ພິທີ​ລົງ​ນາມ​ສັນຍາ​ການ​ຄ້າ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ-ລາວ

(vovworld) – ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ ໂທລະສັບຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ. ​

ອາ​ທິດ​ຜ່າ​ນ​ມາ, ບັນ​ນາ​ທິ​ການພ​າກ​ພາ​ສາ​ລາວ​ ວິ​ທະ​ຍຸ​ກະ​ຈາຍ​ສຽ​ງ​ຫວຽດ​ນາມ ໄດ້​ຮັບ​ອີ​ແມວ​ຈາກ​ເພື່ອນ ວັນ​ຈິດ, (wern999@hotmail.com). ໃນ​ອີ​ແມວເພື່ອນ ​ວັນ​ຈິດ ​ໃຫ້​ຮູ້​ວ່າ: ຂ້າ​ພະ​ເຈົ້າ​ຫາກໍ່​ຊອກ​ເຫັນ​ເວັບ​ໄຊ​ຂອງ VOV. ​ຂອບ​ໃຈ​ທີ່​ພວກ​ເພື່ອນ​ໄດ້ຈັດບັນ​ດາ​ລາຍ​ການ​ດີໆໃຫ້ຟັງ. ເພາະຄົນ​ລາວ​ ສ່ວນ​ຫຼາຍ​ເຄີຍ​ຕິດ​ຕາມ​ຂ່າວ​ຈາກ​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ແລະ ບໍ່​ໄດ້​ຮັບ​ຟັງ​ຂ່າວ​ທີ່ເປັນທາງການຈາກຝ່າຍຕາ​ເວັນ​ອອກ​ເລີຍ.

ເພື່ອນ ວັນ​ຈິດ ທີ່​ຮັກ​ແພງ, ບັນ​ນາ​ທິ​ການ​ພາກ​ພາ​ສາ​ລາວ, VOV ຂໍ​ຂອບ​ໃຈ​ເພື່ອນ​ໄດ້​ສົ່ງ​ອີ​ແມວ​ມາ​ຍັງລາຍ​ການ. ບັນ​ດາ​ຂໍ້​ມູນ​ໂດຍ VOV ຜະ​ລິດ, ​ແມ່ນ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຕ້ອງກາ​ນຂອງ​ຜູ້​ຟັງ, ຜູ້​ອ່ານ​ໃນ​ທົ່ວ​ໂລກ ກ່ຽວ​ກັບ​ຂໍ້​ມູນຂ່າວ​ໃນ​ໂລກ​ເວົ້າ​ລວ​ມ ແລະ ຂອງ​ຫວຽດ​ນາມ ເວົ້າ​ສະ​ເພາະ. ປ​ະ​ຈຸ​ບັນ, ​ໃນ​ເວັບ​ໄຊ​ທາງ​ການ​ຂອງລະບົບ​ບັນດາ​ລາຍກາ​ນກະຈາຍສຽງ ພາກ​ພາ​ສາ​ຕ່າງ​ປະ​ເທດ (VOV5) ດ້ວຍ​ລະ​ຫັດ vov5.vn ຫຼື vovworld.vn, ມີ 12 ພາ​ສາ​ຄື: ອັງ​ກິດ, ຝ​ລັ່ງ, ເຢຍ​ລະ​ມັນ, ຍີ່​ປຸ່ນ, ໄທ, ລາວ, ອີ​ນ​ໂດ​ເນ​ເຊ​ຍ, ກຳ​ປູ​ເຈຍ, ຈີນ, ລັດ​ເຊຍ, ​​ແອດ​ສປາຍ ​ແລະ ລາຍການ​ສະຫງວນ​ໃຫ້​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ເພື່ອ​ສ້າງ​ຄວາມ​ສະ​ດວກ​​ໃຫ້ຜູ້​ຟັງ, ຜູ້​ອ່ານຂອງ​ຫຼາຍ​ປະ​ເທດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວັງ​ວ່າ, ເພື່ອນ​ວັນ​ຈິດ ຈະ​ສົ່ງ​ອີ​ແມວ​ມາ​ຍັງລາຍ​ການ​ເພື່ອ​ປະ​ກອບ​ຄຳ​ເຫັນ​ຫຼາຍກວ່າ​ອີກ, ຊ່ວຍ​ໃຫ້​ລາຍ​ການ​ນັບ​ມື້​ນັບ​ດີກວ່າ​ເກົ່າ.



