ແນະ​ນຳປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ປີ 2018 ແລະ ຄຸ​ກ​ຮ໋​ວາ​ລໍ່,ຮ່າ​ໂນ້ຍ

(VOVWORLD) - ປີທ່ອງທ່ຽວແຫ່ງຊາດ 2018 -  ຮ້າລອງ - ກວາງນີງ  ມີຫົວຂໍ້ວ່າ: “ຮ້າລອງ - ມໍລະດົກ, ສິ່ງມະຫັດສະຈັນ - ຈຸດນັດພົບທີ່ສະໜິດສະໜົມ” ແມ່ນກາລະໂອກາດສຳຄັນເພື່ອແນະນຳ, ໂຄສະນາບັນດາຄຸນຄ່າວັດທະນະທຳ, ຊັບພະຍາກອນ 

ແນະ​ນຳປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ປີ 2018 ແລະ ຄຸ​ກ​ຮ໋​ວາ​ລໍ່,ຮ່າ​ໂນ້ຍ - ảnh 1 ອ່າວຮ້າລອງ

ໃນອາທິດ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ ໄດ້ຮັບຈົດໝາຍ, ອີແມວ 260 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 44 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ 9 ສະບັບຈາກທ່ານຜູ້ຟັງທີ່ມີຄວາມສົນໃຈເຖິງທັດສະນີຍະພາບ, ສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ, ພິເສດແມ່ນຢູ່ພາກເໜືອ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ຶ້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.

ເພື່ອນ ຈະເລີນໄຊ, ແຂວງ ວຽງຈັນໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ເຖິງລາຍການດ້ວຍເນື້ອໃນວ່າ: “ກ່ອນນີ້ບໍ່ດົນປານໃດ, ມີເພື່ອນຂອງຂ້າພະເຈົ້າຜູ້ໜຶ່ງພວມເຮັດວຽກຢູ່ ຮ່າໂນ້ຍ ໄດ້ໂທລະສັບຊວນຂ້າພະເຈົ້າ ພ້ອມກັບຄອບຄົວໄປທ່ອງທ່ຽວ ຫວຽດນາມ ໃນຍາມພັແລ້ງ. ເພື່ອນເວົ້າວ່າພາຄອບຄົວຂ້າພະເຈົ້າໄປທ່ອງທ່ຽວຢູ່ ກວາງນີງ ຍ້ອນວ່າປີນີ້, ຢູ່ແຂວງ ກວາງນິງ ໄດ້ເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2018. ຂ້າພະເຈົ້າຢາກເຂົ້າໃຈແຈ້ງກ່ວາກ່ຽວກັບການເຄື່ອນໄຫວນີ້? ຂໍໃຫ້ບັນນາທິການຂອງລາຍການພາກພາສາລາວ ແນະນຳການເຄື່ອນໄຫວພົ້ນເດັ່ນບາງຢ່າງທີ່ຈະໄດ້ຈັດຕັ້ງໃນປີທ່ອງທ່ຽວແຫ່ງຊາດ 2018 ເພື່ອໃຫ້ຄອບຄົວຂ້າພະເຈົ້າ ຈັດແບ່ງເວລາໃຫ້ເໝາະສົມເພື່ອເຂົ້າຮ່ວມງານແດ່ໄດ້ບໍ່? ຂອບໃຈຫຼາຍໆ?” 

