ສະຖານທີ່ທ່ອງທ່ຽວຢູ່ແຂວງນິງບິ່ງ

(vovworld) - ໃນ​ລາຍ​ການ “ໂອ້​ລົ​ມ​ກັບ​ເພື່ອນ​ລາວ​” ມື້​ນີ້, ພ​ວກ​ຂ້າ​ພະ​ເຈົ້າ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ ແລະ ຕອບບາງ​ຄຳ​ຖາມ​ຂອງ​ທ່ານ​ຜ​ູ້​ຟັງ​ຝາກ​ມາ​ລາຍ​ການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ພາກ​ພາສາ​ລາວອາ​ທິດ​ຜ​່ານ​ມາ. ໃນ​ນັ້ນ​​ມີ​ເນື້ອ​ໃນ​ເຕື້​ອງ​ເຖິງສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ແຂວງ ນິງ​ບິ່ງ ແລະ 4 ຂົ້ວ​ຂອງ​ປະ​ເທດ ຫວຽດ​ນາມ.

        ​ເພື່ອນ ແສງ​ແກ້ວ ວີ​ລາ​ລ​ີ, ແຂວງ ວຽງ​ຈັນ ໄດ້​ຝາກ ອີ​ແມວ​ມາ​ຍັງ​ລາຍ​ການ​​ໂດຍ​ໃຫ້​ຮູ້​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ຄອບ​ຄົວ​ຂ້າ​ພະ​ເຈົ້າ​ຈະ​ໄປ​ຢ້ຽມ​ຢາມ​ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ​ທັງ​ໄປຢ້​ຽມ​ຊົມ​​ທິວ​ທັດ​ທຳ​ມະ​ຊາດ​ແຫ່ງ​ຕ​່າງໆ​ຢູ່​ແຂວງ ນິງ​ບິ່ງອີກ. ແຕ່​ວ່າ​ຂ້າ​ພະ​ເຈົ້າບໍ່​ຮູ້ຫຼາຍ​ກ່ຽວ​ກັບ​ບັນ​ດາ​ທິ​ວ​ທັດ​ທຳ​ມະ​ຊາດ​ຢູ່​ແຂວງນີ້. ຫວັງ​ວ່າ​ລາຍການ​ຈະ​ແນະ​ນຳ​ຕື່ມ​ອີກ​ກ່ຽ​ວ​ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ສວຍ​ງາມ​ຢູ່​ແຂວງນີ້​ເພື່ອ​ໃຫ້​ຄອ​ບ​ຄົວ​ຂ້າ​ພະ​ເຈົ້າ​ສາມາດ​ຄົ້ນ​ຫາ​ຄວາມ​ງາມ​ທັງ​ໝົດ​ຢູ່​ແຂວງ​ນີ້.”

