ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດຫງວຽນ​ທິກີ​ມ​ເງິນຢ້ຽມຢາມລາວ

 ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດຫງວຽນ​ທິກີ​ມ​ເງິນຢ້ຽມຢາມລາວ - ảnh 1
ທ່ານ​ນາງ​ປະ​ທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ແລະ
​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່

    ອາທິດ​ຜ່ານ​ມາ, ​ໃນ​ຈົດໝາຍ​ຝາກ​ມາລາ​ຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ ຜູ້​ຟັງຫຼາຍ​ທ່ານໄດ້​ສະ​ແດງ​ຄວາມເອົາ​​ໃຈ​ໃສ່​ເຖິງ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ. ພິ​ເສດ​ແມ່ນ​ການ​ຢ້ຽມຢາມ​ມິດຕະພາບ ສປປ. ລາວ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ​. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ຄຳ​ຖາມ​ຂອງ​ຜູ້​ຟັງ​ບາງ​ທ່ານທີ່​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

​*****

        ​ໃນ​ຈົດໝາຍ​ຝາກ​ມາລາ​ຍການ, ​ເພື່ອນ ອຸດົມ​ໄຊ ຈັນທະ​ວົງ ​ແຂວງ​ ຄຳ​ມ່ວນ ​ແລະ  ເພື່​ອນ ​ແປງ ​ແກ້ວ​ມາ​ນີ ຢູ່​ນະ​ຄອນ​ຫລວງ ວຽງ​ຈັນ ​ແບ່ງປັນ​ວ່າ: “ ພວກຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ ​ເມື່ອ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີມ​ເງິນ ​ໄດ້​ເລືອກ​ເຟັ້ນ ສປປ.ລາວ ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ການ​​ໄປປະຕິບັດ​ງານ​ຢູ່​ຕ່າງປະ​ເທດ​ໃນຖານະ​ຕຳ​ແໜ່ງເປັນ​ປະທານ​ສະພາ​ແຫ່ງ​ຊາດ.  ຫວັງ​ວ່າ ລາຍການຈະ​ສະຫຼຸບ​ໂດຍ​ຫຍໍ້ການ​ເຄື່ອນ​ໄຫວ​​ຕ່າງໆຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຢູ່ ລາວ ​ຫວ່າງ​ແລ້ວນີ້.”

​        ​ເພື່ອນ ອຸດົມ​ໄຊ ຈັນທະ​ວົງ ​ ​ແລະ  ເພື່​ອນ ​ແປງ ​ແກ້ວ​ມາ​ນີ ທີ່​ຮັກ​ແພງ, ການ​ຢ້ຽມຢາມ​ມິດ​ຕິ​ພາບ​ ສປປ.ລາວ​ ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໃນ​ລະຫວ່າງວັນ​ທີ 26 – 27/09 ​ໄດ້​ປະ​ສົບ​ຜົນສຳເລັດ​ຢ່າງຈົບງາມ. ພາຍຫລັງ​ພິທີ​ຕ້ອນຮັບ, ທ່ານ​ນາງ​ປະ​ທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ມີ​ການ​ເຈລະຈາກັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່ຕູ້ ຫລັງ​ຈາກ​ນັ້ນ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ມີ​ບັນດາ​ການ​ພົບ​ປະ, ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ, ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ ສີ​ສຸ​ລິດ ​ແລະ ຢ້ຽມຢາມ​ຖາມ​ຂ່າວ​ອະດີດ​ການ​ນຳ​ຂັ້ນ​ສູງ​ຂອງ ລາວ ບາງ​ທ່ານ, ອາ​ໄລ​ຫາ ​ແລະ ຖະຫວາ​ຍທູບ​ທຽນ​ຢູ່ອະນຸສາວະລີນັກຮົບນິ​ລະ​ນາມ​​ທີ່​ເສຍສະຫຼະ​ຊີວິດ​ເພື່ຶອຊາດ, ​​ເມື່ອໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ ​ແລະ ຜູ້​ແທນ​ປະຊາ​ຄົມຊາວ ຫວຽດນາມ ທີ່​ພວມ​ຮ່ຳຮຽນ, ​ແລກປ່ຽນ​ການ​ຄ້າ, ດຳລົງ​ຊີວິດ​ຢູ່ ລາວ. ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ, 2 ຝ່າຍໄດ້​​ແຈ້ງ​ໃຫ້​ກັນຊາບ​ກ່ຽວ​ກັບ​ສະພາບ​ການພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ; ​ແລກປ່ຽນ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ນຳ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໃຫ້ພັດທະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ມີ​ປະ​ສິດທິ​ຜົນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ສາກົນ, ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​ໃຫ້​ໝັນ​ຄົງ ​ແລະ ມີ​ປະສິດທິ​ຜົນ, ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ຜັນ​ຂະຫຍາຍ​ການປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ລະຫວ່າງ​ການ​ນຳ 2 ປະ​ເທດ​ຢ່າງ​ຖືກຕ້ອງ. 2 ຝ່າຍ​ກໍ່​ສະໜັບສະໜູນ 2 ລັດຖະບານ ດຳ​ເນີນ​​ການເຈລະຈາ​​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ເຊັນ​ສັນຍາ​ກ່ຽວ​ກັບການ​ພາ​ຕົວ ​ແລະ ສັນ​ຍາ​ກ່ຽວ​ກັບ​ການມອບ​ສົ່ງ​ຜູ້​ຖືກ​ຕັດ​ສິນ​ລົງ​ໂທດ​ຈຳ​ຄຸກ​ລະຫວ່າງ ຫວຽດນາມ - ລາວ ໂດຍ​ໄວ. ​ເນື່ອງ​ໃນ​ໂອກາດ​ນີ້ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຂອບ​ໃຈປະ​ເທດ ລາວ ​​ທີ່ໄດ້​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຄົມ​ຊາວ ຫວຽດນາມ ດຳລົງ​ຊີວິດຢູ່ ລາວ.

