ແນະນຳບາງຄຳເຫັນຂອງທ່ານຜູ້ຟັງ ຜູ້ອ່ານທີ່ໄດ້ຝາກມາລາຍການ ໃນອາທິດຜ່ານມາ

ໃນ​ອາທິດ​ຜ່ານ​ມາ, ພວກ​ເຮົ​າ​ໄດ້​ຮັບ​ຈົດໝາຍຈາກ​ເພື່ອ​ນ ອາວອນ ຈິດ, ​ແສງອາລຸນ, ຢູ່​ແຂວງ​ຜົ້ງສາລີ ​ໂດຍ​​ແບ່ງປັນວ່າ: ​ໃນ​ເດືອນ 12 ຈະ​ມາ​ເຖິງນີ້, ຫວຽດນາມ​ ຈະ​ຈັດ​ພິ​ທີສະ​ເຫຼີ​ມສະຫຼອງວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ຫວຽດນາມ, ດັ່ງ​ນັ້ນພວກເພື່ອນຈຶ່ງຢາກ​ຊອກ​ຮູ້​ກ່ຽວ​ກັບ​ປະຫວັດ​ຄວາມ​ເປັນ​ມາ​ຂອງກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ປີ​ນີ້​ຫວຽດນາມ​ ຈັດພິທີລະນຶກ​ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ຫວຽດນາມ ຄົບຮອບ​ຈັກ​ປີ,  ​ແຕ່ລະ​ປີ, ວັນ​ບຸນ​ນີ້​ຖືກຈັດຕັ້ງ​ຄື​ແນວ​ໃດ?


ແນະນຳບາງຄຳເຫັນຂອງທ່ານຜູ້ຟັງ ຜູ້ອ່ານທີ່ໄດ້ຝາກມາລາຍການ ໃນອາທິດຜ່ານມາ - ảnh 1

ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ຫວຽດນາມ

(ພາບ:admm.org.vn)

