ແນະນຳສະຖານທີ່ທ່ອງທ່ຽວບາງແຫ່ງຂອງ ຫວຽດນາມ

ໃນ​ລາຍການ​ “ໂອ້​ລົ​ມກັບ​ເພື່ອນ​ລາວ” ພາກ​ນີ້, ພວກ​ເຮົາ​ຂໍ​ແນະນຳສະຖານ​ທີ່​ທ່ອງ​ທ່ຽວ​ບາງ​ແຫ່ງ​ຂອງ ຫວຽດນາມ ​ເຊິ່ງທ່ານ​ຜູ້​ຟັງ​ມີ​ຄວາມສົນ​ໃຈ. ​ເຊີນ​ທ່ານ​ຕິດ​ຕາມ​ຮັບ​ຟັງ.

*******

        ນາງ ​ໄພ​ວອນ ວິລາ​ວົງ ຢູ່​ແຂວງ ອັດ​ຕະປື, ​ໄດ້​ຝາກ ອີ​ແມ​ວ​ເຖິງ​ລາຍການ ​ໂດຍ​ມີ​ຕອນ​ຂຽນ​ວ່າ: ລະດູ​ຮ້ອນ​ປີ​ນີ້​​​ແດດ​ກ້າ, ຮ້ອນ​ເອົ້າ​, ຂ້າພະ​ເຈົ້າ​ພ້ອມ​ກັບ​ຄອບ​ຄົວ ​ຢາກ​ໄປ​ທ່ອງ​ທ່ຽວ, ອາບນ້ຳ​ທະ​ເລ​ຢູ່ ຫວຽດນາມ ​​ແຕ່​ວ່າ​ບໍ່​ຮູ້​ບ່ອນ​ໃດ​ທັງສະດວ​ກ, ທັງມີ​ຫາດ​ຊາຍ​ທະ​ເລ​ສວຍ​ງາມ ​ແລະ ສະອາດ. ຂໍ​ໃຫ້​ທາງ​ລາຍການ​ແນ​ະນຳ​ໃຫ້​ແດ່?

        ນາງ ​ໄພ​ວອນ ທີ່​ເຄົາລົບ, ຖ້າ​ຫາກ​ເພື່ອນ​ຢູ່​ແຂວງ ອັ​ດຕະປຶ ອາ​ດຈະ​ໄປ​ທ່ອງ​ທ່ຽວ​ຢູ່​ແຂວງ ກວາງ​ຫງາຍ. ​ພາຍຫຼັງ​ຂ້າມ​ຊາຍ​ແດນ ພູ​ເກືອ, ຜ່ານ​ແຂວງ ດັກ​ລັກ ກໍ່​​ໄປຮອດ​ແຂວງ ກວາງ​ຫງາຍ. ​ແຂວງ ກວາງ​ຫງາຍ ​ແມ່ນ​ແຂວງ​ແຄມ​ທະ​ເລ​ທາງ​ພາກ​ກາງ ຫວຽດນາມ, ມີ​ຫາດ​ຊາຍ​ທະ​ເລ​ຍາວ​ກ່ວາ 130 ກມ. ​ເມື່ອ​ໄປ​ຮອດ​ແຫ່ງ​ນີ້, ​ເພື່ອນ​ສາມາດ​ຄົ້ນ​ຫາ​ສະຖານ​ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ທີ່​ສວຍງາມ ຫຼາຍ​ແຫ່ງຄື:

