ຕອບຄຳຖາມ ເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(vovworld) -ໃນ​ອາທິດ​ຜ່າ​ນມາ, ລາຍການ​ພາກ​ພາສາ​ລາວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບ​ຈົດໝາຍ ​ແລະ ​ອີ​​ແມວ ຈາກຜູ້​ຟັງ​ບາງ​ທ່ານ. ​ໃນ​ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື​້ນີ້, ພວກ​ຂ້າພະ​ເຈົ້າ​ຂໍ​ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານຜູ້​ຟັງ​ສົນ​ໃຈ​ທີ່ກ່ຽວຂ້ອງ​ເຖິງ​ບັນຫາ​ຊາວ​ໜຸ່ມ​ອາສາ​ສະໝັກຊ່ວຍ​ເຫຼືອ​ນັກສອງບເສັ​ງ​ເຂົ້າມະຫາວິທະຍາ​ໄລ, ວິທະຍາ​ໄລ​ຕ່າງໆ ໃນ​ທົ່ວ​ປະ​ເທດ ​ແລະ ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ເຊັກ ໄດ້​ຮັບຮອງ​ວ່າ​ເປັນ​ຊົນ​​ເຜົ່າສ່ວນ​ໜ້ອຍ​ຂອງ​ເຊັກ.
ຕອບຄຳຖາມ ເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1
(ຊາວ​ໜຸ່ມ​ອາສາ​ສະໝັກຢູ່ຄິວ​ລົດ​ ຢາ​ບບ໋າ​ດ, ຮ່າໂນ້ຍ)

​ເພື່ອນ ບຸນ​ຄຳ ​ໄຊ​ສົມ​ດີ, ຢູ່​ແຂວງ ບໍລິ​ຄຳ​ໄຊ ​ໃຫ້​ຮູ້​ວ່າ; ຜ່ານ​ວິ​ທະ​ຍຸ​ກະຈາຍສຽງ​ ​ແລະ ໜັງ​ສື່​ພິມ​ຂ້າພະ​ເຈົ້າ​ໄດ້​ຮູ້ວ່າ ​ໃນ​ໄລຍະນີ້ຢູ່​ຫວຽດນາມ ພວມ​​ດຳ​ເນີນ​ການ​ສອບ​ເສ​ັງ​ເຂົ້າບັນດາ​ມະຫາວິທະຍາ​ໄລ, ວິທະຍາ​ໄລ​ຕ່າງໆໃນ​ທົ່ວ​ປະ​ເທດ ​ແລະ ​​ໂອກາດ​ນີ້ໄດ້ມີ​ຊາວ​ໜຸ່ມ​ອາສາ​ສະໝັກ​ຫຼາຍ​ຄົນສະໝັກ​ໃຈຊ່ວຍ​ເຫຼືອ​ນັກ​ສອບ​ເສັ​ງດ້ວຍ​ຫຼາຍ​ຮູ້​ບການ. ດັ່ງ​ນັ້ນ, ຂ້າພະ​ເຈົ້າ​ຢາກ​ຮູ້ຮູບການຊ່ວຍ​ເຫຼືອນັກສອບ​ເສັ​ງຂອງ​ເຂົາ​ເຈົ້າ​ແມ່ນ​ຄື​ແນວ​ໃດ?

