ພິທີມອບຫຼຽນໄຊ ໃຫ້ແກ່ບັນດາ ທະຫານອາສາສະໝັກ, ຜູ້ຊ່ຽວຊານ ຫວຽດນາມຊ່ວຍເຫຼືອລາວ

ພິທີມອບຫຼຽນໄຊ ໃຫ້ແກ່ບັນດາ ທະຫານອາສາສະໝັກ, ຜູ້ຊ່ຽວຊານ ຫວຽດນາມຊ່ວຍເຫຼືອລາວ - ảnh 1
ພິທີມອບຫຼຽນໄຊຢູ່ສະຖານທູດລາວປະຈຳຫວຽດນາມ

ສົງຄາມ​ໄດ້​ຜ່ານ​ພົ້ນໄປ​ແລ້ວ,  ​ແຕ່​ຫວຽດນາມ ​ແລະ​ ລາວ ຍັງ​ສືບ​ຕໍ່ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ​ບັນດາ​ທະຫານອາສາ​ສະໝັກ, ຜູ້​ຊ່ຽວ​ຊານ​ຫວຽດນາມ​ຊ່ວຍ​ລາວ ​ໄລຍະ ປີ1945-1975. ​ເມື່ອ​ໄດ້​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ, ​ເຖິງ​ວ່າ​ໄດ້​ປະຕິບັດ​ວຽກ​ງານ​ໃນ​ຂົງ​ເຂດ​ແຕກ​ຕ່າງ​ກັນ​, ມີ​ເງື່ອນ​ໄຂສະພາບ​ດຳລົງ​ຊີວິດ​ແຕກ​ຕ່າງ​ກັນກໍ​ຕາມ ​ແຕ່​ເຂົາ​ເຈົ້າຍັງ​ຈົດ​ຈຳ​ບັນດາ​ອະນຸສອນ​ທີ່​ບໍ່​ສາມາດຫຼົງລືມ​ໄປ​ໄດ້​ ໃນ​ຊຸມ​​ວັນເດືອນ​ປີ​ທີ່ທຳ​ການ​ຕໍ່ສູ້​ຢູ່​ປະ​ເທດ​ລາວ.

   ຫວ່າງ​ແລ້ວ​ນີ້,  ສະຖານທູດ​ລາວ​ປະຈຳ​ຫວຽດນາມ ​ໄດ້​ຈັດ​ພິທີ​ມອບ​ຫຼຽນ​ໄຊ​ປະ​ເພດ​ຕ່າງໆ​ໃຫ້​ແກ່​ບັນດາ​ຜູ້​ຊ່ຽວຊານ, ທະຫານ​ອາສາ​ສະໝັກ​ຫວຽດນາມ​ຊ່ວຍ​ເຫຼືອລາວ. ນີ້​ແມ່ນ​ເທື່ອ​ທີ 9 ທີ່​ພັກ, ລັດ​ລາວ​ໄດ້​ມອບຫຼຽນ​ໄຊ ໃຫ້​ແກ່​ບັນດາ​ຜູ້​ຊ່ຽວຊານ, ທະຫານ​ອາສາ​ສະໝັກ​ຫວຽດນາມ​ຊ່ວຍ​ລາວ ​​ແລະ ​ນີ້ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ​ທີ່​ຖືກຈັດ​ຂຶ້ນ​ປະຈຳ​ປີ. ດ້ວຍຫຼຽນ​ໄຊ 3000 ກ່ວາຫຼຽນ​, ​ໃນ​ນັ້ນມີ​ຫຼຽນ​ໄຊ​ອິດສະຫຼະຊັ້ນ 1, ຫຼຽນ​ໄຊ​ໄຊຊະນະ​ຊັ້ນ 1 ​ແລະ ຫຼຽນ​ໄຊ​ຕ້ານ​ອາ​ເມ​ລິ​ກາຊັ້ນ 1. ​​​ເຂົ້າ​ຮ່ວມ​ພິທີ​ມອບ​ຫຼຽນ​ໄຊບັນດາ​ທະຫານ​ອາສາ​ສະໝັກ, ຜູ້​ຊ່ຽວຊານ ​ແລະ ​ຍາດຕິ​ພີ່ນ້ອງ​ຂອງ​ບັນດາ​ນັກຮົບ​ຫວຽດນາມທີ່​ເສຍສະ ຫຼະຊີວິດຢູ່​ລາວ​ຕ່າງ​ກໍ່ສະ​ແດງ​ຄວາມ​ພາກພູມ​ໃຈ ​ແລະ​ຮູ້ສຶກ​ເປັນກຽດ​ເມື່ອ​ໄດ້ຮັບ​ລາງວັນ​ອັນ​ສູງ​ສົ່ງ​ຈາກ​ພັກ, ລັດ​ລາວ. ຕາງໜ້າ​​ໃຫ້ຜູ້​ໄດ້​ຮັບຫຼຽນ​ໄຊ​ໃນ​ຄັ້ງນີ້, ທ່ານ​ພົນ​ຕີ​ຫງວຽນ​ຕຽນ​ລອງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ອັນ​ເລິກ​ເຊີ່ງ​ທີ່​ມີ​ຕໍ່​ພັກ, ລັດ​ລາວ:

