ສານອວຍພອນປີໃໝ່ 2018 ຂອງທ່ານຫງວຽນເທ໋ກິ້ຜູ້ອຳນວຍການໃຫຍ່ VOV

(VOVWORLD) -ຂໍຮຽນບັນດາທ່ານຜູ້ຟັງ ແລະ ເພື່ອນມິດໃນທົ່ວໂລກທີ່ຮັກແພງ!

        ຂໍຮຽນພໍ່ແມ່ພີນ້ອງຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດ!

ສານອວຍພອນປີໃໝ່ 2018 ຂອງທ່ານຫງວຽນເທ໋ກິ້ຜູ້ອຳນວຍການໃຫຍ່ VOV  - ảnh 1

ຈາກ ຮ່າໂນ້ຍ - ນະຄອນຫຼວງຂອງປະເທດ ສສ ຫວຽດນາມ, ຂ້າພະເຈົ້າຂໍຝາກເຖິງບັນດາທ່ານຜູ້ຟັງ ແລະ ພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຄຳອວຍພອນປີໃໝ່ 2018 ຈົ່ງມີສຸຂະພາບເຂັ້ມແຂງ, ຜາສຸກ, ປະສົມຜົນສຳເລັດ! ອວຍພອນໃຫ້ມວມມະນຸດໄດ້ດຳລົງຊີວິດໃນທາມກາງສັນຕິພາບ, ມິດຕະພາບ, ການຮ່ວມມື, ການພັດທະນາ.

        ປີ 2017 ໄປຜ່ານພົ້ນໄປແລ້ວ ດ້ວຍຄວາມເບິກບານມ່ວນຊື່ນພ້ອມກັບບັນດາຄວາມວິຕົກວັງວົນ, ຄວາມມຸ່ງມາດປາດຖະໜາ. ສຳລັບ ຫວຽດນາມ ແລ້ວ, ນັ້ນແມ່ນປີທີ່ປະເທດພວກຂ້າພະເຈົ້າສຸມກຳລັງເພື່ອຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ຈາກການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ຕະຫຼອດຮອດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ. ທັງໝົດ 13 ຄາດໝາຍສຳຄັນເຊິ່ງສະພາແຫ່ງຊາດໄດ້ວາງອອກແຕ່ຕົ້ນປີລ້ວນແຕ່ບັນລຸ ແລະ ລື່ນກາຍ. ກ່ຽວກັບເສດຖະກິດ, ເສດຖະກິດມະຫາພາກໄດ້ຮັບປະກັນ,  GDP  ເພີ່ມຂຶ້ນ 6,81%. ກຳລັງຄວາມສາມາດແກ່ງແຍ້ງຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 5 ຂັ້ນ, ຢືນອັນດັບ 55/137. ດັດຊະນີຄວາມສະດວກເພື່ອດຳເນີນທຸລະກິດໃນປີ 2017 ຂອງ ຫວຽດນາມ ເພີ່ມຂຶ້ນ 14 ຂັ້ນ, ຢືນອັນດັບທີ 68 ໃນຈຳນວນ 190 ປະເທດ, ເຂດແຄ້ວນ. ຫຼາຍຂົງເຂດມີລະດັບເຕີບໂຕສູງ:  ວິສາຫະກິດກ່ວາ 127.000 ແຫ່ງໄດ້ສ້າງຕັ້ງໃໝ່; 2.591 ໂຄງການລົງທຶນຕ່າງປະເທດໃໝ່ໄດ້ຮັບໃບໜັງສືອະນຸຍາດດ້ວຍທຶນຈົດທະບຽນໃໝ່ ແລະ ເພີ່ມຂຶ້ນ ຄາດວ່າບັນລຸເກືອບ 30 ຕື້ USD, ທຶນປະຕິບັດບັນລຸລະດັບສະຖິຕິ 17,5 ຕື້ USD. ການສົ່ງອອກສິນຄ້າລື່ນກາຍລະດັບ 420 ຕື້ USD, ມູນຄ່າການສົ່ງອອກເກີນດຸນບັນລຸ 2,7 ຕື້ USD. ການສະສົມເງິນຕາຕ່າງປະເທດບັນລຸລະດັບສະຖິຕິ 51,5 ຕື້ USD. ດັບຊະນີການໃຊ້ສອຍ (CPI) ສະເລ່ຍເພີ່ມຂຶ້ນ 3,53% ເມື່ອທຽບໃສ່ປີ 2016. ຫລຸດຜ່ອນລະບຽບການບໍລິຫານໄດ້ 5.000 ຢ່າງ. ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕໄດ້ເສີມຂະຫຍາຍປະສິດທິຜົນໃນເບື້ອງຕົ້ນ, ຄ່ອຍໆຫລຸດຜ່ອນການອີງໃສ່ການຂຸດຄົ້ນຊັບພະຍາກອນທຳມະຊາດ. ອຸດສາຫະກຳ, ກະສິກຳ, ການບໍລິການພັດທະນາຕາມທິດໝູນໃຊ້ເຕັກໂນໂລຢີສູງ, ເພີ່ມທະວີການຮ່ວມມື, ຮ່ວມສຳພັນ, ເປັນມິດກັບສິ່ງແວດລ້ອມ.

        ປີຜ່ານມາ, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນໄດ້ເກືອບ 13 ລ້ານເທື່ອຄົນ; ກິດຈະການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດບັນລຸໝາກຜົນເປັນໜ້າສົ່ງເສີມ. ສິດທິມະນຸດສືບຕໍ່ໄດ້ຮັບການຢັ້ງຢືນ ແລະ ໄດ້ຮັບຖືເປັນສຳຄັນ. ພາລະກິດປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາສະພາບແວດລ້ອມສັນຕິພາບເພື່ອພັດທະນາປະເທດໄດ້ຮັບການຍູ້ແຮງ.

