ວັນ​ບຸນ​ໝາກ​ທຸລຽນ ທີ່​ໄດ້​ດຳ​ເນີນ​ຢູ່​ແຂວງ ດັກ​ລັກ

(VOVWORLD) -ວັນບຸນໝາກທຸລຽນໄດ້ຈັດຂຶ້ນ ດ້ວຍເປົ້າໝາຍໂຄສະນາພາບພົດຂອງບ້ານເກີດເມືອງນອນ, ປະຊາຊົນ, ຄວາມສາມາດບົ່ມຊ້ອນທີ່ດິນ, ເສດຖະກິດເມືອງກຣົງປັກ ມາຍັງແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ, ຜ່ານນັ້ນ ກໍແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງເມືອງ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ແລະ ການທ່ອງທ່ຽວໃນບໍລິເວນ, ຍ້ອງຍໍຊົມເຊີຍບັນດາຄຸນຄ່າດ້ານເສດຖະກິດຈາກຕົ້ນໄມ້ຊະນິດຕ່າງໆທີ່ມີຄຸນນະພາບສູງ, ພິເສດແມ່ນທົ່ວລຽນ.
ວັນ​ບຸນ​ໝາກ​ທຸລຽນ ທີ່​ໄດ້​ດຳ​ເນີນ​ຢູ່​ແຂວງ ດັກ​ລັກ - ảnh 1ແຂກທ່ອງທ່ຽວໄດ້ຊີມທຸລຽນໂດຍບໍ່ເສຍຄ່າຢູ່ໃນສວນ (ພາບ: baodaklak.vn)

ວັນທີ 7 ກັນຍາ ແມ່ນວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (VOV). 77 ປີຜ່ານມາ, VOV ຍາມໃດກໍ່ແມ່ນອົງການສື່ມວນຊົນນຳໜ້າໃນການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ຈຸດພົ້ນເດັ່ນແມ່ນການສ້າງຮູບແບບອົງການສື່ມວນຊົນຫລາຍພາຫະນະແຫ່ງທຳອິດຂອງທົ່ວປະເທດ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ກໍ່ຄືຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ VOV ຄົບຮອບ 77 ປີ. ເຊີນທ່ານຕິດຕາມຮັບຟັງ.

ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ໄປພ້ອມໆກັບ VOV (07/09/1945), ໃນຕະຫລອດ 77 ປີຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5) ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ມີບັນດາການປະກອບສ່ວນສຳຄັນເຂົ້າໃນພາລະກິດຖະແຫຼງຂ່າວການຕ່າງປະເທດລວມຂອງປະເທດຊາດ. ເພື່ອນ ຈະເລີນໄຊ ຢູ່ນະຄອນຫລວງ ວຽງຈັນ ແບ່ງປັນວ່າ:

ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ໂດຍຕາງໜ້າຊາວໜຸ່ມລາວ, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນປະເສີດໄປຍັງການນຳພ້ອມກັບໝູ່ຄະນະພະນັກງານ, ບັນນາທິການ, ນັກຂ່າວ VOV5 ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນວຽກງານ ແລະ ການດຳລົງຊີວິດ, ນັບມື້ນັບມີບົດຂ່າວທີ່ມ່ວນເພື່ອຮັບໃຊ້ໃຫ້ແກ່ທ່ານຜູ້ຟັງ.

