ພິທີຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງວາງ

(VOVWORLD) -  ອາທິດຜ່ານມາ, ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບອີແມວ, ຈົດໝາຍຫຼາຍສະບັບ ແລະ ໂທລະສັບຈາກທ່ານຜູ້ຟັງລາວ ແລະ ຫວຽດນາມ ຫຼາຍສາຍ. ໃນນັ້ນເພື່ອນ ແກ້ວຕາ, ຄຳເບັ່ງ, ວັນທາ ໄດ້ຖາມກ່ຽວກັບພິທີຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງວາງ, ເມືອງ ຫນອງບົກ, ແຂວງຄຳມ່ວນ ໂດຍສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ຈັດຕັ້ງ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍແນະນຳລາຍລະອຽດກ່ຽວກັບເຫດການດັ່ງກ່າວໃຫ້ພວກເພື່ອນ ແລະ ທ່ານຜູ້ຟັງຜູ້ຊົມ.

ພິທີຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງວາງ - ảnh 1 ພວງມາລາຂອງສະຖານທູດ ມີແຖວໜັງສື "ຮູ້ບຸນຄູນຂອງປະທານ ໂຮ່ຈີມິນ ຕະຫຼອດໄປ"

(ພາບ: My Binh/ນັກຂ່າວ VOV ປະຈຳລາວ)

ເພື່ອນແກ້ວຕາ, ຄຳເບັ່ງ, ວັນທາ ທີ່ຮັກແພງ, ວັນທີ 14/5 ຜ່ານມາ, ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ສົມທົບກັບບັນດາອົງການກ່ຽວຂ້ອງຈັດຕັ້ງພິທີຖະຫວາຍທູບທຽນຢູ່ອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງວາງ, ເມືອງ ຫນອງນົກ, ແຂວງຄຳມ່ວນ - ພາກກາງ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ (19/5/1890 – 19/5/2017). ຜູ້ແທນເກືອບ 200 ຄົນແມ່ນບັນດາພະນັກງານ, ພາລະກອນສະຖານທູດ ແລະ ຜູ້ຕາງໜ້າສະມາຄົມມິດຕະພາບ ລາວ - ຫວຽດນາມ, ອຳນາດການປົກຄອງແຂວງ ຄຳມ່ວນ, ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ພ້ອມກັບຜູ້ຕາງໜ້າພໍ່ແມ່ປະຊາຊົນ, ພະສົງສຳມະເນນເຊິ່ງແມ່ນ ຊາວ ຫວຽດນາມ ອາໄສຢູ່ລາວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນບ໋າຮູ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ກ່າວຄຳເຫັນວ່າ:

“ເມື່ອຍັງມີຊີວິດຢູ່, ຍາມໃດປະທານ ໂຮ່ຈີມິນ ກໍ່ເບິ່ງແຍງດູແລເພື່ອພູມຄູມສ້າງສາຍພົວພັນສາມັກຄີແບບພິເສດ, ຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ. ກໍ່ທີ່ເຂດດິນແດນ ຊຽງວາງນີ້, ໃນຊຸມປີ 1928 1929, ປະທານ ໂຮ່ຈີມິນ ໄດ້ມາແຫ່ງນີ້ເຄື່ອນໄຫວປະຕິວັດ, ສ້າງຮາກຖານ ແລະ ຂົນຂວາຍການປະຕິວັດ. ພາຍຫຼັງການປະຕິວັດເດືອນສິງຫາໄດ້ຮັບຜົນສຳເລັດ, ປະທານ ໂຮ່ຈີມິນ ພ້ອມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນຫາການນຳຂອງ 2 ພັກ, 2 ລັດແລກປ່ຽນຄຳເຫັນ, ເປັນເອກະພາບຫຼາຍບັນດາຍຸດທະສາດ, ສົມທົບກັນຊີ້ນຳຂະບວນການປະຕິວັດຂອງ 2 ປະເທດ ຫວຽດນາມ ແລະ ລາວ ຍາດໄດ້ໄຊຊະນະອັນຍິ່ງໃຫຍ່. ຕາມການເວລາ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາ, ກາຍເປັນຊັບສົມບັດລວມອັນລ້ຳຄ່າຂອງ 2 ພັກ, 2 ຊາດ, ແມ່ນກົດເກນຄົງຕົວ ແລະ ພັດທະນາຂອງພາລະກິດແຫ່ງການປະຕິວັດຂອງປະຊາຊົນແຕ່ລະປະເທດ, ແມ່ນການພົວພັນເປັນຕາຍ ແລະ ແມ່ນກຳລັງສຳຄັນສຳລັບພາລະກິດແຫ່ງການປົກປັກຮັກສາປະເທດຊາດ, ສ້າງສາ ແລະ ພັດທະນາຢູ່ແຕ່ລະປະເທດ, ປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ອາຊີ ແລະ ຢູ່ໃນໂລກ.”

ພິທີຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ບ້ານ ຊຽງວາງ - ảnh 2 ບັນດາຜູ້ແທນເຂົ້າຮ່ວມພິທີປູກຕົ້ນໄມ້

        ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ  ຫງວຽນບ໋າຮູ່ງ ພ້ອມກັບອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ຢູ່ສະຫວັນນະເຂດ, ປາກເຊ (ພາກກາງລາວ), ຜູ້ຕາງໜ້າສະມາຄົມວິສາຫະກິດ ຫວຽດນາມ ຢູ່ລາວໄດ້ປູກຕົ້ນໄມ້ທີ່ລະນຶກຢູ່ເຂດອະນຸສອນສະຖານດັ່ງກ່າວ. ເນື່ອງໃນໂອກາດນີ້, ຜູ້ຕາງໜ້າສະມາຄົມວິສາຫະກິດ ຫວຽດນາມ ໄດ້ມອບຂອງຂວັນ 50 ພູດຍອດມູນຄ່າ 1.000 USD ໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ທຸກຍາກໃນບໍລິເວນແຂວງ.

        ສິ້ນສຸດພິທີ, ຄະນະໄດ້ໄປເຖິງເທດສະບານ ທ່າແຂກ, ເມືອງເອກຂອງແຂວງ ຄຳມ່ວນ ແລະ ດຳເນີນພິທີຖະຫວາຍທູບທຽນຢູ່ ອະນຸສາວາລີບັ້ນຮົບທ່າແຂກ 21/3, ເຊິ່ງແມ່ນສະຖານທີ່ດຳເນີນບັ້ນຮົບຂອງຮ່ວມສຳພັນທະມິດສູ້ຮົບ ຫວຽດນາມ - ລາວ ໂດຍທ່ານປະທານ ສຸພານຸວົງ ບັນຊາໂດຍກົງເພື່ອຕ້ານຄືນລ່າເມືອງຂຶ້ນ ຝຣັ່ງ ຮຸກຮານເມື່ອປີ 1946.

+++++

          ໃນອາທິດ, ເພື່ອນ ຄຳຫຼ້າ, ຢູ່ແຂວງ ບໍ່ແກ້ວ ໄດ້ຂຽນ ອີແມວສົ່ງເຖິງລາຍການໂດຍຂຽນວ່າ “ອາທິດແລ້ວນີ້, ໃນລາຍການເພງຕາມຄຳຂໍ, ພວກຂ້າພະເຈົ້າໄດ້ຮັບຟັງບັນດາບົດເພງກ່ຽວກັບການພົວພັນ ຫວຽດນາມ - ລາວ. ເຖິງວ່າ ຂ້າພະເຈົ້າໄດ້ຮັບຟັງບັນດາບົດເພງນັ້ນຫຼາຍເທື່ອແລ້ວກໍ່ຕາມ ແຕ່ເມື່ອໄດ້ຮັບຟັງທາງວິທະຍຸກະຈາຍສຽງ ຫວຽດນາມ ມີຄວາມຮູ້ສຶກສະເທືອນໃຈຫຼາຍ. ຫວັງວ່າ, ໃນໄລຍະຈະມາເຖິງ, ພາກພາສາລາວ ຈະຈັດບັນດາລາຍການເພງລາວ ແລະ ບັນດາບົດເພງກ່ຽວກັບການພົວພັນແບບພິເສດ ລາວ - ຫວຽດນາມ ຫຼາຍກ່ວາອີກ.”

        ເພື່ອນຄຳຫຼ້າ ທີ່ຮັກແພງ, ໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະຈັດບັນດາລາຍການເພງລາວ ອາທິດລະເທື່ອ, ເພື່ອສະຫຼະເວລາຕິດຕາມຮັບຟັງແດ່ເດີ. ຖ້າຫາກເພື່ອນຢາກຮັບຟັງບົດເພງໃດກໍ່ສາມາດຂຽນຈົດໝາຍ, ອີແມວ ຫຼື ໂທລະສັບເຖິງລາຍການຂອງພວກເຮົາໄດ້ເລີຍ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