ນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວນັບມື້ນັບໝັ້ນແກ່ນໜຽວແໜ້ນ

(VOVWORLD) -ຜ່ານການຢ້ຽມຢາມຄັ້ງນີ້ຈະເປີດກາລະໂອກາດຮ່ວມມືໃໝ່, ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວນັບມື້ນັບໝັ້ນແກ່ນໜຽວແໜ້ນ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 331 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 21 ສະບັບຈາກທ່ານຜູ້ຟັງລາວ.

ນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວນັບມື້ນັບໝັ້ນແກ່ນໜຽວແໜ້ນ - ảnh 1(ນາຍົກລັດຖະມົນຕີ ຫວຽດນາມ - ລາວ)

        ເພື່ອນ ດາລາວັນ ສີຫາລາດ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຫາລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າໄດ້ຮັບຂ່າວວ່າ, ແຕ່ວັນທີ 11 – 12 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຈະມາຢ້ຽມຢາມ ລາວ ຢ່າງເປັນທາງການຄັ້ງທຳອິດໃນຖານະເປັນນາຍົກລັດຖະມົນຕີ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ແມ່ນການນຳຕ່າງປະເທດທ່ານທຳອິດທີ່ມາຢ້ຽມຢາມ ລາວ ຢ່າງເປັນທາງການ ນັບແຕ່ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຮັບການເລືອກຕັ້ງ. ຂ້າພະເຈົ້າຫວັງວ່າ, ຜ່ານການຢ້ຽມຢາມຄັ້ງນີ້ຈະເປີດກາລະໂອກາດຮ່ວມມືໃໝ່, ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວນັບມື້ນັບໝັ້ນແກ່ນໜຽວແໜ້ນ.

        ເພື່ອນ ຄຳສຸວັນ, ຢູ່ແຂວງ ວຽງຈັນ ໄດ້ສົ່ງຈົດໝາຍມາຫາລາຍການດ້ວຍເນື້ອໃນທີ່ວ່າ: “ເນື່ອງໃນໂອກາດບຸນເຕັດ 2023, ຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນປີໃໝ່ຈົ່ງມີຄວາມຜາສຸກ, ປາຖະໜາຢາກໃຫ້ຖັນແຖວພະນັກງານ, ລັດຖະກອນລາຍການກະຈາຍສຽງພາກພາສາ ລາວ ແລະ ທຸກໆລາຍການພາກພາສາຕ່າງປະເທດຂອງ VOVຈົ່ງມີແຕ່ສິ່ງທີ່ດີງາມເຂົ້າມາໃນຊີວິດ. ລາຍການໄດ້ປະກອບສ່ວນໂຄສະນາ, ນຳເອົາຂໍ້ມູນຂ່າວສານມາເຖິງທ່ານຜູ້ອ່ານ, ຜູ້ຟັງວິທະຍຸຢ່າງວ່ອງໄວ ແລະ ຊັດເຈນ”.

        ສ່ວນເພື່ອນ ບຸນທັດ ແບ່ງປັນວ່າ: “ຂ້າພະເຈົ້າຂໍອວຍພອນໃຫ້ລາຍການ ປີໃໝ່ 2023 ຈົ່ງມີຜູ້ຟັງໃນໂລກຕື່ມອີກຫຼາຍຄົນສົນໃຈຕິດຕາມລາຍການ. ປາດຖະໜາວ່າ, ກ້າວເຂົ້າສູ່ປີໃໝ່ ລາຍການພາກພາສາລາວ ຈະສືບຕໍ່ມີບົດຂຽນມ່ວນໆ, ກໍ່ຄືບັນດາພາບສາລະຄະດີທີ່ເປັນເອກະລັກສະເພາະກ່ຽວກັບທິວທັດທຳມະຊາດ, ປະເທດຊາດ ແລະ ຊາວ ຫວຽດນາມ ຫຼາຍກວ່າ”.

        ເພື່ອນ ເພັດມະລີ, ດຳລົງຊີວິດຢູ່ແຂວງ ສາລະວັນ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າພ້ອມດ້ວຍຄອບຄົວຈະໄປທ່ອງທ່ຽວຢູ່ ຫວຽດນາມ ໃນໂອກາດບຸນເຕັດ. ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າຈະມາທ່ອງທ່ຽວຢູ່ ຫວຽດນາມ, ຜ່ານລາຍການ ຂ້າພະເຈົ້າຢາກຂໍໃຫ້ບັນນາທິການພາກສາສາ ລາວ ແນະນຳສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ ຫວຽດນາມ ທີ່ຄວນໄປໃນໂອກາດນີ້ໄດ້ບໍ່?

ນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວນັບມື້ນັບໝັ້ນແກ່ນໜຽວແໜ້ນ - ảnh 2 ຊາປາ - ສະຖານທີ່ທ່ອງທ່ຽວດີທີ່ສຸດໃນໂອກາດບຸນເຕັດ
(ພາບອີນເຕີເນັດ)

        ເພື່ອນ ເພັດມະລີ ທີ່ຮັກແພງ! ບຸນເຕັດ (ບຸນປີໃໝ່ປະຈຳຊາດ) ຂອງຊາວ ຫວຽດນາມ ເລີ່ມແຕ່ວັນທີ 21- 25 ມັງກອນ 2023 (ກົງກັບວັນທີ 30/12/2022 – 04/01/2023 ໄລ່ຕາມຈັນທະປະຕິທິນ), ໃນຈຸດເວລານີ້ ບັນດາການເຄື່ອນໄຫວກະກຽມຕ້ອມຮັບບຸນເຕັດຂອງປະຊາຊົນ ຫວຽດນາມ ດຳເນີນໄປຢ່າງເປັນຂະບວນຟົດຟື້ນ. ນອກນັ້ນ, ບັນດາສະຖານທີ່ຢ້ຽມຊົມ, ທ່ອງທ່ຽວໃນທົ່ວປະເທດກໍ່ຫ້າງຫາກະກຽມຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ ເນື່ອງໃນໂອກາດນີ້ເຊັ່ນດຽວກັນ. ຕໍ່ໄປນີ້, ທາງລາຍການຈະເລືອກເອົາສະຖານທີ່ທ່ອງທ່ຽວບາງແຫ່ງເພື່ອແນະນຳໃຫ້ເພື່ອນໃນໂອກາດບຸນເຕັດ ຫວຽດນາມ ຄື:

+ ຊາປາ - ສະຖານທີ່ທ່ອງທ່ຽວດີທີ່ສຸດໃນໂອກາດບຸນເຕັດ: ບຸນເຕັດແມ່ນໂອກາດທີ່ທຸກຄົນໄດ້ເຕົ້າໂຮມກັບຄອບຄົວ, ແຕ່ເພື່ອຍາດເວລາພັກຜ່ອນໃນຊຸມມື້ນີ້, ມີຫຼາຍຄົນໄດ້ເລືອກເອົາການໄປພັກຜ່ອນບຳລຸງສຸຂະພາບພາຍຫຼັງຊຸມມື້ເຮັດວຽກຢ່າງ ແລະ ອິດເມື່ອຍ. ສະນັ້ນ, ຊາປາ ແມ່ນສະຖານທີ່ທ່ອງທ່ຽວທີ່ດີສຳລັບເພື່ອນ. ຍ້ອນແຫ່ງນີ້ມີທິວທັດທຳມະຊາດສວຍງາມ, ອາກາດກໍເຢັນສະບາຍ, ບາງທີ່ກໍ່ໜາວໜ້ອຍໜຶ່ງ ແຕ່ຈະດີສຳລັບຜູ້ເຄີຍດຳລົງຊີວິດຢູ່ເຂດຮ້ອນ.

+ ນິງບິ່ງ: ຢູ່ແຂວງນີ້ບໍ່ພຽງແຕ່ແມ່ນເພື່ອໄປຢ້ຽມຢາມ, ຮັບຊົມທິວທັດທຳມະຊາດທີ່ສວຍງາມເທົ່ານັ້ນ, ຫາກຍັງມີວັດແຫ່ງໜຶ່ງມີຜູ້ມາຢ້ຽມຊົມບັນລຸສະຖິຕິຫຼາຍທີ່ສຸດຢູ່ ຫວຽດນາມ ນັ້ນແມ່ນ ວັດ ບ້າຍດິງ ແມ່ນວັດໃຫຍ່ໂຕ ແລະ ມີຊື່ສຽງຢູ່ ອາຊີຕາເວັນອອກສ່ຽງໃຕ້. ຈຸດເວລານີ້ ຖືວ່າແມ່ນຈຸດເວລາດີທີ່ສຸດເມື່ອມາຢ້ຽມຢາມແຂວງ ນິງບິ່ງ ໃນໂອກາດບຸນເຕັດ, ຍ້ອນວ່າມີຫຼາຍກິດຈະກຳໄດ້ສົມທົບກັນຈັດຂຶ້ນ ເຊັ່ນວ່າການໄປທ່ຽວຊົມ, ບູຊາ ແລະ ຢ້ຽມຊົມງານບຸນທີ່ເປັນມູນເຊື້ອ.