ທ່ານຜູ້ຟັງທີ່ເຄົາລົບ ! ປະຈຸບັນ, ສະພາບການໂລກ, ພາກພື້ນຍັງມີການຜັນແປສັບສົນຫລາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ອາດຊະຍາກຳແບບໃໝ່, ເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ພິເສດແມ່ນເຊື້ອພະຍາດ ນັບມື້ນັບແຜ່ລະບາດຢ່າງຮ້າຍແຮງ. ວິທະຍາສາດ, ເຕັກໂນໂລຊີຂອງການປະຕິວັດອຸດສາຫະກຳ 4.0 ພັດທະນາຢ່າງວ່ອງໄວນັ້ນ ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ບັນດາພາຫະນະສື່ມວນຊົນ. ໄປຄຽງຄູ່ກັນນັ້ນ, ບັນດາອິດທິກຳລັງເປັນປໍລະປັກໄດ້ເພີ່ມທະວີການມ້າງເພທຳລາຍ, ເສກສັນປັ້ນແຕ່ງຕໍ່ແນວທາງ, ນະໂຍບາຍພັດທະນາຂອງ ຫວຽດນາມ. ໃນສະພາບການນັ້ນ, VOV5 ໄດ້ມີການປ່ຽນແປງໃໝ່ຢ່າງແຮງກ່ຽວກັບດ້ານເນື້ອໃນ ແລະ ຮູບການ, ພັດທະນາການສື່ສານຫລາຍປະເພດ, ນຳໃຊ້ສື່ສັງຄົມອອນລາຍ ແລະ ບັນດາຮູບການອື່ນໆ ເພື່ອແນໃສ່ນຳເອົາຂໍ້ມູນຂ່າວສານຢ່າງເປັນທາງການມາຮັບໃຊ້ທ່ານຜູ້ຟັງໃນທົ່ວໂລກຢ່າງວ່ອງໄວທີ່ສຸດ, ມີຄຸນນະພາບ ແລະ ມີປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່ ແລະ ພິເສດແມ່ນຖືເອົາທ່ານຜູ້ຟັງເປັນບົດບາດໃຈກາງໃນຍຸກສະໄໝກະຈາຍສຽງດີຈີຕອນຄືໃນປະຈຸບັນ.

ເພື່ອນ ອາມິນຕາ ຢູ່ແຂວງ ເຊກອງ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນ: ໄລຍະຜ່ານມາ, ເມື່ອຕິດຕາມຂໍ້ມູນໃນເວັບໄຊ: vovworld.vn ຂ້າພະເຈົ້າໄດ້ຮູ້ມາວ່າ ຫວຽດນາມ ມີສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈຫຼາຍແຫ່ງ. ໃນນັ້ນ ຂ້າພະເຈົ້າ ມີຄວາມຈັບອົກຈັບໃຈຕໍ່ບັນດາສະຖານທີ່ຢູ່ເຂດພູດອຍ ແລະ ພູສູງທາງທິດເໜືອ ຫວຽດນາມ, ຫວັງວ່າບັນດາອ້າຍເອື້ອຍນ້ອງບັນນາທິການ ຈະສະໜອງຂໍ້ມູນໃຫ້ແກ່ຂ້າພະເຈົ້າກ່ຽວກັບເຂດດັ່ງກ່າວຕື່ມອີກ. ຂໍຂອບໃຈ!

ເພື່ອນ ອາມິນຕາ ທີ່ຮັກແພງ! ເຂດພູດອຍ ແລະ ພູສູງທາງທິດເໜືອຂອງຫວຽດນາມ ແມ່ນໜຶ່ງໃນບັນດາເຂດທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ, ລວມມີ 14 ແຂວງ, ນະຄອນ ດ້ວຍຈຸດທີ່ເປັນເອກະລັກສະເພາະທີ່ບໍ່ສາມາດຊອກຫາໄດ້ຢູ່ເຂດອື່ນໃນປະເທດຫວຽດນາມ. ຈຸດທີ່ພົ້ນເດັ່ນຂອງເຂດແມ່ນມີພູສູງທີ່ໃຫຍ່ໂຕມະໂຫຖານຖືກຕັດແຍກອອກຈາກກັນ, ສ້າງເປັນພູມີປະເທດ, ທິວທັດທຳມະຊາດທີ່ເປັນເອກະລັກສະເພາະຕ່າງໆຄື: ຮ່ອມພູ, ນ້ຳຕົກຕາດ, ຖ້ຳ… ບັນດາໂນນຊາ, ປ່າຕົ້ນປານ, ສວນຕົ້ນໄມ້ກິນໝາກ ຢູ່ຂ້າງບັນດາຈອມພູ ແລະ ທົ່ງນາທີ່ສວຍສົດງົດງາມ ຢູ່ລຽບຕາມແມ່ນ້ຳ, ສ້າງເປັນພາບແຕ້ມທັງໃຫຍ່ໂຕມະໂຫຖານທັງໂຣແມນຕິກ ຂອງເຂດພູຜາປ່າໄມ້.

