມ, ທ່ານ​ວັນ​ໄຊ ຕະວິນ​ຍາຍ, ຮອງ​ຜູ້ອຳນວຍການ​ວິທະຍຸ​ແຫ່ງ​ຊາດ​ລາວ ​ແລະ  ​ເພື່ອ​ນຫວູ້ຮົ່ງລວາ​ນ-ນັກ​ສຶກສາ​ມະຫາວິທະຍາ​ໄລ​ສຸພາ​ນຸວົງ-​ແຂວງ​ຫຼວງ​ພະ​ບາງ ​ແມ່ນ​ຜູ້​ຟັງ​ປະຈຳ​ຂອງ​ລາຍການ​ໃຫ້​ຮູ້​ວ່າ: ພວກ​ທ່ານມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ລາຍການ​ຕ່າງໆ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ:

 ສຽງ​ທ່ານ​ນາງ​ສູນ​ທອນ

 

ສຽງ​ທ່ານ​ວັນ​ໄຊ

 

ສຽງ​ນາງ​ລວາ​ນ: “ຂ້າພະ​ເຈົ້າມັກ​ຟັງ​ບັນດາ​ລາຍການ​ກະຈາຍສຽງ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ-​ພາກ​ພາສາ​ລາວ​ທີ່​ສຸດ. ສຳລັບ​ນັກ​ສຶກສາ​ຫວຽດນາມ ທີ່​ກຳລັງ​ຮຽນ​ຢູ່​ລາວ​ ຄື​ຂ້າພະ​ເຈົ້າ, ລາຍການ​ມີ​ປະ​ໂຫຍ​ດທີ່​ສຸດ, ມັນ​ຊ່ວຍ​ໃຫ້​ຂ້າພະ​ເຈົ້າສາມາດຮຽນ​ພາສາ​ລາວ​ຕື່ມ​ອີກ​, ​ເຮັດ​ໃຫ້​ຂ້າພະ​ເຈົ້າຮຳ່ຮຽນ​ໄດ້​ດີ​ກ່ວາ. ຢູ່​ຫຼວງ​ພະ​ບາງ, ຍາມ​ອາກາດ​ບໍ່​ດີ, ​ເລື່ອງ​ຟັງ​ວິທະຍຸ​ກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກແຕ່​ເມື່ອ​ລາຍການ​ມີໜ້າ​ເວັບ​ແລ້ວ, ຂ້າພະ​ເຈົ້າສາມາດ​ຟັງ ​ແລະ ອ່ານ​ຢ່າງ​ສະດວກ​ສະບາຍ​ໃນ​ທຸກໆເວລາ​. ຂ້າພະ​ເຈົ້າມັກ​ລາຍການ​ຂ່າວ​ທີ່ເວົ້າ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ນັກ​ສຶກສາລາ​ວ ຢູ່​ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ​ລາຍການ​ຈະ​ມີ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ນັກ​ສຶກສາ​ຫວຽດນາມ​ ຢູລາວ“

    ທ່ານ​ເພັດ​ສະ​ຫວັນ ສີ​ຊາ​ນົນ, ຢູ່​ແຂວງ​ອັດ​ຕະປື​ແບ່ງປັນ​ວ່າ: ກ່ອນ​ນັ້ນ, ທ່ານສາ ມາດ​ຟັງ​ລາຍການ​ຜ່ານ​ຄື້ນວິທະຍຸ​ເທົ່າ​ນັ້ນ ​ແຕ່​ເມື່ອ​ລາຍການມີໜ້າ​ເວັບ​ແລ້ວທ່ານ​ ​ສາມາດ​ຟັງ​ລາຍການ​ໃນ​ທຸກໆ​ເວລາ:

ສຽງ​ທ່ານ​ເພັດ​ສະຫວັນ



ຕອບກັບ

ຂ່າວ/ບົດ​ອື່ນ