+ ຄຸ້ມຖະໜົນເກົ່າ ໂຮ້ຍອານ: ໂຮ້ຍອານ ແມ່ນມີຄວາມສວຍງາມຢູ່ແລ້ວ, ແຕ່ໃນໂອກາດບຸນເຕັດ ບໍ່ມີສະຖານທີ່ແຫ່ງໃດທີ່ຈັດບຸນເຕັດໄດ້ຢ່າງສວຍງາມ, ເຂັ້ມຂຸ້ນຄືຢູ່ສະຖານທີ່ແຫ່ງນີ້. ຍ້ອນວ່າສະຖານທີ່ແຫ່ງນີ້ແມ່ນເຂດເຊື່ອມຕົວລະຫວ່າງຊາວ ຫວຽດນາມ ແລະ ບາງຊົນຊາດຢູ່ພາກພື້ນອາຊີຕາເວັນອອກ ທີ່ມີບຸນເຕັດໃນຈຸດເວລາດຽວກັນ, ສະນັ້ນໃນໂອກາດບຸນເຕັດ ເຮືອນຫຼັງຕ່າງໆຢູ່ແຫ່ງນີ້ໄດ້ປະດັບປະດາສວຍງາມທີ່ສຸດ.

+ ຝູກວ໊ກ: ຖ້າຫາກວ່າ ເດືອນ ກຸມພາ ເພື່ອນບໍ່ຮູ້ວ່າ ຈະໄປທ່ອງທ່ຽວຢູ່ໃສນັ້ນ, ເພື່ອນຈົ່ງໄປ ຝູກວ໊ກ ເພື່ອສາມາດຮັບຊົມບັນຍາດກາດປອດໂປ່ງ, ເຢັນສະບາຍ ແລະ ອາບນ້ຳທະເລທີ່ຂຽວສົດໄສ ແລະ ກໍ່ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວແຖວໜ້າ ໂດຍແຂກຕ່າງປະເທດເລືອກເຟັ້ນ.

        ເພື່ອນ ກຽງແກ້ວ ວິໄລຈິດ, ຢູ່ແຂວງ ຈຳປາສັກ ໄດ້ ໂທລະສັບມາຫາລາຍການຢາກຊອກຮູ້ຂໍ້ມູນກ່ຽວກັບ ນັກສຶກສາລາວ ພວມຮ່ຳຮຽນຢູ່ ຫວຽດນາມ ? ສ່ວນຝ່າຍ ລາວ ໄດ້ບຳລຸງສ້າງນັກສຶກສາ ຫວຽດນາມ ຄືແນວໃດ?

        ເພື່ອນ ກຽງແກ້ວ ວິໄລຈິດ ທີ່ຮັກແພງ, ຕາມທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ປະຈຸບັນມີນັກສຶກສາ, ນັກຄົ້ນຄວ້າ ລາວ ກວ່າ 14.000 ຄົນທີ່ພວມຮ່ຳຮຽນຢູ່ ຕາມຮາກຖານການສຶກສາໃນທົ່ວປະເທດ ຫວຽດນາມ 160 ແຫ່ງ. ຫວຽດນາມ ແລະ ລາວ ແມ່ນ 2 ປະເທດບ້ານໃກເຮືອນຄຽງ, ມີມູນເຊື້ອສາມັກຄີມິດຕະພາບ ແລະ ການຮ່ວມມືພິເສດໃນຕະຫຼອດໄລຍະ 60 ປີຜ່ານມາ. ໃນຕະຫຼອດເວລານັ້ນ, ຫວຽດນາມ ໄດ້ຊ່ວຍບຳລຸງສ້າງພະນັກງານ, ພາລະກອນນັບໝື່ນຄົນໃນທຸກຂົງເຂດຄື: ການເມືອງ, ການບໍລິຫານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ເຕັກນິກ, ຄູອາຈານ… ລາຍການບຳລຸງສ້າງແມ່ນມີຫຼາຍຮູບຫຼາຍແບບ, ລວມມີ: ບຳລຸງສ້າງໄລຍະສັ້ນ, ຮຽນພາສາ, ມະຫາວິທະຍາໄລ, ປະລິນຍາໂທ, ປະລິນຍາເອກ, ນັກຝຶກງານວິຊາສະເພາະ…

        ສ່ວນໄລຍະ 1982 – 2022, ລັດຖະບານ ລາວ ກໍ່ໜູນຊ່ວຍບຳລຸງສ້າງພະນັກງານ, ນັກສຶກສາຫວຽດ ເກືອບ 5.000 ຄົນ ເພື່ອສ້າງຖັນແຖວນັກຊ່ຽວຊານ ຫວຽດນາມ ກ່ຽວກັບ ລາວ. ມີນັກສຶກສາ ລາວ ຫຼາຍລຸ້ນຄົນພາຍຫຼັງຮຽນຈົບຢູ່ ຫວຽດນາມ ໄດ້ກັບຄືນມາເຮັດວຽກຢູ່ປະເທດຕົນ, ຫຼາຍຄົນມີຕຳແໜ່ງຫຼັກແຫຼ່ງໃນອົງການຂອງລັດ, ຮາກຖານການສຶກສາ ແລະ ວິສາຫະກິດ, ປະກອບສ່ວນຫຼາຍຢ່າງໃຫ້ແກ່ວິວັດການພັດທະນາເສດຖະກິດ - ສັງຄົມຂອງ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