ແນະນຳສະຖານທີ່ທ່ອງທ່ຽວບາງແຫ່ງຂອງ ຫວຽດນາມ - ảnh 1
ເກະາຫຼີເຊີນ

        + ​ເກາະ​ຫຼີ​ເຊີນ ​ບ່ອນ​ທີ່ໄດ້​ຮັບ​ການ​ຂະໜານ​ນາມ​ວ່າ “ພະລາດ​ຊະ​ວັງ​​ແຫ່ງ ຫົວ​ຜັກທຽມ”, ຍ້ອນ​ວ່າ​ຢູ່​ທີ່​ນີ້​ປະຊາຊົນ​ປູກ​ຜັກທຽ​ມ​ເປັນ​ຈຳນວນ​ຫຼາຍຫົວ​ຜັກທຽ​ມຢູ່​ທີ່​ນີ້ມີ​ລົດ​ຊາດ​ພິ​ເສດ, ​ທີ່ໄດ້​ສົ່ງ​ໄປ​ຂາຍ​ຢູ່ທົ່ວ​ທຸກ​ແຫ່ງ​​ໃນ​ທົ່ວປະ​ເທດ​, ນອກ​ນັ້ນ​ຍັງ​​ສົ່ງ​​ໄປ​ຂາຍຢູ່​ຕ່າງປະ​ເທດ​ອີກດ້ວຍ. ການ​ຫາ​ປາ ​ແລະ ປຸງ​ແຕ່ງ​ສິນ​ໃນ​ນ້ຳ​ກໍ່​ແມ່ນ​ທ່າ​ແຮງ​ຂອງ​ເກາະ. ນອກຈາກ​ມີ​ຫາ​ດຊາຍ​ທະ​ເລ​ທີ່​ຍາວ​ຢຽດ, ດ້ວຍ​ຊາຍ​ທະ​ເລຂາ​ວ, ສະອາດ, ​ໃນ​ເກາະ​ຍັງ​ມີ​ປູຊາ​ນີຍະສະ​ຖານທັດສະນີ​ຍະ​ພາບ​ທີ່​ມີ​ຊື່​ສຽງ​ຫຼາຍ​ແຫ່ງ. ​ເກາະ​ກໍ່​ແມ່ນ​ບ່ອນ​ຍັງ​ຄົງ​ຮັກສາ​ບັນດາຮ່ອງຮອຍ​ພື້ນຖານ​ອະລິຍະ​ທຳ​​​ທີ່​ມີ​ມາ​ແຕ່​ສະ​ໄໝ​ດຶກ​ດຳ​ບັນ ​ແລະ ວັດທະນະທຳ ຊາ​ຮິ່ງ, ວັດທະນະທຳ ຈຳປາ. ຄຽງ​ຄູ່​ກັນ​ນັ້ນ, ​ເກາະ ຫຼີ​ເຊີນ ກໍ່​ແມ່ນ​ບ່ອນ​ດຳ​ເນີນ​​ພິທີ​ງານ​ບຸນ​ຕ່າງໆ​ຄື ພິທີອາ​ໄລ​ຫາ​ທະຫານ​ຮ່ວາງ​ຊາ, ພິທີ​ຊ່ວງ​ເຮືອ ຕື໋ລີງ.​.​.​

        + ຫາດ​ຊາຍ​ທະ​ເລ ຢູງກວດ: ​ນອນ​ໃນທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ ຫ່າງ​ຈາກ​ເທດສະບານ ກວາງ​ຫງາຍ ປະມານ 70 ກມ, ທະ​ເລ ຢູງກວດ ມີ​ຄວາມ​ເລິກ​​ພໍ​ສົມຄວນ, ​​ເໝາະ​ສົມ​ໃຫ້ການ​ອາບ​ນ້ຳ​ທະ​ເລ, ດຳ​ນ້ຳ. ​​ແລະໃນ​ຕໍ່ໜ້າ, ດ້ວຍ​ເລື່ອງ​​ກໍ່ສ້າງ​ນະຄອນ ວ້ານ​ເຕື່ອງ ທີ່ທັນ​ສະ​ໄໝ, ​ແຂວງ ກວາງ​ຫງາຍ ຈະ​​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍຢ່າງ, ​​ເປັນ​ແຫ່ງ​ດຶງ​ດູດ​ການ​ລົງທຶນ​ຈາກຕ່າງປະ​ເທດ​ຢູ່​ພາກ​ກາງ ​ແລະ ​ແມ່ນສະຖານ​ທີ່​ທ່ອງ​ທ່ຽວ ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

        + ຫາດ​ຊາຍ​ທະ​ເລ ໝີ​ເຄ: ຫາດ​ຊາຍ​ທະ​ເລ ໝີ​ເຄ ຂຶ້ນ​ກັບ​ເມືອງ ​ເຊີນ​ຕິງ ຫ່າງ​ຈາກ​ເທດສະບານ ກວາງ​ຫງາຍ ພຽງ 15 ກມ, ຫ່າງ​ຈາກ​ທ່າ​ກຳ່​ປັນ ຢູງກວດ 16 ກມ. ໝີ​ເຄ ​ແມ່ນ​ຫາດ​ຊາຍ​ທະ​ເລທີ່​ມີ​ຄວາມ​ຍາວ 7 ກມ ມີ​ອາ​ກາດ​ປອດ​​ໂປ່​ງ, ​ແລະ ຖືກ​ປົກ​ຄຸມ​ດ້ວຍ​ຕົ້ນ​ສົນ​ທີ່​ຂຽວ​ອຸ່ມທຸ່ມ, ຢູ່​ຂ້າງ​ແມ່ນ​ແມ່​ນ້ຳ ກິ​ງ ດ້ວຍ​ຈ້ຳ​ຈຶດຈາກ​ຍານ​ເໜືອ ແລະ ​ລົດນ້ຳເຂັມຈາກ​ທະ​ເລ ​ອັນໄດ້​ນຳ​ມາ​ເຊິ່ງອາຫານ​ທະ​ເລ​ທີ່​ອຸດົມສົມບູນ.

