ແນະນໍາການຕອບຄໍາຖາມເຊິ່ງທ່ານຜູ້ຟັງຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -                ອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ VOV ໄດ້ຮັບຈົດໝາຍ, ອີແມວ ຫຼາຍສະບັບຈາກທ່ານຜູ້ຟັງ, ຜູ້ອ່ານທີ່ໄດ້ຝາກເຖິງລາຍການ ໂດຍແບ່ງປັນຄວາມຮູ້ສຶກເມື່ອຮັບຊົມບັນດາຄໍລໍາທີ່ໄດ້ລົງໃນເວັບໄຊ vovworld.vn ພ້ອມດ້ວຍບັນດາຄໍາຖາມທີ່ກ່ຽວຂ້ອງເຖິງສາຍພົວພັນລະຫວ່າງ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບຄໍາຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານທີ່ໄດ້ຝາກມາລາຍການ.

      ເພື່ອນ ອຸເທ ສີບຸນເຮືອງ, ຢູ່ແຂວງ ຫຼວງນໍ້າທາ ໄດ້ແບ່ງປັນວ່າ: ຂ້າພະເຈົ້າມັກຮັບຊົມ ວີດີໂອ ໄປທ່ອງທ່ຽວລະດູບານໃໝ່ປີ 2019 ທີ່ທາງລາຍການໄດ້ລົງໃນເວັບໄຊ vovworld.vn. ໃນວີດີໂອນີ້, ແຂກທ່ອງທ່ຽວໄດ້ຫຼິ້ນລົດໄຟລອຍຟ້າແບບພະຈົນໄພພໍສົມຄວນ ແຕ່ກໍຄັກຫຼາຍ. ຂ້າພະເຈົ້າກໍຢາກໄດ້ຫຼິ້ນເທື່ອໜຶ່ງ.

                ແມ່ນແລ້ວເພື່ອນ ອຸເທ, ນີ້ແມ່ນເຕັກໂນໂລຢີ ໂດຍນັກວິສະວະກອນຊາວ ເຢຍລະມັນ ມາກໍ່ສ້າງ. ເບິ່ງຄືວ່າອັນຕະລາຍ ແຕ່ປອດໄພ ແລະ ດຶງດູດແຂກທ່ອງທ່ຽວມາຫຼິ້ນເປັນຈໍານວນຫຼວງຫຼາຍ. ເຊີນເພື່ອນ ອຸເທ ມາທ່ຽວຊົມ ດ່າລາດ ແລະ ລອງຫຼິ້ນລົດລອຍຟ້າຢູ່ນໍ້າຕົກຕາດ Datanla ເບິ່ງເດີ.

                ເພື່ອນ ເຂັມພອນ ນັກສຶກສາປີທີ 3, ພະແນກອັກສອນສາດ ແລະ ວັດທະນະທໍາລາວ ມະຫາວິທະຍາໄລແຫ່ງຊາດລາວ ແບ່ງປັນວ່າ: ນ້ອງເຫັນວ່າ ລະດູບານໃໝ່ຢູ່ຫວຽດນາມ ງາມຫຼາຍ ແລະ ມີການເຄື່ອນໄຫວຫຼາຍຢ່າງທີ່ຟົດຟື້ນມ່ວນຊື່ນ. ໃນເວັບໄຊຂອງລາຍການໄດ້ລົງຂ່າວ ແລະ ບົດກ່ຽວກັບງານບຸນຕ່າງໆ ມວ່ນຫຼາຍ, ມີຮູບພາບຕົ້ນໄມ້ໃບຫຍ້າປົ່ງດອກອອກໜໍ່, ທິວທັດທໍາມະຊາດພູຜາປ່າໄມ້ເຂດຕາເວັນຕົກສ່ຽງເໜືອ ປະທັບໃຈທີ່ສຸດ.