        ກ່ຽວກັບຂົງເຂດວັດທະນະທຳ, ສັງຄົມ, ພວກເຮົາຈັດຕັ້ງບັນດາເຫດການສຳຄັນຂອງປະເທດຊາດປະສົມຜົນສຳເລັດ.

        ຂັບຈ່ອຍ, ຂັບຊວານ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າເປັນມໍລະດົກບໍ່ມີຮູບຮ່າງ ເປັນຕົນແທນໃຫ້ມວນມະນຸດ. ຄະນະນັກກິລາ ຫວຽດນາມ ຍາດໄດ້ 169 ຫຼຽນລາງວັນ, ຢືນທີ 3 ໃນທົ່ວຄະນະນັກກິລາໃນ SEA Games 29. ຄະນະນັກກິລາຄົນພິການ ຫວຽດນາມ ເປັນຄັ້ງທີ 2 ຢືນອັນດັບທີ 4 ທົ່ວຄະນະນັກກິລາໃນງານມະຫາກຳ Para Games.

        ປີ 2017, ຫວຽດນາມ ໄດ້ຈັດກອງປະຊຸມສຸດຍອດຄັ້ງທີ 25 ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC 25) ປະສົມຜົນສຳເລັດ. ການຈັດຕັ້ງປີ APEC 2017 ໄດ້ສະແດງໃຫ້ເຫັນບົດບາດຂອງ ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ພ້ອມທັງສະແດງໃຫ້ເຫັນບັນດາການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນການຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນຂອງພາກພື້ນ.

        ປີຜ່ານມາ, ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືຫຼາຍດ້ານກັບຫຼາຍປະເທດ, ຫຼາຍອົງການສາກົນ; ບັນດາສັນຍາການຄ້າເສລີກັບສະຫະພັນເສດຖະກິດ ອາຊີ - ເອີລົບ (EAUA) ຖືກຍູ້ແຮງ, ເພີ່ມທະວີການພົວພັນການຄ້າ, ການລົງທຶນ ແລະ ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ. ສັນຍາການຄ້າເສລີກັບ ສ. ເກົາຫຼີ ມີຜົນສັກສິດ 2 ປີຜ່ານມາໄດ້ປະກອບສ່ວນຍົກລະດັບການພົວພັນເສດຖະກິດລະຫວ່າງ 2 ປະເທດ. ພ້ອມນັ້ນ, ຫວຽດນາມ ກໍ່ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມການສ້າງປະຊາຄົມ ອາຊຽນ; ເພີ່ມທະວີການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງຄື: ລາວ, ກຳປູເຈຍ, ກັບບັນດາປະເທດໃຫຍ່ຄື: ຈີນ, ອາເມລິກາ, ລັດເຊຍ, ຍີ່ປຸ່ນ, ອິນເດຍ…

        ການພົວພັນແບບເລືອດເນື້ອລະຫວ່າງປະເທດຊາດ ຫວຽດນາມ ກັບພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຮັບການຮັດແໜ້ນ, ພໍ່ແມ່ປະຊາຊົນພວກເຮົາແມ່ນພາກສ່ວນໜຶ່ງທີ່ຮັກແພງຂອງບ້ານເກີດເມືອງນອນ, ກົກເຄົ້າເຫງົ້າກໍ.

        ດ້ວຍຖານະເປັນອົງການສື່ສານແຖວໜ້າຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ, ພິເສດແມ່ນ ລະບົບກະຈາຍສຽງພາສາຕ່າງປະເທດ VOV5, ຍາມໃດກໍ່ເອກອ້າງທະນົງໃຈໄດ້ເປັນຂົວເຊື່ອມຕໍ່ຄວາມຮັກແພງຢ່າງໝັ້ນຄົງລະຫວ່າງ ຫວຽດນາມ ແລະ ໂລກ, ລະຫວ່າງປະເທດຊາດ ແລະ ພໍ່ແມ່ປະຊາຊົນ.

        VOV ຂໍຂອບໃຈບັນດາທ່ານຜູ້ຟັງຊາວຕ່າງປະເທດ, ພໍ່ແມ່ປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດ ໄດ້ສະໜິດຕິດພັນກັບ VOV, ກັບບັນດາລາຍການ, ກະຈາຍສຽງຂອງ VOV ແຕ່ຫຼາຍປີມານີ້, ປະກອບຄຳເຫັນເພື່ອໃຫ້ VOV ຍົກສູງຄຸນນະພາບທາງດ້ານເນື້ອໃນ, ວິທີການ, ຂອບເຂດການອອກອາກາດ.

        ຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກແພງຂອງທຸກໆທ່ານ, ຂອງພໍ່ແມ່ປະຊາຊົນ ຍາມໃດກໍ່ແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງເພື່ອໃຫ້ພວກຂ້າພະເຈົ້າສູ້ຊົນປັບປຸງໃຫ້ສົມບູນແບບ, ເພື່ອກາຍເປັນເພື່ອນທີ່ສະໜິດສະໜົມ, ໄວ້ເນື້ອເຊື່ອໃຈຂອງບັນດາທ່ານຜູ້ຟັງ ແລະ ເພື່ອນມິດທັງຫຼາຍ.

        ອວຍພອນປີໃໝ່ 2018 ຈົ່ງປະສົບຄວາມໂຊກດີ, ຄວາມຜາສຸກ, ຜົນສຳເລັດນາໆປະການ!

ຕອບກັບ

ຂ່າວ/ບົດ​ອື່ນ