ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ລາວ

(VOVWORLD) -ຢູ່ນະຄອນເຫ້ວ, ໂຮງຮຽນວິທະຍາໄລ ສ້າງຄູ ເທື່ອທຽນເຫ້ວ ກໍ່ໄດ້ສົມທົບກັບມະຫາວິທະຍາໄລເຫ້ວຈັດລາຍການຕ້ອນຮັບບຸນປີໃໝ່ ດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍໃຫ້ແກ່ນັກສຶກສາລາວ ເກືອບ 340 ຄົນທີ່ພວມຮ່ຳຮຽນໃນບໍລິເວນນະຄອນ. 
ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ລາວ - ảnh 1ການນຳແຂວງດ່ານັ້ງ ມອບຊໍ່ດອກໄມ້ໃຫ້ແກ່ລາຍການ (ພາບ: TTXVN)

ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີເມວ, ຈົດໝາຍຈາກທ່ານຜູ້ຟັງທີ່ຝາກມາລາຍການດ້ວຍເນື້ອໃນຈັບອົກຈັບໃຈຫລາຍຢ່າງ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ ແລະ ສັງຄົມລະຫວ່າງ 2 ປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ ກໍ່ຄືບັນດາຄຳອວຍພອນຂອງທ່ານຜູ້ຟັງໃນໂອກາດບຸນປີໃໝ່ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາຍັງລາຍການ. ເຊີນທ່ານຕິດຕາມຮັບຟັງ.

ທ່ານຜູ້ຟັງ ຕາດຳ ພວມດຳລົງຊີວິດຢູ່ແຂວງວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນຄືດັ່ງນີ້: ສະບາຍດີປີໃໝ່, ໃນໂອກາດບຸນປີໃໝ່ລາວ ຂ້າພະເຈົ້າຂໍຝາກຄຳອວຍພອນອັນປະເສີດໄປຍັງຄະນະບັນນາທິການ, ນັກຂ່າວຂອງວິທະຍຸກະຈາຍສຽງຫວຽດນາມ ເວົ້າລວມ ແລະ ລາຍການພາກພາສາ ລາວ ເວົ້າສະເພາະ, ປີໃໝ່ຂໍອວຍພອນໃຫ້ມີສຸຂະພາບທີ່ເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດຫຼາຍຢ່າງໃນໜ້າທີ່ການງານ ແລະ ການດຳລົງຊີວິດ. ອວຍພອນໃຫ້ລາຍການພາກພາສາລາວ ນັບມື້ນັບພັດທະນາ ແລະ ມີຫຼາຍລາຍການ ທີ່ມ່ວນໆເພື່ອຮັບໃຊ້ທ່ານຜູ້ຟັງ, ຜູ້ອ່ານ.

ເພື່ອນຕາດຳທີ່ຮັກແພງ! ກ່ອນອື່ນໝົດ ພວກຂ້າພະເຈົ້າຂໍຂອບໃຈບັນດາຄຳອວຍພອນເນື່ອງໃນໂອກາດປີໃໝ່ ເຊິ່ງເພື່ອນໄດ້ສະຫງວນໃຫ້ແກ່ລາຍການ. ພວກຂ້າພະເຈົ້າຈະມານະພະຍາຍາມກ່ວາອີກເພື່ອໃຫ້ມີລາຍການທີ່ມ່ວນໆເພື່ອຮັບໃຊ້ທ່ານຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດ ພິເສດແມ່ນທ່ານຜູ້ຟັງລາວ. ໃນໂອກາດນີ້, ພວກຂ້າພະເຈົ້າກໍ່ຂໍອວຍພອນເພື່ອນຈົ່ງມີສຸຂະພາບທີ່ເຂັ້ມແຂງ, ປະສົບຜົນສຳເລັດໃນຊີວິດຂອງຕົນ, ສືບຕໍ່ປະກອບຄຳເຫັນເພື່ອສ້າງລາຍການໃຫ້ນັບມື້ນັບອຸດົມສົມບູນ, ດຶງດູດໃຈ ແລະ ຮອບດ້ານກ່ວານີ້ອີກ. ຂໍຂອບໃຈ!

