ຕອບ​ຄຳ​ຖາມ​ກ່ຽວ​ຂ້ອງ​ເຖິງ​ການ​ເສັງ"ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ"


ນັບ​ແຕ່​ເມື່ອວິທະຍຸ​ກະຈາຍສຽງ​ຫວຽດນາມ ປຸກລະດົມ​ການ​ເສັງ: ທ່າ​ນຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດນາມ (ໃນ​ວັນ​ທີ 1/2/2015 ​ເປັນ​ຕົ້ນ​ມາ),            ລະ​ບົບ​​ລາຍ​ການກະ​ຈາຍ​ສຽງ​ພາກພາສາ​ຕ່າງປະ​ເທດ​ໄດ້​ຮັບ​ບົດ​ເສ​ັງຫລາຍ​ບົດ​ຂອງ​ທ່ານ​ຜູ້​ຟັງສົ່ງ​ມາ​ຈາກ​ອິນ​ໂດ​ເນ​ເຊຍ, ​ເຢຍລະ​ມັນ, ຝລັ່ງ, ​ແອ​ສະ​ປາຍ, ອັງກິດ, ລັດ​ເຊຍ, ລາວ ​ແລະ ກຳ​ປູ​ເຈຍ. ​ແລະ​ໃນ​ອາທິດ​ຜ່ານ​ມາ ທ່ານ​ ສົມ​ພັນ, ທ່ານຄຳ​ດີ ຢູ່ ​ແຂວງຫລວງ​ພະ​ບາງ, ​ທ່ານ​ຄຳ​ໝັ້ນ, ຈັນ​ທີ ຢູ່ ​ແຂວງ ຄຳ​ມ່ວນ ພ້ອມ​ກັບ​ທ່ານ​ຜູ້​ຟັງ​ອື່ນ​ຈຳ​ນວນ​ຫນຶ່ງ ສືບ​ຕໍ່​ສົ່ງ​ບົດ​ເສັງ ​ແລະ ຈົດໝາຍມາ​ຫາ​ລາຍການ, ​ໃນ​ນັ້ນ ຜູ້​ຟັງ​ຫລາຍ​ທ່ານ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ບັນຫາ​ຈຳນວນ​ຫນຶ່ງທີ່​ກ່ຽວຂ້ອງ​ເຖິງ​ການ​ເສັງ. ​ເພື່ອ​ຕອບ​ສະ​ຫນອງ​ຄວາມ​ປະສົງ​ຂອງ​ທ່ານ​ຜູ້​ຟັງ, ​ໃນ​ລາຍການ​ໂອ້​ລົມ​ກັບ​ເພື່ອ​ນລາວ​ພາກ​ນີ້ ພວກ​ຂ້າພະ​ເຈົ້າ​ຂໍ​ຕອບ​ຄຳ​ຖາມ​ຈຳນວນ​ຫນື່ງທີ່​ ທ່ານ​ຜູ້​ຟັງ​ໄດ້​ສົ່ງ​ເຖິງ​ລາຍການ​ໃນ​ອາ​ທິດ​ຜ່ານ​ມາ. ​

ຕອບ​ຄຳ​ຖາມ​ກ່ຽວ​ຂ້ອງ​ເຖິງ​ການ​ເສັງ

        ທ່ານ​​ສົມ​ພັນ ຢູ່​ ​ແຂວງ ​ຫລວງ​ພະ​ບາງ ​ໄດ້​ສົ່ງ​ຈົດໝາຍ​ມາ​ຫາ​ລາຍການ​ໂດຍ​ເວົ້າ​ວ່າ: ​  ກ່ອນນີ້ ຂ້າພະ​ເຈົ້າ​ໄດ້​ມາ​ຮຳ່ຮຽນ​ຢູ່ ຫວຽດນາມ ​ແລະ ມີ​ໂອກາດ​ໄປ​ຢ້ຽມຢາມ​ສະຖານີ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ປະຈຸ​ບັນ ຂ້າພະ​ເຈົ້າກໍຍາດ​ເວລາຕິດ​ຕາມລາຍການກະຈາຍສຽງ​ຫວຽດນາມ​ພາກ​ພາສາ​ລາວ​ເປັນ​ປະຈຳ​ຜ່ານ​ຄື້ນ​ວິ​ທະ​ຍຸ​ກໍ​ຄື​ໃນ​ຫນ້າ​ເວັບ vovworld.vn, ​​ແຕ່​ ຂ້າພະ​ເຈົ້າ​ບໍ່​ທັນ​ເຂົ້າ​ໃຈ​ແຈ້ງບັນດາ​ຂໍ້​ມູນ​ຂ່າວ​​ກ່ຽວ​ກັບ​ຜົນງານ​ຊື່ງ​ວິທະຍຸ​ກະຈາຍສຽງຫວຽດນາມຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ສະ​ນັ້ນ ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ບັນນາທິການ​ຈະຊ່ວຍ​ໃຫ້​ຂ້າພະ​ເຈົ້າ​​ເຂົ້າ​ໃຈບັນຫາ​ນີ້​ລະ​ອຽດ​ກວ່າ.