        + ຫາດ​ຊາຍ​ທະ​ເລ ຊາ​ຮິ່ງ: ຊາ​ຮິ່ງ ​ແມ່ນ​ຫາດ​ຊາຍ​ທະ​ເລທີ່​ສວຍ ​ແລະ ມີ​ຊື່​ສຽງ​ແມ່ນ​​ອູ່​ເກືອ​ສຳ​ຄັນ​ຂອງ​ພາກ​ກາງ, ​ເຊິ່ງນອນ​ໃນ​ເຂດ​ໃຕ້​ສຸດ​ຂອງ​ແຂວງ ກວາງ​ຫງາຍ, ຂຶ້ນ​ກັບ​​ເມືອງ ດຶກ​ໂຝ, ຫ່າງ​ຈາກ​ນະຄອນ ກວາງ​ຫງາຍ 60 ກມ. ຫາດ​ຊາຍ​ທະ​ເລ​ຂອງ ຊາ​ຮິ່ງ ​ມີ​ສີ​​ເຫຼືອງ​ງາມ​ຕາ, ດັ່ງ​ນັ້ນ​ຈຶ່ງ​ເອີ້ນວ່າ ​ຊາຮ່ວາງ (ຂີ້ຊາຍສີ​ເຫຼືອງ). ດ້ວຍ​ຄວາມ​ຍາວ​ເກືອບ 6 ກມ, ບໍ່​ມີ​ຫາດ​ຫີນ​ໃຕ້​ນ້ຳ, ດັ່ງ​ນັ້ນ​ມັນ​ຈຶ່ງເໝາະ​ສົມ​ກັບການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ລອຍ​ນ້ຳ, ລະ​ຫຼີ້ນບົນ​ຫາ​ດຊາຍ.​.​.​

    ນອກຈາກ​ນັ້ນ, ຄອບຄົວ​ຂອງ​ເພື່ອນ​ກໍ່ສາມາດ​ໄປ​ຢ້ຽມຢາມ​ບາງ​ທັດສະນີ​ຍະ​ພາບ​ໂດ່​ງດັງ​ຢູ່​ແຂວງ​ນີ້​ຄື: ວັດ ທຽນ​ເອີນ, ປູຊະນີຍະ​ສະຖານ ​ແທ່ງຫຼູຍ. ອາຫານ​ການ​ກິນ​ຢູ່​ທີ່​ນີ້ ທັງສົດ, ​​ແຊບນົວ, ​ເປັນ​ເອກ​ລັກສະ​ເພາະ​ແຕ່​ລາຄາ​ກໍ່​ເໝາະ​ສົມ, ຫວັງ​ວ່າ​ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຄອບຄົວ​ຂອງ​ເພື່ອນ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ດ້ວຍ​ແຫຼ່ງຂ່າວ​ທີ່​ກ່າວ​ມາ​ຂ້າງ​ເທິງນັ້ນຈະ​ຊ່ວຍ​​ໃຫ້ຄອບຄົວ​ຂອງ​ເພື່ອນ​ເລືອກ​ເຟັ້ນ​ໄດ້​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ເໝາະ​ສົມ​ໃຫ້​ແກ່​ຕົນ​ ​ແລະ ມີ​ການທ່ອງທ່ຽວ​ເຕັມ​ໄປ​ດ້ວຍ​ຄວາມ​ປະ​ທັບ​ໃຈ.

ແນະນຳສະຖານທີ່ທ່ອງທ່ຽວບາງແຫ່ງຂອງ ຫວຽດນາມ - ảnh 2
ລະບົບ​ກະ​ເຊົ້າ​ລອຍ​ຟ້າ​

ສ່ວນ​ເພື່ອນ ວັນນິດາ, ຢູ່​ແຂວງ ວຽງ​ຈັນ ​ໄດ້​ໂທລະສັບ​ມາ​ຍັງ​ລາຍການ ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້​ຊົມລາຍການງານ​ປະ​ກວດ​ ນາງ​ງາມ​ໂລກ ປີ 2008 ​ທາງອິນ​ເຕີ​ເນັດ ​​ເຊິ່ງຈັດ​ຕັ້ງ​ຢູ່ ​ເກາະ Vinpearl ຂອງ ຫວຽດນາມ, ຂ້າພະ​ເຈົ້າ ​ເຫັນ​ວ່າ ທິດ​ທັດ​ທຳ​ມະ​ຊາດ​ໃນ​ເກາະ​ງາມ​ຫຼາຍ. ຂໍ​ໃຫ້​ລາຍການ​​ແນະນຳ​ຂໍ້​ມູນ​ຂ່າວບາງ​ຢ່າງ​ກ່ຽວ​ກັບ​ເກາະ​ແຫ່ງ​ນີ້​?