                ເພື່ອນ ຈິ້ງທິຮ່ຽນ ເປັນຄູສອນຢູ່ມະຫາວິທະຍາໄລດ້າຍນາມ ເຄີຍໄປທ່ອງທ່ຽວຢູ່ລາວເທື່ອໜຶ່ງແລ້ວ, ໄດ້ສົ່ງຂໍ້ຄວາມມາຫາລາຍການ ໂດຍຖາມວ່າ: ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບປະເທດລາວທີ່ສຸດ. ຂ້າພະເຈົ້າຢາກກັບໄປຢ້ຽມຢາມປະເທດລ້ານຊ້າງແຫ່ງນີ້ ໃນໂອກາດ ບຸນປີໃໝ່ລາວອີກ. ຂ້າພະເຈົ້າຢາກຮູ້ວ່າ ບຸນປີໃໝ່ລາວປີນີ້ ຈະກົງກັບຊຸມວັນໃດ?

                ເພື່ອນ ຈິ້ງທິຮ່ຽນ ທີ່ຮັກແພງ, ບຸຸນປີໃໝ່ລາວປີນີ້ ຈະກົງກັບວັນທີ 14 ຫາວັນທີ 17 ກຸມພາ ໄລ່ຕາມຈັນທະປະຕິທິນ. ເພື່ອຊອກຮູ້ກ່ຽວກັບວັດທະນະທໍາຂອງປະເທດລ້ານຊ້າງນີ້, ບຸນປີໃໝ່ລາວ ແມ່ນຊ່ວງເວລາທີ່ເໝາະສົມທີ່ສຸດ ສໍາລັບແຂກທ່ອງທ່ຽວ. ທາງລາຍການ ຂໍອວຍພອນໃຫ້ເພື່ອນ ຈົ່ງມີການຄົ້ນຫາທີ່ມ່ວນຊື່ນ ແລະ ມີອະນຸສອນຫຼາຍຢ່າງທີ່ຍາກຫຼົງລືມໄດ້ກ່ຽວກັບປະເທດທີ່ສວຍງາມນີ້.

                ເພື່ອນ ເລະ ສຸດທິຈັກ ພວມເຮັດວຽກຢູ່ ຫ້ອງການສຶກສາ ເມືອງປາກເຊ ແຂວງ ຈໍາປາສັກ ໄດ້ສົ່ງຂໍ້ຄວາມຜ່ານທາງເຟັດບຸກ ເຖິງລາຍການ ໂດຍມີເນື້ອໃນວ່າ: ຂອບໃຈບັນນາທິການລາຍການກະຈາຍສຽງພາກພາສາລາວ ທີ່ໄດ້ລົງຂ່າວ ແລະ ບົດ ກ່ຽວກັບການຢ້ຽມຢາມສັນຖະວະໄມຕີ ລາວ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ. ຂ້າພະເຈົ້າໄດ້ຮັບຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 09 ສະບັບ. ຂ້າພະເຈົ້າຫວັງວ່າ ບັນນາທິການລາຍການກະຈາຍສຽງພາກພາສາລາວ ຈະເວົ້າແຈ້ງກວ່າ ກ່ຽວກັບເອກະສານ 9 ສະບັບດັ່ງກ່າວ. ຂໍຂອບໃຈ!

ແນະນໍາການຕອບຄໍາຖາມເຊິ່ງທ່ານຜູ້ຟັງຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 1  ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ເປັນສັກຂີພິຍານ ພິທີລົງນາມເອກະສານຮ່ວມມື 09 ສະບັບ (ພາບ: TTXVN)

                ເພື່ອນ ເລະ ສຸດທິຈັກ ທີ່ຮັກແພງ, ຂອບໃຈເພື່ອນທີ່ໄດ້ຕິດຕາມຂ່າວ ແລະ ບົດໃນເວັບໄຊ vovworld.vn ຂອງພວກເຮົາ ແລະສົ່ງຂໍ້ຄວາມມາຫາລາຍການ. ພາຍຫຼັງສິ້ນສຸດການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ເປັນສັກຂີພິຍານ ພິທີລົງນາມເອກະສານຮ່ວມມື 09 ສະບັບ ລະຫວ່າງ ກະຊວງ, ຂະແໜງການ ບາງແຫ່ງຂອງສອງປະເທດ, ເຊິ່ງລະອຽດດັ່ງນີ້:

