ງານ​ບຸນດອກ​ຄາ​ມີ​ເລຍ ບິ່ງ​ລຽວ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 63 ປີແຫ່ງວັນສ້າງຕັ້ງລາຍການພາກພາສາໄທ, ທ່ານຜູ້ຟັງ ພີເຈັບ ທ່ອງພູມ, ກະແສນ ທັ໊ງທອງ ໂດຍເປັນສະມາຊິກຂອງສະມາຄົມຟັງວິທະຍຸກະຈາຍສຽງຄື້ນສັ້ນຂອງໄທໄດ້ສົ່ງຂໍ້ຄວາມມາຍັງລາຍການພາສາໄທ ດ້ວຍເນື້ອໃນວ່າ: ຂໍອວຍພອນລາຍການພາສາໄທ, ວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 63 ປີແຫ່ງວັນສ້າງຕັ້ງ. ທາງລາຍການຂໍສະແດງຄວາມຂອບອົບຂອບໃຈຢ່າງສຸດໃຈຕໍ່ພວກເພື່ອນ ເຊິ່ງໄດ້ຮ່ວມເດີນທາງກັບພວກຂ້າພະເຈົ້າໃນຕະຫຼອດໄລຍະເວລາທີ່ຜ່ານມາ. 63 ປີຜ່ານມາ, ພວກເພື່ອນໄດ້ນຳຜົນປະໂຫຍດ, ຄວາມຮູ້ ແລະ ຂໍ້ມູນຂ່າວສານຫຼາຍຢ່າງມາໃຫ້ຜູ້ຟັງທັງຫຼາຍ.
ງານ​ບຸນດອກ​ຄາ​ມີ​ເລຍ ບິ່ງ​ລຽວ - ảnh 1ງານບຸນດອກຄາມີເລຍ ບິ່ງລຽວ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 363 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 35 ປະເທດ ແລະ ເຂດແຄ້ວນຄື: ຝລັ່ງ, ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນມີທ່ານຜູ້ຟັງໄດ້ແບ່ງປັນ, ສົ່ງຄຳອວຍພອນມາຍັງພະແນກະຈາຍສຽງບັນດາລາຍການພາສາຕ່າງປະເທດ ເນື່ອງໃນໂອກາດວັນສ້າງຕັ້ງລາຍການພາສາຕ່າງໆ.ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາສາລາວ ໃນອາທິດຜ່ານມາ

ເນື່ອງໃນໂອກາດສະເຫຼີມສະຫຼອງ 63 ປີແຫ່ງວັນສ້າງຕັ້ງລາຍການພາກພາສາໄທ, ທ່ານຜູ້ຟັງ ພີເຈັບ ທ່ອງພູມ, ກະແສນ ທັ໊ງທອງ ໂດຍເປັນສະມາຊິກຂອງສະມາຄົມຟັງວິທະຍຸກະຈາຍສຽງຄື້ນສັ້ນຂອງໄທໄດ້ສົ່ງຂໍ້ຄວາມມາຍັງລາຍການພາສາໄທ ດ້ວຍເນື້ອໃນວ່າ: ຂໍອວຍພອນລາຍການພາສາໄທ, ວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 63 ປີແຫ່ງວັນສ້າງຕັ້ງ. ຂໍສະແດງຄວາມຂອບອົກຂອບໃຈຢ່າງສຸດໃຈຕໍ່ພວກເພື່ອນ ເຊິ່ງໄດ້ຮ່ວມເດີນທາງກັບພວກຂ້າພະເຈົ້າໃນຕະຫຼອດໄລຍະເວລາທີ່ຜ່ານມາ. 63 ປີຜ່ານມາ, ພວກເພື່ອນໄດ້ນຳຜົນປະໂຫຍດ, ຄວາມຮູ້ ແລະ ຂໍ້ມູນຂ່າວສານຫຼາຍຢ່າງມາໃຫ້ຜູ້ຟັງທັງຫຼາຍ.