ທ່ານ​ສົມ​ພັນທີ່​ຮັ​ກ​ແພງ! ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ປະ​ຈຸ​ບັນ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວ​ຽດ​ນາມ ແມ່ນ​ອົງ​ການ​ສື່ມວນ​ຊົນ​ຫນຶ່ງ​ດຽວ​ທີ່​ມີ 4 ຮູ​ບ​ການ​ສື່​ສານ​ຄື: ກະ​ຈາຍສຽງ, ໂທ​ລະ​ພາບ, ສື່​ສິ່ງ​ພິ​ມ, ສື່​ເອ​ເລັກ​ໂຕ​ນິກ. ປະຈຸ​ບັນ, ຄື້ນຂອງວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ​​ປົກ​ຄຸມ​ 99,5% ​ເນື້ອ​ທີ່ດິນ​ແດນ​ຫວຽດນາມ ​ແລະ ​ເຂດ​ນ່ານ​ທະ​ເລ​ຫວຽດນາມ​ເກືອບ​ທັງ​ໝົດ​ບົນ​ທະ​ເລ​ຕາ​ເວັນ​ອອກ.​ ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ ມີ 5 ລະບົ​ບກະຈາຍສຽງ ​ແລະ 5 ສຳນັກງານ​ປະຈຳ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ 9 ສຳນັກງານ​ປະຈຳ ​ຢູ່ 9 ປະ​ເທດ​ໃນ​ໂລກ ຊື່​ງ​ໄດ້​​​ໃຫ້​ຂ່າວ​​ໃຫມ່ກ່ຽວ​ກັບ​ຫວຽດນາມ ​ແລະ ​ໂລກ​ຢ່າງ​ທັນ​ການ. ເພື່ອຢາກ​ຮູ້​ລະ​ອຽດ​ກວ່າ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ໃນ​ຊຸມ​ປີ​ຜ່ານ​ມາ, ທ່ານ​ສາ​ມາດ​ຊອກ​ຮູ້​ຕື່ມ​ອີກ​ຜ່ານລາຍ​ການ ສະ​ຖາ​ນະ​ການ​ການ​ເມືອງ ດ້ວຍ​ຫົວ​ຂໍ້​ວ່າ: “ເສີມ​ຂ​ະ​ຫຍາຍ​ບົດ​ບາດ​ຂອງ​ຂົງ​ເຂດ​ກະ​ຈາຍ​ສຽງ​ໃນ​ຊີ​ວິດ” ໃນວັນ​ທີ 13/2/2013 ແລະ ຈົດ​ໝາຍອວຍ​ພອ​ນ​ປີ​ໃຫມ່ 2015ຂອງ​ທ່ານ​ຫງວ​ຽນ​ດັງ​ຕຽນ, ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຜ່ານ​ລາຍ​ການ​ຕິດ​ຕໍ່​ກັບ​ທ່ານ​ຜູ້​ຟັງ. ບັນ​ດາ​ລາຍ​ການນີ້ ພວກ​ເຮົາ​ໄດ້​ອັບ​ເດັດ​ໃນ​ຫນ້າ​ເວັບ vovworld.vn ຫລື vov5.vn. ສະ​ນັ້ນ ທ່ານ ສົມ​ພັນ ສາ​ມາດ​ເຂົ້າ​ຊົມບັນ​ດ​າ​ລາຍ​ການ​ດັ່ງ​ກ່າວ​ເພື່ອ​ຊອກ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ແລະ ຫວັງ​ວ່າ​ທ່ານ​ຈະສຳ​ເລັດ​ບົດ​ເສັງ​ຂອງ​ຕົນ​​ໃນ​ໄວ​ນີ້​ເພື່ອ​ສົ່ງ​ເຖິງ​ຄະ​ນະ​ຈັດ​ຕັ້ງ​ກາ​ນ​ເສັງ​ກ່ອນ​ວັນ​ທີ 30/6/2015.