ສະຖານທີ່ທ່ອງທ່ຽວຢູ່ແຂວງນິງບິ່ງ - ảnh 1

ເຂດ​ທ່ອ​ງ​ທ່ຽວ ຈ່າງ​ອານ

        ເພື່ອນ ແສງ​ແກ້ວ ທີີ່​ຮັກ​ແພງ, ເມື່ອ​ຢ້ຽມ​ຢາມ​ແຂວງ ນິງ​ບິ່ງ, ແມ່​ນ​ແຂວງ​ທີ່​ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ປະ​ມານ 100 ກມ, ຄອ​ບ​ຄົວ​ຂອງ​ເພື່ອນ​ສາ​ມາດ​ໄປ​ຢ້ຽມຢາມ​ທັດສະນີ​ຍະ​ພາບທີ່​ມີ​ຊື່​ສຽງ​ຈ່າງ​ອານ. ມີ​ປູຊະນີຍະສະຖານ​ຫຼາຍ​ແຫ່ງ​ໃນ​ເຂດ​ດັ່ງກ່າວໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ລັດຖະບານ​ຫວຽດນາມ​ວ່າ​ເປັນ​​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ສຳ​ຄັນ​ພິ​ເສດ​​ຄື: ເຂດ​ທ່ອງ​ທ່ຽວ​ຊີ​ວະ​ພາບ ຈ່າງ​ອານ, ເຂດ​ທ່ອງ​ທ່ຽວ ຕາມ​ກົກ - ບີກດົ້ງ, ວັດ ບ໋າຍ​ດິ໋ງ, ຄຸ້ມ​ເມືອງ​ເກົ່າ ຮ​ວາ​ລື… ລະ​ຫວ່າງ​ບັນ​ດາ​ເຂດ​ທ່ອງ​ທ່ຽວ​ດັ່ງ​ກ່າວ​ແມ່ນ​ລະ​ບົບ​ປ​່​າ ຮ​ວາ​ລ​ື ​ເທິງ​ພູຫີນ​ປູນ, ດິນ​ ​ນ້ຳ​ຖ້ວມ ແລະ ລະ​ບົບ​​ແມ່​ນຳ້, ໜອງ, ບຶງ​… ດ້ວຍ​ເນື້​ອ​ທີ 12.252 ha. ວັນ​ທີ 23/6/2014, ຢູ່​ນະ​ຄອນຫຼວງ Doha, ປະເທດ Qatar ດ້ວຍ​ຄວາມ​ເຫັນ​ດີ​ເຫັ​ນ​ພ​້​ອ​ມ​ສູງ​ສຸດ​ຂອງ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ, ກຸ່ມທັດສະນີ​ຍະ​ພາບຈ່າງ​ອານ ​ໄດ້ກາຍ​ເປັນ​ມໍ​ລະ​ດົກ​ປະ​ສົມ​​ໂລກແຫ່ງ​ທຳ​ອິດ​ຢູ່ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຍ້ອນຕອບ​ສະ​ໜອງ​ໄດ້​ທັງ 2 ປັດ​ໄຈ​ຕົ້ນຕໍ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ. ປ​ະ​ຈ​ຸ​ບັນ, ຈ່າງ​ອານ ກໍ​ແມ່ນມໍ​ລະ​ດົກ​ໂລກ​ເປ​ັນຄູ່​ແຫ​່ງ​ທຳ​ອິດ ແລະ ໜຶ່ງ​ດຽ​ວ ຢູ່ ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ​ຽງ​ໃຕ້. ໃນ​​ແຜ​ນ​ຜັງພັດ​ທະ​ນາ​ການ​ທ່ອ​ງ​ທ່ຽວ​ຢູ່ ຫວຽດ​ນາມ, ຈ່າງ​ອານ ກໍ​ແມ່ນ​ສະ​ຖານ​ທີ່​ໄດ້​ຮັບ​ການ​ລົງ​ທຶນ​ເພື່ອ​ກາຍ​ເປັນ​ເຂດ​ທ່ອງ​ທ່ຽວລະດັບ​ສາ​ກົນ. ນອກ​ຈາກນັ້ນ, ເມື່ອ​ໄປ​ຢ້ຽມ​ຢາມ​ແຂວງ ນິງ​ບີ່ງ ເພື່ອ​ນ ແລະ ຄອບ​ຄົວ​ກໍ​ສາ​ມາດ​ໄປ​ຢ​້ຽມ​ຊົມ​ປ່າ​ສະຫງວນ ກຸກ​ເຟືອງ. ປ​່າ​ແຫ່ງນີ້​ມີ​ເນື້​ອ​ທີ 22,200 ha, ໃນ​ນັ້​ນ​ມີ ¾ ແມ່ນ​ພູ​​ຫີນ​ປູນສູງແຕ່ 300 - 600 ມ ເມື່ອ​ທ​ຽບ​ໃສ່​ໜ້າ​ນ້ຳ​ທະ​ເລ. ປ່າ​ສະຫງວນກຸກ​ເຟືອງກ​ໍ​ແມ່ນ​ບ່ອນ​ມີ​ສັດ​ມີ​ຄ່າຫາ​ຍາກຫຼາຍປະ​ເພດ. ໂບດ​ຫີນ ຟາດຢ​້​ຽມແມ່ນ​ສະ​ຖາ​ນ​ທີ່​ຄວນ​ແວ່​ຢາມ. ໂບດ​ຫີນ ຟາດ​ຢ້​ຽມ​ ແມ່​ນ​ກຸ່ມສ​ະ​ຖາ​ປັດ​ຕະ​ຍາ​ກຳ​ແບບ​ສາ​ລາ, ວັດ​ຂອງ​ຝ່າຍຕາ​ເວັນ​ອອກ​, ສົມ​ທົບ​ກັບ​​ສະ​ຖາ​ປັດ​ຕະ​ຍາ​ກຳ​ Gotic ຂອງ​ໂບດ​ຝ່າຍ​ຕາ​ເວັນ​ຕົກ​ເຊິ່ງ​ລວມ​ມ​ີ: ໜອງ, ສາ​ລາ, ໂບດ​ໃຫ​ຍ່, ໂບດ​ຫີນ…