        ເພື່ອນ ບຸນ​ຄຳ ​ໄຊ​ສົມ​ດີ ທີ່​ຮັກ​​ແພງ, ​​ໄລຍະ​ສອບ​ເສັ​ງ​​​ເຂົ້າມະຫາວິທະຍາ​ໄລ, ວິທະຍາ​ໄລ​​ປີ 2013 ພວມ​ດຳ​ເນີນ​ໄປ​​ໃນ​ທົ່ວ​ປະ​ເທດ, ບັນດານັກ​ສອບ​ເສັງມາ​ຈາກ​ທຸກ​ເຂດ​ແຄວ້ນ​ໄດ້​ເຕົ້າ​ໂຮມກັນ​ຢູ່​ມະຫາວິທະຍາ​ໂລ, ວິທະຍາ​ໄລຕ່າງໆ​ ​ເພື່ອ​ເຂົ້າ​ຮ່ວມ​ການ​ສອບ​ເສັ​ງ​ໃນປີ 2013 ນີ້. ຍ້ອນ​ນັກ​ສອບ​ເສັງມາ​ຈາກ​ຫຼາຍ​ເຂດ​​ແຄວ້ນ​ທີ່ແຕກ​ຕາງ​ກັນ, ສະ​ນັ້ນ​ບໍ່​ແມ່ນ​​ຜູ້​ໃດກໍ່​ຮູ້​ສະຖານ​ທີ່​ສອບ​ເສັ​ງ​ແມ່ນ​ຢູ່​ໃສ​ແລະ ​ໄປ​ທາງ​ໃດ​ໃຫ້​ສະດວກ... ສະ​ນັ້ນ, ບັນດາ​ຂະ​ແໜງ​ການ, ຊາວ​ໜຸ່ມ​ອາສາ​ສະໝັກ​ໃນ​ທົ່ວ​ປະ​ເທດ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ລາຍການ “​ເພີ່ມ​ກຳລັງ​ແຮງ​ໃນ​ລະດູ​ສອບ​ເສັ​ງ” ​ເພີ່ອຊ່ວຍ​ບັນດາ​ນັກ​ສອບ​ເສັ​ງ​ທີ່​ເສ​ັງ​ເຂົ້າ​ມະຫາວິທະຍາ​ໄລ ​ແລະ ວິທະຍາ​ໄລ​ຕ່າງໆ. ​ເພື່ອນ ຫງວຽນ​ແທ່ງ​ເຢືອງ, ນັກ​ສຶກສາ​ມະຫາວິທະຍາ​ໄລ ​ດົງ​ໂດ, ຮ່າ​ໂນ້ຍ, ​ເຊິ່ງ​ແມ່ນ​ຊາວ​ໜຸ່ມ​ອາ​ສາ​ສະໝັກ​ຢູ່ຄິວ​ລົດ​ ຢາ​ບບ໋າ​ດ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄິວ​ລົດ​ທີ່​ມີ​ນັກ​ສອບ​ເສັງຫຼາຍ​ຄົ​ນທີ່ມາ​ຈາກແຂວງຕ່າງໆ​ມາ​ຮ່າ​ໂນ້ຍ ​ເພື່ອເຂົ້າ​ຮ່ວມ​ການ​ສອບ​ເສັ​ງຄັ້ງ​ນີ້​ໃຫ້​ຮູ້​ວ່າ.

“ວຽກ​ງານ​ຕົ້ນ​ຕໍ່​ຂອງ​ພວກ​ຂ້າພະ​ເຈົ້າ​ນັ້ນ​ແມ່ນ: ຊ່ວຍ​ນັກ​ສອບ​ເສ​ັງຊອກ​ຫາ​ເຮືອນ​ພັກ​ໂດຍ​ບໍ່​ເສຍ​ເງິນ, ກໍ່​ຄືລົດ​ເມ​ຂົນສ່ົງນັກ​ສອບ​ເສ​ັງ ​ແລະ ຍາດຕິ​ພີ່ນ້ອງ​ຂອງ​ເຂົ້າ​ເຈົ້າ​ເຖິງ​ເຮືອນ​ພັກ; ນ​ອກ​ຈາກ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່ພາ​ນັກ​ສອບ​ເສັ​ງຈາກ​ເຮືອນ​ພັກ​​ໄປ​ສະຖານ​ທີ່​ສອບ​ເສ​ັງອີກ. ພວກ​ຂ້າພະ​ເຈົ້າ​ຍັງ​ແຈກ​ຢາຍ​ແຜນ​ທີ່ນະຄອນ ​ແລະ ວີ​ ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ນັກ​ສອບ​ເສັງ. ​ແຕ່​ລະ​ມື້, ສະ​ເພາະ​ກຸ່ມ​ຂອງ​ພວກ​ຂ້າພະ​ເຈົ້າ​ຕ້ອນຮັບ​ນັກ​ສອບ​ເສັ​ງ​ໄດ້ກວ່າ 400 ​ເທື່ອ​ຄົນ, ນັ້ນ​ແມ່ນຍັງ​ບໍ່​ທັນ​ຄິດ​ໄລ​ເຖິງ​ຜູ້ໄປ​ນຳ”.

ນອກ​ຈາກ​ນັ້ນ, ​ບັນດາ​ນັກ​ສອບ​ເສັ​ງ​​ເຂົ້າມະຫາວິທະຍາ​ໄລ ​ແລະ ວິທະຍາ​ໄລທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ​ ພ້ອມ​ກັບຍາດຕິ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າຍັງ​ໄດ້​ຮັບ​ປະທານອາຫານ​ໂດຍ​ບໍ່​ເສຍ​ຄ່າ​ອີກ​ດ້ວຍ.

ຕອບຄຳຖາມ ເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 2
(ປະຊາຄົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຊັກ)

ເພື່ອນ ບຸນ​ເລີດ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ວຽງ​ຈັນ ​ໃຫ້​ຮູ້​ວ່າ; ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຊັກ ​ໄດ້​ຮັບ​ການ​ຮັບຮອງ​ວ່າ ​ແມ່ນ​ຊາວ​ເຜົ່າ​ສ່ວນ​ໜ້ອຍຢູ່​ເຊັກ. ເມື່ອໄດ້​ຮັບການ​ຮອບ​ຮອງ​ຄື​ແນວ​ນັ້ນ, ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການໜູນ​ຊ່ວຍ​ຄື​ແນວ​ໃດ​ເພື່ອ​ຮັກສາ​ດ້ານ​ພາສາ, ວັດທະນະທຳ​ຂອງ​ຫວຽດນາມ? ​ແລະ ປະຈຸ​ບັນ, ມີ​ຊາວ​ຫວຽດນາມ ຈັກ​ຄົນ​ທີ່​ພວມອາ​ໄສ​ຢູ່​ເຊັກ.

