​ແນ​ະ​ນຳສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດ​ນາມ -ລາວ

(VOVWORLD) - ໃນອາທິດຜ່ານມາ, ຜູ້ຟັງ, ຜູ້ອ່ານ ລາວ ແລະ ຫວຽດນາມ ຫຼາຍຄົນໄດ້ສົ່ງອີແມວ, Inbox facebook ມາຍັງລາຍການຢາກຖາມກ່ຽວກັບ “ສົນທິສັນຍາມິດຕະພາບ ຫວຽດນາມ - ລາວ”. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານກ່ຽວກັບບັນຫານີ້. 
​ແນ​ະ​ນຳສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດ​ນາມ -ລາວ - ảnh 1 ພາບປະກອບ

ເພື່ອນ ມອນແສງ, ຄຳຜູຍ, ຢູ່ແຂວງ ຫົວພັນ; ເພື່ອນ ພິໄລວົງ, ຢູ່ແຂວງ ວຽງຈັນ; ເພື່ອນ ດອກກຸຫຼາບ, ຢູ່ແຂວງ ໄຊສົມບູນ ໄດ້ສົ່ງອີແມວເຖິງລາຍການ, ໃນນັ້ນເພື່ອນມອນແສງ ໃຫ້ຮູ້ວ່າ: “ຂ້າພະເຈົ້າໄດ້ຮູ້ວ່າ, ປີ 2017 ນີ້, ສອງປະເທດ ຫວຽດນາມ - ລາວ ສະເຫຼີມສະຫຼອງ 2 ເຫດການໃຫຍ່ ນັ້ນແມ່ນ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບລະຫວ່າງ ຫວຽດນາມ - ລາວ. ແຕ່ໃນຕົວຈິງແລ້ວ, ຂ້າພະເຈົ້າບໍ່ໄດ້ຮູ້ແຈ້ງເນື້ອໃນຂອງສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ. ຫວັງວ່າ, ອ້າຍເອື້ອຍ ບັນນາທິການ ຂອງພາກພາສາລາວ ຈະຊ່ວຍໃຫ້ພວກຂ້າພະເຈົ້າເຂົ້າໃຈກ່ຽວກັບເນື້ອໃນຕົ້ນຕໍຂອງສົນທິສັນຍາສຳຄັນນີ້.”

        ເພື່ອນ ມອນແສງ, ຄຳຜູຍ, ພິໄລວົງ, ດອກກຸຫຼາບ ທີ່ຮັກແພງ, ປີ 2017, ສອງປະເທດ ຫວຽດນາມ - ລາວ ພວກເຮົາຈະສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 -18/7/2017) ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2017). ເນື້ອໃນຂອງສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ມີດັ່ງນີ້:

        ສົນທິສັນຍານີ້ລວມມີ 7 ຂໍ້ ໄດ້ຮັບການລົງນາມບົນພື້ນຖານຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການພົວພັນແບບພິເສດ ຫວຽດນາມ -ລາວ, ຄວາມສາມັກຄີສູ້ຮົບ ແລະ ນ້ຳໃຈມິດຕະພາບບໍ່ອາດປ່ຽນແປງໄດ້ລະຫວ່າງປະຊາຊົນ ຫວຽດນາມ ແລະ ປະຊາຊົນລາວ, ນ້ຳໃຈສະຫາຍທີ່ຍິ່ງໃຫຍ່ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ໄດ້ຮັບການຝຶກຝົນຫລໍ່ຫຼອມໃນຫຼາຍທົດສະວັດທີ່ຮ່ວມທຸກຮ່ວມສຸກນຳກັນ, ພ້ອມກັນຕໍ່ສູ້, ພ້ອມກັນຕີຍາດໄດ້ໄຊຊະນະສັດຕູຜູ້ຮຸກຮານ, ພ້ອມກັບຮ່ວມມື ແລະ ຊ່ວຍເຫຼືອກັນສ້າງສາປະເທດຊາດ ແມ່ນມູນເຊື້ອອັນລ້ຳຄ່າ, ແມ່ນກຳລັງແຮງເລີດຂອງ 2 ຊາດ ແລະ 2 ພັກ, ແມ່ນພຶດຕິກຳຕົວຈິງທີ່ມີຊີວິດຊີວາ, ແມ່ນກົດເກ່ນແຫ່ງການພັດທະນາຂອງການປະຕິວັດ ຫວຽດນາມ ແລະ ລາວ.

        ການເພີ່ມທະວີຄວາມສາມັກຄີ ແລະ ການພົວພັນຮ່ວມມືຮອບດ້ານອັນຍາວນານລະຫວ່າງ ຫວຽດນາມ ແລະ ລາວ ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ ໃນພາລະກິດປົກປັກຮັກສາເອກະລາດ ແລະ ສ້າງສາລັດທິສັງຄົມນິຍົມ, ເໝາະສົມກັບຜົນປະໂຫຍດເອກະລາດຊົນຊາດ, ປະຊາທິປະໄຕ, ສັນຕິພາບ, ເປັນກາງຢ່າງແທດຈິງຂອງປະຊາຊົນບັນດາປະເທດ ຕາເວັນອອກ - ອາຊີໃຕ້, ກັບຜົນປະໂຫຍດຂອງປະຊາຊົນໃນໂລກພວມຕໍ່ສູ້ຕ້ານລັດທິຈັກກະພັດ, ລັດທິລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ເພື່ອສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ.