  “​​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​​ຂອງພັກ, ​ແລະ ລັດ​ລາວ​ເຊິ່ງພວກ​ເຮົາ​ໄດ້​ຮັບ​ໃນ​ມື້​ນີ້ ບໍ່​ພຽງ​ແຕ່​ແມ່ນການ​ຢັ້ງຢືນ​ວ່າພວກ​ຂ້າພະ​ເຈົ້າ​ເອງ​​ໄດ້​ສຳ​ເລັດ​ໜ້າທີ່​ເທົ່າ​ນັ້ນ, ຫາກ​ຍັງແມ່ນ​ຄວາມ​ເປັນ​ກຽດ​ ຊື່​ງພັກ ​ແລະ​ປະຊາຊົນ​ ລາວ​ ​ໄດ້ມອບ​ໃຫ້ທະຫານ​ອາສາ​ມະ​ໝັກ ​ແລະ​ກອງທັບ​ປະຊາຊົນ​ຫວຽດນາມ​ອີກ​ດ້ວຍ. ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ນີ້ ​ໄດ້​ຕັກ​ເຕືອນ ໃຫ້​ພວກ​ເຮົາ ຕ້ອງ​ມີ​ການ​   ເຄື​ອ່ນ​ໄຫວຫຼາຍຢ່າງກວ່າ​ອີກ ​ເພື່ອ​ປັບປຸງ, ຮັກສາ ​ແລະ​ເສີມ​ຂະຫຍາຍ​ສາຍພົວພັນ​ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ-ລາວ”

ພິທີມອບຫຼຽນໄຊ ໃຫ້ແກ່ບັນດາ ທະຫານອາສາສະໝັກ, ຜູ້ຊ່ຽວຊານ ຫວຽດນາມຊ່ວຍເຫຼືອລາວ - ảnh 2
ທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມຕ່າງໜ້າພັກ, ລັດ ລາວມອບຫຼຽນໄຊໃຫ້ແກ່ບັນດາທະຫານ, ຜູ້ຊ່ຽວຊານອາສາສະໝັກຫວຽດນາມຊ່ວຍເຫຼືອລາວ