   ອາວອນຈິດ, ​ແສງອາລຸ ​ແລະ ທ່ານ​ຜູ້​ຟັງ​ຜູ້​ອ່ານທີ່​ຮັກ​ແພງ, ກອງທັບ​ປະຊາຊົນ​ຫວຽດນາມ ​ແຕ່​ກ່ອນ​ແມ່ນ​ກອງທັບ​ໂຄສະນາ​ປົດ​ປ່ອຍຫວຽດນາມ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ໃນ​ວັນ​ທີ 22/12/1944 ຢູ່​ເຂດ​ປ່າ​ເຈີ່ນ​ຮຶງດ້າວ, ​ເມືອງ​ງວຽນ​ບິ່ງ ​ແຂວງ​ກາວ​ບັ່ງ. ສູນ​ກາງ​ພັກ ​ແລະ ປະທານ​ໂຮ່ຈິ​ມິນ ​ໄດ້​ມອບ​ໜ້າ​ທີ່​ໃຫ້​ສະຫາຍຫວໍ໋ງວຽນ​ຢາ​ບ ​ເປັນ​ຜູ້ຈັດຕັ້ງນຳພາ ​ແລະ ປະກາດ​ສ້າງຕັ້ງກອງທັບ. ທ້າຍ​​ເດືອນ 8/1945, ການ​ລຸກ​ຮຶ້ຂຶ້ນ​ຂະໜາດ​ໃຫ່ຍຂອງ​ປະຊາຊົນ​ຫວຽດນາມ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ສົມບູນ ​ແລະ ກອງທັບ​ໂຄສະນາ​ປົດ​ປ່ອຍຫວຽດນາມ ​ໄດ້​​ປ່ຽນ​ຊື່ວ່າ ກອງທັບ​ປ້ອງ​ກັນ​ປະ​ເທດ. ປີ 1946, ​ກອງທັບ​ປ້ອງ​ກັນ​ປະ​ເທດໄດ້​ປ່ຽນ​ຊື່​ເປັນກອງທັບ​ແຫ່ງ​ຊາດ​ຫວຽດນາມ ​ແລະ ຮອດ​ປີ 1950 ​ໄດ້​ປ່ຽນ​ຊື່​ເປັນກອງທັບ​ປະຊາຊົນ​ຫວຽດນາມ. ວັນ​ທີ 22/12/1944 ​ເຊິ່ງ​ແມ່ນ​ວັນ​ສ້າງຕັ້ງກອງທັບ​ໂຄສະນາ​ປົດ​ປ່ອຍຫວຽດນາມ ​ໄດ້​ຮັບ​​ຖືວ່າ​ແມ່ນວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ຫວຽດນາມ. ປີ 1989, ຕາມ​ຄຳ​ສັ່ງ​ຂອງ​ຄະນະ​ເລຂາສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຂໍ້​ຕົກລົງ​ຂອງ​ລັດຖະບານ​ຫວຽດນາມ, ວັນ​ທີ 22/12 ຂອງ​ທຸກໆ​ປີ​ບໍ່​ພຽງ​ແຕ່​ແມ່ນວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວັນ​ບຸນ​ທົ່ວ​ປວງ​ຊົນປ້ອງ​ກັນຊາດ​ອີກ​ດ້ວຍ. ​ເປັນ​ອັນວ່າ, ປີ 2012 ນີ້, ຫວຽດນາມ ຈະ​ສະ​ເລີມ​ສະຫຼອງ 68 ປີ​ແຫ່ງ​ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ຫວຽດນາມ ​ແລະ 23 ປີ​ແຫ່ງວັນ​ບຸນ​ທົ່ວ​ປວງ​ຊົນທົ່ວ​ປວງ​ຊົນປ້ອງກັນ​ຊາດ​. ​ແຕ່ລະ​ປີ, ​ເມື່ອຮອດ​ວັນ​ທີ 22/12, ຢູ່​ຫວຽດນາມ ​ເຄີຍຈັດ​ການ​ເຄື່ອນ​ໄຫວ​ຕ່າງໆມຸ້ງ​ໄປ​ເຖິງ​ຫົວ​ເລື່ອງ​ປ້ອງ​ກັນຊາ​ດ ​ແລະ ກອງທັບ, ​ເພື່ອ​ແນ​ໃສ່​ໂຄສະນາມູນ​ເຊື້ອ​ຕໍ່ສູ້​ຕ້ານ​​ສັດຕູ​, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ຊາດ ​ແລະ ຄຸນ​ນະ​ທາດຂອງ​ອ້າຍ​ທະຫານ​ລຸງ​ໂຮ່ ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ສຶກສາ​ອົບຮົມ​ນ້ຳ​ໃຈ​ຮັກ​ຊາ​ດ, ຮັກ​ລັດທິ​ສັງຄົມ​ນິຍົມ, ລະດົມ​ກຳລັງ​ໃຈ​ພົນລະ​ເມືອງ​ທຸກ​ຄົນ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ການ​ປັບປຸງ​ການປ້ອງ​ກັນຊາ​ດ, ກໍ່ສ້າງ​ກອງທັບ, ປົກ​ປັກຮັກສາ​ປະ​ເທດ​ຊາດ. ບັນດາ​ການ​ເຄື່ອນ​ໄຫວ​ຄື: ຈັດ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ, ຈັດກອງ​ປະຊຸມ​ສຳ​ມະ​ນາ, ກອງ​ປະຊຸມ​ສາມັກຄີ​ລະຫວ່າງ​ກອງທັບ ​ແລະ ປະຊາຊົນ, ການ​ສຶກສາ​ອົບຮົມ​ມູນ​ເຊື້ອ, ການສະ​ແດງ​ສິລະ​ປະ, ກອງ​ປະຊຸມ​ໃຫ່ຍຊາວ​ໜຸ່ມ, ການ​ແຂ່ງຂັນ​ກິລາ….​​ເຄີຍໄດ້​ດຳ​ເນີນ​ໄປ​ຢູ່​ບັນດາ​ບ້ານ, ຕາ​ແສງ, ອົງການ​ຈັດຕັ້ງໝູ່​ມະຫາຊົນ, ຫົວໜ່ວຍ, ຮາກ​ຖານ….

  ​ໃນ​ອາທິດ​​ຜ່ານ​ມາ, ພວກ​ເຮົາ​ຍັງໄດ້​ຮັບ​ອີ​ແມວ ​ແລະ ​ໂທລະສັບ​ຈາກ​ຜູ້​ຟັງຜູ້​ອ່ານຫຼາຍ​ທ່ານ ​ເຊິ່ງ​ໃຫ້​ຮູ້​ວ່າ, ພວກ​ເພື່ອນ​ມັກ​ລາຍການ​ “40 ປີແຫ່ງ​ໄຊຊະນະ​ຂອງ​ບັ້ນຮົບ​ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“ ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ທີ່​ສຸດ, ຜ່ານ​ນັ້ນ, ພວກ​ເພື່ອນ​ສາມາດ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບັ້ນຮົບ​ປະຫວັດສາດ​ນີ້. ​ເພື່ອນ​ຄຳ​ສິງ ຢູ່​ມະຫາວິທະຍາ​ໄລ​ກຳມະບານ​ຮ່າ​ໂນ້ຍ​ ໃຫ້​ຮູ້​ວ່າ: ​ເພື່ອ​ນມັກ​ບັນດາ​ບົດ​​ທີ່ອອກ​ອາກາດ​ໃນ​​ໄລຍະມໍ່​ມາ​ນີ້​ທີ່​ສຸດ​ຄື: ບົດ “ພະລັງ​ແຮງ​ຂອງ​ບົດ​ເພງ ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“ ພາ​ຍຫຼັງ 40 ປີ ​ແຫ່ງ​ໄຊຊະນະ​ຂອງ​ບັ້ນຮົບ​ຮ່າ​ໂນ້ຍ-ດ້ຽນບຽນ​ຝູທາງ​ອາກາດ“ “ກຳລັງແຮງສັງລວມສ້າງເປັນໄຊຊະນະ“ “​ບ່ອນເກັບຮັກສາຮ່ອງຮອຍໄຊຊະນະຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ …. ​ເພື່ອນ​ຄຳ​ສິງ ​ແລະ ທ່ານ​ຜູ້​ຟັງຜູ້​ອ່ານ​ທີ່ຮັກ​ແພງ, ພວກ​ເພື່ອນ​ສາມາດ​ຮັບ​ຟັງ ​ແລະ ອ່ານ​ຄືນບັນດາ​ລາຍການ, ບົດ​ທີ່​ທ່ານ​ສົນ​ໃຈໃນ​​ເວັບ​ໄຊ vovworld.vn. ​ໄດ້​ຕາມ​ສະບາຍ.
ສຸດ​ທ້າຍພວກ​ເຮົາ​ຂໍ​ຕອບ​ຄຳ​ຖາມ​ຂອງ​​ເພື່ອນ​ອູ​ບ​ແກ້ວ, ຢູ່​ແຂວງ​ໄຊ​ຍະ​ບູລີ ​ແລະ ​ເພື່ອນ ​ບຸນ​ປອນ ຢູ່ແຂວງອຸດົມ​ໄຊ ຊື່​ງຢາກ​ຮູ້​ວ່າ​ໃນ​​ໂອກາດ​ວັນຊາດ​ລາວ 2/12 ທີ່​ຈະ​ມາ​ເຖິງ, ລາຍ​ການ​ພາກ​ພາສາ​ລາວ ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ຈະ​ໃຫ້​ຂ່າວ ​ແລະ ບົດ​ກ່ຽວ​ກັບ​ລາວ ຫຼື​ບໍ່?

