ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/05/1890 – 19/05/2020)

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດວິທະຍຸກະຈາຍສຽງຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍອີແມວ 271 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 35 ປະເທດ ແລະ ເຂດແຄ້ວນຄືແອັດສະປາຍອັງກິດຝຣັ່ງຍີ່ປຸ່ນລາວ

ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນ ໄດສົ່ງຈົດໝາຍມາຍັງລາຍການໂດຍແບ່ງປັນຄວາມຮູ້ສຶກກ່ຽວກັບວິທີຮັບມືກັບໂຄວິດ-19 ຂອງ ຫວຽດນາມ. ໃນລາຍການ ໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ໃນອາທິດຜ່ານມາ.

ເພື່ອນ ຕາແກ້ວ, ເພື່ອນ ຄຳແບງ ແລະ ເພື່ອນ ວັນທາ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ອາທິດຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຟັງລາຍການກະຈາຍສຽງພາກພາສາລາວ ທີ່ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບຊີວິດການເປັນຢູ່ ແລະ ພາລະກິດການປະຕິວັດປົດປ່ອຍຊາດ ຫວຽດນາມ ຂອງປະທານ ໂຮ່ຈີມິນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/05/1890 19/05/2020), ຫວຽດນາມ ຈະຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງຢ່າງແທດຈິງຫຍັງແດ່ ແລະ ຈັດຕັ້ງຢູ່ໃສ?

ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/05/1890 – 19/05/2020) - ảnh 1 ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/05/1890  19/05/2020)

ເພື່ອນ ຕາແກ້ວ, ເພື່ອນ ຄຳແບງ ແລະ ເພື່ອນ ວັນທາ ທີ່ຮັກແພງ! ຕາມພວກຂ້າພະເຈົ້າຮັບຮູ້ມາວ່າ: ພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄາດວ່າຈະດຳເນີນດ້ວຍ 9 ເຫດການໃຫຍ່. ໃນນັ້ນ, ມີ 5 ເຫດການໄດ້ຮັບການຖ່າຍທອດສົດທາງໂທລະພາບ. ໂດຍລະອຽດແມ່ນ ບາງການເຄື່ອນໄຫວຕົ້ນຕໍທີ່ຈະດຳເນີນໃນການສະເຫຼີມສະຫຼອງລວມມີ: ພິທີສະເຫຼີມສະຫຼອງລະດັບຊາດ ຄາດວ່າຈະຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 18 ພຶດສະພາ ໂດຍນະຄອນ ຮ່າໂນ້ຍ ເປັນເຈົ້າພາບຈັດຕັ້ງ, ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ບັນດາອົງການສຳນັກງານ, ຫົວໜ່ວຍທີ່ກ່ຽວຂ້ອງປະຕິບັດ. ພິເສດແມ່ນລາຍການຖ່າຍທອດສົດໂດຍມີການເຊື່ອມຕໍ່ຢູ່ 5 ສະຖານທີ່ແມ່ນ ຮ່າໂນ້ຍ, ຕວຽນກວາງ, ເງະອານ, ນະຄອນໂຮ່ຈີມິນ ແລະ ດົ່ງທ໊າບ ຄາດວ່າ ຈະດຳເນີນໃນຕອນຄ່ຳວັນທີ 19 ພຶດສະພາ. ນອກນັ້ນ ກໍ່ຈະດຳເນີນພິທີໄວ້ອາໄລ, ຖະຫວາຍທູບທຽນຢູ່ບັນດາເຂດປູຊະນີຍະສະຖານປະຫວັດສາດທີ່ຕິດພັນກັບປະທານໂຮ່ຈີມິນໃນທົ່ວປະເທດ.  ຫວັງວ່າ ພວກເພື່ອນຈະສະຫຼະເວລາ ເພື່ອຕິດຕາມບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ.

ໄລຍະຜ່ານມາ, ພວກຂ້າພະເຈົ້າເຄີຍຕິດຕາມຂໍ້ມູນຂ່າວຈາກໜັງສືພິມ, ວິທະຍຸຢູ່ພາຍໃນ ແລະ ຕ່າງປະເທດເປັນປະຈຳ. ພວກຂ້າພະເຈົ້າເຫັນວ່າ, ຫວຽດນາມ ໄດ້ມີຫລາຍມາດຕະການໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ, ທັນການ ແລະ ໝາກຜົນໃນເບື້ອງຕົ້ນຂອງ ຫວຽດນາມ ໄດ້ຮັບການຮັບຮູ້, ຕີລາຄາສູງຈາກປະຊາຄົມສາກົນ.” ນັ້ນແມ່ນບັນດາຄຳແບ່ງປັນຂອງເພື່ອນອາມິນຕາ ແລະ ເພື່ອນອານຸສິດ ທີ່ສົ່ງມາຍັງລາຍການໃນອາທິດຜ່ານມາ.