        ​ເພື່ອນ ບຸນ​ເລີດ ທີ່​ຮັກ​ແພງສະຖານທູ​ດຫວຽດນາມ ປະຈຳ ສ.​ເຊັກ​ໃຫ້​ຮູ້​ວ່າ ​ໃນ​ວັນ​ທີ 03/07, ລັດຖະບານ​ເຊັກ ​ໄດ້​ຮັບ​ຮອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ເຊັກ ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ຢູ່​ປະ​ເທດ​​ເອີ​ລົບກາງ​ນີ້ຢ່າງ​ເປັນ​ທາງ​ການ. ຕາມ​ທ່ານ ​ເຈີນຫວຽດຮຸ່ງ, ຮອງ​ປະທານ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ສ.​ເຊັກ​ ແລ້ວ, ນີ້​ແມ່ນ​ຂ່າວ​ດີ​ສຳລັບ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຊັກ. ​ໂດຍ​ແມ່ນຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຊັກ, ປະຊາຄົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຊັກ ຈະ​ມີ​ເງື່ອນ​ໄຂໄດ້​ຮັບ​ເງິນ​ໜູນ​ຊ່ວຍຈາກ​ງົບປະມານ​ເພື່ອ​ພັດທະນາ​​ດ້ານ​ວັດທະນະທຳທີ່​ເປັນມູນ​ເຊື້ອ ​ແລະ ພາສາ​ຂອງ​ຕົນ​ຫຼາຍ​ກວ່າ​ອີກ. ຢູ່​ບັນດາທ້ອງ​ຖິ່ນທີ່​ມີ​ຊາວ​ຫວຽດນາມ ອາ​ໄສຫຼາຍ​ຄົນ, ​ເດັກນ້ອຍ​ສາມາດ​ດ້ຮຽນ​ດ້ວຍ​ພາສາ​ຫວຽດນາມ ​ແລະ ​ຊາວ​ຫວຽດນາມ ກໍ່ມີ​ສິດ​ນຳ​ໃຊ້​ພາສາ​ຫວຽດ ຢູ່​ບ່ອນ​ເຮັດ​ວຽກ ກໍ່​ຄື​ຢູ່​ສານ. ນອກຈາກ​ນັ້ນ, ປະຊາ​ຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ເຊັກ ສາມາດ​ຈັດ​ຕັ້ງ​ລາຍການ​ກະຈາຍສຽງ ​ແລະ ​ໂທລະພາບ​ດ້ວຍ​ພາສາ​ຫວຽດ​ໄດ້... ປະຈຸ​ບັນ​ມີ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ສ.​ເຊັກ ຖືກ​ຕ້ອງຕາມ​ກົດໝາຍ​​ແມ່ນປະມານ 65.000 ຄົນ.

ຫວັງ​ວ່າ​ ຜ່ານ​ຄຳ​ຕອບ​ຂອງ​ພວກ​ຂ້າພະ​ເຈົ້າເພື່ອນ ບຸນ​ຄຳ ​ໄຊ​ສົມ​ດີ ​ແລະ ​ເພື່ອນ ບຸນ​ເລີດ ຈະ​ເພິ​ງພໍ​ໃຈ. ຍ້ອນ​ເວລາຖືກຈຳກັດ​, ບັນດາ​ຄຳ​ຖາມ​ອື່ນໆ ພວກ​ຂ້າພະ​ເຈົ້າ​ຈະ​ຕອບ​​ໃນ​ລາຍການ​ໂອ້​ລົມ​ກັບ​ເພື່ອ​ລາວ​ຄັ້ງ​ຕໍ່​ໄປ ​ແລະ ບາງ​ຄຳ​ຖາມ​ພວກ​ຂ້າພະ​ເຈົ້າ​ຈະ​ຕອບ​ຜ່ານ​ອີ​ແມວ​ໃຫ້​ແກ່​ທ່ານ​ຜູ້​ຟັງ. ຂໍ້​ຂອບ​ໃຈ​ທີ່ທ່ານ​​ໄດ້​ຕິດຕາມຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກເຮົາ. ຖ້າ​ທ່ານ​ຜູ້​ຟັງທ່ານ​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ມີ​ຄຳ​ຖາມກະ​ລຸນາ​ຝາກ​ຈົດໝາຍມາຍັງລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈຽວ​ຮ່າ​ໂນ້ຍ ຫຼື ​ໂທ​ມາ​ໂດຍ​ກົງ​ກໍ່​ໄດ້​ຕາມເບີໂທ: 0084.4.38256631 ຫຼື ອີ​ແມວ laovov@yahoo.com.

ຕອບກັບ

ຂ່າວ/ບົດ​ອື່ນ