​ຕອບ​ຈົດ​ໝາຍ​ທ່ານ​ຜຸ້​ຟັງ​ສົ່ງ​ເຖິງ​ລາຍ​ການ​ພາກ​ພາ​ສາ​ລາວ​ໃນ​ອາ​ທິດ


(vovworld)- ໃນ​ອາທິດ​ຜ່ານ​ມາ, ລາຍການ​ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບ​ຈົດໝາຍ​ຈາກ​ເພື່ອນ​ສຸດ​ດາ​ລາ ຢູ່​ນະ​ຄອນ​ຫລວງວຽງ​ຈັນ, ​ເພື່ອນ ​​ມີ​ໄຊ ​ຢູ່​ ​ແຂວງ​ອັດ​ຕະ​ປື…​ໂດຍ​ແບ່ງປັນ​ວ່າ: ລາຍ​ການ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ຊື່ງ​ລາຍ​ການ​​ກະ​ຈາຍ​ສຽງພາກ​ພາ​ສາ​ລາວ​ໄດ້​ອອກ​ອາ​ກາດ​ໃນ​ວັນ​ຈັນ​ປະ​ຈຳ​ອາ​ທິດ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່ພວກ​ເພື່ອນ​, ຊ່ວຍ​ໃຫ້​ພວກ​ເພື່ອນ​ເຂົ້າ​ໃຈ​ຫລາຍ​ຢ່າງ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ດາ​ເຜົ່າ​ຢູ່​ຫວຽດ​ນາມ.

​ຕອບ​ຈົດ​ໝາຍ​ທ່ານ​ຜຸ້​ຟັງ​ສົ່ງ​ເຖິງ​ລາຍ​ການ​ພາກ​ພາ​ສາ​ລາວ​ໃນ​ອາ​ທິດ - ảnh 1

ເພື່ອນ ສົມ​ພອນ ຢູ່​ແຂ​ວງ ອຸ​ດົມ​ໄຊ​ໄດ້​​ສົ່ງ ອີ​ແມວ​ມາຫາລາ​ຍການໂດຍ​ເວົ້າ​ວ່າ: ​ ເພ​ື່ອນ​ເຄີຍ​ຕິດ​ຕາມ​ຮັບ​ຟັງ ແລະ ຊົມ​ລາຍ​ການ​ພາກ​ພາ​ສາ​ລາວ​ເປັນ​ປະ​ຈຳ, ໂດຍ​ສະ​ເພາະ ແມ່ນ​ລາຍ​ການ​ຂ່າວ ເພື່ອນ​ມັກ​ທີ່​ສຸດ. ໃນ​ນັ້ນ ຂ່າວ​ຕ່າງ​ປະ​ເທດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ໄດ້​ໃຫ້​ຂ່າວ​ທັນ​ການ, ລົງ​ເລິກ, ຂໍ້​ມູນ​ຂ່າວ​ສານ​ອຸ​ດົມ​ສົມ​ບູນ.

   ​ ເພື່ອນ​ ພອນ​ສະ​ຫວັນ, ​ພະ​ນັກ​ງານ​ການ​ເງິນ ລາ​ວ ​ໄດ້ໂທ​ລະ​ສັບ​ມາ​ຫາ​ລາຍ​ການ ​ ໂດຍ​ຖາມ​ວ່າ: ເດືອນ​ໃດ​ຢູ່​ຮ່າ​ໂນ້ຍ ອາ​ກາດ​ຫ​ນາວກວ່າ​ໝູ່, ເພາະ​ວ່າ​ນອ້ງ​ຢາກ​ໄປ​ຢ້ຽມ​ຢາມ​ຮ່າ​ໂນ້ຍ​ໃນ​ໂອ​ກາດ​ຍາມ​ຫ​ນາວຈັດ, ​ຫລັງຈາກນັ້ນ​ນ້ອງ​​ສືບ​ຕໍ່ໄປ​ຢ້ຽມ​ຢາມ​ເທດ​ສະ​ບານ​ຊາ​ປາ​ອີກ. ເພື່​ອ​ນ​ພອນ​ສະ​ຫວັນ​ທີ່​ຮັກ​ແພງ, ຕາມ​ການ​ພະ​ຍາ​ກອນ​ຈາກ​ກົມ​ອຸ​ຕຸ​ນິ​ຍົມ​ອຸ​ທົກກະ​ສາດ​ຫວຽດ​ນາມ​ແລ້ວ, ອາ​ກາດ​ຫ​ນາວກວ່າ​ໝູ່​ຢູ່​ພາກ​ເຫ​ນືອ​ຫວຽດ​ນາມ ອາດ​ຈະ​ຕົກ​ໃນ​ເດືອນ 1 ແລະ 2 ປີ 2014. ຖ້າ​ຫາກ​ເພື່ອນ​ມີ​ແຜນ​ການ​ໄປ​ຢ້ຽມ​ຢາມ​ພາກ​ເຫ​ນືອ​ຫວຽດ​ນາມ ເພື່ອນ​​ຈົ່ງຕິດ​ຕາມ​ລາຍ​ການ​ພະ​ຍາ​ກອນ​ອາ​ກາດ​ໃນ​ຫ​ນ້າ​ເວັບ​ຂອງ​ພວກ​ເຮົ​າ​ຕື່ມ​ອີກ ຜ່ານ​ລະ​ຫັດ vov5.vn ຫລື vovworld.vn.