ເພື່ອນອາມິນຕາ ແລະ ເພື່ອນອານຸສິດ ທີ່ຮັກແພງ! ຕໍ່ໜ້າສິ່ງທ້າທາຍຈາກໂລກລະບາດໂຄວິດ-19, ຫວຽດນາມ ໄດ້ສຸມໃສ່ເຂົ້າບັນດາມາດຕະການທີ່ນອນໃນຄວາມສາມາດຄວບຄຸມຂອງຕົນ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຄົມສາກົນ. ຫວຽດນາມ ໄດ້ເລີ່ມເຄື່ອນໄຫວບັນດາຂໍ້ລິເລີ່ມ ເພື່ອສະກັດກັ້ນໄວຣັດ SARS-CoV-2 ນັບແຕ່ວັນທີ 01 ກຸມພາເປັນຕົ້ນມາ ໂດຍມີການນຳໃຊ້ບັນດາມາດຕະການ, ລວມມີການແຍກຕົວແບບບັງຄັບ 14 ມື້ ສຳລັບຜູ້ທີ່ເຂົ້າເມືອງ ແລະ ໂຈະບັນດາຖ້ຽວບິນທີ່ບິນໄປຕ່າງປະເທດທັງໝົດ, ແຍກຕົວຜູ້ຕິດເຊື້ອ ແລະ ຕິດຕາມຜູ້ທີ່ໄດ້ສຳຜັດກັບຜູ້ຕິດເຊື້ອ. ນອກຈາກນັ້ນ, ປະຊາຊົນ ຫວຽດນາມ ກໍ່ມີຈິດໃຈສາມັກຄີ, ເປັນເຈົ້າການ, ຕັ້ງໜ້າປ້ອງກັນ, ສະກັດກັ້ນໄວຣັດ SARS-CoV-2. ຕີລາຄາກ່ຽວກັບສິ່ງດັ່ງກ່າວ: ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ຫົວທີ, ລັດຖະບານ ຫວຽດນາມ ໄດ້ມີບັນດາມາດຕະການປ້ອງກັນ, ສະກັດກັ້ນໂຄວິດ-19 ໂດຍໄວ. ສິ່ງສຳຄັນແມ່ນ ຫວຽດນາມ ບໍ່ພຽງແຕ່ມີນະໂຍບາຍ, ມາດຕະການຖືກຕ້ອງເທົ່ານັ້ນ ແຕ່ຍັງມີນັກຊ່ຽວຊານ, ນັກວິທະຍາສາດ, ແພດໝໍເກັ່ງ ລ້ວນແຕ່ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະເທດຕ່າງໆໃນໂລກ ໃນການຮັບມືກັບໂລກລະບາດໂຄວິດ-19 ອີກດ້ວຍ. ນອກຈາກຄວາມມານະພະຍາຍາມຂອງ ຫວຽດນາມ ໃນວຽກງານປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວແລ້ວ, ຫວຽດນາມ ຍັງແບ່ງປັນແຫຼ່ງກຳລັງ, ບົດຮຽນ ແລະ ຊ່ວຍເຫຼືອບັນດາປະເທດອື່ນໆໃນໂລກຕື່ມອີກ. ທ່ານ ແສງເພັດ ຮຸ່ງບຸນຍວງ ໃຫ້ຮູ້ວ່າ:

ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (19/05/1890 – 19/05/2020) - ảnh 2 ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ

ທ່ານຜູ້ຟັງທີ່ເຄົາລົບ! ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງ ຍັງແຕ່ 2 ເດືອນກໍ່ຈະສິ້ນສຸດລົງແລ້ວ. ໃນໄລຍະຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຈົດໝາຍ, ອີແມວຫລາຍສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງລາວ ກໍ່ຄືຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ ສົ່ງມາຍັງລາຍການດ້ວຍເນື້ອໃນທີ່ແຕກຕ່າງກັນຫລາຍຢ່າງຄື: ລະບຽບການເສັງ, ວິທີສົ່ງບົດເສັງ, ເວລາຈັດຕັ້ງການເສັງແລະລາງວັນຕ່າງໆ. ສຸດທ້າຍນີ້ ພວກຂ້າພະເຈົ້າຂໍແນະນຳໂດຍຫຍໍ້ກ່ຽວກັບລາງວັນຂອງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”, ເຊີນທ່ານຕິດຕາມຮັບຟັງ.

  ລາງວັນມີຄື: ທ່ານຜູ້ຟັງ 3 ທ່ານທີ່ມີບົດເສັງດີທີ່ສຸດຈະໄດ້ຮັບເຊີນໃຫ້ໄປທ່ອງທ່ຽວຢູ່ຫວຽດນາມເປັນເວລາ 5 ວັນໂດຍບໍ່ເສຍຄ່າ. ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມການເສັງລ້ວນແຕ່ຈະໄດ້ຮັບໃບຢັ້ງຢືນ. ເພື່ອຊອກຮູ້ລາຍລະອຽດເພີ່ມເຕີມ, ເຊີນທ່ານຜູ້ຟັງເຂົ້າໄປເບິ່ງໃນເວັບໄຊ vovworld.vn ຫຼື vov5.vn ໃນລາຍການໂອ້ລົມກັບເພື່ອນລາວ, ຫວຽດນາມ - ລາວ. ຂໍອວຍພອນໃຫ້ບັນດາທ່ານເຂົ້າຮ່ວມການເສັງດ້ວຍຜົນສຳເລັດຢ່າງຈົບງາມ./.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