ເຂດທ່ອງທ່ຽວນີ້ຍັງມີບັນດາຈຸດສຸມດຶງດູດແຂກທ່ອງທ່ຽວຄື:

ຮ່າຢາງ: ສະຖານທີ່ແຫ່ງນີ້ມີຫຼັກໝາຍຊາຍແດນ ລູງກູ໋ ພ້ອມກັບສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງ ທີ່ເຕັມໄປດ້ວຍລັກສະນະພິເສດຂອງເຂດພູຜາປາໄມ້ທີ່ໃຫຍ່ໂຕມະໂຫຖານທາງທິດເໜືອ ຄື ພູພຽງຫີນ ດົ່ງວັນ, ທິວທັດທຳມະຊາດ ມ໊າປີແລ່ງ, ແມ່ວວາກ, ນາຮາງ…

ທ໊າຍງວຽນ - ລ້າງເຊີນ: ດ້ວຍສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງຄື: ໜອງນຸ໊ຍກົກ, ດ່ານຊາຍແດນ ດົ່ງດັງ, ເຂດພັກຜ່ອນເພື່ອສຸຂະພາບ ເມົາເຊີນ, ຕົ້ນໂພ ເຕິນຈ່າວ, ຮ່ອງຮອຍປະຫວັດສາດເຂດປອດໄພການປະຕິວັດ ດິ້ງຮວາ…

ລາວກາຍ: ສະຖານທີ່ແຫ່ງນີ້ດຶງດູດແຂກທ່ອງທ່ຽວດ້ວຍສະຖານທີ່ທີ່ມີຊື່ສຽງຫຼາຍແຫ່ງຄື: ຈອມພູ Fansipan - ຊາຍຄາ ອິນໂດຈິນ, ເຂດພັກຜ່ອນເພື່ອສຸຂະພາບ ຊາປາ, ປ່າສະຫງວນແຫ່ງຊາດ ຮ່ວາງລຽນ, ດ່ານຊາຍແດນສາກົນ ລາວກາຍ…

ເພື່ອນ ໜູເພັດ ຢູ່ແຂວງຫຼວງພະບາງ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບວັນບຸນໝາກທຸລຽນ ທີ່ໄດ້ດຳເນີນຢູ່ແຂວງ ດັກລັກ ໃນອາທິດຜ່ານມາ

ເພື່ອນ ໜູເພັດ ທີ່ຮັກແພງ! ອາທິດຜ່ານມາ, ຢູ່ເທດສະບານ ເຟືອກອານ, ຄະນະກຳມະການປະຊາຊົນເມືອງ ກຣົງປັກ, ແຂວງດັກລັກ ຈັດພິທີໄຂວັນບຸນໝາກທຸລຽນ ເມືອງກຣົງປັກ ຄັ້ງທີ I ປີ 2022 ດ້ວຍຫົວຂໍ້ “ກຣົງປັກ ມຸ່ງມາດປາດຖະໜາບືນຕົວຂຶ້ນ”.

ວັນບຸນດັ່ງກ່າວໄດ້ຈັດຂຶ້ນ ດ້ວຍເປົ້າໝາຍໂຄສະນາພາບພົດຂອງບ້ານເກີດເມືອງນອນ, ປະຊາຊົນ, ຄວາມສາມາດບົ່ມຊ້ອນທີ່ດິນ, ເສດຖະກິດເມືອງກຣົງປັກ ມາຍັງແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ, ຜ່ານນັ້ນ ກໍແນະນຳບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງເມືອງ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ແລະ ການທ່ອງທ່ຽວໃນບໍລິເວນ, ຍ້ອງຍໍຊົມເຊີຍບັນດາຄຸນຄ່າດ້ານເສດຖະກິດຈາກຕົ້ນໄມ້ຊະນິດຕ່າງໆທີ່ມີຄຸນນະພາບສູງ, ພິເສດແມ່ນທົ່ວລຽນ.

    ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