ນອກຈາກນັ້ນຍັງມີທ່ານຜູ້ຟັງອີກຄົນໜຶ່ງໄດ້ສົ່ງຂໍ້ຄວາມມາຍັງລາຍການ ດ້ວຍເນື້ອໃນຢາກແບ່ງປັນບັນດາຜົນງານ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະ ຜ່ານມາຄືທ່ານSok Pisey ຜູ້ຟັງລາຍການພາກພາສາກຳປູເຈຍ ໄດ້ແບ່ງປັນວ່າ: ຫວ່າງແລ້ວນີ້, ຫວຽດນາມໄດ້ປະກາດຮັບສະໝັກ ເອົາຜູ້ມາທົດລອງສັກວັກຊິນ Nanocovax ກັນໂຄວິດ - 19 ໄລຍະທີ 1 ແລະ ເລີ່ມດຳເນີນໂຄງການທົດລອງວັກຊິນຢູ່ ຫວຽດນາມ. ນີ້ອາດເວົ້າໄດ້ວ່າແມ່ນບາດກ້າວທີ່ສຳຄັນພໍສົມຄວນກ່ຽວກັບຂົງເຂດສາທາລະນະສຸກ ຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ເພື່ອນ ຕາດຳ ຢູ່ນະຄອນຫຼວງວຽງຈັນໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າມັກຄໍລຳ ຫວຽດນາມ - ລາວທີ່ສຸດ, ຜ່ານຄໍລຳນີ້ ຂ້າພະເຈົ້າສາມາດຮູ້ໄດ້ບັນດາການເຄື່ອນໄຫວທີ່ພວມດຳເນີນໄປລະຫວ່າງສອງປະເທດ, ບັນດາຜົນງານເຊິ່ງສອງປະເທດບັນລຸໄດ້ ກໍ່ຄືການກຳນົດທິດເຊິ່ງ ສອງປະເທດຈະຜັນຂະຫຍາຍໃນໄລຍະຈະມາເຖິງ. ຂໍອວຍພອນໃຫ້ອ້າຍເອື້ອຍນ້ອງບັນນາທິການ ລາຍການພາສາລາວ ເວົ້າສະເພາະ ແລະ ວິທະຍຸກະຈາຍສຽງ ຫວຽດນາມເວົ້າລວມ ຈົ່ງມີສຸຂະພາບເຂັ້ມແຂງ, ອວຍພອນໃຫ້ລາຍການນັບມື້ນັບມີເນື້ອໃນມມ່ວນ, ອຸດົມສົມບູນກ່ວາ, ບົດຂຽນທີ່ມ່ວນກ່ວາອີກ.

ເພື່ອນ ຕາດຳທີ່ຮັກແພງ! ຂໍຂອບໃຈເພື່ອນທີ່ໄດ້ຕິດຕາມລາຍການ ກໍ່ຄືສົ່ງຄຳແບ່ງປັນຂອງຕົນມາຍັງລາຍການ. ພວກຂ້າພະເຈົ້າຂໍແນະນຳໃຫ້ເພື່ອນກ່ຽວກັບລາຍການຕ່າງໆທີ່ມີເນື້ອໃນມ່ວນ ແລະ ດຶງດູດໃຈຄື: ເສດຖະກິດ, ວັດທະນະທຳ, ຄົ້ນຫາຫວຽດນາມ, ອາຊຽນ… ເຊິ່ງລ້ວນແຕ່ແມ່ນລາຍການທີ່ໄດ້ຮັບຄວາມນິຍົມຊົມຊອບຈາກທ່ານຜູ້ຟັງໃນທົ່ວໂລກ. ສຸດທ້າຍ, ພວກຂ້າພະເຈົ້າຂໍອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນວຽກງານ ກໍ່ຄືການດຳລົງຊີວິດຂອງຕົນ.

