ແນະ​ນຳ​ງານ​ບຸນ​ວັດ​ແກວ

(VOVWORLD) - ໃນອາທິດ, ເພື່ອນ ວັນວິໄລ, ຄຳຜູຍ, ບຸນມາເຮືອງ… ໄດ້ຝາກຈົດໝາຍເຖິງລາຍການ. ໃນນັ້ນ, ທ່ານຜູ້ຟັງ ໄດ້ປະກອບຄຳເຫັນ ແລະ ມີຄວາມເອົາໃຈໃສ່ເຖິງທັດສະນີຍະພາບຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນ ແລະ ຕອບຄຳຖາມຂອງທ່ານຜູ້ຟັງ, ຜູ້ອ່ານຝາກເຖິງລາຍການ.

        ໃນອາທິດ, ເພື່ອນ ວັນວິໄລ ແລະ ເພື່ອນ ຄຳຜຸຍ ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີແມວເຖິງລາຍການ ດ້ວຍເນື້ອໃນອັນດຽວກັນ, ໃນນັ້ນ ເພື່ອນ ຄຳຜຸຍ ຂຽນວ່າ: “ຂ້າພະເຈົ້າມີຄວາມສົນໃຈຄໍລຳ “ການພົວພັນຫວຽດນາມ - ລາວ” ໃນແວັບໄຊຂອງພາກພາສາລາວຫຼາຍ, ຜ່ານລາຍການນີ້, ຂ້າພະເຈົ້າສາມາດຕິດຕາມບັນດາຂ່າວຄາວ, ບົດຂຽນກ່ຽວກັບການພົວພັນ ຫວຽດນາມ - ລາວ ໃນໄລຍະຜ່ານມາ. ຫວັງວ່າ, ໃນໄລຍະຈະມາເຖິງ, ນອກຈາກບັນດາຂ່າວ, ບົດແລ້ວ, ພວກເພື່ອນຍັງໄດ້ອັບເດັດບັນດາຮູບພາບກ່ຽວກັບການພົວພັນລະຫວ່າງ 2 ປະເທດ ເພື່ອໃຫ້ຄໍລຳນີ້ນັບມື້ນັບອຸດົມສົມບູນ ແລະ ດຶງດູດຜູ້ອ່ານຫຼາຍກ່ວາ.”

        ຂໍຂອບໃຈບັນດາການປະກອບຄຳເຫັນຂອງເພື່ອນ ວັນວິໄລ ແລະ ເພື່ອນ ຄຳຜຸຍ. ບັນດາການປະກອບສ່ວນຈາກທ່ານຜູ້ຟັງ, ຜູ້ອ່ານ ຈະແມ່ນກຳລັງໜູນເພື່ອໃຫ້ບັນນາທິການຂອງພາກພາສາ ລາວ ປະຕິບັດວຽກງານຂອງຕົນໃຫ້ນັບມື້ນັບດີກ່ວາ, ສ້າງບັນດາລາຍການ ດູດດື່ມກ່ວາເພື່ອຮັບໃຊ້ທ່ານຜູ້ຟັງ, ຜູ້ອ່ານ.

ແນະ​ນຳ​ງານ​ບຸນ​ວັດ​ແກວ - ảnh 1 ງານບຸນວັດແກວ

ສ່ວນເພື່ອນ ບຸນມາເຮືອງ, ຢູ່ແຂວງຄຳມ່ວນ, ສົ່ງອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ໃນເວລາຜ່ານມາ, ຂ້າພະເຈົ້າໄດ້ອ່ານຂ່າວ “ວັດ ແກວ, ຢູ່ແຂວງ ທ໋າຍບີ່ງ ຕ້ອນຮັບໃບຢັ້ງຢືນ ງານບຸນ ວັດ ແກວ ວ່າແມ່ນມໍລະດົກວັດທະນະທຳບໍ່ມີແມ່ນວັດຖຸລະດັບຊາດ”, ຂ້າພະເຈົ້າຢາກເຂົ້າໃຈແຈ້ງກ່ວາກ່ຽວກັບວັດແຫ່ງນີ້ ກໍ່ຄືງານບຸນດັ່ງກ່າວ. ຫວັງວ່າ, ບັນນາທິການພາກພາສາລາວ ຈະສະໜອງໃຫ້ຂ້າພະເຈົ້າບາງຂໍ້ມູນຂ່າວກ່ຽວກັບວັດແຫ່ງນີ້ບໍ່ໄດ້?”