ສະຖານທີ່ທ່ອງທ່ຽວຢູ່ແຂວງນິງບິ່ງ - ảnh 2
ແຫຼມ ກາ​ເມົາ, ຂົ້ວ​ໃຕ້​ສຸດ​ຂອງ​ປະ​ເທດ ຫວຽດ​ນາມ

        ເພື່ອນ ພຽນ​ມະ​ສອນ, ແຂວງ ໄຊ​ສົມ​ບູນ ໄດ້​ໂທ​ລະ​ສັບ​ຫາ​ລາຍ​ການ​ໂດ​ຍ​ຖາມ​ວ່າ: ອາ​ທິດ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ບົ​ດ​ຂຽນ​ໃນ​ລາຍ​ການ “ຄົ້ນ​ຫາ ຫວຽດ​ນາມ” ແລະ ໃນ​ບົດ​ຂຽນ​ດັ່ງ​ກ່າວ​ໄດ້​ເວົ້​າ​ເຖິງ 4 ຂົ້ວ​ຂອງ ປະ​ເທດ ຫວຽດ​ນາມ ແລະ ແນະ​ນຳ ຂົ້ວ​ເໜືອ​ຂຶ້ນ​ກັບ​ຕາ​ແສງ ລູງ​ກູ໋, ແຂວງ ຮ່າ​ຢາງ. ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຢາກ​ຖາມ​ວ່າ​ 3 ຂົ້ວທີ່​ຍັງ​ເຫຼືອ​​ແມ່ນ​ຂຶ້ນ​ກັບ​ສະ​ຖານ​ທີ່​ໃດ​ແດ່​?

        ທ່ານ ພຽນ​ມະ​ສອນ ທີ່​ເຄົາ​ລົບ, ຄື​ດັ່ງ​ທ່ານ​ໄດ້​ຮູ້​ແລ້ວ​ວ່າ​ຂົ້ວ​ເໜືອ​ຂອງ ຫວຽດ​ນາມ ແມ່ນ​ແຫຼມ​ລູງ​ກູ໋, ຢູ່ແຂວງ​ຮ່າ​ຢາງ. ສ່ວນ 3 ຂົ້ວ​ທີ່​ຍັງ​ເຫຼືອອື່ນອີກ​ແມ່ນ: ຂົ້ວ​ຕ​າ​ເວັນ​ອອກ​ຂຶ້ນ​ກັບ​ແຫຼມ ​ໂດຍ, ແຂວງ ແຄ໋ງ​ຮ່​ວາ, ຂົ້ວ​ຕາ​ເວັນ​ຕົກແມ່ນ ອາ​ປາ​ຈ໋າຍ, ແຂວງ ດ້ຽນ​ບຽ​ນ, ຂົ້ວ​ໃຕ້​ສຸດແມ່ນ ແຫຼ​ມ ກາ​ເມົ​າ, ​ແຂວງ​ກ່າ​ເມົາ. ຖ້າ​ຫາກ​ມີ​ເວ​ລາ​​ເຊີນ​ເພື່ອນຢ້ຽມ​ຢາມ​ 4 ຂົ້ວ​ດັ່ງ​ກ່າວ​ຍ​້ອນ​ວ່າ​ທຳ​ມະ​ຊາດ​ຢູ່​ ​ສະ​ຖານ​ທີ່​​ເຫຼົ່າ​ນັ້ນ​ສວຍ​ງາມ​ທີ່​ສຸດ ທັງແມ່ນ​​ບ່ອນ​ທີ່ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ ຫຼາຍ​ຄົນນິຍົມ​ທີ່​ສຸດ.

 ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com.


ຕອບກັບ

ຂ່າວ/ບົດ​ອື່ນ