ແນະ​ນຳ​ຂົວ​ຜ່ານ​ແມ່​ນ້ຳ​ແດງ​ໃນ​ຂອບ​ເຂດ​ບໍ​ລິ​ເວນນ​ະ​ຄອນຫຼວງ ຮ່າ​ໂນ້ຍ

(VOVWORLD) - ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 243 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 43 ປະເທດ ແລະ ເຂດແຄ້ວນ.

 ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 04 ສະບັບ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ຶ້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.  

ແນະ​ນຳ​ຂົວ​ຜ່ານ​ແມ່​ນ້ຳ​ແດງ​ໃນ​ຂອບ​ເຂດ​ບໍ​ລິ​ເວນນ​ະ​ຄອນຫຼວງ ຮ່າ​ໂນ້ຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ເປີດສາກລາຍການຕອບຄຳຖາມມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນອີແມວຂອງ ເພື່ອນ ແສງເພັດ, ແຂວງ ວຽງຈັນ, ເພື່ອນໄດ້ຂຽນວ່າ: “ຫວ່າງແລ້ວນີ້, ເມື່ອອ່ານຂ່າວຄາວໃນລາຍການຂອງພວກເພື່ອນ, ຂ້າພະເຈົ້າພົບເຫັນປະໂຫຍກທີ່ວ່າ “ການປະຕິວັດອຸດສາຫະກຳ 4.0”. ຂ້າພະເຈົ້າຢາກຮູ້ຄວາມໝາຍລະອຽດຂອງປະໂຫຍກນີ້. ນອກຈາກນັ້ນ, ຂ້າພະເຈົ້າຍັງມີຄວາມສົນໃຈເຖິງປະໂຫຍກທີ່ວ່າ “ລັດຖະບານສ້າງສັນ”, ເຊິ່ງການນຳ ຫວຽດນາມ ເຄີຍນຳໃຊ້ໃນຊຸມປີມານີ້. ຂໍຂອບໃຈ.”

ເພື່ອນ ແສງເພັດ ທີ່ຮັກແພງ, ຕາມ Gartner - ເຊິ່ງແມ່ນບໍລິສັດຄົ້ນຄ້ວາ ແລະ ໃຫ້ຄຳປຶກສາດ້ານເຕັກໂນໂລຊີຂໍ້ມູນຂ່າວສານແຖວໜ້າຂອງໂລກ ໃຫ້ນິຍາມກ່ຽວກັບການປະຕິວັດອຸດສາຫະກຳ 4.0 (ຫຼືເອີ້ນວ່າການປະຕິວັດອຸດສາຫະກຳຄັ້ງທີ 4) ວ່າແມ່ນໄດ້ເລີ່ມມາຈາກນິຍາມຂອງຄຳວ່າ “Industrie 4.0”. “Industrie 4.0” ໄດ້ເຊື່ອມຕໍ່ກັບບັນດາລະບົບ ແລະ ຮາກຖານຜະລິດຕະພັນສະຫຼາດເພື່ອສ້າງການລວມສູນຂອງເຕັກນິກດີຈີຕອນລະຫວ່າງອຸດສາຫະກຳ, ການດຳເນີນທຸລະກິດ, ພາລະບົດບາດ ແລະ ຂັ້ນຕອນພາຍໃນ. ສ່ວນທ່ານ Klaus Schwab, ເຊິ່ງແມ່ນຜູ້ສ້າງຕັ້ງ ແລະ ເປັນປະທານບໍລິຫານເວທີປາໄສເສດຖະກິດໂລກພັດມີມູມມອງງ່າຍດາຍກ່ວາກ່ຽວກັບນິຍາມຂອງການປະຕິວັດອຸດສາຫະກຳ 4.0 ຄືດັ່ງນີ້: “ການປະຕິວັດອຸດສາຫະກຳຄັ້ງທຳອິດແມ່ນນຳໃຊ້ພະລັງງານຈາກນ້ຳ ແລະ ອາຍນ້ຳເພື່ອຜະລິດເຄື່ອງກົນຈັກ. ການປະຕິວັດຄັ້ງທີ 2 ໄດ້ດຳເນີນຕໍ່ຍ້ອນໄດ້ໝູນໃຊ້ພະລັງງານໄຟຟ້າເຂົ້າໃນການຜະລິດ. ການປະຕິວັດຄັ້ງທີ 3 ແມ່ນນຳໃຊ້ເອເລັກໂຕນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຫັນການຜະລິດເປັນອັດຕະໂນມັດ. ປະຈຸບັນ, ການປະຕິວັດອຸດສາຫະກຳຄັ້ງທີ 4 ພວມເກີດຂຶ້ນຈາກການປະຕິວັດຄັ້ງທີ 3, ມັນໄດ້ສົມທົບບັນດາເຕັກໂນໂລຊີເຂົ້າກັນ, ເຮັດໃຫ້ມີເຂດແດນລະຫວ່າງຟິຊິກ, ດີຈີຕອນ ແລະ ຊີວະສາດ.”