1.      ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນ ລາວ ໄລຍະ 2019 – 2020;

2.          ສັນຍາວ່າດ້ວຍການຮ່ວມມືດ້ານການເງິນ ລະຫວ່າງ ລັດຖະບານຫວຽດນາມ ແລະ ລັດຖະບານລາວ; ສັນຍາວ່າດ້ວຍການຮ່ວມມືພັດທະນາບັນດາໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່ ລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ;

3.          ຂໍ້ຕົກລົງວ່າດ້ວຍການກໍ່ສ້າງ ແລະ ຜັນຂະຫຍາຍເສັ້ນທາງລົດໄຟ ຫວູງອ໊າງ - ວຽງຈັນ ລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ;

4.          ບົດບັນທຶກຊ່ວຍຈໍາ ວ່າດ້ວຍການເພີ່ມທະວີການຮ່ວມມືລະຫວ່າງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ລາວ ໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ອະນຸລັກຊີວະນານາພັນ.

5.          ບົດບັນທຶກມອບ - ສົ່ງໂຄງການສ້າງຖານຂໍ້ມູນພູມສັນຖານຮັບໃຊ້ການວາງແຜນຜັງພັດທະນາເສດຖະກິດ - ສັງຄົມ ແລະ ຕິດຕາມກວດກາຊັບພະຍາກອນສິ່ງແວດລ້ອມ ລະຫວ່າງກະຊວງຊັບພະຍາກອນ - ສິ່ງແວດລ້ອມ ຫວຽດນາມ ແລະ ກະຊວງພາຍໃນລາວ.

6.          ບົດບັນທຶກການຮ່ວມມືວ່າດ້ວຍການຈັດຕັ້ງຜັນຂະຫຍາຍໂຄງການລົງທຶນປ່ຽນໃໝ່ອຸປະກອນເຕັກໂນໂລຢີ ໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ ລະຫວ່າງ ກະຊວງ ຖະແຫລງຂ່າວ ວັດທະນະທຳ - ທ່ອງທ່ຽວລາວ ແລະ ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ.

7.          ບົດບັນທຶກມອບ-ຮັບໂຄງການກໍ່ສ້າງສູນບໍລິການເຕັກນິກກະສິກໍາ ແຂວງຫົວພັນ ລະຫວ່າງ ລັດຖະບານ ລາວ ແລະ ຫວຽດນາມ.

8.          ຂໍ້ຕົກລົງຜັນຂະຫຍາຍໂຄງການບູລະນະປະຕິສັງຂອນເຂດປູຊະນີີຍະສະຖານປະທານໂຮ່ຈີມິນ ຢູ່ບ້ານຊຽງວາງ, ເມືອງໜອງບົກ, ແຂວງ ຄໍາມ່ວນ ລະຫວ່າງຄະນະຮັບຜິດຊອບຫໍພິພິທະພັນ ໄກສອນ ພົມວິຫານ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ;

9.          ຂໍ້ຕົກລົງວ່າດ້ວຍການຜັນຂະຫຍາຍໂຄງການເພີ່ມທະວີກໍາລັງຄວາມສາມາດໃນການຄົ້ນຄວ້າ ແລະ ຜັນຂະຫຍາຍເຕັກໂນໂລຢີ ໃຫ້ແກ່ສະຖາບັນຄົ້ນຄວ້າແຫ່ງຊາດລາວ ລະຫວ່າງ ສະຖາບັນວິທະຍາສາດແຫ່ງຊາດລາວ ແລະ ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນບາງຈົດໝາຍ ແລະ ຄຳຕອບ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