ໃນ​ອາທິດ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຈາກ​ເພື່ອນ​​ ບຸນຕາ ຢູ່​ແຂວງ​ ບໍ​ລິ​ຄຳ​ໄຊ ​​ໂດຍ​ແບ່ງ​ປັນ​ວ່າ: ຫວ່າງ​ແລ້ວນ​ີ້ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂ່າ​ວ​ວ່າ ຊາວ​ຫວຽດ​ນາມ​ຜູ້​ຫ​ນຶ່ງ​ໄດ້​ຮັບ​ລາງວັນ​ວັນ​ນະ​ຄະ​ດີ​ອາ​ຊ​ີ​ຕາ​ເວັນ​ອອກ​ສຽງ​ໃຕ້ 2013. ຜ່ານ​ລາຍ​ການ, ຂ້າ​ພະ​ເຈົ້າ​ຢາກ​ຮູ້​ຂ່າວ​ຄາວ​ກ່ຽວ​ກັບ​ນັກ​ປະ​ພັນ​ດັ່ງ​ກ່າວ ແລະ ເນື້ອ​ໃນບົດ​ປະ​ພັນທີ່​ເພີ່ນ​ໄດ້​ຮັບ​ລາງວັນ. ຂອບ​ໃຈ​ເພື່ອນ​ບຸນ​ຕາ​ທີ່​ໄດ້​ສົນ​ໃຈ ແລະ ຊົມ​ເຊີຍ​ນັກ​ປະ​ພັນ​ຫວຽດ​ນາມ,  ​ຕໍ່​ໄປ​ນີ້ ​ພວກ​ເຮົາ​​ຂໍແນະ​ນຳ​​ໂດຍ​ສັງ​ເຂບ​ກ່ຽວ​ກັບນັກ​ປະ​ພັນ ທ່າຍ​ບາ​ເລີ້ຍ, ຊື່ງ​ແມ່ນ​ຜູ້​ໄດ້​ຮັບ​ລາງວັນ​ວັນ​ນະ​ຄະ​ດີ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ປີ 2013 ແລະ ເນື້ອ​ໃນ​​ບົດ​ປະ​ພັນທີ່​ເພີ່ນ​ໄດ້​ຮັບ​ລາງວັນ.

​ຕອບ​ຈົດ​ໝາຍ​ທ່ານ​ຜຸ້​ຟັງ​ສົ່ງ​ເຖິງ​ລາຍ​ການ​ພາກ​ພາ​ສາ​ລາວ​ໃນ​ອາ​ທິດ - ảnh 2
ນັກ​ປະ​ພັນ ທ໋າຍ​ບາ​ເລິ້ຍ

        ນັກ​ປະ​ພັນ ທ໋າຍ​ບາ​ເລິ້ຍ ເກີດ​ປີ 1945 ຢູ່​ແຂວງ ເຫງ້​ອານ, ຊື່ງ​ແມ່ນ​ນັກ​ປະ​ພັນ​​ໃນຊ​ຸມ​ປີ​ທ້າຍ​ຂອງ​​ໄລ​ຍະ​ຕໍ່​ຕ້ານ​ຕ້ານ​ຈັກ​ກ​ະ​ພັດ​ອາ​ເມ​ລິ​ກາກູ້​ຊາດ. ຊື່​ສຽງ​ຮຽງ​ນາມ​ຂອງ​ເພີ່ນ​ແມ່ນ​ຕິດ​ພັນ​ກັບ​ບັນ​ດາ​ບົດ​ປະ​ພັນ​ກ່ຽວ​ກັບ​ໄລ​ຍະສົງ​ຄາມ ແລະ ຫລັງ​ສົງ​ຄາມ. ນັກ​ປະ​ພັນ ທາຍ​ບາ​ເລ​ີ້ຍ ປະ​ດິດ​ແຕ່ງບົດ​ປະ​ພັນບໍ່​ຫລາຍ, ແຕ່​​ບົດ​ປະ​ພັນ​​ໃດ​ຂອງ​ທ່ານ​ກໍ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າ​ງ​ເລິກ​ເຊິ່ງ​ໃຫ້​ແກ່​ຜູ້​ອ່ານ ແລະ ບົດ​ປະ​ພັນ ມີງ​ຊື (Minh Su)ທີ່​ພິມ​ຈຳ​ຫ​ນ່າຍ​ເມື່ອ​ປີ 2010 ແມ່ນ​ບົດ​ປະ​ພັນໄດ້​ຮັບ​ລາ​ງວັນ​ຈາກ​ສະ​ມາ​ຄົມ​ນັ​ກ​ປະ​ພັນ​ຫວຽດ​ນາມ​ເມື່ອ​ປີ 2012 ແລະ ລາ​ງວັນ​ວັນ​ນະ​ຄະ​ດີ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ປີ 2013 ຈາກ​ລາ​ຊະ​ວົງ​ໄທ.

        ສຳ​ລັບ ບົດ​ປະ​ພັນ ມີງ​ຊື, ນັກ​ປະ​ພັນ ທາຍ​ບາ​ເລີ້ຍ ປະ​ດິດ​ແຕ່ງ​ໃນ​ໄລ​ຍະ 4 ປີ. ບົດ​ປະ​ພັນ​ປະ​ກອບ 400 ຫ​ນ້າ ໂດຍ​ບັນ​ທຶກ​ຂະ​ບວ​ນ​ວິ​ວັດ​ການ​​ຂະ​ຫ​ຍາຍຜືນ​ແຜນ​ດິນ​​ປະ​ເທດ​ຊາດຂອງ​ເຈົ້າ​ກະ​ສັດ​ຫງວຽນ. ນັກ​ປະ​ພັນ ທາຍ​ບາ​ເລິ້ຍ ແບ່ງ​ປັນ​ວ່າ:

        “ກ່ຽວ​ກັບ​ເລື່ອງ​ປະ​ດິດ​ແຕ່ງ​ບົດ​ປະ​ພັນ​ດັ່ງ​ກ່າວ ແມ່ນ​ສິ່ງ​ທົດ​ສອບ​ສຳ​ລັບ​ຂ້າ​ພະ​ເຈົ້າ​ ເພາະ​ວ່າ ເລື່ອງ​ລາວນີ້​ແມ່ນ​ເກີດ​ຂຶ້ນ​ກ່ອນນີ້ 500 ປີ, ສະ​ນັ້ນ​​ວຽກ​ງານຊອກ​ຫາ​ເອ​ກະ​ສານ​ແມ່ນ​ຫ​ຍຸ້ງ​ຍາກ​ທີ່​ສຸດ, ແຕ່​ດ້ວຍ​ຄວາມ​ເຄົາ​ລົບ​ນັບ​ຖື​​ເຈົ້າ​ກະ​ກັດ​ຫງວຽນ​ຮ່​ວາງ, ຊື່ງ​ແມ່ນ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫ​ຍ່​ຫລວງ​ໃນ​ການ​ຂະ​ຫ​ຍາຍ​ຜືນ​ແຜນ​ດິ​ນ​​ທາງ​ທິດ​ໃຕ້ຂອງ​ປະ​ເທດ​ຊາດ​ສະ​ນັ້ນ ຂ້າ​ພະ​ເຈົ້າຈຶ່ງ​ພະ​ຍາ​ຍາມ​ຊອກ​ຫາ​ເອ​ກະ​ສານ​ໃຫ້​ໄດ້​ເພື່ອ​ແຕ່ງ​ບົດ​ປະ​ພັນ​ດັ່ງ​ກ່າວ​​ໃຫ້ສຳ​ເລັດ.”

