ແນະນຳສະຖານທີ່ທ່ອງທ່ຽວ, ທັດສະນີຍະພາບຫຼາຍແຫ່ງຢູ່ ພາກ​ໃຕ້ ຫວຽດນາມ

(VOVWORLD) - “ຂ້າພະເຈົ້າໄດ້ຕິດຕາມລາຍການ “ໂອ້ລົມກັບເພື່ອນລາວ” ເປັນປະຈຳ, ຍ້ອນວ່າ, ໃນລາຍການນີ້ໄດ້ແນະນຳໃຫ້ເພື່ອນລາວສະຖານທີ່ທ່ອງທ່ຽວ, ທັດສະນີຍະພາບຫຼາຍແຫ່ງຢູ່ ຫວຽດນາມ. ແຕ່ຂ້າພະເຈົ້າເຫັນວ່າ, ບັນນາທິການພາກພາສາລາວເຄີຍແນະນຳບັນດາທັດສະນີຍະພາບຢູ່ພາກເໜືອ ແລະ ພາກກາງຂອງ ຫວຽດນາມ. ໃນລາຍການຕອບຈົດໝາຍນີ້, ຂ້າພະເຈົ້າຢາກຮູ້ຈັກເຖິງສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ພາກໃຕ້ ຫວຽດນາມ ໄດ້ບໍ່? ຫວັງວ່າບັນນາທິການຂອງພາກພາສາລາວ ຈະຍາດເວລາເພື່ອແນະນຳບັນດາຂໍ້ມູນຂ່າວທີ່ມີປະໂຫຍດໃຫ້ຂ້າພະເຈົ້າໄດ້ຮັບຊາບແດ່”

ອາທິດຜ່ານມາ, ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ ໄດ້ຮັບ 146 ຈົດໝາຍ, ອີແມວຈາກທ່ານຜູ້ຟັງ, ຜູ້ອ່ານໃນທົ່ວໂລກ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບ 10 ອີແມວ, ໂທລະສັບ, ຈົດໝາຍຈາກທ່ານຜູ້ຟັງ, ຜູ້ອ່ານທັງຢູ່ລາວ ແລະ ຫວຽດນາມ ຝາກເຖິງລາຍການ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍເຊິ່ງທ່ານຜູ້ຟັງ, ຜູ້ອ່ານຝາກເຖິງລາຍການ.

        ເພື່ອນ ວິລາວັນ ບຸດດາຄຳ ໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນວ່າ “ຂ້າພະເຈົ້າໄດ້ຕິດຕາມລາຍການ “ໂອ້ລົມກັບເພື່ອນລາວ” ເປັນປະຈຳ, ຍ້ອນວ່າ, ໃນລາຍການນີ້ໄດ້ແນະນຳໃຫ້ເພື່ອນລາວສະຖານທີ່ທ່ອງທ່ຽວ, ທັດສະນີຍະພາບຫຼາຍແຫ່ງຢູ່ ຫວຽດນາມ. ແຕ່ຂ້າພະເຈົ້າເຫັນວ່າ, ບັນນາທິການພາກພາສາລາວເຄີຍແນະນຳບັນດາທັດສະນີຍະພາບຢູ່ພາກເໜືອ ແລະ ພາກກາງຂອງ ຫວຽດນາມ. ໃນລາຍການຕອບຈົດໝາຍນີ້, ຂ້າພະເຈົ້າຢາກຮູ້ຈັກເຖິງສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ພາກໃຕ້ ຫວຽດນາມ ໄດ້ບໍ່? ຫວັງວ່າບັນນາທິການຂອງພາກພາສາລາວ ຈະຍາດເວລາເພື່ອແນະນຳບັນດາຂໍ້ມູນຂ່າວທີ່ມີປະໂຫຍດໃຫ້ຂ້າພະເຈົ້າໄດ້ຮັບຊາບແດ່”