    ທີ່​ພິທີ​ມອບຫຼຽນ​ໄຊຄັ້ງນີ້, ບັນດາ​ທະຫານ​ອາສາ​ສະໝັກ, ຜູ້​ຊ່ຽວຊານ​ຫວຽດນາມ ​ໄດ້​ມີ​ໂອກາດ​ຫວນ​ຄືນ​ໄລຍະ​ເວລາ​ຕໍ່ສູ້​ອັນ​ພິລາດ​ອາດ​ຫານ ​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​ລຳບາກ ​ແຕ່​ກໍ່​ມີອະນຸສອນຫຼາຍ​ຢ່າງກັບ​ທະຫານ ​ແລະ​ ປະຊາຊົນ​ລາວທີ່​ບໍ່​ອາດ​ຫຼົງ​ລືມ​ໄດ້. ທ່ານ​ພົນ​ຕີ​ຫງວຽນ​ຕຽນ​ລອງ​ເລົ່າຄືນ​ວ່າ ທ່ານ​​ໄດ້​ທຳ​ການ​ຕໍ່ສູ້​ໃນ​ສະໜາມຮົບ​ລາວ​​ມາ​ເປັນເວລາເກືອບ 10 ປີ ຢູ່​ທົ່ງ​ໄຫ​ຫີນ ​ແຂວງ​ຊຽງ​ຂວາງ ຕະຫຼອດຮອດ​ເຂດ​ຊາຍ​ແດນ​ລາວ-ຈີນ, ລາວ-​ໄທ. ​ໃນ​ຊຸມ​ເດືອນ​ປີ​ທຳ​ການ​ຕໍ່ສູ້​ນັ້ນ ຍາມ​ໃດ​ທ່ານ​ກໍ​ຮຽງ​ບ່າ​ຮຽງ​ໄລ່​ກັບ​ທະຫານ, ປະຊາຊົນ​ລາວ. ​ເຖິງ​ວ່າຖືກ​ບາດ​ເຈັບ​ເຖິງ 4 ​ເທື່ອ ​ແຕ່​ທ່ານຍັງ​ສືບ​ຕໍ່​ເຂົ້າຮ່ວມ​ການ​ສູ້​ຮົບ​ຈົນເຖິງ​ເວລາ​ປະ​ເທດ​ລາວ​​ໄດ້​ຮັບການ​ປົດ​ປ່ອຍຈຶ່ງ​ກັບ​ເມືອປະ​ເທດ​:

   “ຈາກ​ນາຍ​ທະຫານ​ຂັ້ນຕົ້ນ, ຂ້າພະ​ເຈົ້າ​ໄດ້ກາຍ​ເປັນ​ນາຍ​ທະຫານ​ຂັ້ນກາງ ​ແລະ​ ຫລັງ​ຈາກ​ນັ້ນ​​ໄດ້ຮັບ​ໜ້າ​ທີ່​ເປັນ​ການ​ນຳ​ຢູ່​ກອງ​ບັນຊາ​ການ​ທະຫານ​ເຂດ 3, ​ເປັນ​ເລຂາ​ຄະນະ​ພັກ, ຮອງ​ຜູ້​ບັນຊາ​ການ​ການ​ເມືອງ​ທະຫານ​ເຂດ 3. ​ໃນ​ວິວັດ​​ແຫ່ງການ​ປະຕິບັດ​ວຽກ​ງານ, ບັນດາບົດຮຽນ​ທີ່​ຖອດ​ຖອນ​ມາ​ໄດ້ຈາກໄລຍະ​ເວລາ​ຕໍ່ສູ້​ຢູ່​ສະໜົມ​ຮົບ​ລາວ​ໄດ້​ຊ່ວຍ​ໃຫ້​ຂ້າພະ​ເຈົ້າບື່ນຕົວ​ຂຶ້ນ ​ເຮັດສຳ​ເລັດ​ໜ້າ​ທີ່​ ​