ເພື່ອນ ຈະເລີນໄຊ ທີ່ຮັກແພງ, ປີທ່ອງທ່ຽວແຫ່ງຊາດ 2018 -  ຮ້າລອງ - ກວາງນີງ  ມີຫົວຂໍ້ວ່າ: “ຮ້າລອງ - ມໍລະດົກ, ສິ່ງມະຫັດສະຈັນ - ຈຸດນັດພົບທີ່ສະໜິດສະໜົມ” ແມ່ນກາລະໂອກາດສຳຄັນເພື່ອແນະນຳ, ໂຄສະນາບັນດາຄຸນຄ່າວັດທະນະທຳ, ຊັບພະຍາກອນ ແລະ ຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນມາຢ້ຽມຢາມແຂວງ ກວາງນິງ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ, ສ້າງການພັດທະນາແບບບຸກທະລຸກ່ຽວກັບການທ່ອງທ່ຽວ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ. ຈຸດພົ້ນເດັ່ນຂອງປີທ່ອງທ່ຽວແຫ່ງຊາດ 2018 ແມ່ນພິທີໄຂ ແລະ ລາຍການ Carnaval ຮ້າລອງ ຢູ່ສວນສາທາລະນະ ຮ້າລອງ (ນະຄອນ ຮ້າລອງ), ຄາດວ່າ ຈະຈັດຕັ້ງໃນວັນທີ 28 ເມສາ 2018. ຄຽງຄູ່ກັນນັ້ນ, ພິທີອັດ “ປີທ່ອງທ່ຽວແຫ່ງຊາດ 2018 -  ຮ້າລອງ - ກວາງນີງ”  ຈະຕິດພັນກັບເວທີປາໄສການທ່ອງທ່ຽວ ອາຊຽນ 2019 ແລະ ແຂ່ງຂັນ ກອັບ ຮ້າລອງ ເປີດກ້ວາງ. ບັນດາເຫດການພົ້ນເດັ່ນອື່ນໆຄື: ງານບຸນ ອຽນຕື໋ ຈັດຕັ້ງຢູ່ນະຄອນ ອວງບີ໋ ແລະ ງານບຸນລະດູບານໃໝ່ຢູ່ວັດ ບາຫວ່າງ ຄາດວ່າຈັດຕັ້ງໃນວັນທີ 23 ກຸມພາ 2018; ກອງປະຊຸມສົ່ງເສີມການລົງທຶນ, ການທ່ອງທ່ຽວກວາງນີງ, ຫວຽດນາມ - ຍີ່ປຸ່ນ ແລະ ງານບຸນ ດອກ ຊາກຸຣະ - ດອກເໝີຍເຫຼືອງ ອຽນຕື໋  ຄາດວ່າຈະຈັດຕັ້ງໃນເດືອນ ມີນາ 2018; ງານບຸນວິຫານ, ຢູ່ວັດ ລາກແທງ; ງານບຸນສະເຫຼີມສະຫຼອງ 730 ປີແຫ່ງວັນໄຊຊະນະ ແບກດັ່ງ, ງານບຸນວິຫານ ພະອໍລະຫັນ ເຈີ່ນກວກຫງຽນ ຄາດວ່າຈະຈັດຕັ້ງໃນເດືອນເມສາ 2018; ການແຂ່ງຂັນ Marathon ສາກົນ ຮ້າລອງ 2018 ຈະຈັດຕັ້ງໃນໄຕມາດທີ 4/2018… ບັນດາການເຄື່ອນໄຫວໃນເຫດການນີ້ໄດ້ຮັບການຈັດຕັ້ງແຕ່ນີ້ຮອດທ້າຍປີ 2018, ຫວັງວ່າຄອບຄົວຂອງເພື່ອນຈະຄັດເລືອກເຫດການທີ່ເໝາະສົມເພື່ອເຂົ້າຮ່ວມ.

ແນະ​ນຳປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ປີ 2018 ແລະ ຄຸ​ກ​ຮ໋​ວາ​ລໍ່,ຮ່າ​ໂນ້ຍ - ảnh 2 ຄຸກຮ໋ວາລໍ່, ຮ່າໂນ້ຍ

ສ່ວນໃນອີແມວສົ່ງເຖິງລາຍການ, ເພື່ອນ ໝອນແກ້ວ, ຢູ່ແຂວງ ບໍ່ແກ້ວ ຢາກຮູ້ຂໍ້ມູນ ກ່ຽວກັບເຂດປູຊະນີຍະສະຖານປະຫວັດສາດ ຄຸກ ຮ໋າວລໍ່ - ເຊິ່ງແມ່ນຄຸກແຫ່ງໜຶ່ງທີ່ນອນໃນໃຈກາງນະຄອນຫຼວງ ຮ່າໂນ້ຍ.