        ທ່ານ ຄຳ​ດີ ຢູ່ ແຂວງ ຫລວງ​ພະ​ບາງ ສົ່ງ​ຈົດ​ໝາຍ​ມາ​ຫາ​ລາຍ​ການ ໂດຍ​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ຕິດ​ຕາມ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ເປັນ​ປະ​ຈຳ, ພິ​ເສດ​ນັບ​ແຕ່​ເມື່ອ​ລາຍ​ການ​ມີ​ຫນ້າ​ເວັບ vovworld.vn,ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມ​ຂ່າວ​ຄາວ, ຄໍ​ລຳ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ຄື: ວັດ​ທະ​ນະທຳ, ເສດ​ຖະ​ກິດ, ຊີ​ວິດ​ສັງ​ຄົມ… ຢູ່ ຫວຽດ​ນາມ, ໃນ​ນັ້ນ ຂ້າ​ພະ​ເຈົ້າ​ມັກ​ທີ່​ສຸດ​ແມ່ນ​ຄໍ​ລຳ​ວັດ​ທະ​ນະ​ທຳ. ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ໄດ້​ວ່າ ປີ 2014 ຜ່ານ​ມາ 2 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂ​ອງ​ຫວຽດ​ນາມ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ແມ່ນມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ນັ້ນ​ແມ່ນ ກຸ່ມ​ທັດ​ສະ​ນີ​ຍະ​ພາບ ຈ່າງ​ອານ ແລະ ເພງ​ພື້ນ​ເມືອງ ຫວີຢ​້ຳ ຂອງ​ເຫງ້​ຕີງ. ແຕ່​ວ່າ ບັນ​ດາ​ມໍ​ລະ​ດົກ​ຂອງ​ຫວຽດ​ນາມ ກ່ອນນີ້​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ໂລກນັ້ນ ຂ້າ​ພະ​ເຈົ້າ​ບໍ່​ທັນ​ຮູ້​ລະ​ອຽດ​ປານ​ໃດ, ຢາກ​ໃຫ້​ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຊ່ວຍ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ບັນ​ຫາ​ນີ້​ແດ່ ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ສຳ​ເລັດ 5 ຄ​ຳ​ຖາມ​ໃນ​ບົດ​ເສັງ​ຂອງ​ຕົນ. ຫວັງ​ວ່າ ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ລາງວັນ​ໃນ​ການ​ເສັງ​ຄັ້ງ​ນີ້, ເພາະ​ວ່າ ນີ້​ແມ່ນ​ກາ​ລະ​ໂອ​ກາດ​​ທີ່​ຂ້າ​ພະ​ເຈົ້າ​ຈະໄດ້​ໄປ​ຢ້ຽມ​ຢາມ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຢູ່​ຫວຽດ​ນາມ ຊື່ງ​ ແມ່ນຄວາມ​ມຸ່ງ​ຫວັງ​ຂອງຂ້າ​ພ​ະ​ເຈົ້າ​ແຕ່​ດົນ​ແລ້ວ.

        ທ່ານ​ຄຳ​ດີ​ທີ່​ຮັກ​ແພງ! ປີ 2014 ຜ່ານ​ມາ, ຫວຽດ​ນາມ ມີ 2 ມໍ​ລະ​ດົກ​ຕື່ມ​ອີກ​​ເຊິ່ງໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ວ່າ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ, ນັ້ນ​ແມ່ນ ກຸ່ມ​ທັດ​ສະ​ນີ​ຍະ​ພາບ ຈ່າງ​ອານ ແລະ ເພງ​ພື້ນ​ເມືອງ ຫວີ​ຢ້ຳ​ຂອງ ເຫງ້​ຕິງ ຄື​ດັ່ງ​ທີ່​ທ່ານ​​ໄດ້ກ່າວ​ມານັ້ນ. ເປັນ​ອັນ​ວ່າ ປະ​ຈຸ​ບັນ ຍອດ​ຈຳ​ນວນມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ຫວຽດ​ນາມ ຊື່ງ​ໄດ້​ຮ​ັບ​ການ​ຮັບ​ຮອງ​ຈາກ UNESCO ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ໂລກ ທັງ​ໝົດ​ແມ່ນ 9 ມໍ​ລະ​ດົກ. ເພື່ອ​ເຂົ້າ​ໃຈ​ແຈ້ງ​ກວ່າ ທ່ານ​ສາ​ມາດ​ຊອກ​ຮູ້​ຜ່ານ​ຄໍ​ລຳ​ວັດ​ທະ​ນະ​ທຳ​ໃນ​ຫນ້າ​ເວັບ vovworld.vn.