ແນະນຳສະຖານທີ່ທ່ອງທ່ຽວ, ທັດສະນີຍະພາບຫຼາຍແຫ່ງຢູ່ ພາກ​ໃຕ້ ຫວຽດນາມ - ảnh 1ຟູ໋ກວກ 

        ເພື່ອນ ວິລາວັນ ບຸດດາຄຳ ທີ່ຮັກແພງ, ຍ້ອນໄລຍະຜ່ານມາມີຜູ້ຟັງ, ຜູ້ອ່ານຫຼາຍຄົນຝາກຈົດໝາຍ, ອີແມວເຖິງລາຍການ ມີຄວາມສົນໃຈເປັນພິເສດເຖິງບັນດາສະຖານທີ່ທ່ອງທ່ຽວຢູ່ພາກເໜືອ ແລະ ພາກກາງ ຫວຽດນາມ ຍ້ອນມີສະຖານທີ່ຫຼາຍແຫ່ງໃກ້ກັບລາວ ແລະ ທາງໄປມາກໍ່ສະດວກດັ່ງນັ້ນ ພວກຂ້າພະເຈົ້າເຄີຍແນະນຳເຖິງບັນດາສະຖານທີ່ຢູ່ 2 ພາກນີ້ກ່ວາ. ພວກຂ້າພະເຈົ້າກໍ່ມີຄວາມປິຕິຊົມຊື່ນຫຼາຍຍ້ອນວ່າ ເພື່ອນໄດ້ຝາກອີແມວເຖິງລາຍການ ຢາກຊອກຮູ້ສະຖານທີ່ຫຼາຍແຫ່ງທາງພາກໃຕ້. ຜ່ານລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຢາກແນະນຳສະຖານທີ່ທ່ອງທ່ຽວຫຼາຍແຫ່ງຢູ່ພາກໃຕ້ເພື່ອໃຫ້ຜູ້ຟັງ, ຜູ້ອ່ານໄດ້ຮັບຊາບ ແລະ ຫວັງວ່ານີ້ຈະແມ່ນແຫຼ່ງຂໍ້ມູນຂ່າວທີ່ມີປະໂຫຍດເພື່ອໃຫ້ເພື່ອນກະກຽມໃຫ້ບັນດາລາຍການທ່ອງທ່ຽວໃນອະນາຄົດ. ເມື່ອເວົ້າເຖິງການທ່ອງທ່ຽວພາກໃຕ້, ຈະມີຫຼາຍບ່ອນ ແຕ່ມື້ນີ້, ພວກຂ້າພະເຈົ້າຂໍແນະນຳສະຖານທີ 4 ແຫ່ງໄດ້ຮັບຄວາມນິຍົມທີ່ສຸດ:

        ຟູ໋ກວກ - ເກາະແຫ່ງເພດມະນີຂອງ ຫວຽດນາມ: ຟູ໋ກວກ ແມ່ນໜຶ່ງໃນບັນດາສະຖານທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃນປະຈຸບັນ. ຢູ່ທີ່ນີ້ມີຫາດຊາຍທະເລ ຢາຍ ໄດ້ຮັບການຄັດເລືອກຈາກ BBC ວ່າແມ່ນໜຶ່ງ ໃນ 10 ຫາດຊາຍທະເລທີ່ຮົກເຮື້ອເປົ່າຫວ່າງ ແລະ ງາມທີ່ສຸດຢູ່ໃນໂລກ. ເມື່ອໄປຢ້ຽມຢາມ ຟູ໋ກວກ, ເພື່ອນສາມາດໄດ້ອາບນ້ຳທະເລຂຽວ, ສະອາດ, ຫາດຊາຍທະເລຂາວຄືດັ່ງກ້ອນເມກ. ຖ້າຫາກເພື່ອນແມ່ນຜູ້ມັກອາບນ້ຳທະເລ ຈະມີບັນດາຫາດຊາຍຄື: ຢາຍ, ຊາວ, ເທີມ, ອົງລາງ, ເຈື່ອງ ແລະ ແຄມ ແມ່ນບັນດາສະຖານທີ່ດູດດື່ມ. ນອກຈາກບັນດາຫາດຊາຍທະເລງາມນັ້ນ, ຟູ໋ກວກ ຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງອີກຄື: ຄຸກ ໄກເຢື່ອ, ໝູ່ບ້ານປະມົງ ຮ່າມນີງ, ວິຫານ ຫງວຽນຈູງຈືກ, ແຫຼມ ແກ່ງເຈົ່າ…

ແນະນຳສະຖານທີ່ທ່ອງທ່ຽວ, ທັດສະນີຍະພາບຫຼາຍແຫ່ງຢູ່ ພາກ​ໃຕ້ ຫວຽດນາມ - ảnh 2 ແຫຼມ ກາເມົາ

        ແຫຼມ ກາເມົາ: ກາເມົາ ແມ່ນບ່ອນໃຕ້ສຸດຂອງປະເທດ ຫວຽດນາມ, ແມ່ນ “ແດນສະຫວັນບ່ອນທີ່ທັງມີປ່າ ແລະ ທະເລ”. ກາເມົາ ມີສະຖານທີ່ທ່ອງທ່ຽວທີ່ຫຼາຍແຫ່ງທີ່ຈັບອົກຈັບໃຈ, ມີບັນດາຜະລິດຕະພັນພິເສດທີ່ເປັນເອກະລັກສະເພາະ. ເຖິງວ່າ, ກາເມົາ ຍັງແມ່ນບ່ອນທີ່ຮົກເຮື້ອເປົ່າຫວ່າງ ແຕ່ວ່າ ຄວາມສະຫງົບງຽບຢູ່ທີ່ນີ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມມຸ່ງຫວັງ ແລະ ຄວາມປາດຖະໜາຢາກໄດ້ມາຢ້ຽມຢາມເທື່ອໜຶ່ງ.  ສະຖານທີ່ໂດ່ງດັ່ງທີ່ສຸດຢູ່ ກາເມົາ ແມ່ນ ແຫຼມ ກາເມົາ, ນີ້ແມ່ນສະຖານທີ່ໜຶ່ງດຽວຢູ່ ຫວຽນາມ ທີ່ທ່ານສາມາດຊົມ ຕາເວັນຂຶ້ນຢູ່ພາກຕາເວັນອອກ ແລະ ຕົກຢູ່ພາກຕາເວັນຕົກ. ບໍ່ພຽງແຕ່ເທົ່ານັ້ນ, ເມື່ອໄປເຖິງ ກາເມົາ ກໍ່ແມ່ນໂອກາດໄປຢ້ຽມຢາມ ປ່າ ອູມີງ - ເຊິ່ງແມ່ນລະບົບປ່າດົງດິບກ້ວາງໃຫຍ່ດ້ວຍພືດ, ສັດຫາຍາກນັບຮ້ອຍປະເພດ…