    ​ເຂດ ທ່ອງ​ທ່ຽວ Vinpearl ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ເກາະ ຮ່ອນ​​ແຈ, ອ່າວ ຍາ​ຈາງ, ​ແຂ​ວງ ​ແຄ໋ງຮ່ວາ (​ແຂວງ​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ພາກ​ກາງ ຫວຽດນາມ), ​​ໄດ້ຮັບ​ການຈັດຕັ້ງ​​ເມື່ອ​ປີ 2001. Vinpearl ​ແມ່ນ​​ເຂດ​ທ່ອງ​ທ່ຽວ, ພັກ​ຜ່ອນ​ບຳລຸງ​ສຸຂະພາບ, ລະ​ຫຼີ້ນບັນ​ເທິງ ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ພ້ອມ​ກັບ​ບັນດາ​ການ​ບໍລິການ​ທີ່​ບັນລຸ​ມາດຖານ​ສາກົນ. ດັ່ງ​ນັ້ນ, ​ແຂກ​ທ່ອງ​ທ່ຽວ​ຈຶ່ງ​ເອີ້ນ Vinpearl ​ວ່າ “​ເກາະ​​ເພັດ​ມະ​ນີຂອງ ຫວຽດນາມ”. ຈາກ​ ຍາ​ຈາງ, ​ເພື່ອ​ນ​ສາມາດ​ໄປ​ດ້ວຍ​ກຳ່​ປັ່ນຄວາມ​ໄວສູງ ຫຼື ດ້ວຍ​ກະ​ເຊົ້າ​ລອຍ​ຟ້າ​ໃນ​ເວລາ​ພຽງ 10 ນາທີເທົ່າ​ນັ້ນກໍ່​ໄປ​ຮອດ​ເກາະ Vinpearl, ເພື່ອ​ຄົ້ນ​ຫາ​ຄວາມ​ງາມ​ຂອງ​ທະ​ເລ, ທ້ອງຟ້າ​ທີ່​ຂຽວ​ສົດ​ໃສ ​ແລະ ຫາດ​ຊາຍ​ທະ​ເລທີ່ຂາ​ວກ້ຽງ​ສະ​ເໝີ. ຄຽງ​ຂ້າງນັ້ນ, ​​ແມ່ນ​ສວນສະ​ໜຸມດ້ວຍລາຍການ​ລະ​ຫຼິ້ນ​ປະຈົນ​ໄພ, ລະບົບ​ສະໜາມ​ກອບ ຫຼື ການ​ບໍລິການ​ນວດ​ບົນ​ທະ​ເລ​ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ສ້າງ​​​ເປັນເຄື່ອງໝາຍ​ໃຫ້ Vinpearl. ຫວັງ​ວ່າບັນດາ​ແຫຼ່ງຂ່າວ​ດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ເພື່ອນ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ເກາະ Vinpearl. ຖ້າ​ຫາກ​ມີ​ໂອກາດ ​ເຊີນ​ເພື່ອນ​ມາ​ຢ້ຽມຢາມ Vinpearl ​ເພື່ອ​ໄດ້​ເຫັນ​ປະຈັກ​ຕາ​ຄວາມ​ງາມ​ຢູ່​ທີ່​ນີ້.

 ພວກ​ເຮົາພາກ​ພຸມ​ໃນ​ທີ່​ສຸດ ​ເມື່ອ​ໄດ້​ຮັບ​ຄຳຄິດ​ຄຳ​ເຫັນ​ຈາກພວກເພື່ອນ: ໄພ​ວອນ ວິລາ​ວົງ, ວັນນິດາ, ຂໍ​ຂອບ​ອົກ​ຂອບ​ໃຈ​ພວກ​ເພື່ອນ​ຫຼາຍໆ. ຖ້າ​ຫາກທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈສາມາດ​ອ່ານ​ຄືນ, ​ທຸກໆ​ລາຍການ​ຂອງ​ພາກ​ພາສາ​ລາວ​ໃນ​​ເວັບ​ໄຊ vovworld.vn. ຫຼື​ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ກໍ​ຄື​ໂທລະສັບ​ໂດຍ​ກົງ​​ເຖິງ​ລາຍການ​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov@yahoo.com. ຂໍ​ຂອບ​ໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