ສ່ວນປະໂຫຍກ “ລັດຖະບານສ້າງສັນ”, ໃນການຕອບຄຳຊັກຖາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງນິຍາມຂອງປະໂຫຍກ ລັດຖະບານສ້າງສັນ”, ເຊິ່ງໄດ້ເນັ້ນໜັກຢູ່ 4 ເນື້ອໃນຄື: ທີໜຶ່ງ, ຕ້ອງແມ່ນລັດຖະບານເປັນເຈົ້າການໃນການສ້າງລະບົບກົດໝາຍ, ບັນດານະໂຍບາຍ, ລະບອບລະບຽບການທີ່ດີ ເພື່ອຫຼໍ່ລ້ຽງພື້ນຖານເສດຖະກິດ, ຫາກບໍ່ແມ່ນຕ້ອງຕົກຢູ່ໃນທ່າຮັບ ຕໍ່ບັນດາການຜັນແປໃນສະພາບຕົວຈິງ. ທີສອງ, ແມ່ນລັດບໍ່ເຮັດແທນຕະຫຼາດ, ຂົງເຂດໃດທີ່ຕະຫຼາດສາມາດເຮັດໄດ້ວິສາຫະກິດເອກະຊົນສາມາດເຮັດໄດ້ນັ້ນ ລັດບໍ່ຕ້ອງເຂົ້າໄປແຊກແຊງ, ແທນທີ່ນັ້ນ, ແມ່ນສ້າງເງື່ອນໄຂໃຫ້ບັນດາວິສາຫະກິດເຮັດ. ລັດພຽງແຕ່ຈະລົງທຶນບັນດາເຂດເຊິ່ງວິສາຫະກິດພາກເອກະຊົນບໍ່ສາມາດລົງທຶນໄດ້. ທີສາມ, ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ລັດຖະບານ ຕ້ອງສ້າງສະພາບແວດລ້ອມດຳເນີນທຸລະກິດສະດວກ, ບໍ່ພຽງແຕ່ຍືນຢູ່ແຖວໜ້າໃນກຸ່ມບັນດາປະເທດ ອາຊຽນ ເທົ່ານັ້ນ, ຫາກຍັງສູ້ຊົນບຸກບືນໃຫ້ບັນລຸມາດຕະຖານຂອງກຸ່ມບັນດາປະເທດ OECD (ອົງການຮ່ວມມື ແລະ ພັດທະນາເສດຖະກິດ) ອີກດ້ວຍ. ທີສີ່ແມ່ນ ລັດຖະບານ ກໍ່ຕ້ອງເວົ້າໄປຄຽງຄູ່ກັບການກະທຳ, ຮັດແໜ້ນລະບຽບວິໄນ, ພິເສດຕ້ອງປ່ຽນແທນບັນດາພະນັກງານບໍ່ຕອບສະໜອງຄວາມຕ້ອງການຂອງວຽກງານໃນທັນທີ. ຄວນສ້າງລັດຖະບານເອເລັກໂຕນິກ, ການຄ້າເອເລັກໂຕນິກ ຕະຫຼອດຮອດສານເອເລັກໂຕນິກ… ນີ້ແມ່ນປັດໄຈສຳຄັນເພື່ອສ້າງລັດຖະບານສ້າງສັນ.