        ສົນທິສັນຍາໄດ້ຮັບການລົງນາມບົນຈິດໃຈຖະແຫຼງການຮ່ວມ ຫວຽດນາມ - ລາວ ອອກໃນວັນທີ 11 ກຸມພາ 1976 ເພື່ອແນໃສ່ຈຸດປະສົງເພີ່ມທະວີຄວາມສາມັກຄີ, ການຮ່ວມມືຍາວນານ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເພື່ອເອກະລາດ ແລະ ຄວາມວັດທະນາຖາວອນຂອງແຕ່ລະປະເທດ, ປະກອບສ່ວນຮັກສາ ແລະ ປັບປຸງສັນຕິພາບຢູ່ ຕາເວັນອອກ - ອາຊີໃຕ້ ແລະ ໂລກ.

        ສອງຝ່າຍໄດ້ຕົກລົງຈະເພີ່ມທະວີການພົວພັນຮ່ວມມືສັງຄົມນິຍົມ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ກ່ຽວກັບດ້ານກະສິກຳ, ອຸດສາຫະກຳ, ຄົມມະນາຄົມຂົນສົ່ງ, ຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ກ່ຽວກັບບັນດາຂົງເຂດເສດຖະກິດອື່ນໆອີກ; ສຸດຈິດສຸດໃຈໜູນຊ່ວຍໃຫ້ກັນກ່ຽວກັບເສດຖະກິດ ແລະ ເຕັກນິກ; ຊ່ວຍເຫຼືອກັນບຳລຸງສ້າງພະນັກງານ; ແລກປ່ຽນນັກຊ່ຽວຊານໃນບັນດາຂະແໜງເສດຖະກິດ, ວັດທະນະທຳ ແລະ ວິທະຍາສາດເຕັກນິກ; ເປີດກ້ວາງການພົວພັນການຄ້າຕາມລະບອບບຸລິມະສິດພິເສດ.

        ສອງຝ່າຍເປີດກ້ວາງການແລກປ່ຽນວິທະຍາສາດ, ເຕັກນິກ, ຮ່ວມມືກ່ຽວກັບວັດທະນະທຳ, ສິລະປະ, ການສຶກສາ, ສາທາລະນະສຸກ, ສື່ມວນຊົນ, ຮູບເງົາ, ກິລາ ກາຍຍະກຳ ແລະ ກ່ຽວກັບຂົງເຂດວັດທະນະທຳອື່ນໆ

        ສອງຝ່າຍເພີ່ມທະວີບັນດາການພົບປະລະຫວ່າງບັນດາຂະແໜງການກ່ຽວຂ້ອງຂອງ 2 ປະເທດເພື່ອພ້ອມກັນພິຈາລະນາປະຕິບັດບັນດາແຜນການຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບການສ້າງເສດຖະກິດ, ພັດທະນາວັດທະນະທຳ.

        ສອງຝ່າຍໄດ້ຢືນຢັນຄວາມຕັດສິນໃຈກໍ່ສ້າງເຂດຊາຍແດນ ຫວຽດນາມ -ລາວ ກາຍເປັນເສັ້ນຊາຍແດນມິດຕະພາບອ້າຍນ້ອງຍາວນານລະຫວ່າງ 2 ປະເທດບົນພື້ນຖານສົນທິສັນຍາກຳນົດຊາຍແດນແຫ່ງຊາດລະຫວ່າງ ສສ ຫວຽດນາມ ແລະ ປະເທດ ສປປ ລາວ ລົງນາມໃນວັນທີ 18 ກໍລະກົດ 1977.

        ສອງຝ່າຍເຄົາລົບ ແລະ ສະໜັບສະໜູນແນວທາງສາກົນທີ່ເປັນເອກະລາດ, ເປັນເຈົ້າຕົນເອງຂອງກັນ ແລະ ກັນ.

        ສອງຝ່າຍຈະດຳເນີນການແລກປ່ຽນຄຳເຫັນເປັນປະຈຳກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການພົວພັນ 2 ປະເທດ ແລະ ບັນດາບັນຫາສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ດ້ວຍການພົບປະລະຫວ່າງບັນດາການນຳພັກ, ລັດ, ບັນດາການຢ້ຽມຢາມຂອງບັນດາຜູ້ແທນທາງການ ແລະ ບັນດາຜູ້ຕາງໜ້າພິເສດດ້ວຍທາງການທູດ.

        ສອງຝ່າຍສົ່ງເສີມການເປີດກ້ວາງການພົວພັນລະຫວ່າງບັນດາອົງການຈັດຕັ້ງມະຫາຊົນຂອງ 2 ປະເທດ. ທຸກໆບັນຫາຂຶ້ນກັບການພົວພັນລະຫວ່າງ 2 ປະເທດຈະໄດ້ຮັບການແກ້ໄຂດ້ວຍການເຈລະຈາຜ່ານຄວາມເຂົ້າອົກເຂົ້າໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ສົມເຫດສົມຜົນ.

        ສົນທີສັນຍາມີຜົນສັກສິດໃນເວລາ 25 ປີ ແລະ ໄດ້ຕໍ່ກຳນົດເວລາ 10 ປີເທື່ອໜຶ່ງຖ້າຫາກໜຶ່ງໃນ 2 ຝ່າຍເຊັນບໍ່ປະກາດດ້ວຍລາຍລັກອັກສອນໃຫ້ອີກຝ່າຍໜຶ່ງທີ່ຢາກຍົກເລີກສົນທິສັນຍາ, ໜ້ອຍສຸດແມ່ນໜຶ່ງປີກ່ອນສົນທິສັນຍາໝົດກຳນົດເວລາ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