*****

        ​​ສ່ວນ​ໃນ​ຈົດ​ໝາຍ​ສົ່ງ​ມາ​ລາຍ​ການ, ເພື່ອນ ວິ​ໄລ​ສະ​ຫວັນ ແກ້ວ​ພິ​ລາວັນ ແຂວງ ບໍ​ແກ້ວ ຂຽນ​ວ່າ: ​​​ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ ຫວ່າງ​ແລ້ວນີ້ ຫໍພິພິດ​ທະພັນ​ປະຫວັດ​ສາດ​ກອງທັບ​ປະຊາຊົນ ລາວ​ ຢູ່ນະຄອນຫລວງ ວຽງ​ຈັນ, ໄດ້ຈັດງານວາງສະແດງ “ທາງ​ໂຮ່ຈີ​ມິນ​ແຫ່ງ​ເທບ​ນິຍາຍ​ໃນ​ດິນ​ແດນ​ລາວ, ​ໄລຍະ 1961 - 1975” ​ໂດຍ​ຜ່ານ​ລາຍ​ການ ຂ້າພະ​ເຈົ້າ​ຢາກຮູ້​ແຈ້ງ​ກ່ວາ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ງານ​ວາງສະ​ແດງ​ນີ້.

        ເພື່ອນ ວິ​ໄລ​ສະ​ຫວັນ ແກ້ວ​ພິ​ລາ​ວັນ ທີ່​ຮັກ​ແພງ ! ​ ງານ​ວາງສະ​ແດງ “ທາງ ​ໂຮ່ຈີມິນ​ແຫ່ງ​ເທບ​ນິຍາຍ​ໃນ​ດິນ​ແດນ​ລາວ ​ໄລຍະ 1961 - 1975” ​ແມ່ນ​ການ​ເຄື່ອນ​ໄຫວ​ໂດຍ​ສະຖານທູດ ຫວຽດນາມ ປະຈ​ຳ ລາວ ສົມທົບ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 55 ​ປີແຫ່ງ​ວັນ​ເປີດ​ເສັ້ນທາງ​ພູ​ຫລວງ​ຕາ​ເວັນ​ຕົກ (1961 - 2016). ງານ​ວາງສະ​ແດງ ​ເພື່ອ​ແນ​ໃສ່​ຮັບຮອງ​ຂອບ​ຂະໜາດ​ປະຫວັດສາດ, ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫລວງ​ຂອງ​ເສັ້ນທາງ​ພູ​ຫລວງ​ຕາ​ເວັນ​ຕົກ ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ​ປົດ​ປ່ອຍ​ຊາດ​ຂອງສາມ​ປະ​ເທດ ອິນ​ດູ​ຈີນ ​ເວົ້າ​ລວມ ​ແລະ ພາລະກິດ​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ເວົ້າ​ສະ​ເພາະ. ງານ​ວາງສະ​ແດງ​ຍັງ​ແມ່ນ​ໂອ​ກາດ​ເພື່ອສຶກສາ​ໃຫ້​ປະຊາຊົນ 2 ປະ​ເທດ​ກ່ຽວ​ກັບ​ການ​ພົວພັນສູ້​ຮົ​ບ​ແບບ​ພິ​ເສດ​ລະຫວ່າງ ລາວ - ຫວຽດນາມ ​ໃນ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ ​ແລະ ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ໃນ​ການ​ສ້າງສາ ​ແລະ ປົກປັກ​ຮັກສາ​ປະ​ເທດ​ຊາດ​ຄື​​ໃນປະຈຸ​ບັນ. ງານ​ວາງສະ​ແດງ​ປະກອບ​ດ້ວຍ​ຮູບ​ພາບ 80 ​ແຜ່ນ​ຂອງ​ບັນດາ​ນັກ​ຂ່າວ​ສະໜາມ​ຮົບ ​ເຊິ່ງ​ໄດ້​ວາດ​ພາບ​ໄລຍະ​ປະຫວັດສາດ​ອັນ​ສະຫງ່າ​ອົງອາດ​ແຕ່​ປີ 1961 – 1975 ດ້ວຍ​ເຈດຈຳນົງ ​ແລະ ຄວາມ​ຕັດສິນ​ໃຈຢ່າງແຮງ​ກ້າຂອງ​ກອງທັບ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ​​ທີ່ໄດ້​ຮຽງ​ບ່າຮຽງ​ໄຫລ່​ໃນ​ການ​ສູ້​ຮົບ ​​ເພື່ອຮັບປະກັນ​​ໃຫ້​​ເສັ້ນທາງ ​ໂຮ່ຈີ​ມິນ - ພູ​ຫລວງ​ຕາ​ເວັນ​ຕົກ ກາຍ​ເປັນ​ເສັ້ນທາງ​ຂົນ​ສົ່ງ​ຍຸ​ທະ​ສາດ, ​ເປັນ “ເສັ້ນ​ທາງ​ຕົ້ນ​ຕໍ” ​ຂອງການ​ຕໍ່ສູ້​ຕ້ານ​ ອາ​ເມ​ລິ​ກາ ກູ້​ຊາດ​ຢ່າງ​ແທ້​ຈິງ.

*****

      ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ຂອງພວກ​ເຮົາ​ໄດ້​ເລີຍ ໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ເຮືອນ​ເລກທີ 45 ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼື ໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ ຕາມ​ເບີ​ໂທ 0084​.438.256.631 ຫຼື ອີແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ່ສາມາດ Comment ​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ເຮົາ.

ຂ່າວ/ບົດ​ອື່ນ