ແນະນໍາກ່ຽວກັບລະບົບການສຶກສາພື້ນຖານຂອງ ຫວຽດນາມ

(VOVWORLD) -ໃນອາທິດຜ່ານມາ, ພະແນກບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ ວິທະຍຸກະຈາຍສຽງຫວຽດນາມ (VOV5) ແລະ ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວທັງໝົດ 321 ສະບັບ ຈາກທ່ານຜູ້ຟັງຢູ່ 35 ປະເທດ ແລະ ເຂດແຄວ້ນ. ນອກຈາກບັນດາບົດເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”, ການຕີລາຄາສູງຕໍ່ຜົນງານຂອງຫວຽດນາມໃນການຕໍ່ສູ້ກັບໂລກລະບາດໂຄວິດ - 19 ແລ້ວ, ພວກຂ້າພະເຈົ້າ ຍັງໄດ້ຮັບຄໍາຖາມຫຼາຍຂໍ້ທີ່ກ່ຽວຂ້ອງເຖິງຂະແໜງການສຶກສາຂອງ ຫວຽດນາມ.  ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາຍັງລາຍການພາກພາສາລາວເວົ້າສະເພາະ ແລະ VOV5 ເວົ້າລວມ ໃນອາທິດຜ່ານມາ.

ຈາກນະຄອນຫຼວງ ວຽງຈັນ, ເພື່ອນ ດາວວັນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຍັງລາຍການພາກພາສາລາວ ໂດຍສະແດງຄວາມໃນໃຈວ່າ: ຂອບໃຈລາຍການທີ່ໄດ້ແນະນໍາ ແລະ ສົ່ງປຶ້ມທີ່ມີຊື່ວ່າ ທໍ່ຕູ້ ຢາໄຊຈູ ຂອງນັກປະພັນ ຫງວຽນກວາງວິງ ໃຫ້ແກ່ຂ້າພະເຈົ້າ. ປຶ້ມຫົວນີ້ຄັກຫຼາຍ, ມັນໄດ້ຊ່ວຍໃຫ້ຂ້າພະເຈົ້າຮູ້ຂໍ້ມູນທີ່ເປັນປະໂຫຍດຫຼາຍຢ່າງກ່ຽວກັບທ່ານ ທໍ່ຕູ້ ຢາໄຊຈູ ເຊິ່ງຄົນລາວຄືຂ້າພະເຈົ້າເອງຍັງບໍ່ຮູ້ມາກ່ອນ.

ສ່ວນໃນຈົດໝາຍຂອງເພື່ອນ Mery Bonalds Navarro ມາຈາກ ກູບາ ໄດ້ຂຽນວ່າ: “ຂ້າພະເຈົ້າມີຄວາມປະທັບໃຈຕໍ່ປະຊາຊົນ ຫວຽດນາມ ຫຼາຍ. ພວກເພື່ອນໄດ້ບັນລຸຜົນສໍາເລັດຫຼາຍຢ່າງພາລະກິດພັດທະນາປະເທດຊາດ. ສິ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈ ແລະ ເຄົາລົບນັບຖືທີ່ສຸດ ນັ້ນແມ່ນ ພວກເພື່ອນຍາມໃດກໍມີຄວາມກ້າຫານ ແລະ ມີຄວາມເຊື່ອໝັ້ນຕໍ່ໂລກທີ່ສວຍງາມກວ່າ ຜ່ານການຍູ້ແຮງການເຕີບໂຕເສດຖະກິດ, ປະກອບສ່ວນສ້າງສາປະເທດ ຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງກວ່າ, ສວຍງາມກວ່າໃນທຸກຂົງເຂດຂອງຊີວິດສັງຄົມ. ໃນສະພາບການທີ່ເກີດໂລກລະບາດໂຄວິດ - 19, ພວກເພື່ອນຄວບຄຸມໂລກລະບາດໄດ້ເປັນຢ່າງດີ ໃນຕະຫຼອດໄລຍະກວ່າ 3 ເດືອນຜ່ານມາ, ໂດຍບໍ່ມີກໍລະນີຕິດເຊື້ອໃນຊຸມຊົນ ແລະ ເຖິງວ່າ ໃນປັດຈຸບັນ, ໂລກລະບາດໄດ້ກັບຄືນມາລະບາດຮອບໃໝ່ກໍຕາມ,  ແຕ່ພວກເພື່ອນກໍມີວິທີຄວບຄຸມໂລກລະບາດ”.