        ໃນ​ຈົດ​ໝາຍ​ສົ່ງ​ເຖິງ​ລາຍ​ການ, ທ່ານ ຈັນ​ທີ ຢູ່ ແຂວງ ຄຳ​ມ່ວນ ແບ່ງ​ປັນ​ວ່າ: ຄຳ​ຖາມ 5 ຂໍ້ ກ່ຽວ​ກັບ​ການ​​ສອບເສັງ: ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ” ໂດຍ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ປຸກ​ລະ​ດົມ ​ນັບແຕ່​ວັນ​ທີ 1/2/2015-30/6/2015, ຂ້າ​ພະ​ເຈົ້າ​ໄດ້​ຊອກ​ຮູ້​ຜ່ານ​ຫນັງ​ສື​ພິມ, ວາ​ລະ​ສານ​ ແລະ ເອ​ກະ​ສານ​ສະ​ບັບ​ຕ່າງໆ​ແລ້ວ. ແຕ່​ວ່າ ເພື່ອ​ໃຫ້​ຮູ້​ເນື້ອ​ໃນ​ຄ​ຳ​ຖາມ 5 ຂໍ້ ແບບ​ສັງ​ລວມກວ່າ ຊື່ງ​ລາຍ​ການ​ພາກ​ພາ​ສາ​ລາວ​ໄດ້​ແນະ​ນຳ​ໃນ​ຫນ້າ​ເວັບ vovworld.vn, ຂ້າ​ພະ​ເຈົ້າ​ສາ​ມາດ​ຊອກ​ຮູ​້​ຜ່ານ​ລາຍ​ການ​ໃດ, ພວກ​ອ້າຍ​ເອື້ອຍ​ບັນ​ນາ​ທິ​ການ​ແນະ​ນຳ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້​ບໍ່?

        ທ່ານ ຈັນ​ທີ​ທີ່​ຮັ​ກ​ແພງ! ຄຳ​ຖາມ​ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ​ໃນ​ປີ 2014, ທ່ານ​ສາ​ມາດ​ຊອກ​ຮູ້​ຕື່ມ​ອີກ​ຜ່ານບົດ​ທີ​່​ພາດ​ຫົວ​ຂໍ້​ວ່າ: 10 ເຫດ​ການ​ພົ້​ນ​ເດັ່ນ​ພາຍ​ໃນ​ປະ​ເທດ​ປີ 2014” ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເລືອກ​ເຟັ້ນ. ຄຳ​ຖາມ​ທີ 2 ກ່ຽວ​ກັບ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ ໃນ​ປີ​ທຳ​ອິດ​​ຂອງ​ອາ​ຍຸ​ການທີ່​ຫວຽດ​ນາມຮັບ​ເຂົ້າເປັນ​ສະ​ມາ​ຊິກຂອງ​ສ​ະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ, ວັນ​ທີ 23/1/2015, ທ່ານ​ສາ​ມາດ​ເຂົ້າ​ຊົມ​ຜ່ານ​ເວັບ​ໄຊvovworld.vn. ສ່ວນ​ຄຳ​ຖາມ​ອື່ນ ພວກ​ເຮົາ​ໄດ້​ແນະ​ນຳ​ໃນ​ລາຍ​ການ​ຕິດ​ຕໍ່​ກັບ​ຜູ້​ຟັງ​ໃນອາ​ທິດ​ຜ່ານ​ມາ​ແລ້ວ. ຫວັງ​ວ່າ ທ່ານ​ຈະ​ມີ​ຄຳ​ຕອ​ບ​ມ່ວນ​ເພື່ອ​ຍາດ​ໄດ້​ລາງວັນ​ສູງ​ທີ່​ການ​ເສັງ​ຄັ້ງ​ນີ້.

        ທີ່​ທ່ານ​ຫາ​ກໍ​ຮັບຊົມ​ແມ່ນ​ບັນ​ດາ​ຄຳ​ຕອບ​ບັນ​ດາ​ບັນ​ຫາ​ຊື່ງ​ທ່ານ​ຜູ້​ຟັງ​ສົ່ງ​ເຖິງ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ. ຫວັງ​ວ່າ ອາ​ທິດ​ຫນ້າ​ພວກ​ເຮົາ​ຈະ​ໄດ້​ຮັບ​ບົດ​ເສັງ​ຈາກ​ທ່ານ​ຜູ້​ຟັງ​ຫລາຍກວ່າ.

ເພື່ອ​ໄດ້​ຮັບ​ບົດ​ເສັງ​ໄວ​ກວ່າ ທ່ານ​ຜູ້​ຟັງ​ສາ​ມາດ​ສົ່ງ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຜ່ານ ອີ​ແມວ laovov5@gmail.com & laovov@yahoo.com

ຂໍ​ອວຍ​ພອນ​ໃຫ້​ພວກ​ທ່ານ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້​ມ​ແຂງ ແລະ ປະ​ສົບ​ຜົນ​ສຳ​ເລັດ​.

 

ຕອບກັບ

ຂ່າວ/ບົດ​ອື່ນ