ແນະນຳສະຖານທີ່ທ່ອງທ່ຽວ, ທັດສະນີຍະພາບຫຼາຍແຫ່ງຢູ່ ພາກ​ໃຕ້ ຫວຽດນາມ - ảnh 3ໂກນດ໋າວ 

        ໂກນດ໋າວ - ແມ່ນເຂດປູຊະນີຍະສະຖານປະຫວັດສາດຂອງຊາດ ຫວຽດນາມ,  ໂກນດ໋າວວ ແມ່ນໜຶ່ງໃນບັນດາສະຖານທີ່ໄດ້ຮັບຄວາມນິຍົມໃນໄລຍະມໍ່ໆມານີ້, ພິເສດແມ່ນແຂກທ່ອງທ່ຽວສາກົນ. ເປັນໜຶ່ງໃນ 21 ສະຖານທີ່ທ່ອງທ່ຽວແຫ່ງຊາດຂອງ ຫວຽດນາມ, ປະຈຸບັນ, ໂກນດ໋າວ ໄດ້ຮັບການເລືອກເຟັ້ນຈາກແຂກທ່ອງທ່ຽວແມ່ນແດນສະຫວັນສຳລັບການພັກຜ່ອນບຳລຸງສຸຂະພາບ ແລະ ຄົ້ນຫາທຳມະຊາດ. ປີ 2011, ໂກນດ໋າວ ວາລະສານການທ່ອງທ່ຽວໂດ່ງດັງຂອງໂລກ Lonely Planet ເລືອກເຟັ້ນແມ່ນໜຶ່ງໃນ ຈຳນວນເກາະ 10 ແຫ່ງທີ່ເລິກລັບ ແລະ ດີທີ່ສຸດຢູ່ໃນໂລກ. ເມື່ອໄປ ໂກນດ໋າວ, ເພື່ອນກໍ່ຈະໄດ້ເຂົ້າຮ່ວມບັນດາລາຍການທີ່ດຶງດູດໃຈຄື: ດຳນ້ຳຊົມປາກະລັງ, ຕຶກປາຢູ່ທະເລຕາເວັນອອກ, ຢ້ຽມຢາມປ່າ ອົງດູ້ງ, ຊົມເຕົາເກີດໄຂ່ ແລະ ໄປຢ້ຽມຢາມສະຖານທີ່ໂດ່ງດັງຫຼາຍແຫ່ງອື່ນໆອີກ.

        ພາກຕາເວັນຕົກ - ແມ່ນສະຖານທີ່ມີແມ່ນ້ຳລຳເຊຫຼາຍແຫ່ງດຶງດູດເພື່ອນໜຸ່ມມາຄົ້ນຫາເປັນຈຳນວນຫຼວງຫຼາຍ. ເຖິງວ່າຢູ່ນີ້ບໍ່ງາມຄືດັ່ງຕົວເມືອງໃຫຍ່ໂຕກໍ່ຕາມ ແຕ່ຄວາມລຽບງ່າຍ, ສະຫງົບງຽບ ແລະ ຮົກເຮື້ອເປົ່າຫວ່າງ ເຮັດໃຫ້ແຂກທ່ອງທ່ຽວເມື່ອມາຢ້ຽມຢາມແລ້ວບໍ່ສາມາດຫຼົງລືມໄດ້. ຈຸດພົ້ນເດັ່ນຢູ່ພາກຕາເວັນຕົກ ແມ່ນເສັ້ນທາງໃນໝູ່ບ້ານ, ຄວາມສະຫງົບງຽບ ແລະ ບັນດາເຂດທົ່ງນາໃຫຍ່ໂຕໂອຖົງ ແລະ ເຂດແມ່ນ້ຳລຳເຊ. ພິເສດ, ເມື່ອໄປຢ້ຽມຢາມສວນໝາກໄມ້ຕ່າງໆ, ແຂກທ່ອງທ່ຽວຈະໄດ້ຊິມລົດຊາດຂອງໝາກໄມ້ຫຼາຍປະເພດທີ່ເປັນເອກະລັກສະເພາະຄື: ໝາກມີ້, ໝາກລຳໄຍ… ຫຼືໄດ້ລອງເຮືອໄປລຽບຕາມເຂດຄອງເໝືອງເພື່ອຮັບຊົມທິວທັດທຳມະຊາດຢູ່ທີ່ນີ້.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າ ໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ ແລະ ຮັບຟັງລາຍການອອນລາຍຜ່ານຊອບແວ VOV Media ໃນໂທລະສັບມືຖື ແລະ ໄອແພດ.

ຕອບກັບ

ຂ່າວ/ບົດ​ອື່ນ