ແນະນໍາກ່ຽວກັບລະບົບການສຶກສາພື້ນຖານຂອງ ຫວຽດນາມ  - ảnh 1ການສອບເສັງຈັບຊັ້ນມັດທະຍົມຕອນປາຍປີ 2020

ເພື່ອນ Bouzedoudja ຢູ່ ອານເຊຣີ ຢາກຮູ້ຂໍ້ມູນເພີ່ມເຕີມວ່າບັນດາການສອບເສັງຂອງນັກຮຽນ ຫວຽດນາມ ໃນປີ 2020 ຖືກຜົນສະທ້ອນຄືແນວໃດຈາກໂລກລະບາດໂຄວິດ - 19?

ເພື່ອນ Bouzedoudja ທີ່ຮັກແພງ! ໃນໄລຍະທີ 1 ຂອງໂລກລະບາດໂຄວິດ - 19, ຫວຽດນາມ ຄວບຄຸມໂລກລະບາດໄດ້ເປັນຢ່າງດີ ແລະ ບໍ່ກວດພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນໃນຕະຫຼອດໄລຍະເວລາ 3 ເດືອນ. ເພາະສະນັ້ນ, ການເສັງຕ່າງໆຂອງນັກຮຽນຊັ້ນປະຖົມ, ຊັ້ນມັດທະຍົມຕອນຕົ້ນ ແລະ ນັກຮຽນຫ້ອງ ມ5 ແລະ ມ6 ຂອງຊັ້ນມັດທະຍົມຕອນປາຍ ແມ່ນຍັງໄດ້ດໍາເນີນໄປເປັນປົກກະຕິ. ເຖິງຢ່າງໃດກໍຕາມ, ເມື່ອກວດພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນຢູ່ນະຄອນ ດ່າໜັງ ໃນກາງເດືອນກໍລະກົດຜ່ານມາ ແລະ ໄດ້ແຜ່ລາມອອກສູ່ບາງແຂວງ, ນະຄອນຄື ກວ໋າງນາມ, ຮ່າໂນ້ຍ, ຫ໋າຍເຢືອງ ໄດ້ສ່ົງຜົນກະທົບຫຼາຍພໍສົມຄວນເຖິງການຈັດຕັ້ງສອບການເສັງຈົບຊັ້ນມັດທະຍົມຕອນປາຍຢູ່ຫວຽດນາມ. ໄລ່ຮອດຈຸດເວລານີ້, ການສອບເສັງຈົບຊັ້ນມັດທະຍົມຕອນປາຍຂອງໂຮງຮຽນແຫ່ງຕ່າງໆຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ສິ້ນສຸດລົງຢ່າງຈົບງາມ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ເຂົ້າຮ່ວມການສອບເສັງ. ເວັ້ນເສຍແຕ່ ນະຄອນດ່າໜັງ ແລະ ໂຮງຮຽນແຫ່ງຕ່າງໆຢູ່ 6 ນະຄອນ, ເທດສະບານ, ເມືອງ ຂອງແຂວງກວ໋າງນາມ ແລະ ບັນດານັກຮຽນໄດ້ສໍາຜັດໃກ້ກັບຜູ້ຕິດເຊື້ອ (F1, F2) ໃນທົ່ວປະເທດ ຈະໄດ້ຈັດຕັ້ງການສອບເສັງງວດທີ 2 ຂຶ້ນ ພາຍຫຼັງໂລກລະບາດໄດ້ຮັບການຄວບຄຸມ.