ເພື່ອນ ພອນສີ ຢູ່ມາຈາກແຂວງບໍ່ແກ້ວໄດ້ສົ່ງ email ມາຍັງລາຍການດ້ວຍເນື້ອໃນທີ່ວ່າ: “ອາທິດຜ່ານມາ, ເມື່ອຕິດຕາມລາຍການໃນເວັບໄຊ vovworld.vn. ຂ້າພະເຈົ້າຮູ້ສຶກປະທັບໃຈຕໍ່ບົດສາລະຄະດີພາບຖ່າຍດ້ວຍຫົວຂໍ້ວ່າ: “ໄປເຂດຊາຍແດນຮັບຊົມດອກຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້”, ນັ້ນແມ່ນບົດສາລະຄະດີພາບຖ່າຍທີ່ມີຄຸນນະພາບດ້ວຍພາບຖ່າຍຫຼາຍແຜ່ນທີ່ງາມຕາ ແລະ ມີເນື້ອໃນດູດດື່ມ, ບັນດາເນື້ອໃນດັ່ງກ່າວ ໄດ້ເຕື້ອງເຖິງ ງານບຸນດອກໄມ້ຄາມີເລຍ ບິ່ງລຽວ, ເຮັດໃຫ້ຂ້າພະເຈົ້າຢາກຊອກຮູ້, ຫວັງວ່າ ລາຍການຈະສະໜອງຂໍ້ມູນຕ່າງໆກ່ຽວກັບງານບຸນດັ່ງກ່າວໃຫ້ຂ້າພະເຈົ້າ. ຂໍຂອບໃຈ.

ເພື່ອນ ພອນສີ ທີ່ຮັກແພງ! ງານບຸນດອກຄາມີເລຍ ບິ່ງລຽວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳທີ່ພົ້ນເດັ່ນຂອງປະຊາຊົນບັນດາເຜົ່າຢູ່ເຂດພູສູງ ບິ່ງລຽວ. ໃນປີນີ້ ງານບຸນດອກຄາມີເລຍ ບິ່ງລຽວ 2020 ມີບັນດາການເຄື່ອນໄຫວຄື: ຈັດງານວາງສະແດງພາບຖ່າຍກ່ຽວກັບນາຂັ້ນໄດ ແລະ ພາບຖ່າຍທີ່ສວຍງາມກ່ຽວກັບ ທິວທັດທຳມະຊາດ, ວັດທະນະທຳ, ຊາວບິ່ງລຽວ, ງານມະໂຫລານສະແດງສິລະປະຂັບລຳພື້ນເມືອງຂອງ ວົງຄະນະຍາດຊົນເຜົ່າສ່ວນໜ້ອຍໃນເມືອງ…

ຄຽງຄູ່ກັນນັ້ນແມ່ນ ການເຄື່ອນໄຫວແຂ່ງຂັນກິລາມິດຕະພາບ, ການລະຫຼິ້ນພື້ນເມືອງໄດ້ດຳເນີນຕະຫຼອດໄລຍະຈັດຕັ້ງງານບຸນຄື: ໂຍນໝາກຄອນ, ຍູ້ໄມ້, ປິດຕາຈັບເປັດ…

ນອກຈາກນັ້ນ,ໃນງານບຸນຍັງມີການເຄື່ອນໄຫວສະໜອງການບໍລິການຕ່າງໆເພື່ອຮັບໃຊ້ແຂກທ່ອງທ່ຽວຄື ຮ້ານວາງຂາຍ ແລະ ສະແດງຜະລິດຕະພັນ OCOP, ເຂດຂາຍອາຫານການກິນ, ການທ່ອງທ່ຽວທ້ອງຖິ່ນ.

ອາດເວົ້າໄດ້ວ່າ ນີ້ແມ່ນການສົມທົບກັນຢ່າງມີລັກສະນະປະດິດຄິດສ້າງ ຂອງອຳນາດການປົກຄອງແຂວງ ກ໋ວາງນີງ, ເມື່ອໄດ້ສົມທົບຮີດຄອງປະເພນີ, ການລະຫຼິ້ນພື້ນເມືອງ, ຈຸດວັດທະນະທຳຂອງຊາວທ້ອງຖິ່ນເຂົ້າກັບທິວທັດທຳມະຊາດເພື່ອເພີ່ມຄວາມດຶງດູດຂອງແຂວງ ສຳລັບແຂກທ່ອງທ່ຽວ ກໍ່ຄືຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາວທ້ອງຖິ່ນ.

ທ່ານຜູ້ຟັງທີ່ເຄົາລົບ! ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com

ຕອບກັບ

ຂ່າວ/ບົດ​ອື່ນ