ເພື່ອນ ໝອນແກ້ວ ທີ່ຮັກແພງ, ຮ໋ວາລໍ່ ແມ່ນຄຸກແຫ່ງໜຶ່ງທີ່ຕັ້ງຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ, ເຊິ່ງມີມາແຕ່ສະໄໝ ລ່າເມືອງຂຶ້ນ ຝຣັ່ງ (ປີ 1896). ນີ້ເຄີຍແມ່ນສະຖານທີ່ກັກຂັງນັກປະຕິວັດຂອງ ຫວຽດນາມ ຫຼາຍຄົນທີ່ສຸດ. ຄາວນັ້ນ, ຄຸກແຫ່ງນີ້ໄດ້ຮັບການກໍ່ສ້າງຢູ່ເຂດຊານນະຄອນແມ່ນຄຸກສູນກາງເພື່ອກັກຂັງນັກໂທດທັງຢູ່ພາກກາງ ແລະ ພາກເໜືອ. ຄຸກແຫ່ງນີ້ເຄີຍກັກຂັງຫຼາຍຊັ້ນຄົນ, ໃນນັ້ນມີນັກໂທດການເມືອງ, ບັນດາຜູ້ຮັກ ຊາດ ທີ່ຕ້ານຄືນອຳນາດການປົກຄອງຂອງລ່າເມືອງຂຶ້ນ ຝຣັ່ງ. ຄຸກ ຮ໋ວາລໍ່ ໄດ້ແບ່ງເປັນ 4 ເຂດ: A, B. C ແລະ D. ເຂດ A ແລະ B ແມ່ນສຳລັບນັກໂທດພວມໄດ້ຮັບການພິພາກສາ, ນັກໂທດສຳຄັນ ຫຼື ນັກໂທດລະເມີດກົດວິໄນຂອງຄຸກ. ເຂດ C ແມ່ນກັກຂັງບັນດານັກໂທດຊາວ ຝຣັ່ງ ແລະ ຊາວຕ່າງປະເທດ. ເຂດ D ແມ່ນສະຖານທີ່ກັກຂັງນັກໂທດຖືກຕັດສິນລົງໂທດປະຫານຊີວິດ ລໍຖ້າວັນປະຕິບັດຄຳຕັດສິນຂອງສານ ຫຼື ລໍຖ້າການອະໄພຍະໂທດ. ພາຍຫຼັງປີ 1954, ຄຸກແຫ່ງນີ້ໄດ້ກາຍເປັນຄຸກຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ. ໃນໄລຍະດຳເນີນບັ້ນຮົບ ດ້ຽນບຽນຝູ ທາງອາກາດ (1972), ນີ້ແມ່ນສະຖານທີ່ກັກຂັງນັກບິນ ອາເມລິກາ ທີ່ໂດດຈ້ອງ ຈົນຮອດພາຍຫຼັງສັນຍາ ປາຣີ 1973. ໃນບັນດານັກໂທດ ອາເມລິກາ ນັ້ນ, ໂດ່ງດັງ ທີ່ສຸດແມ່ນ ທ່ານ John McCain, ຜູ້ທີ່ຫຼັງຈາກນັ້ນກາຍເປັນສະມາຊິກສະພາແຫ່ງຊາດ ອາເມລິກາ. ປະຈຸບັນ,  ຮ໋ວາລໍ່ ຍັງຮັກສາໄວ້ພຽງສ່ວນໜຶ່ງເພື່ອເປັນສະຖານທີ່ທ່ອງທ່ຽວໃຫ້ແກ່ແຂກມາຢ້ຽມຢາມ; ສ່ວນທີ່ຍັງເຫຼືອໄດ້ຮັບການກໍ່ສ້າງສູນການຄ້າດ້ວຍຊື່ເອີ້ນວ່າ ທາດຮ່າໂນ້ຍ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