ກໍ່ກ່ຽວຂ້ອງເຖິງຂະແໜງການສຶກສາ, ເພື່ອນ Shivendu Paul ມາຈາກ ອິນເດຍ ໄດ້ສົ່ງຈົດໝາຍມາຍັງ VOV5 ດ້ວຍຄວາມປາດຖະໜາຢາກຊອກຮູ້ກ່ຽວກັບລະບົບການສຶກສາຂອງ ຫວຽດນາມ.

ເພື່ອນ Shivendu Paul  ທີ່ຮັກແພງ! ລະບົບການສຶກສາພື້ນຖານຂອງຫວຽດນາມ ມີລະອຽດຄືດັ່ງນີ້:

-      ການສຶກສາຊັ້ນອະນຸບານ: ແມ່ນຊັ້ນສຶກສາທໍາອິດຂອງລະບົບການສຶກສາຫວຽດນາມ ທີ່ສະຫງວນໃຫ້ແກ່ເດັກມີອາຍຸແຕ່ 3 -  6 ປີ.

-      ການສຶກສາຂຶ້ນພື້ນຖານ: ສຶກສາບັນດາວິຊາຄວາມຮູ້ພື້ນຖານກ່ຽວກັບໄວຍາກອນພາສາ ຫວຽດ, ວັນນະຄະດີ - ສິລະປະ, ວິທະຍາສາດທໍາມະຊາດ - ສັງຄົມ, ພາສາຕ່າງປະເທດ ເຊິ່ງໄດ້ແກ່ຍາວເປັນເວລາ 12 ປີ ແລະ  ໄດ້ແບ່ງເປັນ 3 ຊັ້ນ: ຊັ້ນ 1  - ຊັ້ນປະຖົມ, ແຕ່ ປ1 ຫາ ປ5; ຊັ້ນ 2 - ມັດທະຍົມຕອນຕົ້ນ. ສອງຊັ້ນດັ່ງກ່າວແມ່ນການສຶກສາແບບບັງຄັບສໍາລັບພົນລະເມືອງຫວຽດນາມ. ຊັ້ນທີ 3 ຫຼື ມັດທະຍົມຕອນປາຍ ແມ່ນແຕ່ ມ5 - ມ7, ສໍາລັບນັກຮຽນທີ່ຢາກຮຽນຕໍ່ຊັ້ນກາງ, ວິທະຍາໄລ ຫຼື ມະຫາວິທະຍາໄລ ແລະ ການສຶກສາເໜືອມະຫາວິທະຍາໄລ ແມ່ນຕ້ອງຮຽນ ແລະ ເສັງຈົບຊັ້ນ ມັດທະຍົມຕອນປາຍ.

-      ການສຶກສາເໜືອມະຫາວິທະຍາໄລ: ແມ່ນການສຶກສາລົງເລິກຂະແໜງການໂດຍສະເພາະ, ເຊິ່ງໄດ້ແບ່ງອອກເປັນ 3 ລະດັບຄື: ຊັ້ນກາງ, ສອນວິຊາຊີບ; ວິທະຍາໄລ; ມະຫາວິທະຍາໄລ.

-      ການສຶກສາຫຼັງມະຫາວິທະຍາໄລ:

+ ປະລິນຍາໂທ: ປົກກະຕິໄລຍະການສຶກສາຈະແກ່ຍາວເປັນເວລາ 3 ປີ, ອາດຈະແກ່ຍາວກວ່າ ຫຼື ສັ້ນກວ່າ ແລ້ວແຕ່ການກໍານົດຂອງແຕ່ລະຂະແໜງການສະເພາະ ແລະ ຮາກຖານການສຶກສາ.