ຫວັງວ່າ, ບັນດາການອະທິບາຍສັ້ນໆທີ່ກ່າວມາຂ້າງເທິງ ນັ້ນອາດຈະຊ່ວຍໃຫ້ເພື່ອນແສງເພັດ ແລະ ທ່ານຜູ້ຟັງເຂົ້າໃຈແຈ້ງກ່ວາ ກ່ຽວກັບ “ການປະຕິວັດອຸດສາຫະກຳ 4.0 ແລະ ລັດຖະບານສ້າງສັນ”. ຂໍຂອບໃຈເພື່ອນຫຼາຍໆ ທີ່ໄດ້ຝາກຄຳຄິດເຫັນທີ່ດີເຖິງລາຍການ. ຫວັງວ່າ ໂອກາດໜ້າ, ພວກຂ້າພະເຈົ້າຈະໄດ້ຮັບຄຳຖາມທີ່ຈັບອົກຈັບໃຈຈາກເພື່ອນຫຼາຍກ່ວາອີກ.

ແນະ​ນຳ​ຂົວ​ຜ່ານ​ແມ່​ນ້ຳ​ແດງ​ໃນ​ຂອບ​ເຂດ​ບໍ​ລິ​ເວນນ​ະ​ຄອນຫຼວງ ຮ່າ​ໂນ້ຍ - ảnh 2ຂົວລອງບຽນ

ສ່ວນເພື່ອນ ວິໄລຄຳ, ຢູ່ແຂວງ ສາລະວັນ ໄດ້ໂທລະສັບເຖິງລາຍການ ດ້ວຍເນື້ອໃນວ່າ: “ຫວ່າງແລ້ວນີ້ ປະມານ 1 ອາທິດ, ຂ້າພະເຈົ້າມີການຢ້ຽມຢາມນະຄອນຫຼວງ ຮ່າໂນ້ຍ. ຂ້າພະເຈົ້າມີຄວາມປະເອີບໃຈຍ້ອນວ່າ ຢູ່ຮ່າໂນ້ຍ ມີຂົວຂ້າມແມ່ນ້ຳແດງຫຼາຍແຫ່ງທີ່ສຸດ. ຂ້າພະເຈົ້າຢາກຖາມວ່າ ໃນຂອບເຂດບໍລິເວນ ຮ່າໂນ້ຍ ມີຂົວຂ້າມແມ່ນ້ຳແດງຈັກແຫ່ງ ແລະ ຂົວແຫ່ງໃດຍາວກ່ວາໝູ່?”

ເພື່ອນ ວິໄລຄຳ ທີ່ຮັກແພງ, ໃນຂອບເຂດບໍລິເວນນະຄອນຫຼວງ ຮ່າໂນ້ຍ ມີຂົວຂ້າມ ແມ່ນ້ຳແດງທັງໝົດ 7 ຂົວໃນບໍລິເວນນະຄອນຫຼວງ ຮ່າໂນ້ຍ, ນັ້ນແມ່ນ: ຂົວເຫຼັກ ລອງບຽນ, ຂົວເຈືອງເຢືອງ, ຂົວແທງລອງ, ຂົວແທງຈີ່, ຂົວ ຫວີງຕຸຍ, ຂົວ ຫວີງທິ້ງ ແລະ ຂົວເຍີດເຕີນ. ໃນນັ້ນຂົວ ຫວີງທິ້ງ ໄດ້ຮັບຖືວ່າແມ່ນຂົວທີ່ຍາວກ່ວາໝູ່ຢູ່ ຫວຽດນາມ, ຍ້ອນວ່າມັນໄດ້ເຊື່ອມຕໍ່ເທດສະບານ ເຊີນໄຕ, ຮ່າໂນ້ຍ ກັບເມືອງ ຫວີງເຕື່ອງ, ຢູ່ແຂວງຫວີງຟຸກ, ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການໃນວັນທີ 8 ມິຖຸນາ 2014. ຂົວມີລວງຍາວເກືອບ 5.500 ແມັດ, ກ້ວາງ 16,5 ແມັດ ໄດ້ຮັບການອອກແບບໃຫ້ລົດແລ່ນ 4 ເລນ, ນີ້ແມ່ນຂົວໄດ້ຮັບການກໍ່ສ້າງດ້ວຍເບຕົງເສີມເຫຼັກ, ເຊື່ອມຕໍ່ທາງຫຼວງເລກ 32 ແລະ ຈາກທາງຫຼວງເລກ 2 ໄປໃສ່ເສັ້ນທາງຄວາມໄວສູງ ໂນ້ຍບ່າຍ - ລ່າວກາຍ ແລະ ເສັ້ນທາງໂຮ່ຈີມິນ ແລະ ເຊື່ອມຕໍ່ຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ໄປສູ່ບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