ພິທີ​ລົງ​ນາມ​ສັນຍາ​ການ​ຄ້າ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ-ລາວ - ảnh 1
​ພິ​ທີ​ລົງ​ນາມ​ສັນ​ຍາ​ການ​ຄ້າ​ຊາຍ​ແດນລະຫ​ວ່າງ​
ສສ.ຫວຽດ​ນາມ ແລະ ສ​ປ​ປ.ລາວ
(ພາບ: chinhphu.vn)

ໃນ​ອາ​ທິດ​ຜ່ານ​ມາ, ເພື່ອນ ຈິດ​ຕະ​ວົງ ຢູ່​ແຂວງ​ຄຳ​ມ່ວນ, ໄດ້​ສົ່ງ​ອີ​ແມວ​ມາ​ຍັງລາຍ​ການ​ຢາກ​ຮູ້​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ສັນ​ຍາ​ການ​ຄ້າ​ຊາຍ​ແດນ​ລະ​ຫວ່າງ​ຫວຽດ​ນາມ - ລາວ ທີ່​ຫາກໍ່​ໄດ້​ຮັບ​ການ​ລົງ​ນາມ​ຢູ່​ແຂວງ​ເງ້​ອານ ໃນ​ອາ​ທິດ​ຜ່ານ​ມາ.

ເພື່ອນ ຈິດ​ຕະ​ວົງ ທີ່​ຮັກ​ແພງ. ໃນ​ທ້າຍ​ເດືອນ 06 ຜ່ານ​ມາ, ຢູ່​ແຂວງ ເງ້​ອານ,ໄດ້​ດຳ​ເນີນ​ພິ​ທີ​ລົງ​ນາມ​ສັນ​ຍາ​ການ​ຄ້າ​ຊາຍ​ແດນລະຫ​ວ່າງ​ ສສ.ຫວຽດ​ນາມ ແລະ ສ​ປ​ປ.ລາວ, ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ແລະ ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ສົມ​ສະຫວາດ ​ເລັ່ງສະຫວັດ. ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ຢືນ​ຢັນວ່າ: ພິທີ​ລົງ​ນາມ​ສັນຍາ​ການ​ຄ້າ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ-ລາວ ຄັ້ງ​ນີ້​ ​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນ​, ສ້າງ​ເງື່ອນ​ໄຂ​ດ້ານ​ນິຕິ​ກຳເພື່ອ​ໃຫ້ການ​ຮ່ວມ​ມື​ພັດທະນາ​ດ້ານ​ການຄ​້າ ​ແທດ​​ເໝາະ​ກັບ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​, ການ​ຮ່ວມ​ມືຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ. ສັນຍາ​ການ​ຄ້າ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ-ລາວ ​ມີ​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ​ຄື: ຂໍ້​ກຳນົດ​ການ​​ເຄື່ອນ​ໄຫວ​ຄ້າຂາຍ, ​ແລກປ່ຽນ​ສິນຄ້າ​ຂອງ​ນັກທຸລະກິດ, ປະຊາຊົນ​ເຂດ​ຊາຍ​ແດນ; ​​ໃຫ້​ບຸລິມະສິດອັດຕາພາສີ​ນຳ​ເຂົ້າ​ 0% ​​​ແກ່ສິນຄ້າ​ມີ​ຕົ້ນ​ກຳ​ເນີດຈາກ​ຫວຽດນາມ ​ແລະ ລາວ. ນອກ​ນັ້ນ, ສັນຍາ​ຍັງ​ກຳນົດ​ກ່ຽວ​ກັບ​ການ​ຊຳລະ​ດ້ານການ​ຄ້າ​ຊາຍ​ແດນ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​​ເຄື່ອນ​ໄຫວສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ ​ແລະ ທ່​ອງທ່ຽວ​ຜ່ານ​ຊາຍ​ແດນ; ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ການ​ຄ້າ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ…


ພິທີ​ລົງ​ນາມ​ສັນຍາ​ການ​ຄ້າ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ-ລາວ - ảnh 2
(ເປີດ​ສະຫຼອງ​ບໍລິການ 4 ຈີ ຢູ່ລາວ)

ເພື່ອນ ຈະ​ເລີນ​ສ​ຸກ, ຢູ່​ແຂວງ ຫົວ​ພັນ ໄດ້​ສົ່ງ​ອີ​ແມວ​ມາຍັງ​ລາຍ​ການ​ໂດຍຖາມ​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ບໍ​ລິ​ສັດ​ໂທ​ລະ​ຄົມລາວ-Asia ແລະ ບໍ​ລິ​ສັດ Viettel ຂອງ​ຫວຽດ​ນາມ ໄດ້ ເປີດ​ສະຫຼອງ​ບໍລິການ 4 ຈີ ຢູ່ລາວ.  ຂ້າ​ພະ​ເຈົ້າ​ຢາກ​ຮູ້​ກ່ຽວ​ກັບ​ການ​ບໍ​ລິ​ການ 4 ຈີ ມີຈຸດ​ພິ​ເສດ​ຄື​ແນວ​ໃດ​ເມື່ອ​ທຽບ​ໃສ່ 3 ຈີ, ປະ​ຈ​ຸ​ບັນ​ຢູ່​ແຂວງ​ໃດ​ສາ​ມາດ​ນຳ​ໃຊ້​ບໍ​ລິ​ການ 4 ຈີ?