   ສ່ວນທ່ານ​ຫງວຽນ​ເທ​ດາດ ກຳມະການ​ສະ​ເພາະ​ກິດ​ຂອງ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ​ໃຫ້​ຮູ້​ວ່າ ປີ 1972, ​ເມື່ອ​ມີ​ອາຍຸ 17 ປີ​ເຕັ່ມ, ທ່ານ​​ໄດ້​ເປັນ​ທະຫານ​ອາສາ​ສະໝັກ​ໄປ​ຕໍ່ສູ້​ຢູ່​ສະໜາມຮົບ​ສາລະ​ວັນ, ຈຳປາ​ສັກ, ທົ່ງໄຫ​ຫີນ​ຊຽງ​ຂວາງ. ກັບ​ເມືອ​ປະ​ເທດ, ທ່ານ​ໄດ້​ອອກ​ຈາກຖັນແຖວກອງທັບ​, ​ປະຕິບັດຫຼາຍວຽກ​ງານ​ທີ່ຕ່າງ​ກັນ ​ແຕ່​ວຽກ​ງານ​ເຫຼົ່າ​ນັ້ນກໍ່​ມີ​ສ່ວນມີ​ສ່ວນ ກ່ຽວຂ້ອງ​ເຖິງ​ປະ​ເທດ​ລາວ​. ທ່ານ​ກ່າວ​ວ່າ:

   “ວຽກ​ງານ​ທີ່​ຂ້າພະ​ເຈົ້າປະຕິບັດຫຼາຍກ່ວາ​ໝູ່ ນັ້ນ​ແມ່ນ​ໄດ້​ເປັນ​ຫົວໜ້າ​ເຂດ​ເສດຖະກິດ, ​ເຂດ 3 ຫຼ່ຽມພັດທະນາ​ຫວຽດນາມ-ລາວ-ກຳປູ​ເຈຍ. ​ໃນ​ວຽກ​ງານ​ລວມ, ຍາມ​ໃດ, ພວກ​ຂ້າພະ​ເຈົ້າກໍ​ໄດ້​ຊອກ​ຫາ​ບັນດາ​ມາດ​ຕະການ, ບັນດາ​ລາຍການ, ​ແຜນການ​ລະອຽດ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ສອງ​ປະ​ເທດ, ສອງ​ກອງທັບ​ກໍ​ຄື​ປະຊາຊົນ​​ເຂດ​ຊາຍ​ແດນ​ສອງ​ປະ​ເທດ ຮຽງ​ບ່າ​ຮຽງ​ໄລ່ ພ້ອມ​ກັນ​ສ້າງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ, ປ້ອງກັນ​ຄວາມ​ສະຫງົບ​ປອດ​ໄພ, ຮັກສາສະຖຽນ​ລະ​ພາບທາງການ​ເມືອງ​ໃນ​ພາກ​ພື້ນ

​  ເລື່ອງ​ພັກ, ລັດ​ລາວ​ມອບ​ຫຼຽນ​ໄຊ​ໃຫ້​ແກ່​ບັນດາ​ທະຫານ, ຜູ້​ຊ່ຽວຊານ​ຊ່ວຍ​ລາວ ​ໃນ​ໄລຍະ​ຕໍ່ສູ້ ກູ້​ຊາດ ​ແມ່ນມີ​ຄວາມ​ໝາຍ​ອັນ​ເລິກ​ເຊີ່ງ, ນີ້​ແມ່ນ​ໂອກາດ​ເພື່ອ​​ໃຫ້​ເຂົາ​ເຈົ້າ​ໄດ້ຫວນ​ຄືນ​​ໄລຍະ​ເວລາ​ຕໍ່ສູ້​ອັນຫຍຸ້ງຍາກ​ລຳບາກ​, ​ແລະພິລະ​ອາດ​ຫານຂອງ​ລຸ້ນພໍ່​ລຸ້ນອ້າຍ ​ເພື່ອຕັກ​ເຕືອນ​ໃຫ້​ລຸ້ນລູກຫຼານ​ໃນປະຈຸ​ບັນ ກ່ຽວ​ກັບ​ການເສຍສະຫຼະຂອງ​ລຸ້ນພໍ່​ລຸ້ນອ້າຍ, ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ ​ເພື່ອສືບ​ຕໍ່​ເສີມ​ຂະຫຍາຍສາຍພົວພັນ ມິດຕະພາບ​ອັນ​ເປັນມູນ​ເຊື້ອ​​​, ຄວາມສາມັກຄີ​ແບບ​ພິ​ເສດຫວຽດນາມ-ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຍິ່ງໆ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