+ ປະລິນຍາເອກ: ແມ່ນການສຶກສາຂັ້ນສູງສຸດຢູ່ຫວຽດນາມ ໃນປັດຈຸບັນ. ຜູ້ທີ່ເຂົ້າຮ່ວມການສຶກສານີ້ໄດ້ເອີ້ນວ່າ ນັກຄົ້ນຄວ້າ. ການຄົ້ນຄວ້າຈະແກ່ຍາວເປັນເວລາ 4 ປີ ສໍາລັບນັກຄົ້ນຄວ້າທີ່ມີໃບປະກາດສະນີຍະບັດປະລິນຍາຕີ ຫຼື ນັກວິສະວະກອນ ແລະ 3 ປີ  ສໍາລັບຜູ້ມີໃບປະກາດສະນີຍະບັດປະລິນຍາໂທ. ພາຍຫຼັງສໍາເລັດການຄົ້ນຄວ້າ ແລະ ເມື່ອປ້ອງກັນວິທະຍານິພົນຢ່າງສໍາເລັດຜົນແລ້ວ, ນັກຄົ້ນຄວ້າຈະໄດ້ຮັບໃບປະກາດສະນີຍະບັດປະລິນຍາເອກ.

ຂອບໃຈເພື່ອນທີ່ໄດ້ມີຄວາມສົນໃຈເຖິງລະບົບການສຶກສາຂອງຫວຽດນາມ. ພວກຂ້າພະເຈົ້າກໍຢາກຮູ້ກ່ຽວກັບລະບົບການສຶກສາຂອງປະເທດຂອງເພື່ອນເຊັ່ນດຽວກັນ. ຫວັງວ່າ, ເພື່ອນຈະແນະນໍາໃຫ້ແກ່ພວກຂ້າພະເຈົ້າ ໃນຈົດໝາຍສະບັບຕໍ່ໄປ.

ໄລ່ຮອດປັດຈຸບັນ, ລາຍການພາກພາສາລາວ ໄດ້ຮັບບົດເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ຈໍານວນ 10 ບົດ ຈາກທ່ານຜູ້ຟັງ, ຜູ້ອ່ານ: ສົມພະວັນ ມະວົງໄຊ, ບຸນຕຽງ ຈັນທະວົງ, ຈັນທະສອນ ສີຫານາດ, ພອນຄໍາ ສີສົງຄາມ, ພຸມພິທັດ ອຸປະເສີດ, ກິກສະໜາ ສຸທໍາມະວົງ, ທິບພະວັນ ບຸນຈັນ, ສຸດທິດາ, ບຸດສະດີ ຕິລິຈັນໂທ, ແລະ ເພື່ອນ ພູມາໄລພອນ. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທຸກໆທ່ານທີ່ໄດ້ຕອບສະໜອງ ແລະ ເຂົ້າຮ່ວມການເສັງດັ່ງກ່າວ. ພວກຂ້າພະເຈົ້າ ຈະສືບຕໍ່ຮັບບົດເສັງໄປຮອດວັນທີ 31 ສິງຫາ. ສະນັ້ນ, ຜູ້ຟັງ, ຜູ້ອ່ານທ່ານໃດທີ່ຍັງບໍ່ທັນສົ່ງບົດມາຫາລາຍການ ຈົ່ງຮີບຟ້າວເຮັດໃຫ້ສໍາເລັດ ແລະ ສົ່ງມາຫາລາຍການຂອງພວກເຮົາ ຕາມທີ່ຢູ່ ອີແມວ  laovov5@gmail.com  ເພື່ອຮັບຂອງຂວັນທີ່ໜ້າຈັບໃຈຈາກຄະນະຈັດຕັ້ງ. ລາຍການໂອ້ລົມກັບເພື່ອນລາວ ຂໍສິ້ນສຸດລົງພຽງເທົ່ານີ້. ທຸກຄໍາເຫັນປະກອບ ຈົ່ງຝາກມາຕາມທີ່ຢູ່: ລາຍການພາກພາສາລາວ, ເຮືອນເລກທີ 45, ຖະໜົນບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ: laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄໍາຕິຊົມໃນເວັບໄຊ vovwolrd.vn.  

ຕອບກັບ

ຂ່າວ/ບົດ​ອື່ນ