    

ແນະນຳບາງຄຳເຫັນຂອງທ່ານຜູ້ຟັງ ຜູ້ອ່ານທີ່ໄດ້ຝາກມາລາຍການ ໃນອາທິດຜ່ານມາ - ảnh 2

ສະ​ເຫຼີ​ມສະຫຼອງວັນຊາດ​ລາວ​ຢູ່​ແຂວງ​ກວາງ​ບິງ

(ພາບ:quangbinhuni.edu.vn)

ບັນດາ​ເພື່ອນ​ທີ່​ຮັກ​ແພງ! ກໍ່​ເຊັ່ນ​ດຽວ​ກັນ​ກັບ​ທຸກໆ​ປີ, ​ໃນ​ໂອກາດ​ສະ​ເຫຼີ​ທສະຫຼອງ​ວັນຊາດ​ລາວທີ 2/12, ຍາມ​ໃດລາຍ​ການ​ພາກ​ພາສາ​ລາວ ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ກໍ່​ໄດ້​ໃຫ້​ຂ່າວ ​ແລະ ບົດ​ກ່ຽວ​ກັບ​​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງຕ່າງ​ໆ​ຂອງ​ສະຖານທູດ​ລາວ ປະຈຳ​ຫວຽດນາມ, ບັນດາ​ສະຖານກົງສູນ​ໃຫ່ຍລາວ ປະຈຳ​ນະຄອນ​ໂຮ່ຈິ​ມິນ, ດ່າ​ນັງ ກໍ່​ຄື​ສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ ບັນດາ​ແຂວງ, ນະຄອນ…​ນອກນັ້ນ​, ໃນ​ໂອກາດ​ນີ້, ພວກ​ເຮົາ​ກໍ່​ໄດ້​ອອກ​ອາກາດ​ບັນດາ​ບົດ​ເພງ​ຍ້ອງຍໍ​ສັນລະ​ເສີນ​ປະ​ເທດ​ລາວ ທີ່​ສວຍ​ງາມ, ຍ້ອງຍໍ​ສັນລະ​ເສີນ​ນ້ຳ​ໃຈ​ສາມັກຄີ​ຫວຽດນາມ-​ລາວ. ພິ​ເສດ, ​ໃນ​ວັນ​ທີ 1/12 ຈະ​ມາ​ເຖິງ​ນີ້, ພວກ​ເຮົາ​ຈະ​ມີ​ບົດ​ກ່າວ​ປາ​ໄສ​ຂອງທ່ານ​ດຣ ສົມພອນສີຈະເລີ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປລາວ ປະຈຳ ສສ ຫວຽດນາມ. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ

ບັນດາ​ທ່ານຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົ​າລົບ! ຖ້າພວກທ່ານ​ມີ​ຄວາມ​ສົນ​ໃຈ​ເຖິງ​ບັນຫາ​ໃດ​ໜຶ່ງ, ສາມາດ​ຝາກ​ຈົດໝາຍ, ຫຼື​ອີ​ແມວ​​ເຖິງ​ລາຍການ​ຂອງ​ພວກ​ເຮົາ, ​ໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​ຍັງ​ລາຍການ​ໂດຍ​ກົງ​ຕາມ​ເບີ​ໂທ: 04.38256631, ອີ​ແມວ: Laovov@.yahoo.com.ພວກ​ເຮົາ​ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