ເພື່ອນ ຈະ​ເລີນ​ສ​ຸກ ທີ່​ຮັກ​ແພງ, ວັນ​ທີ 23/06 ຜ່ານ​ມາ, ບໍລິສັດ Star Telecom, ບໍລິສັດ​ຮ່ວມ​ທຸລະ​ກິດ ລະຫວ່າງ​ບໍລິສັດ​ໂທລະຄົມ ລາວ-Asia ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ແລະ ບໍລິສັດ Vietel ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ​ໄດ້​ເປີດ​ສະຫຼອງ​ບໍລິການ 4 ຈີ ດ້ວຍ​ລະດັບຄວາມ​ໄວ​​ສູງ​ເພື່ອ​ຮັບ​ໃຊ້​​ໃຫ້​ແກ່​ຜູ້ນຳ​ໃຊ້​ບໍລິການ​ອີນ​ເຕີ​ແນັດມື​ຖືຂອງ​ເຄືອ​ຂ່າຍ Unitel. ​ຕາ​ມ​ທ່ານ​ຟານ​ເຈື່ອງ​ເຊີນ, ຮອງ​ຫົວ​ໜ້າ​ບໍ​ລິ​ສັດ Star Telecom ແລ້ວ, ດ້ວຍ​ລະດັບ​ຄວາມ​ໄວ​ສູງ​ທົບ​​ 10 ​ເທົ່າ​ເມື່ອ​ທຽບ​​ໃສ່ເຄືອຂ່າຍ 3 ຈີ, ບໍລິການ 4 ຈີ ​ໂດຍ Unitel ສະໜອງຈະ​ນຳ​​ເອົາ​ປະ​ໂຫຍ​ດຫຼາຍ​ຢ່າງມາ​ໃຫ້​​​ຜູ້​ຊົມໃຊ້ ຄື: ຊົມ​ຮູບ​ເງົາ, ຟັງ​ເພງ, ບັນ​ເທີ​ງ​ໃນ youtube , ຊົມ​ໂທລະພາບ​ໂດຍ​ກົງ, dowload ຫຼາຍ​ຂໍ້​ມູນ​ໃນ​ພາບ​ດຽວ​…​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ໃນ​ລະດັບ ​ສູງ​ສຸດຂອງ​ຜູ້ນຳ​ໃຊ້​ການ​ບໍລິການ 4 ຈີ, Unitel ​ແມ່ນ​ເຄືອ​ຂ່າຍ​ອິນ​ເຕີ​ແນັດທຳ​ອິດ ​ ​ຢູ່ ລາວ ທີ່​ໄດ້​ສ້າງຄ່າ​ບໍລິການ​ຫຼາຍ​ຢ່າງ​ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ຜູ້​ໃຊ້, ດ້ວຍ​ຄ່າ​ບໍລິການ​ປະຢັດ, ​ເທົ່າ​ກັບ​ຄ່າ​ບໍລິການ 3 ຈີ. ​ກ່ອນ​ທີ່​ເປີດ​ສະ​ຫຼອງ​ບໍ​ລິ​ການ 4 ຈີ, Unitel ໄດ້​ສະ​ຫຼອງ​ບໍ​ລິ​ການ 4 ຈີ ຢູ່​ລາວ ນັ້ນ​ແມ່ນ, ວຽງ​ຈັນ, ຈຳ​ປະ​ສັກ, ສະ​ຫວັນ​ນະ​ເຂດ ແລະ ຫຼວງ​ພະ​ບາງ. ທ່ານ ຟານ​ເຈື່ອງ​ເຊີນ ໃຫ​້​ຮູ້​ວ່າ.

“ຈຸດ​ປະ​ສົງ​ຂອງ Unitel ເມື່ອ​ຜັນ​ຂະ​ຫ​ຍາຍ​ການ​ບໍ​ລິ​ການ​ດັ່ງ​ກ່າວ​ແມ່ນ ຄວາມ​ປາດ​ຖະ​ໜາ​ຢາກ​ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ຜູ້​ນຳ​ໃຊ້​ໄດ້​ຮັບ​ການ​ບໍ​ລິ​ການ​​ດີ​ທີ່ສຸດ, ນຳ​ຂະ​ແໜງ​ໂທ​ລະ​ຄົມ​ຂອງ​ລາວ ທັດ​ທຽມ​ກັບ​ທ່າ​ອ່ຽງ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ໂທ​ລະ​ຄົມ​ໂລກ. ຄາດ​ວ່າ, ພາຍ​ຫຼັງ​ຜັນ​ຂະ​ຫ​ຍາຍ​ຢູ່ 4 ແຂວງແລ້ວ, ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ​່ຜັນ​ຂະ​ຫ​ຍາຍ​ໃນ​ທົ່ວ​ປະ​ເທດ​ລາວ”.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov@yahoo.com, laovov5@gmail.com.

ຕອບກັບ

ເພື່ອນ ວັນຈິດ

ໄດ້ສົ່ງບົດເສັງຄວາມຮູ້ມາໃຫ້ໃນວັນທີ 30 ິຖຸນາ ຢາກຮູ້ວ່າໄດ້ຮັບບໍ່? ໂດຍອອກຊື່:ເພື່ອນ ເວີນນະຈິດ ກິດຕິຄຸນ ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ

ຂ່າວ/ບົດ​ອື່ນ