ທ່າກ່ຳປັ່ນ ຫວູງອາງ ໄດ້ສວມບົດບາດສຳຄັນພິເສດຕໍ່ນະໂຍບາຍຂອງລັດຖະບານ ລາວ

(VOVWORLD) -ທ່າກ່ຳປັ່ນໄດ້ປະກອບສ່ວນຊຸກຍູ້ເສດຖະກິດຂອງ ລາວ ໃຫ້ບັນລຸການເຕີບໂຕຜ່ານການພັດທະນາຂົງເຂດຄົມມະນາຄົມຂົນສົ່ງ ແລະ ການຄ້າ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືແບບພິເສດລະຫວ່າງ ລາວ ແລະ  ຫວຽດນາມ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 372 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບຈາກທ່ານຜູ້ຟັງລາວ.

        ໃນອາທິດຜ່ານມາ, ມີຜູ້ຟັງ ລາວ ຫຼາຍທ່ານໄດ້ສົ່ງຄຳອວຍພອນ ໃຫ້ບັນດາພະນັກງານ, ນັກຂ່າວ, ບັນນາທິການຍິງ ທີ່ພວມເຮັດວຽກຢູ່ VOV5 ເນື່ອງໃນໂອກາດວັນແມ່ຍິງ ສາກົນ. ຂໍອວຍພອນໃຫ້ພວກເພື່ອນ ຍາມໃດກໍ່ມີສຸຂະພາບແຂງແຮງ, ສົມບູນພູນສຸກ ແລະ ຍາດໄດ້ຜົນງານຫຼາຍຢ່າງໃນຊີວິດ.

ທ່າກ່ຳປັ່ນ ຫວູງອາງ ໄດ້ສວມບົດບາດສຳຄັນພິເສດຕໍ່ນະໂຍບາຍຂອງລັດຖະບານ ລາວ - ảnh 1ປະຊາຊົນສ່ວນຫຼາຍໄດ້ສັກວັກຊິນເຂັມທີ 2 ແລະ ເຂັມກະຕຸ້ນເກືອບໝົດແລ້ວ
(ພາບປະກອບ: VGP)

ເພື່ອນ ມາລີ ວົງສາ, ຢູ່ນະຄອນຫຼວງ ວຽງຈັນ ແບ່ງປັນວ່າ: ຜ່ານແຫຼ່ງຂ່າພາກພາສາລາວ VOV, ຂ້າພະເຈົ້າໄດ້ຮູ້ວ່າ ການສັກວັກຊິນຂອງ ຫວຽດນາມ ແມ່ນກວມອັດຕາູງທ່ສຸດ. ລັດຖະບານ ຫວຽດນາມ ໄດ້ມີມາດຕະການຢ່າງທັນການໃຫ້ແກ່ປະຊາຊົນ. ຫວັງວ່າ, ໃນໄລຍະຈະມາເຖິງ ການເຄື່ອນໄຫວພົວພັນແລກປ່ຽນ, ການແລກປ່ຽນຄ້າຂາຍລະຫວ່າງ 2 ປະເທດຈະກັບຄືນສູ່ສະພາບເປັນົກກະຕິໂດໄວ.”

        ເພື່ອນ ມາລີ ວົງສາ ທີ່ຮັກແພງ, ຂອບໃຈທີ່ໄດ້ຕິດຕາມຂ່າວກ່ຽວກັບໂລກລະບາດ ກໍຄືການສັກວັກຊິນຢູ່ ຫວຽດນາມ, ມາຮອດປະຈຸບັນ ຫວຽດນາມ ໄດ້ສັກວັກຊິນກວ່າ 200 ລ້ານໂດສໃຫ້ແກ່ປະຊາຊົນແລ້ວ, ອາດເວົ້າໄດ້ວ່າປະຊາຊົນສ່ວນຫຼາຍໄດ້ສັກວັກຊິນເຂັມທີ 2 ແລະ ເຂັມກະຕຸ້ນເກືອບໝົດແລ້ວ. ປະຈຸບັນ, ຫວຽດນາມ ພວມສຸມໃສ່ການສັກວັກຊິນໃຫ້ແກ່ເດັກທີ່ຢູ່ໃນເກນອາຍຸແຕ່ 5 ຫາ 11 ປີ ແລະ ແຕ່ 12 ຫາ 17 ປີ.