ໃນຈົດໝາຍຝາກມາຍັງລາຍການ ເພື່ອນ ເພັດສະຫວັນ ສົມສະນິດ ຢູ່ແຂວງ ອັດຕະປື ຂຽນວ່າ: “ພວກຂ້າພະເຈົ້າແມ່ນນັກສຶກສາລາວ ມີໄລບະວລາໄດ້ຮ່ຳຮຽນຢູ່ ຫວຽດນາມ. ເນື່ອງໃນໂອກາດປີໃໝ່ລາວ ວຽນມາ, ພວກຂ້າພະເຈົ້າພັດຄິດເຖິງໄລຍະທີ່ພວມຮ່ຳຮຽນ ແລະ ຕ້ອນຮັບປີໃໝ່ລາວ ຢູ່ ຫວຽດນາມ. ເຖິງວ່າຢູ່ໄກກັບຄອບຄົວ, ບ້ານເກີດເມືອງນອນກໍ່ຕາມ ແຕ່ພວກຂ້າພະເຈົ້າກຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳແຂວງ, ນະຄອນ, ຄູອາຈານ ແລະ ນັກສຶກສາ ຫວຽດນາມ ຢູ່ບ່ອນທີ່ພວກຂ້າພະເຈົ້າຮ່ຳຮຽນ. ພວກຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດກ່ຽວກັບບັນຍາກາດຕ້ອນບຸນຮັບປີໃໝ່ລາວ ເຊິ່ງຈັດຕັ້ງຢູ່ບາງມະຫາວິທະຍາໄລຂອງ ຫວຽດນາມ ຢ່າງຟົດຟື້ນ. ດັ່ງນັ້ນ ບຸນປີໃໝ່ລາວ 2023 ນີ້ ຢູ່ ຫວຽດນາມ ຈະມີບັນດາການເຄື່ອນໄຫວພົ້ນເດັ່ນໃດແດ່ທີ່ສະຫງວນໃຫ້ນັກສຶກສາລາວ ແລະ ໄດ້ຈັດຕັ້ງຢູ່ໂຮງຮຽນໃດແດ່?”.

ເພື່ອນເພັດສະຫວັນ ສົມສະນິດ ທີ່ຮັກແພງ! ອາທິດຜ່ານມາຢູ່ມະຫາວິທະຍາໄລສ້າງຄູດ່ານັ້ງ ໄດ້ຈັດຕັ້ງງານຕ້ອນຮັບບຸນປີໃໝ່ລາວ ພສ.2566. ປີນີ້, ວັນບຸນໄດ້ຈັດຕັ້ງດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາ ຮອດປັດຈຸບັນໃນບໍລິເວນນະຄອນ. ນອກຈາກມີຄວາມໝາຍດ້ານການທູດວັດທະນະທຳ, ການທູດດ້ານການເມືອງແລ້ວ, ວັນບຸນຍັງແມ່ນຂອງຂວັນທາງດ້ານຈິດໃຈເຊິ່ງອຳນາດການປົກຄອງ ແລະ ປະຊາຊົນນະຄອນດ່ານັ້ງ ຢາກຝາກໄປຍັງການນຳ, ພະນັກງານ, ລັດຖະກອນສະຖານກົງສູນໃຫຍ່ ສປປ.ລາວ ປະຈຳ ດ່ານັ້ງ ພ້ອມກັບປະຊາຊົນ ແລະ ພະນັກງານ ນັກສຶກສາລາວ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ດ່ານັ້ງ.

ແລະກໍ່ຢູ່ນະຄອນເຫ້ວ, ໂຮງຮຽນວິທະຍາໄລ ສ້າງຄູ ເທື່ອທຽນເຫ້ວ ກໍ່ໄດ້ສົມທົບກັບມະຫາວິທະຍາໄລເຫ້ວຈັດລາຍການຕ້ອນຮັບບຸນປີໃໝ່ ດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍໃຫ້ແກ່ນັກສຶກສາລາວ ເກືອບ 340 ຄົນທີ່ພວມຮ່ຳຮຽນໃນບໍລິເວນນະຄອນ. ລາຍການຕ້ອນຮັບບຸນປີໃໝ່ໄດ້ຈັດຕັ້ງຢ່າງສົມກຽດ, ລອບຄອບຖີ່ຖ້ວນ,  ດ້ວຍການຈັດຕັ້ງບັນດາພິທີກຳທີ່ເປັນມູນເຊື້ອ, ອັນໄດ້ຊ່ວຍໃຫ້ນັກສຶກສາລາວ ມີຄວາມຮູ້ສຶກໃກ້ຊິດ, ອົບອຸ່ນ, ມ່ວນຊື່ນ.