​ຕອບ​ຈົດ​ໝາຍ​ທ່ານ​ຜຸ້​ຟັງ​ສົ່ງ​ເຖິງ​ລາຍ​ການ​ພາກ​ພາ​ສາ​ລາວ​ໃນ​ອາ​ທິດ - ảnh 3

        ຕາມ​ນັກ​ປະພັນ ທາຍ​ບາ​ເລີ້ຍ​ແລ້ວ, ບົດ​ປະ​ພັນ​ດັ່ງ​ກ່າວ​ໄດ້​ແບ່ງ​ອອກ​ເປັນ 7 ພາກ​, ໃນ​ແຕ່​ລະ​ພາກ​ມີ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ໄລ​ຍະ​ປະ​ຈຸ​ບັນ ແລະ ອະ​ດີດ​ຕະ​ການ. ບົດ​ປະ​ພັນ​ນີ້​​ພັນ​ລະ​ນາ​ເຖິງ​ປະ​ຫວັດ​ສາດ, ​ເຖິງ​ບຸກ​ຄົນ​ຫ​ນຶ່ງ​ທີ່​ພວມ​ກໍ່​ຄວາມ​ຖົກ​ຖຽງ​ກັນໃນ​ປະ​ຫວັດ​ສາດ​ຫວຽດ​ນາມ.

        ເມື່ອ​ເວົ້າ​ເຖິງ​ລາງວັນ​ທີ່​ໄດ້​ຮັບ, ນັກ​ປະ​ພັນ ທາຍ​ບາ​ເລີ້ຍ ຖື​ວ່າ: ເຖິງວ່າ​ພຽງ​ແມ່ນ​ລາງວັນ​ໂດຍ​ລາ​ຊະ​ວົງ​ໄທ​ມອບ​ໃຫ້ ແຕ່​ມັນ​​ພັດ​ມີ​ຜົນ​ສະ​ທ້ອນ​ຢ່າງ​ໃຫ​ຍ່​ຫລວງ​ໃນ​ເວ​ທີ​ວັນ​ນະ​ຄະ​ດີ​ພາກ​ພື້ນ. ​ນັກ​ປະ​ພັນ, ນັກ​ກະ​ວີ​ໄດ້​ຮັບ​ລາງວັນແຕ່​ລະຄົນ ລ້ວນ​ແຕ່​​ເປັນແບບ​ຢ່າງ​ດີ​ເດັ່ນ​ທີ່ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ປະ​ເທດຕ່າງໆ.

ພວກ​ຂ້າ​ພະ​ເຈົ້າ​ຂໍ​ຂອບ​ອົກ​ຂອບ​ໃຈ​ທ່ານ​ຜູ້​ຟັງ​ທີ່​ໄດ້​ຕິດ​ຕາມ​​ຮັບ​ຟັງລາຍ​ການ​ຂອງ​ພວກ​ເຮົາ ກໍ​ຄື​​ປະ​ກອບ​ຄຳ​ເຫັນ​ໃຫ້​ລາຍ​ການ. ຫວັງ​ຢ່າງ​ຍິ່ງວ່າ ທ່ານ​ຜູ້​ຟັງ​​ຄົງ​ຈະສືບ​ຕໍ່​​ຝາກຈົດ​ໝາຍ​ມາລາຍ​ການ​ນັບ​ມື້​ນັບ​ຫລາຍກວ່າ. ສຸດ​ທ້າຍ ຂໍ​ອວຍ​ພອນ​ທ່ານ​ຜູ້​ຟັງ​ທຸກ​ທ່ານ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ​ສຳ​ເລັດ​ວຽກ​ງານ​ຂອງ​ຕົນ.

ທ່ານ​ຜູ້​ຟັງ​ສາ​ມາດ​ຮັບ​ຟັງ​ລາຍ​ການ​ພາກ​ພາ​ລາວ​ຄືນ​ຜ່ານ​ຫ​ນ້າ​ເວັບ vovworld.vn ຫລື vov5.vn

ຢ່າລ​ືມ​ຂຽນ​ຈົດ​ໝາຍ​ມາ​ຫາ​ລາຍ​ການ​ເດີ!

ຜ່ານ​ທີ່​ຢູ່: ພາກ​ພາ​ສາ​ລາວ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

45 Ba Trieu Ha Noi

ໂທ​ລະ​ສັບ: 0084438256631.

email:laovov@yahoo.com, laovov@hotmail.com

 

 

ຕອບກັບ

ຂ່າວ/ບົດ​ອື່ນ