ທ່າກ່ຳປັ່ນ ຫວູງອາງ ໄດ້ສວມບົດບາດສຳຄັນພິເສດຕໍ່ນະໂຍບາຍຂອງລັດຖະບານ ລາວ - ảnh 2ທ່າກ່ຳປັ່ນ ຫວູງອາງ ໄດ້ສວມບົດບາດສຳຄັນພິເສດຕໍ່ນະໂຍບາຍຂອງລັດຖະບານ ລາວ
(ພາບ: aseanvietnam.vn)

ເພື່ອນ ບຸນພາຄຳ, ຢູ່ແຂວງ ຫົວພັນ ຢາກຊອກຮູ້ກ່ຽວກັບການຮ່ວມມືເຂດທ່າກ່ຳປັ່ນ ຫວູງອາງ ລະຫວ່າງ ຫວຽດນາມ - ລາວ.

        ເພື່ອນ ບຸນພາຄຳ ທີ່ຮັກແພງ, ເພື່ອໜູນຊ່ວຍ ລາວ ພັດທະນາຢ່າງຍາວນານ, ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ ລາວ ໄດ້ນຳໃຊ້ທ່າກ່ຳປັ່ນ ຫວູງອາງ ຂອງຫວຽດນາມ, ຊ່ວຍຝ່າຍ ລາວມີຄວາມສະດວກໃນການຂົນສົ່ງ, ການສົ່ງອອກ-ນຳເຂົ້າສິນຄ້າຜ່ານທາງທະເລ.

        ບໍລິສັດຫຸ້ນສ່ວນ ລາວ ພັດທະນາທ່າກ່ຳປັ່ນ ຫວູງອາງ (ລາວ) ໄດ້ເຊັນສັນຍາຮ່ວມທຸລະກິດກັບບັນດາຜູ້ຕາງໜ້າ ຫວຽດນາມ ເພື່ອສ້າງຕັ້ງບໍລິສັດຫຸ້ນສ່ວນທ່າກ່ຳປັ່ນ ຫວູງອາງ ຫວຽດນາມ - ລາວ. ອາດເວົ້າໄດ້ວ່າ, ທ່າກ່ຳປັ່ນ ຫວູງອາງ ໄດ້ສວມບົດບາດສຳຄັນພິເສດຕໍ່ນະໂຍບາຍຂອງລັດຖະບານ ລາວ. ຈາກການສຳຜັດກັບສິນຄ້າທາງທະເລ ຕະຫຼອດຮອດເລື່ອງເພີ່ມທະວີການການເຊື່ອມຕໍ່ຢູ່ພາກພື້ນ. ພ້ອມກັນນັ້ນ, ກໍ່ປະກອບສ່ວນຊຸກຍູ້ເສດຖະກິດຂອງ ລາວ ໃຫ້ບັນລຸການເຕີບໂຕຜ່ານການພັດທະນາຂົງເຂດຄົມມະນາຄົມຂົນສົ່ງ ແລະ ການຄ້າ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືແບບພິເສດລະຫວ່າງ ລາວ ແລະ  ຫວຽດນາມ.

        ບໍ່ພຽງແຕ່່ເທົ່ານັ້ນ, ຫວຽດນາມ ຍັງຊຸກຍູ້ໃຫ້ ລາວ ພ້ອມກັນລົງທຶນ, ຍາດແຍ່ງເອົາແຫຼ່ງເງິນລົງທຶນຈາກສາກົນ ເພື່ອເປີດຫຼາຍເສັ້ນທາງເຊື່ອມຕໍ່ 2 ພື້ນຖານເສດຖະກິດຄື: ລະບົບໄຟຟ້າ, ເຄືອຂ່າຍໂທລະຄົມມະນາຄົມ, ການຄົມມະນາຄົມຂົນສົ່ງ ດ້ວຍຈຸດສຸມແມ່ນການເຊື່ອມຕໍ່ທາງບົກ, ທາງລົດໄຟ, ທໍ່ສົ່ງນ້ຳມັນ ເພື່ອແນໃສ່ນຳສິນຄ້າຂອງ ລາວ ຜ່ານບັນດາທ່າກ່ຳປັ່ນຂອງ ຫວຽດນາມ ແລ້ວໄປຍັງສາກົນ. ຍ້ອນເຫດນັ້ນ, ໂຄງການກໍ່ສ້າງທາງລົດໄຟ ແລະ ທໍ່ສົ່ງນ້ຳມັນທີ່ເຊື່ອມຕໍ່ລະຫວ່າງ ລາວ ກັບທ່າກ່ຳປັ່ນ ຫວູງອາງ, ໂດຍສະເພາະແມ່ນເສັ້ນທາງຄວາມໄວສູງ ຕອນນະຄອນຫຼວງວຽງຈັນ - ຮ່າໂນ້ຍກຳລັງປະຕິບັດການສຳຫຼວດ. 2 ຝ່າຍຖືນີ້ແມ່ນຈຸດສຳຄັນໃນການພັດທະນາຍຸດທະສາດຊ່ວຍໃຫ້ ລາວ ສາມາດຂຸດຄົ້ນຕະຫຼາດ ຫວຽດນາມ, ກໍຄືສົ່ງສິນຄ້າອອກສູ່ໂລກ.