ຢູ່ມະຫາວິທະຍາໄລ ໄຕບັກ, ຄະນະຊາວໜຸ່ມແຂວງເຊີນລາ ກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາ ອວຍພອນບຸນປີໃໝ່ໃຫ້ນັກສຶກສາລາວທີ່ພວມຮ່ຳຮຽນຢູ່ບໍລິເວນແຂວງ. ດ້ວຍເປົ້າໝາຍເບິ່ງແຍງດູແລ, ໜູນຊ່ວຍການດຳລົງຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ນັກສຶກສາລາວ ທີ່ພວມຮ່ຳຮຽນ ແລະ ຝືກຝົນຫຼໍ່ຫຼອມໃນບໍລິເວນແຂວງ ເຊີນລາ. ຄະນະປະຈຳຊາວໜຸ່ມແຂວງໄດ້ມອບຂອງຂວັນທີ່ມີຄວາມໝາຍໃຫ້ແກ່ນັກສຶກສາລາວຢູ່ໂຮງຮຽນມະຫາວິທະຍາໄລ, ວິທະຍາໄລ 3 ແຫ່ງ. ນອກຈາກນັ້ນ, ມີນັກສຶກສາລາວດີເດັ່ນ 10 ຄົນ ໄດ້ຮັບໃບຍ້ອງຍໍຈາກຄະນະຊາວໜຸ່ມແຂວງ ເຊີນລາ ຍ້ອນໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວປະຕິບັດວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ, ເຍົາວະຊົນ ສົກປີ 2022 – 2023 ຢ່າງຕັ້ງໜ້າ.

ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ລາວ - ảnh 2ນັກທ່ອງທ່ຽວໄປທ່ຽວຢູ່ນິງບິ່ງ (ພາບ: TTXVN)

ສ່ວນທ່ານຜູ້ຟັງ ອຸດົມໄຊ ຈັນທະວົງ ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ໄລຍະຜ່ານມາ, ຂ້າພະເຈົ້າໄດ້ຟັງສື່ມວນຊົນເວົ້າເປັນຫຼາຍຄັ້ງກ່ຽວກັບເລື່ອງວາລະສານ Forbes ຂອງ ອາເມລິກາ ໄດ້ເລືອກເອົາ ນິງບິ່ງ ແມ່ນໜຶ່ງໃນ 23 ສະຖານທີ່ທ່ອງທ່ຽວດີທີ່ສຸດໃນປີ 2023. ຍ້ອນຂ້ອງຄາກັບວຽກງານ ດັ່ງນັ້ນ ຂ້າພະເຈົ້າຈິ່ງບໍ່ສາມາດຕິດຕາມຂໍ້ມູນລະອຽດໄດ້, ຫວັງວ່າອ້າຍເອື້ອຍນ້ອງບັນນາທິການຈະສະໜອງຂໍ້ມູນກ່ຽວກັບເຫດການນີ້ຕື່ມອີກ. ຂໍຂອບໃຈ”

ເພື່ອນ ອຸດົມໄຊ ຈັນທະວົງ ທີ່ຮັກແພງ! ວາລະສານ Forbes ຂອງ ອາເມລິກາ ຫາກໍ່ໄດ້ຄັດເລືອກເອົາ ນິງບິ່ງ ແມ່ນໜຶ່ງໃນ 23 ສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດໃນປີ 2023. ວາລະສານ Forbes ໄດ້ໃຫ້ຂໍ້ສັງເກດວ່າ ນິງບິ່ງ ພວມນັບມື້ນັບມີຄົນຮູ້ຈັກເປັນຈຳນວນຫຼາຍໃນສື່ສັງຄົມອອນລາຍ ເພາະສະນັ້ນ ຈະໃນເວລາໃກ້ໆນີ້ ນິງບິ່ງຈະກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ແລະ ສະເໜີໃຫ້ແຂກທ່ອງທ່ຽວຈົ່ງໄປທ່ຽວ ນິງບິ່ງ.

ກ່ອນໜ້ານັ້ນ, ແຂກທ່ອງທ່ຽວຂອງ Booking.com ກໍ່ໄດ້ຄັດເລືອກໃຫ້ ນິງບິ່ງ ເປັນສະຖານທີ່ຢືນຢູ່ອັນດັບທີ 7 ໃນຈຳນວນ 10 ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດໃນໂລກ ຂອງລາງວັນປະຈຳປີຄັ້ງທີ 11 ຂອງ Traveller Review Awards, ນິງບິ່ງ ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນກຳລັງຄວາມດຶງດູດແບບພິເສດກັບແຂກທ່ອງທ່ຽວທົ່ວໂລກ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາຍັງລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