ເພື່ອນ ບຸນມາເຮືອງ ທີ່ຮັກແພງ, ງານບຸນວັດ ແກວ ຢູ່ແຂວງ ທ໋າຍບີ່ງ ໄດ້ຈັດປີລະ 2 ເທື່ອ, ນັ້ນແມ່ນງານບຸນໃນລະດູບານໃໝ່ ເຊິ່ງໄດ້ຈັດຂຶ້ນໃນວັນທີ 4 ຂອງບຸນປີໃໝ່ປະຈຳຊາດ ແລະ ງານບຸນຕົ້ນຕໍແມ່ນໄດ້ຈັດຂຶ້ນໃນລະດູໃບໄມ້ຫຼົ່ນ, ແຕ່ວັນທີ 13 ຮອດວັນທີ 15 ເດືອນ 9 (ໄລ່ຕາມຈັນທະປະຕິທິນ) ດ້ວຍປະເພນີບູຊາພະອາຈານ ໂຄງໂລ້. ສຳລັບປະຊາຊົນແຂວງ ທ໋າຍບີ່ງແລ້ວ, ພະມະຫາອາຈານ ໂຄໂລ້ ບໍ່ພຽງແຕ່ແມ່ນພະອາຈານຜູ້ໜຶ່ງເທົ່ານັ້ນ ຫາກຍັງແມ່ນພະອໍລະຫັນຜູ້ມີອິດທິພົນຊື່ສຽງ ແລະ ມີຜົນສະທ້ອນອັນໃຫຍ່ຫຼວງ. ຄາວຍັງມີຊີວິດຢູ່, ເພິ່ນເຄີຍເຮັດອາຊີບຫາປາໃນແມ່ນ້ຳ ກ໋າຍ (ເຊິ່ງແມ່ນແມ່ນ້ຳແດງ ໃນປະຈຸບັນ), ເມື່ອມີອາຍຸ 29 ປີ ຈຶ່ງໄດ້ໄປບວດ. ມີເລື່ອງລາວເລົ່າສືບທອດກັນມາວ່າ, ເພິ່ນເຄີຍປິ່ນປົວພະຍາດໃຫ້ເຈົ້າຊີວິດ ລາດຊະວົງ ລີ໋ ດັ່ງນັ້ນ ຈົ່ງໄດ້ແຕ່ງຕັ້ງໃຫ້ເປັນ ອາຈານຂອງອົງມົງກຸດລາຊະກຸມມານ. ຫຼັງຈາກນັ້ນ ເຈົ້າຊີວີດ ລີ໋ ໄດ້ປ່ຽນຊື່ວັດເປັນ ວັດເທວະດາ ກວາງຕື້. ປະຈຸບັນ, ວັດ ຍັງຄົງຮັກສາຊື່ດັ່ງກ່າວໄວ້ຢູ່, ແຕ່ ປະຊາຊົນລື້ງເອີ້ນວ່າ ວັດ ແກວ ຍ້ອນວ່າວັດຕັ້ງຢູ່ບ້ານ ແກວ, ຕາແສງ ຢູຍເຍີດ, ເມືອງ ຫວູທື, ແຂວງ ທ໋າຍບີ່ງ. ງານບຸນ ວັດແກວ ທັງມີລັກສະນະຂອງງານບຸນ ກະສິກຳ, ທັງມີລັກສະນະໃຫ້ເຫັນງານບຸນປະຫວັດສາດ. ງານບຸນ ແມ່ນການສະແດງຂອງປະຫວັດສາດ ກ່ຽວກັບຊີວະປະຫວັດຂອງ ອາຈານ ເຢືອງໂຄງໂລ້, ໃນນັ້ນ ມີບັນດາການດຳເນີນຊີວິດວັດທະນະທຳ, ສິລະປະພື້ນເມືອງ ປະສານປະສານ ກັບບັນດາພິທີການທາງສາສະໜາ. ໃນຂອບເຂດງານບຸນວັດ ແກວ ທ໋າຍບີ່ງ ມີຫຼາຍພິທີການ, ເປັນໜ້າສົນໃຈແມ່ນພິທີແຫ່ກ້ຽວພະອໍລະຫັນ ເພື່ອແນໃສ່ສະແດງໃຫ້ເຫັນນ້ຳໃຈເຄົາລົບນັບຖື ແລະ ຈົດຈຳບຸນຄຸນ ສຳລັບພະອໍລະຫັນ ແລະ ບັນພະບຸລຸດຂອງບ້ານ, ຕາແສງ. ຜ່ານບັນດາພິທີການນັ້ນ, ປະຊາຊົນພາວະນາຂໍໃຫ້ພະອໍລະຫັນດົນບັນດານໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ມີຊີວິດອີ່ມໜຳສຳລານ, ສົມບູນພູນສຸກ… ວັດ ແກວ ທ໋າຍບີ່ງ ແມ່ນໜຶ່ງໃນບັນດາວັດເກົ່າຢູ່ ຫວຽດນາມ ໄດ້ຮັບການອະນຸລັກຮັກສາໄວ້ເກືອບຄືວ່າ ຍັງເໝືອນເດີມ ຕາມສະຖາປັດຕະຍາກຳເຮັດດ້ວຍໄມ້ທີ່ ມີອາຍຸປະມານ 400 ປີ. ວຽກງານການກໍ່ສ້າງວັດໄດ້ເລີ່ມແຕ່ປີ 1630 ແລະ ສຳເລັດການກໍ່ສ້າງໃນປີ 1632 ຕາມສະຖາປັດຕະຍາກຳຂອງສະໄໝລາດຊະວົງ ເລ. ແຕ່ນັ້ນມາຮອດປະຈຸບັນ, ວັດ ໄດ້ຮັບການປະຕິສັງຂອນ ຫຼາຍເທື່ອໃນປີ 1689, 1707, 1941…ວັດ ແກວ ມີເນື້ອທີ່ກ້ວາງປະມານ 58.000 ຕາແມັດດ້ວຍ 17 ກິດຈະກຳ. ສະຖາປັດຕະຍາກຳພົ້ນເດັ່ນທີ່ສຸດແມ່ນຕຶກຕັ້ງລະຄັງ ເຮັດດ້ວຍໄມ້ສູງກ່ວາ 11 ແມັດ, ມີ 3 ຊັ້ນ. ຊັ້ນໜຶ່ງ ແຂວນແຜ່ນຫີນ ສູງ 1,2 ແມັດ; ຊັ້ນສອງແມ່ນແຂວນລະຄັງ ໄດ້ຮັບການຫຼໍ່ໃນປີ 1686 ສູງ 1,3 ແມັດ ແລະ ຊັ້ນສາມ ແມ່ນໄດ້ແຂວນລະຄັງນ້ອຍ 2 ໜ່ວຍໄດ້ຫຼໍ່ເມື່ອປີ 1796. ຫວັງວ່າ, ບັນດາຂໍ້ມູນຂ່າວເຊິ່ງພວກຂ້າພະເຈົ້າຫາກໍ່ສະໜອງມານັ້ນ ຈະຊ່ວຍໃຫ້ເພື່ອນ ເຂົ້າໃຈແຈ້ງກ່ວາກ່ຽວກັບ ວັດ ແກວ ກໍ່ຄືງານບຸນ ທີ່ຫາກໍ່ໄດ້ຮັບໃບຢັ້ງຢືນວ່າເປັນ ມໍລະດົກວັດທະນະທຳບໍ່ແມ່ນວັດຖຸລະດັບຊາດ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການໂດຍກົງ ຜ່ານຊອບແວ VOV ມີເດຍໃນໂທລະສັບມືຖື ແລະ ໄອແພັດ.

ຕອບກັບ

ຂ່າວ/ບົດ​ອື່ນ