ທ່າກ່ຳປັ່ນ ຫວູງອາງ ໄດ້ສວມບົດບາດສຳຄັນພິເສດຕໍ່ນະໂຍບາຍຂອງລັດຖະບານ ລາວ - ảnh 3ຮູບສັດມຸງຄຸນ SEA Games 31 - ໂຕເສົາຫຼາ
(ພາບອີນເຕີເນັດ)

ເພື່ອນ ສີບຸນຍວງ, ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຂໍ້ຄວາມທາງ Facebook ມາຫາລາຍການ ຢາກຊອກຮູ້ກ່ຽວກັບສັນຍາລັກສັດມຸງຄຸນຂອງ SEA Games 31 ເຊິ່ງຈະຈັດຂຶ້ນຢູ່ ຫວຽດນາມ. ນັ້ນແມ່ນໂຕຫຍັງ? ແລະ ຄຳຂວັນຂອງ SEA Games 31 ແມ່ນຫຍັງ?

        ເພື່ອນ ສີບຸນຍວງ, ທີ່ຮັກແພງ, ຄະນະຈັດຕັ້ງງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31) ໄດ້ປະກາດສັນຍາລັກປະເພດກິລາທີ່ຈະແຂ່ງຂັນຢູ່ງານມະຫາກຳກິລາ ເຊິ່ງຈະຈັດຂຶ້ນຢູ່ ຫວຽດນາມ. ບັນດາສັນຍາລັກຂອງ 40 ປະເພດກິລາແຂ່ງຂັນໄດ້ອອກແບບຕິດພັນກັບຮູບສັດມຸງຄຸນ SEA Games 31 - ນັ້ນແມ່ນໂຕເສົາຫຼາ. ໂຕເສົາຫຼາ ນີ້ແມ່ນສັດປະເພດຫາຍາກທີ່ສຸດຢູ່ໃນໂລກ ດຳລົງຊີວິດຢູ່ເຂດພູຜາປ່າໄມ້ ເຈື່ອງເຊີນ ຂອງ ຫວຽດນາມ ແລະ ລາວ ເຊິ່ງນັກວິທະຍາສາດໄດ້ພົບເຫັນເມື່ອປີ 1992. ໂຕເສົາຫຼາສາຍພັນນີ້ ໄດ້ຈັດຢູ່ໃນລະດັບສູນພັນ (ມີຄວາມສ່ຽງສູນພັນສູງໃນທຳມະຊາດ) ໃນປຶ້ື້ມປົກແດງຂອງສະຫະພັນອະນຸລັກສັດໂລກ (IUCN)  ແລະ ໃນປື້ມປົກແດງຂອງ ຫວຽດນາມ.

        ຄຳຂວັນ (Slogan) ທາງການຂອງ SEA Games 31 ແມ່ນ ເພື່ອອາຊີຕາເວັນອອກສ່ຽງໃຕ້ເຂັ້ມແຂງກວ່າ (For a Stronger South East Asia). ຄຳຂວັນທາງການຂອງງານມະຫາກຳກິລາມີຄວາມໝາຍ ສົ່ງສານໄປໃຫ້ລັດຖະບານ ແລະ ປະຊາຊົນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ພ້ອມກັນສາມັກຄີ, ສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ, ເສີມຂະຫຍາຍບົດບາດຂອງ ອາຊຽນ ຢູ່ເວທີສາກົນ.

        SEA Games 31 ຈະດຳເນີນໃນລະຫວ່າງວັນທີ 12 – 23 ພຶດສະພາ 2022. ງານມະຫາກຳກິລານີ້ ຈະມີການເຂົ້າຮ່ວມຂອງປະມານ 10.000 ຄົນ ທີ່ມາຈາກ 11 ປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. SEA Games 31 ມີ 40 ປະເພດກິລາດ້ວຍ 526 ເນື້ອໃນແຂ່ງຂັນ ເຊິ່ງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ແລະ 11 ແຂວງໃກ້ຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